Breaking News

ຢ່າປ່ອຍໃຫ້ຄຳຖາມຈາກສັງຄົມມາກະທົບຄຸນຄ່າໃນຕົວເຮົາ!!!

ແບ່ງປັນ

ແລງໆແບບນີ້ມາພົບກັນອີກແລ້ວກັບບົດຄວາມດີໆທີ່ຈະຊ່ວຍສ້າງຄຸນຄ່າ ສ້າງພະລັງ ສ້າງແຮງບັນດານໃຈດີໆໃຫ້ກັບໝູ່ເພື່ອນທຸກຄົນ ເຊິ່ງມື້ນີ້ ຊະນີIndy ກໍໄດ້ໄປຊອກເຟັ້ນເອົາບົດຄວາມດີໆຈາກບົດຄວາມຂອງແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງທ່ານນັ້ນກໍຄືບົດຄວາມຈາກ ເອື້ອຍ ວັນທະວີ ສຸພານຸວົງ ເຊິ່ງເພິ່ນກໍເປັນແມ່ຍິງທີ່ເກັ່ງຮອບດ້ານ ນັກປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ, ທີ່ປຶກສາທາງດ້ານກົດໝາຍ ແລະ ເພິ່ນກໍຍັງເປັນ ບັນນາທິການ ວາລະສານ ຂວັນໃຈ ຂອງເຮົານຳ, ເຊິ່ງບົດຄວາມທີ່ນຳມາຝາກກັນໃນມື້ນີ້ກໍຄື “ຄຳຖາມສັງຄົມກັບຄຸນຄ່າໃນຕົວເຮົາ” ລອງມາອ່ານບົດຄວາມດີໆນີ້ໄດ້ເລີຍ!!!

#ຢ່າລືມແຊຣບົດຄວາມດີໆເພື່ອເປັນກຳລັງໃຈໃຫ້ແມ່ຍິງທຸກໆຄົນ

“ຢ່າປ່ອຍໃຫ້ຄຳຖາມເຫຼົ່ານີ້ .. ກະທົບຄຸນຄ່າໃນຕົວເຮົາ”

ສາວໂສດຮູ້ສຶກແນວໃດ ເມື່ອໄດ້ຍິນຄຳຖາມເຫຼົ່ານີ້: “ມີແຟນລະ?” “ແຕ່ງງານລະ?” ຫຼື “ປານໃດຊິແຕ່ງ?” ແລ້ວຍັງແຖມທ້າຍອີກວ່າ “ຫັ້ນແຫຼະ ເລືອກຫຼາຍນະ” … ມັນກະທົບຄຸນຄ່າທີ່ເຮົາໃຫ້ໂຕເອງແມ່ນບໍ່? ບາງຄົນອາດຈະຮູ້ສຶກວ່າ ເຮົາບົກພ່ອງ? ເຮົາບໍ່ດີພໍ? ເຮົາຕັ້ງເງື່ອນໄຂຫຼາຍໂພດ? ຫຼືເຮົາບໍ່ແມ່ນແບບທີ່ຜູ້ຊາຍຕ້ອງການ? ຈຶ່ງໄຮ້ຄູ່ຄຽງຂ້າງກາຍ.

ນາງນຸດ (ນາມສົມມຸດ) ກໍ່ເປັນຜູ້ໜຶ່ງທີ່ຕົກຢູ່ໃນສະຖານະການດຽວກັນນີ້. ນຸດເປັນສາວຄວາມສາມາດສູງ, ມັກເຮັດວຽກສັງຄົມ, ມີຈິດໃຈດີ ແລະມີສຽງຫົວເປັນເອກະລັກ, ນາງເປັນທີ່ຮັກຂອງໝູ່ຄູ່ ແລະຍັງເປັນຜູ້ທຳອິດທີ່ໝູ່ຄິດຮອດ ເມື່ອມີບັນຫາ. ທຸກຄັ້ງທີ່ຖືກຕັ້ງຄຳຖາມເລື່ອງແຕ່ງງານ, ນຸດກໍ່ຈະຍິ້ມ ແລະຕອບຢ່າງໝັ້ນໃຈສະເໝີວ່າ “ຍັງບໍ່ເຈິຄົນທີ່ຢາກຢູ່ນຳຕະຫຼອດຊີວິດ”

ແຕ່ຫຼັງຈາກວັນເກີດ ຄົບຮອບ 30 ປີ, ເບິ່ງຄືວ່າສຽງຜູ້ຄົນອ້ອມຂ້າງ ທີ່ຕັ້ງຄຳຖາມກັບສະຖານະພາບໂສດຂອງນຸດ ນັບມື້ນັບຫຼາຍຂຶ້ນ, ດັງຂຶ້ນ, ຈົນເຮັດໃຫ້ນຸດເລີ່ມຫວັ່ນໄຫວ, ບໍ່ແນ່ໃຈໃນຄຸນຄ່າຂອງຕົນເອງ ແລະຄວາມໝັ້ນໃຈທີ່ເຄີຍມີກໍ່ຄ່ອຍໆຫຼຸດລົງ.

ດັ່ງນັ້ນ, ເພື່ອພິສູດໃຫ້ສັງຄົມອ້ອມຂ້າງເຫັນວ່າ ຕົນເອງບໍ່ໄດ້ບົກພ່ອງຫຍັງ, ນຸດຈຶ່ງຕັດສິນໃຈວ່າ ປີນີ້ຕ້ອງມີແຟນ ແລະແຕ່ງງານໃຫ້ໄດ້.

.. ແລະແລ້ວ ນາງນຸດ ກໍ່ພົບກັບຊາຍຄົນໜຶ່ງທາງສື່ສັງຄົມອອນລາຍ, ລາວເປັນລູກຊອດລາວ-ຝະລັ່ງ ທີ່ຢາກມາໃຊ້ຊີວິດຢູ່ເມືອງລາວ, ຢາກແຕ່ງງານກັບສາວລາວ ແລະຢາກດຳເນີນທຸລະກິດຢູ່ລາວ, ຊື່ວ່າ: ເດວິດ (ນາມສົມມຸດ).

ເດວິດ ເປັນໜຸ່ມໃຫຍ່ຄວາມຮູ້ສູງ, ສຸພາບ ແລະໜ້າຕາດີ. ພາຍຫຼັງທີ່ລົມກັນທາງອອນລາຍຮອດ ເດືອນທີ 3 ເດວິດ ກໍ່ເດີນທາງມາຫານຸດ ທີ່ນະຄອນຫຼວງວຽງຈັນ. ເຖິງວ່າເປັນພຽງໄລຍະເວລາສັ້ນໆ ທີ່ທັງສອງໄດ້ພົບ ແລະຮຽນຮູ້ກັນ, ແຕ່ເພື່ອໃຫ້ບັນລຸເປົ້າໝາຍຂອງຕົນ ນຸດຈຶ່ງຕົກລົງແຕ່ງງານກັບເດວິດແບບງ່າຍດາຍ.

ແຕ່ຊີວິດຈິງ ບໍ່ແມ່ນເທບນິຍາຍ ທີ່ເຈົ້າຊາຍໄດ້ແຕ່ງງານກັບເຈົ້າຍິງ ແລ້ວຈະຢູ່ຢ່າງມີຄວາມສຸກຕະຫຼອດໄປ .. ເພາະນຸດພັດຕ້ອງປະສົບກັບຊີວິດຄອບຄົວທີ່ເກີນກວ່າຈະຈິນຕະນາການໄດ້.
……
ຫຼັງຈາກແຕ່ງງານ, ເດວິດໃຊ້ຊື່ຂອງນຸດ ເພື່ອຂໍປະຕັງເປີດບໍລິສັດທ່ອງທ່ຽວ ແລະຂໍໃຫ້ນຸດລາອອກຈາກວຽກປະຈຳ ເພື່ອມາຊ່ອຍກິດຈະການຄອບຄົວ. ນຸດເອງກໍ່ຍິນດີປະຖິ້ມຄວາມຝັນ ແລະລາຍຮັບຂອງຕົນເອງ ເພື່ອປະຕິບັດໜ້າທີ່ເມຍທີ່ດີ.

ເມື່ອຢູ່ກິນກັນໄປໄລຍະໜຶ່ງ ນຸດພົບວ່າ ເດວິດເປັນຄົນມັກເກັບຕົວ ເສີຍຊາ ແລະອາລົມຮ້າຍ. ເວລາມີເລື່ອງບໍ່ພໍໃຈ ເດວິດ ຈະຄວບຄຸມໂຕເອງບໍ່ໄດ້, ມັກຈະຮ້ອງໂວຍວາຍ, ດູຖູກ ປ້ອຍດ່າ ດ້ວຍຄຳເວົ້າທີ່ຫຍາບຄາຍ, ຂົ່ມຂູ່ຕ່າງໆນາໆ ແລະເຖິງຂັ້ນລົງມືທຳຮ້າຍນຸດໃນບາງຄັ້ງ.

ນຸດຕ້ອງຕົກຢູ່ໃນສະຖານະການທີ່ຫົດຫູ່ ແລະຢ້ານກົວ, ຄຸນຄ່າແລະຄວາມໝັ້ນໃຈທີ່ເຄີຍມີ ບໍ່ເຫຼືອອີກແລ້ວ! ເພາະບໍ່ວ່າຈະເຮັດຫຍັງ ກໍ່ໍບໍ່ເຄີຍຖືກໃຈ ຜູ້ເປັນຜົວເລີຍຈັກຄັ້ງ, ແຕ່ລະມື້ໄດ້ຍິນແຕ່ຄຳເວົ້າ ທີ່ຕອກຍໍ້າຄວາມຜິດພາດວ່າ “ເຈົ້າຜິດ” “ເຈົ້າໂງ່” “ເຈົ້າຈ້າ” “ເຈົ້າບໍ່ມີຄ່າ” ຫາກນາງກ້າຖຽງ ກໍ່ຈະຖືກທຳຮ້າຍ …

ເວລາຜ່ານໄປ ຈາກວັນເປັນເດືອນ ຈາກເດືອນເປັນປີ .. ຄວາມສຳພັນທີ່ໂຫດຮ້າຍ ໄດ້ທຳລາຍ ແມ່ຍິງທີ່ກະຕືລືລົ້ນ, ມີຄວາມສາມາດ, ຮອຍຍິ້ມ, ສຽງຫົວ ໃຫ້ຕາຍໄປຈາກຕົວຕົນຂອງນຸດ. ມື້ນີ້, ນຸດກາຍເປັນແມ່ຍິງເໝີ່ລອຍ ຢ້ານຄວາມຜິດພາດ ບໍ່ກ້າເຮັດສິ່ງໃໝ່ໆ ບໍ່ຢາກພົບປະຜູ້ຄົນ ແລະບໍ່ກ້າຄາດຫວັງເຖິງຄຳວ່າ “ຄວາມສຸກ” ໃນຊີວິດອີກ ເພາະຄິດວ່າ ຄົນແບບລາວບໍ່ຄູ່ຄວນ
….
ໃນສັງຄົມເຮົາ ຍັງມີແມ່ຍິງຈຳນວນຫຼວງຫຼາຍ ທີ່ໃຊ້ຊີວິດຢ່າງໂຫຍຫາຄວາມຮັກ ແລະດິ້ນຮົນຊອກຫາຄູ່ຢ່າງໜັກ, ພຽງເພື່ອຢາກພິສູດຄຸນຄ່າຂອງຕົນເອງ ແລະຢາກໄດ້ຮັບການຍອມຮັບຈາກສັງຄົມ.

ອາດບໍ່ແມ່ນແມ່ຍິງທຸກຄົນທີ່ຈະໂຊກຮ້າຍໃນຊີວິດຄູ່ ຄືກັນກັບນຸດ, ແຕ່ເລື່ອງລາວຂອງນຸດ ກໍ່ເປັນບົດຮຽນໜຶ່ງທີ່ສະແດງໃຫ້ພວກເຮົາເຫັນວ່າ: ເມື່ອໃດກໍ່ຕາມທີ່ເຮົາຫຼຸດຜ່ອນຄຸນຄ່າໃນໂຕເອງລົງ ເມື່ອນັ້ນຄວາມສ່ຽງໃນຊີວິດເຮົາກໍ່ຈະເພີ່ມຂຶ້ນ, ເພາະເຮົາຈະອະນຸຍາດໃຫ້ຄົນທີ່ບໍ່ຄູ່ຄວນ ເຂົ້າມາໃນຊີວິດ.

ເພາະທ້າຍທີ່ສຸດແລ້ວ, ບັນດາບຸກຄົນທີ່ຕັ້ງຄຳຖາມກັບຊີວິດເຮົາທັງຫຼາຍ ກໍ່ບໍ່ໄດ້ມາຢູ່ຄຽງຂ້າງ ເພື່ອຮ່ວມເຈັບປວດ ໃນຍາມຊີວິດເຮົາຕົກຕຳ່ ແລະບໍ່ເຄີຍມາຮ່ວມແກ້ໄຂຫຍັງ ໃຫ້ຊີວິດເຮົາດີຂຶ້ນ.

ສະນັ້ນ, ລອງຖາມໂຕເອງເບິ່ງວ່າ ທຸກມື້ນີ້ ເຮົາຫວັ່ນໄຫວກັບ “ຄຳຖາມສັງຄົມ” ຫຼາຍໜ້ອຍປານໃດ .. “ເຮົາຟັງສຽງຄົນອື່ນ ຫຼາຍກວ່າສຽງຫົວໃຈໂຕເອງ” ແມ່ນ ຫຼືບໍ່? ເພາະຖ້າຄຳຕອບຄື “ແມ່ນ” ອາດເປັນສັນຍານເຕືອນວ່າ ຊີວິດທ່ານກຳລັງຕົກຢູ່ໃນຄວາມສ່ຽງ…

ຂໍຂອບໃຈບົດຄວາມ ແລະ ຮູບພາບຈາກ:  ແມ່ຍິງຕ້ອງຮູ້ ໂດຍ ວັນທະວີ Mae Ying Tong Hu

ແບ່ງປັນ