Breaking News

ຕະລຶງ! ເມື່ອມີສາວລາວໄປໂຊພະລັງສຽງໃນລາຍການ “I CAN SEE YOUR VOICE” (ຄລິບ)

ແບ່ງປັນ

ເປັນທີ່ຮືຮາເມື່ອມີສາວລາວຄົນງາມນາມວ່າ ນາງ ຄອນມີໄຊ ພາໄຊສີສຸນົນ (ລູກໝີ) ອາຍຸ 25 ປີ ໄປຮ່ວມໃນລາຍການ “I CAN SEE YOUR VOICE” (ປະເທດໄທ) ເຊິ່ງເປັນລາຍການເພງທີ່ມີຄົນນິຍົມອີກລາຍການໜຶ່ງ ແລະສາວລາວຄົນນີ້ກໍຍັງໄດ້ໂຊພະລັງສຽງທີ່ສຸດຍອດໃນບົດເພງ ເມຍເກົ່າ ເຊິ່ງເປັນບົດເພງບ້ານນາຂອງໄທ ຈົນເຮັດໃຫ້ທັງກຳມະການ ແລະຜູ້ຊົມຕະລຶງໄປພ້ອມໆກັນ, ນອກຈາກນັ້ນ ລູກໝີ ຍັງໄດ້ແນະນຳຕົວເປັນພາລາວ ແລະ ແນະນຳເຖິງຊຸດປະຈຳຊາດທີ່ນາງໄດ້ນຸ່ງໄປ ແລະຍັງໄດ້ອະທິບາຍຄວາມໝາຍຂອງ ດອກຈຳປາ ວ່າເປັນດອກໄມ້ປະຈຳຊາດຂອງລາວເຮົາ

ມີຄລິບລາຍການມາຝາກແຟນໆນຳເດີ້ ມາເບິ່ງກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ

ທີມງານເຮົາຍັງນຳເອົາຮູບພາບທີ່ໜ້າຮັກຂອງສາວ ລູກໝີ ມາຝາກນຳເດີ້!!!

ຮູບພາບ:Khonmisay Phasaysisounone.

ຂໍຂອບໃຈຄລິບຈາກ: WorkpointOfficial

ແບ່ງປັນ