Breaking News

ຮູ້ແລ້ວຜົມງາມ!! ກັບ 7 ວິທີສະຜົມ ເຮັດເອງໄດ້ບໍ່ຕ້ອງງໍ້ຮ້ານ

ແບ່ງປັນ

ສາວໆໝັ້ນໃຈແລ້ວບໍ່ວ່າສະຜົມຖືກວິທີແລ້ວ? ມາເບິ່ງວິທີສະຜົມ ທີ່ທາງຂັວນໃຈເອົາມາຕ້ອນກັນໃນມື້ນີ້ໄປສົມທຽບກັນເບິ່ງເລີຍ! ຕ້ອງບອກເລີຍວ່າຖ້າຮູ້ແລ້ວຜົມທີ່ງາມ ແລະ ສຸຂະພາບດີຈະເປັນຂອງເຈົ້າຢ່າງແນ່ນອນ ແຖມຍັງສາມາດເຮັດເອງໄດ້ງ່າຍໆ ໂດຍບໍ່ຕ້ອງງໍ້ຮ້ານນໍາອີກ ເຊິ່ງເຊື່ອວ່າບາງຄົນອາດຈະບໍ່ເຄີຍຮູ້ມາກ່ອນກໍເປັນໄດ້ ຄັ້ນຊັ້ນເຮົາໄປຮູ້ຈັກພ້ອມກັນເລີຍວ່າມີວິທີໃດແດ່?

  1. ບໍ່ຈໍາເປັນຕ້ອງສະຜົມທຸກມື້: ການສະຜົມຄືການລ້າງເອົານໍ້າມັນຢູ່ເທິງຜົມອອກ ແລ້ວສາວໆຮູ້ ຫຼືບໍ່ວ່ານໍ້າມັນພວກນີ້ແຫຼະທີ່ຊ່ວຍລ້ຽງຮາກຜົມ ເຮັດໃຫ້ຜົມແຂງແຮງເງົາງາມ! ເຊິ່ງການສະຜົມທຸກມື້ຈະເຮັດໃຫ້ໜັງຜົມຂອງເຮົາແຫ້ງ ແລະ ເກີດບັນຫາຜົມຂາດ ຜົມຫຼົ່ນໄດ້ງ່າຍອີກ ດັ່ງນັ້ນເວລາເໝາະສົມທີ່ຈະສະຜົມຄື ທຸກໆ 2 ມື້ເດີ້ ໄປປະຕິບັດຊະຖ້າບໍ່ຢາກໃຫ້ຜົມຫຼົ່ນໝົດຫົວ!

2.​ ກ່ອນສະໃຫ້ບໍາລຸງດ້ວຍ ເບບີອອຍ: ເປັນການບໍາລຸງ ແລະ ກຽມຄວາມພ້ອມກ່ອນສະຜົມ ເຮັດໃຫ້ຜົມນຸ່ມມື່ນຂຶ້ນ ງ່າຍຕໍ່ການສະຜົມ! ພຽງແຕ່ທາເບບີອອຍໃຫ້ທົ່ວເສັ້ນຜົມ ແລ້ວໝັກປະໄວ້ 20 ນາທີພໍປະມານ ແລ້ວຈຶ່ງສະຜົມ

3. ຫວີຜົມກ່ອນສະຜົມທຸກຄັ້ງ: ການຫວີຜົມກ່ອນສະຜົມ ນອກຈາກຈະເຮັດໃຫ້ເສັ້ນຜົມຊື່ເປັນລະບຽບງາມ, ຫຼຸດການຂາດ, ຫຼົ່ນຈາກຜົມພັນກັນລະຫວ່າງສະຜົມແລ້ວ ຍັງເຮັດໃຫ້ແຊມພູ ແລະ ຄຼີມນວດເຂົ້າບໍາລຸງເສັ້ນຜົມໄດ່ທົ່ວເຖິງຫຼາບຂຶ້ນ ອີກຢ່າງກໍເປັນການຫວີເອົາຂີ້ຝຸ່ນ ສິ່ງປົນເປື້ອນ ຫຼືເສັ້ນຜົມທີ່ຕາຍແລ້ວອອກມານໍາອີກ

4. ໃຊ້ຄຼິມນວດກ່ອນແຊມພູ: ຮູ້ບໍ່ວ່າການໃຊ້ຄຼີມນວດກ່ອນຈະເຮັດໃຫ້ຜົມສຸຂະພາບດີ ເງົາງາມກວ່າການໃຊ້ແຊມພູກ່ອນຫຼາຍ ເພາະຫຼັງຈາກທີ່ເຮົາຫົດນໍ້າໃສ່ເສັ້ນຜົມ ເກັດຜົມຈະເປີດເຊິ່ງຖ້າບໍາລຸງໃນໄລຍະນີ້ ກໍຈະເຮັດໃຫ້ເສັ້ນຜົມໄດ້ຮັບການບໍາລຸງໄດ້ເຕັມທີ່! ແລະ ອີກປະເດັນໜຶ່ງຖ້າໃຊ້ຄຼີມນວດຕາມຫຼັງ ອາດຈະເກີດບັນຫາລ້າງບໍ່ສະອາດ ເປັນທີ່ມາຂອງຂີ້ລັງແຄ ແລະ ຍັງເຮັດໃຫ້ໜັງຫົວມັນນໍາອີກ

5. ສະຜົມ 2 ເທື່ອ: ຂໍ້ນີ້ສາວໆຄົງຈະຮູ້ດີເນະ! ເນື່ອງຈາກຜົມເຮົາມີຄວາມມັນ, ຝຸ່ນ ແລະ ສິ່ງປົນເປື້ອນຢູ່ ການສະຜົມຮອບທໍາອິດຈຶ່ງເປັນການຊໍາລະລ້າງສິ່ງເຫຼົ່ານັ້ນອອກໄປ ແລ້ວຮອບທີສອງໃຫ້ນວດຫົວເບົາໆ ເພື່ອກະຕຸ້ນການໄຫຼວຽຮຂອງເລືອດ ໃຫ້ຜົມນຸ່ມງາມ ສຸຂະພາບດີໄປອີກ

6. ໝັກຜົມດ້ວຍທຼີດເມັ້ນ: ຂໍ້ນີ້ບໍ່ຕ້ອງເຮັດທຸກຄັ້ງທີ່ສະຜົມກໍໄດ້ ໃຫ້ເຮັດອາທິດລະ 1-2 ຄັ້ງພໍດີ ເຊິ່ງການໝັກທຼີດເມັ້ນນັ້ນ ຈະເປັນການຕຶ່ມວິຕາມິນໃຫ້ເສັ້ນຜົມ ເຮັດໃຫ້ຜົມນຸ່ມມື່ນຂຶ້ນທັນທີທີ່ລ້າງອອກເລີຍລະ! ແຕ່ຄືທີ່ບອກມາແລ້ວວ່າຖ້າເຮັດຕະຫຼອດກໍບໍ່ດີ ເພາະຈະເຮັດໃຫ້ໜັງຫົວມັນ ສະນັ້ນຄວນເຮັດໃຫ້ເໝາະສົມດີກວ່າເດີ້ສາວໆ

7. ລ້າງຜົມດ້ວຍນໍ້າເຢັນ: ການລ້າງຜົມດ້ວຍນໍ້າອຸ່ນ ຈະເຮັດໃຫ້ຜົມເຮົາແຫ້ງຢ່າງແນ່ນອນ ເພາະນາງນີ້ແຫຼະທີ່ເປັນຕົວດຶງດູດຄວາມຊຸ່ມຊື່ນຂອງຜົມເຮົາໄປໝົດ! ວິທີທີ່ດີຕໍ່ເສັ້ນຜົມກໍຄືຕ້ອງລ້າງດ້ວຍນໍ້າເຢັນ ຫຼືນໍ້າໃນອຸນຫະພູມໃນຫ້ອງເທົ່ານັ້ນ ເສັ້ນຜົມຂອງເຮົາຈະໄດ້ເປັ່ງປະກາຍ ແລະ ສຸຂະພາບດີນັ້ນເອງ.

By: BeautyGuru

Cr: Sprice

ແບ່ງປັນ