Breaking News

ຟ້າຜ່າບາດດຽວ ຄວາຍຕາຍ 20 ກວ່າໂຕ

ແບ່ງປັນ

ລາຍງານຈາກປະຊາຊົນຜ່ານເພສນາທີຊີວິດ ໃຫ້ຮູ້ວ່າ: ເມື່ອວັນທີ 9 ພຶດສະພາ 2017 ທີ່ຜ່ານມາໄດ້ເກີດເຫດຟ້າຜ່າ ລົງກາງທົ່ງນາຖືກຄວາຍເຮັດໃຫ້ຄວາມຕາຍພ້ອມກັນບາດດຽວເຖິງ 26 ໂຕ ເຫດການດັ່ງກ່າວເກີດຂຶ້ນທີ່ບ້ານ ນາຂາມ ເມືອງ ຄູນຄໍາ ແຂວງຄໍາມ່ວນ. ຊຶ່ງຄວາຍທັງ 26 ໂຕນີ້ມີ 3 ເຈົ້າທີ່ມີຄວາຍຫຼາຍ ແລະ ນອກຈາກນັ້ນກໍຍັງມີອີກຫຼາຍເຈົ້າ ທີ່ກໍາລັງກິນຫຍ້າຢູ່ທົ່ງນາໃນເວລາຝົນຕົກ ຟ້າໄດ້ຜ່າລົງທົ່ງນາ ເຮັດໃຫ້ກະແສໄຟຟ້າຊ໋ອດຄວາຍທັງ 26 ໂຕລົ້ມລົງກັບທີ່.

ຂອບໃຈ: ນາທີຊີວິດ

ແບ່ງປັນ