Breaking News

ຊົມເຊີຍ! ສິລະປິນລາວດັງໄກ ກຽມໂຊຜົນງານທີ່ປະເທດຍີ່ປຸ່ນ!!!

ແບ່ງປັນ

ສິລະປິນຈາກຄ້າຍ Indee records ກຽມຮ່ວມງານ LAO FESTIVAL 2017 TOKYP JAPAN

ບຸນ​ລາວ ຫຼື Lao Festival ຈັດ​ຂຶ້ນ​ທຸກ​ປີຜ່ານ​ມທີ່ສວນ​ສາ​ທາ​ລະ​ນະ YOYOGI ແຂວງ​ໂຕ​ກຽວ​ປະ​ເທດ ຍີ່​ປຸ່ນ ໃນ​ລະ​ຫວ່າງ ເດືອນ ພຶດ​ສະ​ພາ ຂອງ​ທຸກໆ​ປີ ເຊິ່ງສິ​ລະ​ປິນ ຈາກ​ລາວ ໄດ້​ເຂົ້າ​ຮ່ວມ​ສະ​ແດງຜົນ​ງານ ແລະ ວັດ​ທະ​ນະ​ທຳ ຢ່າງ​ເປັນ​ຂະ​ບວນ​ຕະ​ຫຼອດ​ມາ ແລະ ມາ​ໃນ​ປີ​ນີ້ກໍ​ຈະໄດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ່ 27-28/5/2017.

ເຊິ່ງປີນີ້ສິ​ລະ​ປິນຈາກຄ້າຍ ອິນ​ດີ້ ເຣັກ​ຂອດ ນຳ​ທີມໂດຍ ສັກ ເຊວ​ສ໌, ນ້ຳ​ຝົນ ແລະ ໂອ​ລ້າ ແບ​ລັກ​ອ້າຍ ກໍ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມງານ​ອີກ​ຄັ້ງ ເຊິ່ງ ທັງ​ສາມ​ໄດ້​ກຽມ​ທັງ​ເພງຮິ​ດ ຂອງ​ຕົນ ແລະ ເພງດັງ​ໃນ​ຄ້າຍ ​ອິນ​ດີ້ ເຣັກ​ຂອດ ລວມ​ເຖິງເພງ ບາ​ສະ​ລົບ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ ເພງ​ປະ​ຕິ​ວັດ ແລະ ບົດ​ຟ້ອນ​ຕ່າງໆ​ເຂົ້າ​ສະ​ແດງ​ນຳ​ອີກ

ແຕ່​ລະ​ປີ​ບຸນ​ລາວຢູ່ທີ່ ປະເທດຍີ່ປຸ່ນ ​ໄດ້​ຮັບ​ຄວາມ​ນິ​ຍົມ​ ແລະ ມີ​ຄົນ​ເຂົ້າ​ງານ​ຫຼາຍ​ຂຶ້ນ​ທຸກ​ປີ ໂດຍປີ​ທີ່​ຜ່ານ​ມາມີ​ຈຳ​ນວນ​ຜູ້​ເຂົ້າ​ຊົມ​ງານ​ທັງ ​ສ​ອງ​ມື້ ສອງ​ຄືນ ຈຳ​ນວນກ່​ວາ 100.000 ຄົນ ແລະ ປີ​ນີ້ຫວັງວ່າຈະມີຄົນມາຮ່ວມງານຫຼາຍຂຶ້ນກວ່າເກົ່າແນ່ນອນ!!!

#ແຊຣໄປໃຫ້ໂລກຮູ້ຄວາມສາມາດຂອງຄົນລາວ

ແບ່ງປັນ