Breaking News

ຖ້າບໍ່ຢາກຕົກເທຼນ Update ກ່ອນໃຜເລີຍສໍາລັບ Fashion ປີໃໝ່ສົງການ 2017 ນີ້ (ຄຼິກເລີຍ)

ແບ່ງປັນ

ແຕ່ງຕົວແບບໃດໄປຫຼີ້ນປີໃໝ່ ຄໍາຖາມທີ່ຍັງຕອບບໍ່ໄດ້ຂອງສາວໆຫຼາຍຄົນ ອີກບໍ່ພໍເທົ່າໃດມື້ແລ້ວກໍຈະຮອດປີໃໝ່ກັນ ແລະ ຖ້າຍັງຕີດກັນບໍ່ອອກວ່າຈະແຕ່ງແບບໃດ ມາເບີ່ງນີ້ເລີຍ BeautyGuru ຈະມາແນະນໍາການແຕ່ງຕົວຕາມ Style ຂອງສາວໆມາໃຫ້ເບີ່ງກັນ ສ່ວນວ່າສາວໆຄົນໃດມັກແບບໃດກໍຢ່າລືມໄປແຕ່ງຕາມກັນໄດ້ເດີ້

ເສື້ອຢືດກັບສົ້ງສີເຂັ້ມໆ ງ່າຍໆສະບາຍໆກໍ່ອອກໄປຫຼີ້ນນໍ້າໄດ້ແລ້ວ

ເສື້ອສິສົດໃສ ຮັບຮອງວ່າໃສ່ແລ້ວເດັ່ນມາແຕ່ໄກເລີຍລະ

ເສື້ອຄ້ອງຄໍກັບສົ້ງຢີນຂາສັ້ນ ຖ້າຢ້ານໂປ້ກໍຈັບເສື້ອກ້າມເກ໋ໆຈັກຕົວມາເພີ່ມໄດ້ຈ້າ

ແຕ່ງຕົວໃຫ້ມີ Style ຕ້ອງເສື້ອເປີດບ່າເກ໋ໆ ແບບນີ້ລະ ເທຼນລະດູຮ້ອນທີ່ກໍາລັງມາແຮງ ແຕ່ຕ້ອງເປັນສີເຂັ້ມນໍາເດີ້ຈຶ່ງຈະເຂົ້າກັບປີໃໝ່

ສໍາລັບສາວໆທີ່ຢາກແຕ່ງແບບລຽບໆ ກໍລອງຈັບເສື້ອແຈນກຸດ ມາຄູ່ກັບສົ້ງຂາສັ້ນ ເພີ່ມດ້ວຍເກີບເຊືອກພັນແບບນີ້ກໍ່ຍັງເກ໋ໄດ້ອີກ

ເສື້ອຜ້າທີ່ມາແບບເປັນຊຸດແບບນີ້ ເອີ້ນໄດ້ວ່າມາແຮງຫຼາຍສໍາລັບ ເທຼນສົງການປີ 2017 ນີ້ ສາວໆກໍຢ່າລືມໃສ່ເບີ່ງຈັກມື້ເດີ້

ເສື້ອຢືດຜູກແອວ ກັບສົ້ງຂາສັ້ນ ແຕ່ບໍ່ໃຫ້ໂປ້ເກີນໄປເດີ້ສາວໆ

ເສື້ອຍືດຕົວທີ່ມັກທີ່ສຸດກັບສົ້ງຢີນຂ້າສັ້ນ ເສີມດ້ວຍໝວກຈັກໃບແບບນີ້ເລີ໋ດໆ

ເສື້ອລາຍດອກສີສົດໄສ ແບບໃດກໍໄດ້ທີ່ມັກ ແນ່ນອນທຸກປີທຸກຄົນຕ້ອງມີ ໃຜບໍ່ມີຖືວ່າເຊີຍຮ່ະຮ່ະຮ່ະ

ຊຸດຫຼີ້ນປີໃໝ່ບໍ່ຈໍາເປັນຕ້ອງນຸ່ງຂາສັ້ນສະເໝີໄປ ເພາະລອງຈັບເລກກີ້ງຂາຍາວໃສ່ກັບເສື້ອຢືດແຫກຂ້າງແບບນີ້ກໍ່ເລີ໋ດບໍ່ແພ້ກັນ

ສໍາລັບສາວຄົນໃດທີ່ຢ້ານດໍາ ກໍລອງຊອກເສື້ອຄຸມມາໃສ່ແບບນີ້ ກໍເທ່ໄປອີກ

ເສື້ອຢືດມີສາຍຢູ່ຕີນເສື້ອ ອີກເທຼນລະດູຮ້ອນ ສົງການປີນີ້ກໍ່ອີນເທຼນກ່ອນໃຜເລີຍ

ເສື້ອສິດໍາ ກັບສົ້ງຂາສັ້ນສີດໍາແບບນີ້ລະ ຖືກນໍ້າແນວໃດກໍບໍ່ໂປ້

ຖ້າຈະໃສ່ເສື້ອຢືດກໍທໍາມະດາເກີນໄປ ລອງປ່ຽນມາໃສ່ເສື້ອແຂນຍາວ 5 ສ່ວນແບບນີ້ກໍເບີ່ໜ້າຮັກໄປອີກແບບ

ຊຸດຫຼີ້ນປີໃໝ່ເກ໋ ປົນເທ່ ບອກເລີຍເສື້ອເຊີດ ລາຍສະກ໋ອດນີ້ລະມາແຮງທຸກປີ ຮັບຮອງໃສ່ແລ້ວບໍ່ມີ Out ຈ້າ

By: BeautyGuru

ເຄຼດິດຮູບຈາກ: www.Kapook.com

ແບ່ງປັນ