Breaking News

ເມື່ອໜຶ່ງໃນຜູ້ເຂົ້າຮອບ ນາງສັງຂານ ຫຼວງພະບາງ ເຮັດແບບນີ້!! ຊາວເນັດວ່າແນວໃດ?

ແບ່ງປັນ

ເປັນຂ່າວ!!! ດຣາມ່າ ຫຼືບໍ່ເມື່ອໜຶ່ງໃນຜູ້ທີ່ເຂົ້າຮອບ ນາງສັງຂານ ຫຼວງພະບາງ ປີ 2017 ນີ້ໄດ້ເອົາ ເລີງເຄີ່ງ (ມຸງກຸດອັນສັກສິດ ຂອງລູກສາວ ພະຍາກະບິນລະພົມ) ມາໃສ່ເພື່ອຖ່າຍຮູບ ຄວາມຈິງແລ້ວ ເລິງເຄີ່ງ ຫຼືມຸງກຸດນີ້ ຈະໄດ້ຮັບການສວມໃສ່ໂດຍ ນາງສັງຂານຄົນທີ່ໄດ້ຮັບຕໍາແໜ່ງໃນປີກາຍນີ້ ມາໃສ່ໃຫ້ກັບນາງສັງຂານຄົນໃໝ່ ໝາຍຄວາມວ່າຜູ້ທີ່ສາມາດສວມມົງກຸດນີ້ໄດ້ຕ້ອງແມ່ນຄົນທີ່ ໄດ້ຮັບຕໍາແໜ່ງກໍຄື ໄດ້ເປັນນາງສັງຂານະປະຈໍາປີນັ້ນເອງ ແຕ່ເມື່ອສາວ ນາງສັງຂານ ໝາຍເລກ 4 ໜຶ່ງໃນຜູ້ເຂົ້າປະຮອບປີນີ້ໄດ້ນໍາເອົາມົງກຸດມາສວມໃສ່ແບບນີ້ ຫຼາຍຄົນເຫັນກໍໃຫ້ຄໍາເຫັນວ່າ ເປັນການບໍ່ສົມຄວນເປັນຢ່າງຍິ່ງ ແຕ່ອັນນີ້ເຮົາກໍຕັດສິນບໍ່ໄດ້ເນາະ!! ເອົາເປັນວ່າ ສາວໆແຟນໆຂວັນໃຈໃຜມີຄໍາເຫັນແນວໃດ ກໍສະແດງຄວາມຄິດເຫັນຊ່ວຍກັນເດີ້.

By: BeautyGuru

Cr: Newscocoo & page ນາງສັງຂານ ຫຼວງພະບາງ

ແບ່ງປັນ