ມາຮູ້ຈັກກັບ ແສງມະນີ ຢາທໍ່ຕູ້ (ປ໋ອກ) ແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງຄົນ ແລະ ສົມກັບເປັນເນັດໄອດໍ້ຕົວຈິງສຽງຈິງ ເພາະນາງສາມາດພິສູດແລ້ວວ່ານາງສາມາດເຮັດທຸກໆຢ່າງໄດ້ດ້ວຍຄວາມສາມາດ ເພາະນາງເປັນທັງລັດຖະກອນປະຈຳການຢູ່ທີ່ ສະພາແຫ່ງຊາດ, ເປັນທັງ CEO ຂອງ ລາວເດລີ້ຟາມ ແລະ ເປັນແມ່ຂອງລູກນ້ອຍໄວກຳລັງໜ້າຮັກເຖິງ 3 ຄົນ, ເຊື່ອເລີຍວ່າແຟນເພສຫຼາຍໆຄົນອາດຈະເຄີຍຕິດຕາມນາງຜ່ານເຟສບຸກແດ່ແລ້ວ ເພາະນາງກໍເປັນ ເນັດ ໄອດໍ້ ອີກຄົນໜຶ່ງທີ່ເປັນແບບຢ່າງທີ່ດີໃຫ້ແກ່ໜູ່ເພື່ອນ ແລະນ້ອງໆໄວໜຸ່ມ
ປັດຈຸບັນ ປ໋ອກ ກຳລັງສຳເລັດການສຶກສາປະລິນຍາໂທດ້ານກົດໝາຍທີ່ ສປ.ຈີນ, ຊະນີIndy ແລະ ແຟນໆ ຂໍສະແດງຄວາມຍິນດີນຳເດີ້ ແລະຢ່າລືມນຳສິ່ງທີ່ຮຽນມາເພື່ອພັດທະນາບ້ານເຮົາຕໍ່ໄປ…
#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ
ຂໍຂອບໃຈຮູບພາບຈາກ: Maminé Pockyy