Breaking News

ຜູ້​ຍິງຍິ້ມ​ງາມ ສະ​ແດງ​ເຖິງ​ຄວາມ​ອົບ​ອຸ່ນ ແລະ ມີ​ຄວາມ​ສຸກ

ແບ່ງປັນ

ພົງສະທອນ ວົງຖາວອນ (ວິ່ນລີ້) ນັກທຸລະກິດໜຸ່ມ ຈົບປະລິນຍາຕີ ທີ່ວິທະຍາໄລລັດຕະນະບໍລິຫານທຸລະກິດ (RBAC) ແລະ ປະລິນຍາຕີ ສາຂາພາສາອັງກິດທຸລະກິດ ຢູ່ HOAQIAO University ປະເທດຈີນ.

3

ປະຈຸບັນ ກຳລັງຊ່ວຍວຽກທຸລະກິດຄອບຄົວ  ວິ່ນລີ້ ມີຄວາມສາມາດຫຼາກຫຼາຍ ເປັນທັງນາຍແບບທີ່ມີຊື່ສຽງໂດງດັງຫຼາຍເວທີໃນບ້ານເຮົາ ທີ່ສາວໆຫຼາຍຄົນອາດຈະຮູ້ຈັກ ແລະ ຈື່ໜ້າຄຸ້ນຕາໄດ້ດີ.

2

ນອກຈາກນີ້, ຍັງເປັນນັກກິລາຕີດອກປີກໄກ່ ທີມຊາດລາວ ໄດ້ຮັບຫຼຽນຄຳ ໃນກິລາເຂດຫຼາຍສະໄໜ ແລະ ຫຼາຍເວທີ ເຊິ່ງໄດ້ຜ່ານການແຂ່ງຂັນ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຫວຽດນາມ, ໄທ ແລະ ຈີນ.

4

ດ້ວຍຄວາມເປັນຄົນເກັ່ງໃນດ້ານກິລາດອກປີກໄກ່ ລັດຖະບານລາວ ຈຶ່ງໃຫ້ທຶນໄປສຶກສາຢູ່ທີ່ BWF (Badminton World Federation) ເພື່ອເປັນຄູສອນ (Trainers) ແລະ ເພື່ອມາພັດທະນາວົງການກິລາດອກປີກໄກ່ຢູ່ບ້ານເຮົາ.

5

ດັ່ງນັ້ນ, ວາລະສານຂວັນໃຈ ກໍບໍ່ພາດທີ່ຈະຖາມເລື່ອງຄວາມຮັກຂອງໜຸ່ມຄົນນີ້ແບບເຄາະປະຕູໃຈ ເຮົາລອງນຳໄປເບິ່ງວ່າ ວິ່ນລີ້ ຈະຕອບຄຳຖາມທີ່ສາວໆຢາກຮູ້ທີ່ສຸດວ່າແນວໃດ

ວິ່ນລີ້ວ່າ ຜູ້ຊາຍມັກຜູ້ຍິງທີ່ສະຫຼາດແທ້ຫຼືບໍ ? ຍ້ອນຫຍັງ ?

ຜູ້ຍິງທີ່ສະຫຼາດ ເປັນຜູ້ຍິງທີ່ມີສະເໜ່ ໜ້າຄົ້ນຫາຫລາຍທີ່ສຸດ,  ຮອບຮູ້ ແລະ ສາມາດຮັບມືກັບສະຖານະການທຸກຢ່າງໄດ້ ພ້ອມເຫດ ແລະ ຜົນ ນີ້ເປັນສິ່ງທີ່ຜູ້ຊາຍສ່ວນຫຼາຍຕ້ອງການ.

ຜູ້ຊາຍຄິດແບບໃດ ກັບຂ່າວຜູ້ຍິງຖືກເອົາປຽບ ຫຼື ເລື່ອງທີ່ຜູ້ຍິງເສຍໆຫາຍໆໃນສັງຄົມ ?

ກ່ຽວກັບເລື່ອງນີ້ ແມ່ນເຫັນຫຼາຍຢູ່ໃນສັງຄົມອອນໄລ໌ປັດຈຸບັນນີ້ ທີ່ມັກພິພາກວິຈານຜູ້ຍິງໄປໃນທາງທີ່ເສຍຫາຍ. ທັງໆ ພວກເຮົາຍັງບໍ່ຮູ້ຕົ້ນປາຍສາເຫດ ຕ່າງກໍພາກັນລຸມປະນາມເວົ້າໃຫ້. ເຊິ່ງຜູ້ຍິງເປັນເພດທີ່ອ່ອນຫວານ, ບໍ່ມັກຄວາມແຂງກະດ້າງ… ສະນັ້ນ, ຜູ້ຊາຍຄວນຕ້ອງໃຫ້ກຽດຜູ້ຍິງສະເໝີ ກ່ອນທີ່ຈະເວົ້າຫຍັງອອກໄປ ທັງໆທີ່ແມ່ນຜູ້ຊາຍນັ້ນລະ ເຮັດໃຫ້ຜູ້ຍິງໄດ້ຮັບຄວາມເສຍຫາຍ.

ເຈົ້າຄິດວ່າ ຜູ້ຊາຍມັກຈະເສຍໜຸ່ມຕອນອາຍຸຈັກປີ ? (ຜູ້ຍິງສ່ວນຫຼາຍຢາກຮູ້)

18+ ຕິເບາະ ! ….ເຖິງຈະຮຽນຮູ້ການເສຍໜຸ່ມ 555, ກະຄືເວລາເບິ່ງຮູບເງົາ ກະເຫັນເຂົາຂຽນບອກວ່າ 18+ ລັກສະນະນີ້ລະ 55

ຖ້າໃຫ້ລອງເປັນຜູ້ຍິງຈັກ 1 ມື້ ເຈົ້າຈະລອງເປັນບໍ່ ? ຖ້າເປັນແລ້ວຈະເຮັດຫຍັງແດ່ໃນມື້ນັ້ນ ?

ກະໜ້າສົນໃຈ ຖ້າໄດ້ເປັນຜູ້ຍິງຈັກເທື່ອໜຶ່ງ ກະຢາກຮູ້ວ່າ ໃນມື້ 1 ຜູ້ຍິງເຂົາເຮັດຫຍັງແນ່ ? ແລະ ຢາກລອງເປີດເສື້ອໂຕເອງເບິ່ງ ຖ້າໄດ້ເປັນຜູ້ຍິງ… ເພາະເຮົາບໍ່ເຄີຍມີນ້ຳໜັກຊ່ວງໜ້າເອີກຄືຜູ້ຍິງ 555

ເຈົ້າຢາກໃຫ້ແຟນເອີ້ນຕົນເອງວ່າແນວໃດ? (ເພິ່ນ, ໂຕເອງ, ອ້າຍ, ເອີ້ນຊື່, ສາຍາທີ່ຕັ້ງໃຫ້, ທີ່ຮັກ…) ?

ເປັນຊື່ທີ່ເອີ້ນກັນ (ສາຍາຕັ້ງໃຫ້ກັນໃໝ່) ພຽງສອງຄົນ, ວິ່ນລີ້ ວ່າມັນໜ້າຮັກດີ ອິອິອິ

ເຈົ້າຄິດວ່າ ຜູ້ຊາຍເຈົ້າຊູ້ຫຼືບໍ່? ຍ້ອນຫຍັງ ?

ຜູ້ຊາຍເຈ້າຊູ້ ເພາະເຂົາຢາກລອງຂອງໃໝ່ໆ ເຖິງຜູ້ຍິງຄົນນັ້ນຊິງາມປານໃດກໍ່ຕາມ, ຖ້າຜູ້ຊາຍໄດ້ສຶກສາຮູ້ໃຈກັນກັບຜູ້ຍິງຄົນນັ້ນໝົດແລ້ວ ກະບໍ່ມີຄວາມຕື່ນເຕັ້ນຫຍັງໃຫ້ຄົ້ນຫາອີກ ນັ້ນເປັນສາເຫດທີ່ຜູ້ຊາຍເຈົ້າຊູ້

ຢາກຮູ້ວ່າ ຜູ້ຊາຍສ່ວນຫຼາຍມັກຈະສົນໃຈໃນໂຕຂອງຜູ້ຍິງຄັ້ງທຳອິດແມ່ນສ່ວນໃດເປັນພິເສດ ? ຍ້ອນຫຍັງ ?

ສຳລັບ ວິ່ນລີ້ ເອງແລ້ວ ທີ່ໜ້າສົນໃຈ ແລະ ງາມທີ່ສຸດຂອງຜູ້ຍິງແມ່ນຮອຍຍິ້ມ, ວິ່ນລີ້ ມັກຜູ້ຍິງທີ່ຮອຍຍິ້ມ. ຖ້າຍິ້ມງາມ ມັນສະແດງເຖິງ ຄວາມອົບອຸ່ນ ແລະ ຄວາມສຸກຂອງຜູ້ຍິງຄົນນັ້ນ

ຜູ້ຊາຍມັກຕົວະຜູ້ຍິງຕະຫຼອດທີ່ສຸດ ຄືເລື່ອງຫຍັງ? (ເລື່ອງສ່ວນຕົວ, ຜູ້ຍິງ, ວຽກ…) ຍ້ອນຫຍັງ ?

ມັນຂຶ້ນກັບເຈດຕະນາ ແລະ ຈຸດປະສົງ ຂອງຜູ້ຊາຍຄົນນັ້ນ, ບາງຄົນຕົວະເພື່ອໃຫ້ຜູ້ຍິງສະບາຍໃຈ, ບາງຄົນຕົວະເພື່ອເອົາໂຕລອດເປັນຍອດດີ ແຕ່ທີ່ແນ່ໆຢ່າຖືກຈັບໄດ້ກະແລ້ວກັນ 555

ຢາກຮູ້ 3 ເຄັດລັບຂອງເຈົ້າທີ່ສາມາດຕົບຕາ (ຕົວະ) ຜູ້ຍິງ (ແຟນ) ຕອນມີກິກ ?

ຕາມທີ່ເຂົ້າໃຈ: ຕ້ອງມີການວາງແຜນທີ່ດີ  ບໍ່ຄວນເວົ້າອອກສຽງສູງ ຫຼື ຕ່ຳໃນເວລາຕົວະ ຈັກໜ້ອຍຈະຖືກຈັບຜິດໄດ້, ບໍ່ຄວນຕົວະຖ້າບໍ່ຈຳເປັນ (ກະຈຳເປັນທຸກຄັ້ງໃດລະ) 555

ເຈົ້າຢາກໃຫ້ຜູ້ຍິງລາວສະໄໝນີ້ ປະພຶດຕົນແນວໃດແດ່ໃນສັງຄົມ ?

ເປັນຕົວຂອງຕົວເອງ ແຕ່ຍັງຄົງຄວາມງາມໃນແບບຜູ້ຍິງລາວໄວ້ ນັ້ນແມ່ນ ຄວາມສຸພາບ, ອ່ອນຫວານ, ນິ້ມນວນ ແລະ ນອບນ້ອມຖ່ອມຕົນ ເພາະຄວາມງາມໃນແບບແມ່ຍິງລາວນັ້ນ ມີສະເໜ່ຫລາຍທີ່ສຸດ ແມ່ຍິງລາວງາມບໍ່ນ້ອຍໜ້າຜູ້ຍິງຊາດໃດໃນໂລກ.

ສາວໆຄົນໃດ ຢາກຕິດຕາມການເຄື່ອນໄວຕ່າງໆຂອງ ວິ່ນລີ້ ສາມາດໄປໃຫ້ກຳລັງໃຈ ກົດ like ກົດ Share ແລະ Comment ໄດ້ທີ່ Fanpage: Winly Phongsathone ຫຼື  Facebook ສ່ວນຕົວ: Phongsathone Vongthavone.

ແບ່ງປັນ