ໃນວັນທີ 1 ເມສາ 2017 ທີ່ຜ່ານມາ, ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ໄດ້ຈັດໃຫ້ມີ ພິທີມອບ-ຮັບລາງວັນ ລະດັບປະເທດຈາກ ໂຄງການປະກວດແຕ້ມຮູບໃນຫົວຂໍ້ “ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ” ປະຈໍາປີ 2017 ຂຶ້ນ ເພື່ອເປັນການສົ່ງເສີມການສຶກສາໃຫ້ກັບເຍົາວະຊົນລາວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຮອງສາດສະດາຈານ ປະລິນຍາເອກ ຄຳຜ່າຍ ສີສະຫວັນ ຮອງລັດທະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປະກອນ ວົງວິທະຍາພິຣົມ ປະທານ ຝ່າຍປະຕິບັດການ ສາຍງານຍ່ອຍ ເຂດພູມມິພາກແມ່ນໍ້າຂອງ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ພ້ອມດ້ວຍຕົວແທນຈຳໜ່າຍໂຕໂຍຕ້າຢ່າງເປັນທາງການ ໃນ ສປປ ລາວ, ຄະນະກຳມະການຜູ້ຊົງຄຸນນະວຸດທິ, ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ ແລະ ສື່ມວນຊົນເປັນຈຳນວນຫຼວງຫຼາຍ.
ລາຍຊື່ນ້ອງໆຜູ້ຊະນະເລີດມີດັ່ງນີ້:
• ລຸ້ນອາຍຸ ຕໍ່າກວ່າ 8 ປີ
1. ນາງ ແກ້ວອຳພາ ສາຍສະຫວັນ ເງິນລາງວັນ 5.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ຫ້ອມສະຫວັນ 5.000.000 ກີບ.
2. ທ້າວ ຈິດຕະກອນ ໂພທິສານ ເງິນລາງວັນ 4.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ສອນແຕ້ມຮູບອີດເຕີ້ນອາດ 4.000.000 ກີບ.
3. ທ້າວ ເກດສະໝາ ຈັນທະລາ ເງິນລາງວັນ 3.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ຫ້ອມສະຫວັນ 3.000.000 ກີບ.
4. ນາງ ເມທິກອນ ສີສົມບັດ (ລາງວັນຊົມເຊີຍ) ເງິນລາງວັນ 1.000.000 ກີບ, , ໂຮງຮຽນທີ່ສົ່ງເຂົ້າປະກວດ ຊ້າງນ້ອຍ 1.000.000 ກີບ.
5. ທ້າວ ວິລະສັກ ສຸກສົມຫວັງ (ລາງວັນຊົມເຊີຍ) ເງິນລາງວັນ 1.000.000 ກີບ, , ໂຮງຮຽນທີ່ສົ່ງເຂົ້າປະກວດ ຫ້ອມສະຫວັນ 1.000.000 ກີບ.
• ລຸ້ນອາຍຸ ຕໍ່າກວ່າ 8-11 ປີ
1. ທ້າວ ຄຳພູ ສີຫາລາດ ເງິນລາງວັນ 5.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ຫ້ອມສະຫວັນ 5.000.000 ກີບ.
2. ທ້າວ ແອ່ນດີ້ ແກ້ວວົງສາ ເງິນລາງວັນ 4.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ຫ້ອມສະຫວັນ 4.000.000 ກີບ.
3. ທ້າວ ທັນວາ ດາລາສັກ ເງິນລາງວັນ 3.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ຫ້ອມສະຫວັນ 3.000.000 ກີບ.
4. ນາງ ພິລິສາ ອິນທະວົງ (ລາງວັນຊົມເຊີຍ) ເງິນລາງວັນ 1.000.000 ກີບ, , ໂຮງຮຽນທີ່ສົ່ງເຂົ້າປະກວດ ຫ້ອມສະຫວັນ 1.000.000 ກີບ.
5. ທ້າວ ຊະນະສິນ ໂພທິສານ (ລາງວັນຊົມເຊີຍ) ເງິນລາງວັນ 1.000.000 ກີບ, , ໂຮງຮຽນທີ່ສົ່ງເຂົ້າປະກວດ ສອນແຕ້ມຮູບອີດເຕີ້ນອາດ 1.000.000 ກີບ.
• ລຸ້ນອາຍຸ ຕໍ່າກວ່າ 8-11 ປີ
1. ນາງ ລັດຕະນາ ຈັນດາວົງ ເງິນລາງວັນ 5.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ສີສັດຕະນາກ 5.000.000 ກີບ.
2. ນາງ ນິດຕິພອນ ລິນທອງ ເງິນລາງວັນ 4.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ສີນໄຊ 4.000.000 ກີບ.
3. ນາງ ອາລີ ສີດາພອນ ເງິນລາງວັນ 3.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ສອນແຕ້ມຮູບອີດເຕີ້ນອາດ 3.000.000 ກີບ.
4. ນາງ ສຸກສະຫວັນ ມະນີວົງ (ລາງວັນຊົມເຊີຍ) ເງິນລາງວັນ 1.000.000 ກີບ, ໂຮງຮຽນທີ່ສົ່ງເຂົ້າປະກວດ ສີສັດຕະນາກ 1.000.000 ກີບ.
5. ທ້າວ ເຈມບອນ ຈະເລີນສຸກ (ລາງວັນຊົມເຊີຍ) ເງິນລາງວັນ 1.000.000 ກີບ, , ໂຮງຮຽນທີ່ສົ່ງເຂົ້າປະກວດ ຫ້ອມສະຫວັນ 1.000.000 ກີບ.
ໂຄງການປະກວດແຕ້ມຮູບໃນຫົວຂໍ້ “ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ” ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 11 ໃນລະດັບສາກົນ ເຊິ່ງໃນປີ 2017 ນີ້ໄດ້ຈັດຂຶ້ນຢ່າງຍິ່ງໃຫ່ຍ ດ້ວຍການເປີດກວ້າງການປະກວດຂຶ້ນທົ່ວປະເທດ ໂດຍໄດ້ຮັບຄວາມສົນໃຈຈາກເຍົາວະຊົນ ແລະ ພໍ່ແມ່ຜູ້ປົກຄອງເປັນຈຳນວນຫຼວງຫຼາຍ ແລະ ມີຍອດລວມຜູ້ສະໝັກທັງໝົດຈາກ 18 ແຂວງເຖິງ 4,660 ຄົນ. ໂດຍໄດ້ຮັບກຽດເປັນຄະນະກຳມະການຈາກພາກສ່ວນ ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ແລະ ກົມວິຈິດສິນແຫ່ງຊາດ ເພື່ອຄັດເລືອກຮູບແຕ້ມຈົນໄດ້ຜູ້ຊະນະເລີດໃນແຕ່ລະປະເພດອາຍຸມາຮັບລາງວັນ ໂດຍນ້ອງໆເຍົາວະຊົນຜູ້ຊະນະເລີດຈະໄດ້ຮັບ ທຶນການສຶກສາ, ຂັນລາງວັນ, ໃບປະກາດຊະນີຍະບັດ ແລະ ໂຮງຮຽນຂອງນ້ອງໆທີ່ສົ່ງເຂົ້າປະກວດກໍຈະໄດ້ຮັບການສະໜັບສະໜູນໃນຈຳນວນທີ່ເທົ່າກັນ
ນອກຈາກນີ້ ໂຕໂຍຕ້າໄດ້ເພີ່ມລາງວັນພິເສດ ສຳລັບນ້ອງໆຜູ້ຊະນະເລີດໃນແຕ່ລະປະເພດອາຍຸ ດວ້ຍແພັກແກັດທັດສະນະສຶກສາທີ່ກຸງເທບ ພ້ອມຜູ້ປົກຄອງ 1 ທ່ານ ເປັນເວລາ 2 ມື້ 1 ຄືນ ເຊິ່ງຈະເປັນໂອກາດດີທີ່ນ້ອງໆຈະໄດ້ໄປທ່ຽວຊົມຫໍພິພິທະພັນສິລະປະທີ່ເມືອໄທ ເພື່ອເປັນແຮງບັນດານໃຈໃນການສ້າງຜົນງານຄັ້ງຕໍ່ໄປໃນອະນາຄົດ (ຮ່ວມມູນຄ່າລາງວັນທັງໝົດກວ່າ 128.000.000 ກີບ)
ນອກຈາກນີ້ຜົນງານຂອງຜູ້ທີ່ໄດ້ຮັບລາງວັນຊະນະເລີດອັນດັບທີ່ 1,2,3 ໃນແຕ່ລະປະເພດອາຍຸ ໄດ້ຖືກສົ່ງເຂົ້າຮ່ວມປະກວດ ໃນລະດັບໂລກທີ່ປະເທດຍີ່ປຸ່ນ ຊຶ່ງຈະໄດ້ປະກາດລາງວັນໃນເດືອນ ກໍລະກົດ 2017 ນີ້.