Breaking News

ປູນາ ນາງເອກ MV ເພງທີ່ກຳລັງມາແຮງທີ່ສຸດໃນຕອນນີ້!!!

ແບ່ງປັນ

ປູນາ ອາລິນ່າ ສີວົງໄຊ ນາງເອກ Music Video ເພງ “ຍອມ” ຂອງໜຸ່ມ Tou Hero ທີ່ພໍແຕ່ປ່ອຍເພງກໍສ້າງປະກົດການມີຄົນເວົ້າເຖິງເພງນີ້ເປັນຈຳນວນຫຼວງຫຼາຍ ເພາະນອກຈາກເນື້ອຮ້ອງທີ່ກິນໃຈຄົນໃນສັງຄົມປັດຈຸບັນແລ້ວ ຍັງມີອີກໜຶ່ງຢ່າງທີ່ສາມາດດຶງດູດຜູ້ຄົນເຂົ້າໄປເບິ່ງເພງນີ້ກໍຄື ນ້ອງ ປູນາ ນາງເອກ MV  ເພາະສາວຄົນນີ້ມີດີກຼີເປັນເຖິງນັກຮ້ອງສາວສຽງດີຢູ່ທີ່ຮ້ານບັນເທິງຊື່ດັງແຖວສີຫອມ ແລະ ຍັງເປັນເນັດໄອດໍ້ສາວທີ່ມີຄົນຕິດຕາມເປັນຈຳນວນຫຼວງຫຼາຍ ແລະ ພໍແຕ່ນາງໄດ້ມາສະແດງເພງດັ່ງກ່າວກໍບອກເລີຍວ່າເຮັດໄດ້ດີຫຼາຍ ຫຼາຍໆຄົນຕ່າງພາກັນຍ້ອງວ່ານາງສະແດງໄດ້ດີ ເຖິງໃຈເຖິງອາລົມ ເຮັດໃຫ້ມີຄວາມອິນໄປຕາມໆກັນ, ຈົນຫຼາຍໆຄົນບອກເປັນສຽງດຽວກັນວ່າ ປູນາ ນິແຫຼະທີ່ເປັນນາງເອກ MV ທີ່ມາແຮງທີ່ສຸດໃນຕອນນີ້!!!

#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມໜ້າຮັກຂອງສາວລາວ

ຮູບພາບຈາກ: Alina Sivongxay

ແບ່ງປັນ