ແກງໜໍ່ໄມ້ເປັນອາຫານພື້ນບ້ານຂອງຄົນລາວເຮົາ ແຕ່ເໜືອຮອດໃຕ້ເລີຍ ເຊິ່ງເປັນອາຫານທີ່ຂຶ້ນຊື່ວ່າແຊບຫຼາຍອີຫລີ ແລະ ທຸກໆຄົນມັກກິນ ແບບປະຕິເສດບໍ່ໄດ້ເລີຍ. ມື້ນີ້! GookGril ຈະມາບອກວິທີ່ເຮັດແກງໜໍ່ໄມ້ ເພາະເຊື່ອວ່າບາງຄົນໄວໜຸ່ມໄວລຸ້ນເຮົາ ຍັງເຮັດແກງໜໍ່ບໍ່ເປັນ ແຕ່ມັກກິນຕະຫຼອດ ແມ່ນບໍ່?. ແຕ່ຕໍ່ໄປນີ້ ການເຮັດແກງໜໍ່ກິນເອງບໍ່ບ້ານຈະບໍ່ຄິດຍາກອີກຕໍ່ໄປ ເຮົາກໍສາມາດເຮັດກິນເອງດ້ວຍວິທີງ່າຍໆ ທີ່ GookGril ນຳມາບອກ ອີກຢ່າງສ່ວນປະກອບຕ່າງໆທີ່ຈະເຮັດແກງໜໍ່ໄມ້ ດຽວນີ້ກໍສະດວກສະບາຍເພາະແມ່ຄ້າຢູ່ຕະຫຼາດເພິ່ນເຮັດເປັນຊຸດ, ເປັນກອງ ໄວ້ຂາຍໂດຍສະເພາະເລີຍກໍມີ.
ສ່ວນປະກອບ: ໜໍ່ໄມ້, ໝາກອຶ, ໝາກບວບ, ຍອດໝາກອຶ, ເຂົ້າເບືອ, ເຫັດຂາວ ຫຼື ເຫັດຫູໜູ, ປາແດກ, ຢານາງ, ຜັກຂະແຍງ, ໝາກເຜັດ, ໝາກແຄ້ງຟ້າ(ບາງທ້ອງຖິ່ນກໍ່ບໍ່ໃສ່).
ການກະກຽມ: ໜໍ່ໄມ້ຊອຍເປັນຕ່ອນພໍດີ, ໝ່າເຂົ້າເບືອແລ້ວຕຳໃສ່ກັບໝາກເຜັດ, ຢານາງຄັ້ນນ້ຳໄວ້, ໝາກອຶຕັດເປັນຕ່ອນພໍດີຄຳ, ສ້ອມຍອດໝາກອຶເອົາເຍືອກອອກ.
ວິທີເຮັດ: ກ່ອນອື່ນຄ້າງໝໍ້ນ້ຳລ້າແລ້ວຕົ້ມໜໍ່ໄມ່ທີ່ຕຽມມາໃຫ້ຈືດ. ຫຼັງຈາກນັ້ນກໍປ່ຽນນ້ຳອອກແລ້ວເອົານ້ຳຢານາງໃສ່, ຫຼັງຈາກນໍ້າຟົດແລ້ວເອົາເຂົ້າເບືອທີ່ຕຳໃສ່ໝາກເຜັດລົງ, ໃສ່ໝາກອຶ, ໝາກບວບ ແລະ ໝາກແຄ້ງຟ້າ(ບາງທ້ອງຖຶ່ນກໍ່ບໍ່ໃສ່ໝາກແຄ້ງ) ແລ້ວຕາມດ້ວຍເຫັດ, ໝາກເຜັດເປັນໜ່ວຍ, ພໍໃກ້ຈະສຸກກໍເອົາຍອດໝາກອຶລົງກັບປາແດກແລ້ວປຸງລົດຊາດຕາມໃຈມັກ ສຸດທ້າຍກໍເອົາຜັກຂະແຍງລົງ ຫຼື ຜັກຂະກໍໄດ້.
ໝາຍເຫດ:ແກງໜໍ່ໄມ່ທາງພາກເໜືອກັບພາກໃຕ້ຈະບໍ່ຄືກັນ. (ສຳລັບໃຜມີວີທີເຮັດແບບພາກເໜືອ ແລະ ພາກກາງ ສາມາດແນະນຳບອກແອັດໄດ້ເດີ!)