Breaking News

ເລື່ອງຂອງເມຍທີ່ສູ້ຊີວິດ ນີ້ຄືຊີວິດຈິງ ເລື່ອງຈິງ ບໍ່ແມ່ນລະຄອນ!!!

ແບ່ງປັນ

ບົດຄວາມສອນໃຈໃຫ້ແມ່ຍິງທຸກຄົນກັບມາຮັກຕົວເອງ!

 

ແຕ່ກ່ອນມີ2ຜົວເມຍ1 ພວກເຂົາກໍ່ຮັກກັນດີມີລູກນຳກັນ 1ຄົນ ທຸກມື້ເຂົາກໍ່ກັນທຳມາຫາກິນຢູ່ຕໍ່ມາ ເມຍລາວໄດ້ຖືພາລູກຜູ້ທີ2 ຜົວທີ່ເຄີຍຮັກຄອບຄົວ ເມື່ອເສດຖະກິດດີຂຶ້ນ ກໍ່ປ່ຽນໄປຈາກບໍ່ທ່ຽວ ກໍ່ໄປຫລິ້ນທຸກຄືນປະໃຫ້ເມຍ ແລະ ລູກນອນນຳກັນ ມີຄືນ1 ຜົວອອກໄປຫລິ້ນຮ້ານເບຍ ເມຍໄດ້ໂທນຳ ແຕ່ຜົວບໍ່ຍອມຮັບສາຍໂທຕະຫລອດຫລາຍຮ້ອຍສາຍໂທທຸກ 5ນາທີ ທຸກ 10ນາທີ ທຸກ 15ນາທີຈົນກວ່າຜົວຊິຮັບສາຍ ໃນທີ່ສຸດຜົວລາຍກໍ່ຮັບສາຍ ແຕ່ໃນສາຍນັ້ນມີສຽງຜູ້ຍິງເອາະແອະຢູ່ທາງຂ້າງ ສຽງເພງດັງແຮງໆເມຍກໍ່ໄດ້ຜົວວ່າຜົວຢູ່ໃສ ຜົວບອກວ່າຢູ່ຮ້ານ….ເມຍໄດ້ອູ້ມລູກນ້ອຍ 5ປີທີ່ນອນຫລັບຢູ່ ຂຶ້ນລົດໄປນຳທັງທີ່ຕົນເອງທ້ອງໃຫຍ່ກຽມຊິອອກລູກ ຫລັງຈາກຕິດຈັກລົດໄດ້ ລາວກໍ່ຮີບເລັງອອກໄປທັນທີຢຽບຄວາມໄວບໍ່ຮູ້ວ່າເທົ່າໃດ ແຊງລົດທຸກຄັນທີ່ຂວາງຫນ້າຈົນຂຶ້ນຮອດທາງດ່ວນ ລາວກໍ່ເລັ່ງເຕັມທີ່ເພາະລົດບໍ່ຫລາຍແຕ່ຕອນກຳລັງຈະລົງຄ້ອຍທາງດ່ວນນັ້ນ ໄດ້ມີລົດກະບະຄັນຫນຶ່ງຂີ່ມາຕັດພໍດີ ລາວພະຍາຍາມທີ່ຈະບີບແກໃຫ້ຄັນນັ້ນຫລີກ ໃນໃຈລາວຄິດວ່າຄືຈະບໍ່ລອດແລ້ວ ລາວຈຶ່ງຈັບມືລູກຂອງລາວໄວ້ແລ້ວບອກລູກຂອງລາວວ່າແມ່ຂໍໂທດ ແລ້ວລາວກໍ່ຫມຸນພວງມະໄລລົດ ຈາກນັ້ນລົດລາວໄດ້ຫມຸນຫລາຍຮອບຈົນໄປຕຳກັບຂ້າງທາງ ລາວໄດ້ຕັ້ງສະຕິໄດ້ ລາວລຸກຊອກລູກຂອງລາວ ແລະ ເຫັນລູກລາວລົງໄປນອນຢູ່ພື້ນລົດລາວໄດ້ອູ້ມລູກຂຶ້ນມານັ່ງກອດ ບອກລູກຂອງລາວວ່າແມ່ຂໍໂທດ ແມ່ບໍ່ຫນ້າຈະໃຈຮ້ອນປານນີ້ເຊື່ອບໍ່ວ່າ ຖ້າລາວກັບໄປເວລາກ່ອນຫນ້ານີ້ໄດ້ ລາວຈະບໍ່ອອກໄປແບບນີ້ເພາະຂະຫນາດລູກເມຍຈະເປັນຈັ່ງໃດ ຜົວບໍ່ເຄີຍສົນ ເມຍທ້ອງໃຫຍ່ຈະເກີດລູກແລ້ວຍັງໄປຫລິ້ນໄດ້ ຖ້າເຮົາ ແລະ ລູກ ເປັນຫຍັງໄປ ຜົວກໍ່ບໍ່ຮູ້ຢູ່ດີ, ສະນັ້ນເຮົາຄວນຈະຮັກໂຕເອງ ແລະ ລູກດີກວ່າຈະໄປເສຍເວລາກັບຜູ້ຊາຍຊົ່ວໆແນວນັ້ນ.
ຢ່າລືມຄົນທີ່ເຄີຍຢູ່ທາງຂ້າງທ່ານກ່ອນຈະມາຮອດຈຸດນີ້ໄດ້ ບໍ່ມີໃຜເຫັນຄ່າເຮົາຫລາຍໄປກວ່າຄົນໃນຄອບຄົວ ຂໍເປັນກຳລັງໃຈໃຫ້ກັບແມ່ຍິງທຸກໆຄົນທີ່ກຳລັງປະສົບກັບບັນຫາຊີວິດ ສູ້ໆ!!!

ຂໍຂອບໃຈທີ່ມາຈາກ: https://www.facebook.com/571756722895980/photos/a.576617299076589.1073741835.571756722895980/1171832326221747/?type=3

ແບ່ງປັນ