Breaking News

ເຮັດເອົາແຟນຄລັບນໍ້າຕາແຕກ!!! ເມື່ອ ເຈ້ຍ ປາຊິຟິກ ໂພສຂໍ້ຄວາມຊຶ້ງກິນໃຈແບບນີ້…

ແບ່ງປັນ

ຄົບກັນມາກໍຫຼາຍປີສຳລັບຄູ່ຮັກຢ່າງ ອ້າຍ ເຈ້ຍ ປາຊີຟິກ ແລະ ເອື້ອຍ ໄຊ ຫວານໃຈຂອງເພິ່ນ ຈົນຫຼ້າສຸດວັນທີ 14 ພຶດສະພາ 2017 ທີ່ຜ່ານມາ ອ້າຍ ເຈ້ຍ ກໍໄດ້ອອກມາໂພສຮູບພາບ ແລະ ຄຳອະທິບາຍທີ່ຊວນໃຫ້ແຟນຄລັບນໍ້າຕາແຕກ ເພາະໃນຂໍ້ຄວາມນັ້ນ ອ້າຍ ເຈ້ຍ ໄດ້ໂພສວ່າ: “ຄົບຮອບ 15ປີ 6ເດືອນ ຂ້ອຍເປັນຜູ້ຊາຍທີ່ໂຊກດີຫລາຍ ທີ່ໄດ້ພົບກັບແມ່ຍິງຄົນນີ້ ເລື່ອງຫນ້າຕາເຮົາກະຕ່າງກັນໄກ ເລື່ອງຖານະ ແຫ່ງບໍ່ໄກ້ ແຕ່ລາວຍັງໃຫ້ໂອກາດຂ້ອຍພິສູດໂຕເອງ ຈົນມາຮອດມື້ນີ້ຂ້ອຍຍັງບໍມີຫຍັງເປັນຊີ້ນເປັນອັນ ແຕ່ດຽວນີ້ທີ່ຍັງມີຢູ່ນັ້ນກໍ່ຄື ຄວາມສະເຫມີຕົ້ນສະເຫມີປາຍ ຂອບໃຈ ໄຊ ທີ່ຮັກ ເຈ້ຍ ມາຕະຫລອດ 15ປີ ຜ່ານມາເຄີຍເປັນແນວ ຕໍ່ໄປນີ້ ເຈ້ຍ ຈະເຮັດໃຫ້ດີທີ່ສຸດ” ພໍແຕ່ໂພສກໍເຮັດໃຫ້ມີແຟນໆເຂົ້າມາໃຫ້ກຳລັງໃຈ ແລະ ກົດໄລ້ກົດແຊຣກັນແບບສະໜັ່ນຫວັ່ນໄຫວ…

ຄວາມຮັກເປັນສິ່ງທີ່ງົດງາມ ບໍ່ວ່າເຮົາຈະແຕກຕ່າງກັນເລື່ອງໜ້າຕາ ຖານະ ຫຼື ບຸກຂະລິກ ແຕ່ຖ້າ 2 ຄົນໄດ້ຮັກກັນແລ້ວກໍຄົງຈະບໍ່ມີຫຍັງມາຫ້າມໄດ້, ຢ່າງໃດກໍຂໍໃຫ້ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ຮັກກັນດົນໆ ແລະ ມີຂ່າວດີໄວໆເດີ້ ເພາະແຟນຄລັບຖ້າລຸ້ນຟັງຂ່າວດີຢູ່…!!!

By: ຊະນີIndy

ຂໍຂອບໃຈຮູບພາບ: Jear Pacific

 

ແບ່ງປັນ