Breaking News

ພີເອສ໌ ຈະຄືນເງິນໃຫ້ປະຊາຊົນໄດ້ພາຍໃນ 3 ເດືອນ

ແບ່ງປັນ

​ໃນ​ວັນ​ທີ 30 ມີນາ 2017 ນີ້ ທີ່​ບໍລິສັດ​ພີ​ເອສ໌ ທ່ານ ນາງ ສຸກ​ນາລີ ​ເທບ​ສີ​ເມືອງ ປະທານ​ບໍລິສັດ​ພີ​ເອສ໌ ສົ່ງ​ເສີມ​ກະສິກຳ ​ແລະ ອຸດສາຫະກຳ​ຄົບ​ວົງ​ຈອນ ຂາ​ເຂົ້າ-ຂາ​ອອກ ຈຳກັດ ​ໄດ້​ຖະ​ແຫຼ່​ງຕໍ່​ນັກ​ຂ່າວ​ວ່າ: ອີງ​ຕາມ​ການ​ຊີ້​ນຳ​ຂອງ​ພັກ, ລັດຖະບານ ​ແລະ ອີງ​ຕາມ​ການ​ແຈ້ງ​ການ​ ຂອງ​ທະນາຄານ​ແຫ່ງ ສປປ ລາວ​ ກ່ຽວ​ກັບ​ລະບົບ​ການ​ດຳ​ເນີນ​ທຸລະ​ກິດ​ ຂອງ​ບໍລິສັດ​ພີ​ເອສ໌ ທີ່​ຍັງ​ບໍ່​ທັນ​ສອດ​ຄ່ອງ​ຕາມ​ກົດໝາຍ​ການ​ຄ້າ​ຂອງ ສປປ ລາວ, ປັດຈຸບັນສັງຄົມ ​ແລະ ທະນາຄານ​ແຫ່ງ ສປປ ລາວ ​ໄດ້ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຜິດວ່າ ບໍລິສັດ​ພີ​ເອສ໌ ​ໄດ້​ຈັດ​ຕັ້ງ​ການ​ລະດົມ​ທຶນ​ຈາກ​ປະຊາຊົນ, ສະ​ນັ້ນ​ ໃນ​ເມື່ອ​ການ​ດຳ​ເນີນ​ທຸລະ​ກິດ ​ໄດ້​ກະທົບ​ເຖິງ ​ຄວາມ​ບໍ່​ເຂົ້າ​ໃຈ ທາງ​ບໍລິສັດ​ພີ​ເອສ໌ ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ປ່ຽນ​ກົນ​ໄກ​ການ​ຕະຫຼາດ​ ແບບ​ໃໝ່ ໂດຍ​ໄດ້​ຕັດສິນ​ໃຈ​ຢຸດຕິ​ ກາ​ນຮັບສະມາຊິກ​ໃໝ່ ​ແລະ ສຳລັບ​ສະມາຊິກ​ເກົ່າ​ ທີ່​ຕ້ອງການ​ຖອນ​ການ​ຮ່ວມ​ທຶນ​ກໍ​ສາມາດ​ຖອນ​ໄດ້ ​ເພື່ອ​​ໃຫ້​ສັງຄົມ​ໄດ້​ເຂົ້າ​ໃຈ ​ແລະ ບໍ​ລິ​ສັດ​ພີ​ເອສ໌ ​ເອງກໍ​ມີ​ຄວາມ​ໂປ່​ງ​ໃສ​ ໃນ​ການ​ດຳ​ເນີນ​ທຸລະ​ກິດ.

ໃນ​ການ​ຖອນ​ທຶນທາງ​ບໍລິສັດ​ພີ​ເອສ໌ ​ໄດ້​ສະ​ເໜີ​ທາງ​ເລືອກ​ໃຫ້​ປະຊາຊົນ​ 2 ກໍລະນີ ​ເຊັ່ນ: ກໍລະນີ​ທີ 1 ປະຊາຊົນ​ຜູ້​ທີ່​ຈະ​ມາ​ຖອນ​ທຶນ​ ເປັນ​ເງິນສົດ ທາງ​ບໍລິສັດ​ຈະ​ນັດ​ໄວ້ 3 ​ເດືອນ​ ຈຶ່ງ​ຈະ​ໄດ້​ຮັບ​ເງິນສົດ, ເນື່ອງ​ຈາກ​ໃນ​ໄລຍະ 3 ​ເດືອນ ທາງ​ບໍລິສັດ​ຈະ​ໄດ້​ນຳ​ເອົາ​ສິນຄ້າ​ໄປ​ຂາຍ​ແລ້ວ ຈຶ່ງ​ນຳ​ເອົາ​ເງິນ​ມາ​ຄືນ​ໃຫ້. ກໍລະນີທີ 2 ຜູ້ກ່ຽ​ວມີ​ທຶນ​ໃນ​ບໍລິສັດ ​ແຕ່​ຜູ້ກ່ຽວ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ ຫຼື ຢ້ານ​ບໍລິສັດ​ລົ້ມ​ລະລາຍ ​ແຕ່​ຜູ້ກ່ຽວ​ຕ້ອງການ​ທີ່​ຈະ​ຖອນ​ທຶນ ​ແມ່ນ​ສາມາດ​ເອົາ​ສິນຄ້າ​ໄປ​ຂາຍ​ເອງ ​ຕາມ​ຈຳນວນ​ເງິນ​ທຶນ​ຂອງ​ຜູ້ກ່ຽວ​ໄດ້​ທັນທີ ເຊິ່ງທາງ​ບໍລິສັດ​ມີສິນຄ້າ​ໄວ້​ໃຫ້​ຢູ່​ແລ້ວ. ພ້ອມ​ດຽວ​ກັນ​, ທ່ານ ນາງ ສຸກ​ນາລີ ​ເທບ​ສີ​ເມືອງ ກໍ​ໄດ້​ໃຫ້​ຮູ້​ຕື່ມ​ວ່າ: ບໍລິສັດ​ພີ​ເອສ໌ ​ເປັນ​ບໍລິສັດ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ ​ແລະ ກໍ​ເປັນ​ບໍລິສັດ​ທີ່​ສາມາດ​ ຜະລິດ​ສິນຄ້າ​ໄດ້​ເອງ ​ເຊັ່ນ: ຊີ້ນ, ປາ, ອາຫານ, ​ເຂົ້າ, ນ້ຳ, ​ເຄື່ອງ​ອຸປະ​ໂພ​ກ, ບໍລິ​ໂພ​ກ ທັງ​ເປັນ​ບໍລິສັດ​ທີ່​ຜະລິດ​ເອງ ​ແລະ ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ ມີ​ຕົວ​ແທນ​ຈຳໜ່າຍ 500 ສາຂາ​ທົ່ວ​ປະ​ເທດ. ສະ​ນັ້ນ​, ລະບົບ​ທຸລະ​ກິດ​ຂອງ​ບໍລິສັດ​ພີ​ເອສ໌ ບໍ່​ແມ່ນ​ການ​ລະດົມ​ທຶນ ແຕ່​ເນື່ອງ​ຈາກ​ສະມາຊິກ ​ທີ່​ເຂົ້າ​ມາ​ສັ່ງ​ສິນຄ້າ ບໍ່​ໄດ້​ເອົາ​ສິນຄ້າ​ໄປ​ຂາຍ​ເອງ ​ແຕ່​ໄດ້​ຝາກ​ບໍລິສັດ​ຂາຍ​ໃຫ້ ​ແລະ ບໍລິສັດ​ ກໍ​ໄດ້​ຮັບ​ຝາກ​ສິນຄ້າ​ ຂອງ​ສະມາຊິກ ​ແລ້ວ​ສົ່ງ​​ໄປ​ໃຫ້​ຕົວ​ແທນ​ແຕ່​ລະ​ສາຂາ​ຈຳ​ໜ່າຍ ຫຼັງ​ຈາກ​ຂາຍ​ສິນຄ້າ​ໄດ້​ແລ້ວ​ ຈຶ່ງ​ມີ​ການ​ແບ່ງປັນ​ຜົນ​ປະ​ໂຫຍ​ດ ຫຼື ກຳ​ໄລ ​ເຊິ່ງ​ເຫດ​ຜົນນີ້​ ຈຶ່ງ​ເຮັດ​ໃຫ້​ບໍລິສັດ​ ​ຜິດ​ຕາມ​ກົດໝາຍ​ການ​ຄ້າ​ຂອງ ສປປ ລາວ, ສະ​ນັ້ນ ​ໃນ​ຕໍ່ໜ້າບໍລິສັດ​ພີ​ເອສ໌ ຈະ​ຫັນ​ເປັນ​ບໍລິ​ສັດ​ຂາຍຍົກ-ຂາຍຍ່ອຍ ຈະ​ບໍ່​ຮັບ​ຝາກ​ສິນຄ້າ ​ແລະ ​ແບ່ງປັນ​ຜົນ​ກຳ​ໄລ.

ປັດຈຸບັນ​ທາງ​ບໍລິສັດ​ພີ​ເອສ໌ ​ໄດ້​ຮວບ​ຮວມ​ລາຍ​ຊື່​ສະມາຊິກ ​ຂອງ​ບໍລິສັດ ສົ່ງ​ໃຫ້​ທະນາຄານ​ແຫ່ງ ສປປ ລາວ ​ແລະ ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າຮັບ​ຊາບ​ແລ້ວ ​ເຊິ່ງປັດຈຸບັນ​ ມີ​ສະມາຊິກ​ຂອງ​ບໍລິສັດ​ທັງ​ໝົດ​ 25 ພັນ​ກ່ວາ​ຄົນ ໃນ​ທົ່ວ​ປະ​ເທດ. ​ແຕ່​ຖ້າ​ສະມາຊິກ​ທ່ານ​ໃດ ​ບໍ່​ມັກ​ລະບົບ​ໃໝ່ ​ຂອງ​ບໍລິ​ສັດ ຫລື ອາດ​ຈະ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ກັບ​ບໍລິສັດ​ແລ້ວ ກໍ​ສາມາດ​​ຍົກ​ເລີກສັນຍາ ​ຫຼື ຖອນ​ທຶນ​ຄືນ​ໄດ້ ຕາມ​ທີ່​ບໍລິ​ສັດ​ໄດ້​​ສະ​ເໜີ​ໄວ້.

ແຫຼ່ງ: ຂປລ.  ຂ່າວ: ສົມ​ຫວັງ, ພາບ​: ສະຫວາດ

ແບ່ງປັນ