Breaking News

ຊີ້ແຈງ! ເລື່ອງພະນັກງານ 96 ຄົນລາອອກ

ແບ່ງປັນ

ບັນດາພະນັກງານ ຈຳນວນ 96 ຄົນ ຂອງບໍລິສັດຣາຊ-ລາວ ບໍລິການ​ ຈຳກັດ ທີ່​ເຮັດໜ້າທີ່​ຮັບຜິດຊອບ​ເດີນ​ເຄື່ອງ ​ແລະ ບຳລຸງ​ຮັກສາ ໂຮງໄຟຟ້າພະລັງ​ຄວາມ​ຮ້ອນ ຖ່ານຫີນ ເປັນໜຶ່ງໃນບໍລິສັດທີ່ຮັບເໝົາ​ຍ່ອຍໃນໂຄງການໄຟຟ້າຟ້າຫົງສາ ເຊິ່ງບໍ່ໄດ້ກ່ຽວກັບບໍລິສັດອື່ນໆທີ່ເຮັດວຽກຢູ່ໂຄງການດຽວກັນນີ້.  ໄດ້ພ້ອມກັນ ຂຽນໃບລາອອກ ທັງໝົດ 96 ຄົນ ໃນວັນທີ 28 ມີນາ 2017 ຜ່ານມາ, ​ເນື່ອງ​ຈາກ​ບໍ່ພໍ​ໃຈ ທີ່ໄດ້ສະເໜີ ຂໍໃຫ້ພິຈາລະນາ ປັບ​ຂຶ້ນເງິນເດືອນ ແລະ ສະຫວັດດີການຕ່າງໆ ​ໃຫ້​ມີ​ຄວາມເໝາະສົມ ​ແຕ່ບໍ່ໄດ້ຮັບການແກ້ໄຂ. ​ໃນ​ຂະນະ​ທີ່ ບໍລິສັດ ຣາຊ-ລາວ ລະບຸ​ວ່າ​ມີ​ຄວາມ​ຍິນ​ດີ​ຮັບ​ຂໍ້​ສະ​ເໜີ ດັ່ງກ່າວ ​ແລະ ພ້ອມ​ທີ່​ຈະຮ່ວມ​ກັນ​ປຶກສາ​ຫາລື ກັບ​ທຸກ​ຝ່າຍ ​ເພື່ອ​ຫາ​ທາງ​ອອກ​ທີ່​ດີກ​ວ່າ​ນີ້.
ໜຶ່ງ​ໃນຕົວ​ແທນ​ຜູ້​ອອກ​ແຮງ​ງານ ​ເປີດ​ເຜີຍ​ວ່າ: ກ່ອນທີ່ພະນັກງານທັງ 96 ຄົນຈະພ້ອມກັນສະໝັກໃຈຂຽນໃບລາອອກ ​ເກີດ​ຂຶ້ນ​ພາຍຫຼັງ​ທີ່​ໄດ້​ຍື່ນ​ຂໍ້​ສະ​ເໜີ ຮຽກຮ້ອງ​ໃຫ້ບໍລິສັດ ຣາຊ-ລາວ ​ເພື່ອ​ຂໍ​ປັບ​ຂຶ້ນເງິນເດືອນ ທີ່​ເຫັນ​ວ່າ​ຍັງບໍ່ທັນເປັນທຳ​ ແລະ ສະຫວັດດີການ ກໍ​ຍັງ​ບໍ່​ເໝາະສົມ​ເທົ່າ​ທີ່​ຄວນ ​ແຕ່ປະກົດ​ວ່າ​ ບໍ່ທັນ​ໄດ້​ຮັບ​ການ​ຕອບ​ຮັບ ​ແລະ ຊີ້​ແຈງ​ເຖິງ​ສາ​ເຫດ​ຕ່າງໆ ​ໃຫ້​ມີ​ຄວາມ​ຊັດ​ເຈນ ທັງ​ມີ​ຄວາມຊັກ​ຊ້າ​ ອັນ​ສ້າງ​ຄວາມ​ບໍ່ພໍ​ໃຈ ​ຕໍ່ພະນັກງານ​ ຫຼາຍ​ສົມຄວນ. ສຳລັບ​ການຮຽກຮ້ອງ​ດັ່ງກ່າວ​ ປະກອບ​ມີ ຄື:

+ ການ​ຂໍ​ປັບ​ຂຶ້ນ​ເງິນ​ເດືອນ, ຄ່າ​ອາຫານ, ຄ່າ​ລົດ​ກັບ​ບ້ານ, ຄ່າ​ບຸກ​ເບີກ, ຄ່າ​ກະວຽກ, ການ​ລາ​ປ່ວຍ, ການ​ລາ​ກິດ ​ແລະ ການ​ພັກ​ວຽກ​ປົກກະຕິ ໃນ​ແຕ່ລະ​ເດືອນ ​ເຊິ່ງທຸກ​ຢ່າງ​ຕ້ອງການ​ ໃຫ້​ມີ​ການ​ປັບປຸງ​ແກ້​ໄຂ ກ່ອນ​ທີ່​ຈະ​ມີສັນຍາ​ໃໝ່​ຂຶ້ນ ​ໃນ​ເດືອນ​ມິຖຸນາປີ​ນີ້. ເພາະບາງຄົນເຮັດວຽກ 3 ປີແຕ່ການຂຶ້ນເງິນເດືອນໃຫ້ພວກຕົນ ແມ່ນມີອັດຕາທີ່ໜ້ອຍຖ້າສົມທຽບກັບຄວາມເປັນຈິງ ຂະນະທີ່ການເຮັດວຽກໜັກຂຶ້ນກວ່າເກົ່າ.

+ ​ບໍລິສັດ ​ໄດ້ນຳ​ເອົາ​ພະນັກງານ​ຈາກ​ຕ່າງປະ​ເທດ ເຂົ້າ​ມາ​ເຮັດ​ວຽກ​ໃນ​ຂະ​ແໜງນີ້ ​ເຊິ່ງມີ​ປະສົບ​ການໜ້ອຍກວ່າ ພະນັກງານ​ລາວ​ ທີ່​ເຮັດ​ວຽກມາ 2-3 ປີ​ແລ້ວ, ​ແຕ່​ກັບ​​ໄດ້​ເງິນ​ເດືອນ​ ​ແລະ ສະຫວັດດີ​ການທີ່​ສູງ​ກວ່າ ໃນ​ທຸກ​ດ້ານ ອັນ​ໄດ້ສ້າງຄວາມ​ເອົາ​ລັດ​ເອົາ​ປຽບ ຫຼື ສອງ​ມາດຕະຖານ ຄື: ໃຫ້ເງິນເດືອນພື້ນຖານພະນັກງານລາວພຽງແຕ່ 1.800.000 ກີບ ຫາ 2.000.000 ກວ່າກີບຕໍ່ເດືອນ (ຊັ້ນສູງ-ປະລິນຍາຕີ) ແຕ່ພະນັກງານຄົນໄທຊໍ້າພັດໃຫ້ເງິນເດືອນພື້ນຖານສູງເຖິງ 4.000.000 ກີບຕໍ່ເດືອນ.

+ ການ​ພັກ​ວຽກ​ປົກກະຕິ ​ຂອງ​ພະນັກງານ​ບຳລຸງ​ຮັກສາ ​ໃນ​ໄລຍະ​ຜ່ານ​ມາ ຈາກ​ເດີມ ​ທີ່​ເຄີຍ​ພັກ​ໜຶ່ງອາທິດ/​ເດືອນ ກໍ​ຈະ​ປັບປຸງ​ໃຫ້​ມີ​ການ​ພັກ​ແຕ່​ວັນ​ອາທິດ ຫຼື 4 ວັນ/​ເດືອນ ​ແລະ ອື່ນໆ ​ເປັນ​ການ​ເພີ່ມ​ເວລາ​ເຮັດ​ວຽກຫຼາຍ ​ເວລາພັກໜ້ອຍລົງ​.

+ບໍລິສັດດັ່ງກ່າວບໍ່ມີຄວາມໂປ່ງໃສ ແລະ ບໍ່ປະຕິບັດຕາມກົດໝາຍແຮງງານຂອງ ສປປ ລາວ
+ປົກປິດເຊື່ອງອໍາບາງນະໂຍບາຍ ແລະ ແບ່ງແຍກສິດທິຂັ້ນພື້ນຖານຂອງພະນັກງານ-ກໍາມະກອນ ເຊິ່ງໄດ້ກໍໃຫ້ເກີດຄວາມແຕກແຍກຂາດຄວາມສາມາດຄີພາຍໃນ

ຢ່າງ​ໃດ​ກໍ​ຕາມ ທຸກ​ຂໍ້​ສະ​ເໜີຂ້າງ​ເທິງ ກຸ່ມ​ຜູ້​ອອກ​ແຮງ​ງານ​ ໄດ້​ດຳ​ເນີນ​ການ​ຖືກຕ້ອງ​ຕາມ​ກົດໝາຍ ຫາກ​ບໍ່​ໄດ້​​ຄວາມ​ເປັນ​ທຳ ​ຈາກບໍລິສັດ ກໍ​ຈະ​ເປັນ​ໄປ​ຕາມ​ຄວາມ​ປະສົງ​ທຸກ​ປະການ, ສະ​ນັ້ນ ຈຶ່ງ​ຕ້ອງການ​ໄດ້​ຄຳ​ຕອບ​ທີ່​ຊັດ​ເຈນ​ໂດຍ​ໄວ.
ສ່ວນ​ທາງ​ດ້ານທ່ານ ບຸນ​ທະໜອງ ປະທານ​ກຳມະບານຂອງບໍລິສັດ ຣາຊ-ລາວ ບໍລິການ​ ຈຳກັດ ກໍ​ໄດ້​ຊີ້​ແຈງ​ຕໍ່ນັກ​ຂ່າວ​ວ່າ: ປັດຈຸບັນ​ທາງ​ບໍລິສັດ ກຳລັງ​ຄົ້ນຄວ້າ​ພິຈາລະນາ ທຸກ​ຂໍ້​ສະ​ເໜີດັ່ງກ່າວ ​ເພື່ອ​ນຳ​ໄປ​ປັບປຸງ​ແກ້​ໄຂ ​ແລະ ຫາ​ທາງ​ອອກ​ທີ່​ດີ​ຮ່ວມ​ກັນ, ​ແຕ່​ໃນ​ຂະນະ​ນີ້ ຍັງ​ບໍ່ສາມາດ​ເປີດ​ເຜີຍ​​ໄດ້ວ່າ ທຸກ​ຂໍ້​ສະ​ເໜີຈະ​ໄດ້​ຮັບ​ການ​ແກ້​ໄຂ​ ໃນ​ທິດ​ທາງ​ໃດ ​​ແລະ ເຊື່ອວ່າ ​ທຸກ​ບັນຫາ​ທີ່​ເກີດ​ຂຶ້ນ​ຕ້ອງ​ມີ​ຂໍ້​ສະຫຼຸບ ​ໃຫ້​ເປັນ​ເອກະ​ພາບ​ກັນ. ທັງ​ນີ້ທາງ​ບໍລິສັດ ກໍ​ໄດ້​ກະກຽມຈັດ​ກອງ​ປະຊຸມ​ສາມ​ຝ່າຍ ລະຫວ່າງ​ຕົວ​ແທນ​ຜູ້​ໃຊ້​ແຮງ​ງານ, ຜູ້​ອອກ​ແຮງ​ງານ ​ແລະ ກຳມະບານ ຄາດ​ວ່າ​ຈະ​ມີ​ຂຶ້ນ ​ໃນ​ຕົ້ນ​ເດືອນ​ເມສາ​ນີ້ ​ເພື່ອສ້າງ​ຄວາມ​ເຂົ້າ​ໃຈ​ແກ່​ທຸກ​ຝ່າຍ
ທັງໆທີ່ພະນັກງານຄົນໄທທັງໝົດທີ່ບໍລິສັດຈັດຫາງານນໍາເຂົາມາເຮັດວຽນຢູ່ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສານັ້ນບໍ່ມີສີມື ແລະ ຄົນລາວເປັນຜູ້ຝຶກອົບຮົມໃຫ້ ແຕ່ເປັນຫຍັງເງິນເດືອນຂັ້ນພື້ນຖານຈິງສູງກວ່າ
ແຫຼງທີ່ມາ: ຂປລ. ຂ່າວ: ບຸນ​ກອງ

ແບ່ງປັນ