Breaking News

Ms. Air Air

ສ້າງນິ​ໄສ​ໃນການ​ຈັດລະບຽບຊີວິດ​ ໃຫ້ດີຂຶ້ນກວ່າເກົ່າ

ທ່ານຜູ້ອ່ານຫຼາຍຄົນ ອາດຈະມີເພື່ອນ ຫຼື ຄົນຮູ້ຈັກ ທີ່ມັກເວົ້າກ່ຽວກັບການຈັດລະບົບຊີວິດທີ່ີມີຄວາມແນ່ນອນ ບໍ່ວ່າຈະເປັນການວາງແຜນ, ການເຮັດ ແລະ ວາງລະບົບເລື່ອງເລັກໆນ້ອຍໆ ເຊັ່ນ: ການຈັດໂຕະຈັດຕັ່ງ ເຊິ່ງຈະຮູ້ສຶກວ່າຄົນເຫຼົ່ານີ້ ໃຊ້ຊີວິດແບບບໍ່ວຸ້ນວາຍ ແລະ ຫຍຸ້ງຍາກ ເມື່ອເບິ່ງແລ້ວເຫັນເຖິງ ຄວາມມີປະສິດທິພາບໃນການໃຊ້ຊີວິດປະຈຳວັນໄດ້ເປັນຢ່າງດີ ເຮັດວຽກໄດ້ຫຼາຍຢ່າງ ຈົນເຮັດໃຫ້ຫຼາຍຄົນອິດສາ, ຢາກເອົາມາເປັນແບບຢ່າງ. ມື້ນີ້ຂວັນໃຈ ຂໍນຳເອົາຄຳວ່າ Organized ມາໃຫ້ທ່ານຜູ້ອ່ານໄດ້ເຂົ້າໃຈເຖິງ ນິໄສຂອງການຈັດລະບຽບຊີວິດທີ່ດີທີ່ສຸດ ໂດຍຈະແບ່ງອອກເປັນ 5 ນິໄສດ້ວຍກັນດັ່ງນີ້: ພະຍາຍາມຊອກເອົາເຄື່ອງມືມາໃຊ້ເພື່ອຊ່ວຍເຫລືອຕົນເອງ. ຄຳວ່າເຄື່ອງມື ແມ່ນອຸປະກອນທີ່ສາມາດຊ່ວຍເຫລືອເຮົາໃນຊີວິດປະຈຳວັນໃຫ້ມີປະສິດທິພາບຫຼາຍທີ່ສຸດ ເຊິ່ງເຄື່ອງມືດັ່ງກ່າວ ອາດຈະເລີ່ມຕັ້ງແຕ່ສິ່ງນ້ອຍໆ ຂຶ້ນໄປຈົນຮອດອຸປະກອນທີ່ໄຮເທັກ ເຊັ່ນ: ແອບການແຈ້ງເຕືອນ ສຳລັບຊອກຫາຂໍ້ມູນເພີ່ມ. ຮູ້ຈັດລຳດັບຄວາມສຳຄັນ. ທຸກໆຄົນລ້ວນມີສິ່ງທີ່ຕ້ອງເຮັດຫຼາຍຢ່າງ ແຕ່ຄົນທີ່ຈະຈັດລະບຽບຊີວິດຕົນເອງໄດ້ເປັນຢ່າງດີ ພ້ອມທັງເຮັດສິ່ງຕ່າງໆມີປະສິດທິພາບນັ້ນ ກໍຍ້ອນມີການວາງແຜນ ແລະ ຈັດຮຽງຄວາມສຳຄັນຂອງສິ່ງຕ່າງໆໃຫ້ເປັນລະບົບ ເຊິ່ງການຈັດລຳດັບນີ້ ຈະສອດຄ່ອງກັບການວາງເປົ້າໝາຍຕ່າງໆຂອງຄົນໆນັ້ນ ເຮັດໃຫ້ພວກເຂົາສາມາດຮູ້ໄດ້ວ່າ ສິ່ງຕ່າງໆ ທີ່ຕ້ອງເຮັດນັ້ນຈະສົ່ງຜົນຕໍ່ກັບພວກເຂົາແບບໃດ ລວມທັງໄລຍະສັ້ນ …

Read More »

ແຂ່ງຂັນຮ້ອງເພງສຳລັບເດັກນ້ອຍ Vientiane Center kid young blood 2016

ແຂ່ງຂັນຮ້ອງເພງສຳລັບເດັກນ້ອຍ Vientiane Center kid young blood 2016 ເປັນເວທີໜຶ່ງທີ່ເປີດໂອກາດໃຫ້ເດັກນ້ອຍທີ່ມັກໃນການຮ້ອງເພງ, ກ້າສະແດງອອກ ສະແດງເຖິງຄວາມສາມາດໃນການຮ້ອງເພງ ໂດຍຜູ້ເຂົ້າແຂ່ງຂັ້ນທັງໝົດມີ 15 ຄົນ ເພື່ອຊິງຊະນະເລີດ. ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ່ 24 ກັນຍາ 2016  ຜູ້ຊະນະເລີດໄດ້ແກ່ນາງ ອາລິຕະ ອາລຸນສະຫວາດ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ລາງວັນອື່ນໆ ຮ້ອງອັນດັບ 1 ໄດ້ແກ່ ນາງ ວິມົນມະນີ ກິຕິຄໍາມູນ ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ແລະ ລາງວັນອື່ນໆ ຮ້ອງອັນດັບສອງ ໄດ້ແກ່ ນາງ ມາລາສະຫວັນ ພອນສິຣິຍະວົງ 1 ລ້ານກີບ ແລະລາງວັນອື່ນໆ ນອກນັ້ນຍັງມີ ລາງວັນ ຂວັນໃຈມວນຊົນ ຫຼື popular …

Read More »

“ມອນ​ເຕ​ເນ​ໂກຣ” ເມືອງທີ່ສວຍ​ງາມ​ທີ່ສຸດ

ມອນເຕເນໂກຣ Montenegro ເປັນປະເທດທີ່ສວຍງາມ, ໂລເມັນຕິກ ແລະ ເຕັມໄປດ້ວຍອາລົມສູນທະລີທີ່ໜ້າຈັບອົກຈັບໃຈ ຊຶ່ງວາລະສານຂວັນໃຈ ຂໍສະເໜີບາງຂໍ້ມູນໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ກ່ອນເນາະ ມອນເຕເນໂກຣ ເປັນປະເທດລຳດັບ 192 ຂອງໂລກທີ່ໄດ້ຮັບການຍອມ ຮັບຈາກຫຼາຍປະເທດ ແລະ ມີ 3 ເມືອງຫຼັກໆທີ່ຄວນທ່ອງທ່ຽວຄື: ເມືອງຫຼວງພອດກໍຣິຊາ (Podgorica), ເມືອງເກົ່າ ກໍເຕີ (Kotor) ແລະ ເມືອງ ບຸດວາ (Budva). ເມືອງຫຼວງພອດກໍຣິຊາ (Podgorica) ເປັນນະຄອນຫຼວງຂອງປະເທດ ມອນເຕເນໂກຣ ຕັ້ງຢູ່ບໍລິເວນຈຸດຈອດຂອງແມ່ນ້ຳຮິບນິດຊາ (Ribnica) ແລະ ແມ່ນ້ຳໂມຣາຊາ (Moraca) ທີ່ບັນຈົບພົບພໍ້ກັນ ແລະ ບໍ່ໄກຈາກທະເລອາເຄຼຍຕິດປານໃດ ໃນຕົວເມືອງມີອານາບໍລິເວນທີ່ເປັນເມືອງເກົ່າແກ່ສະໄໝໂຣມັນເຄີຍປົກຄອງມາກ່ອນ ແລະ ຍັງມີສິ່ງປຸກສ້າງໃໝ່ທີ່ສວຍສົດງົດງາມນຳອີກ. ເມືອງເກົ່າກໍເຕີ (Kotor) ເປັນເມືອງທີ່ມີໄວ້ຕ້ອນຮັບແຂກໄປໄທມາ ກໍຄື ນັກເດີນທາງ ເພາະເປັນເມືອງຕາກອາກາດ ມີເຮືອສຳລານລ່ອງຕາມທະເລເມດີເຕຣາເນ ແລະ ທະເລອາເຄຼຍຕິກ …

Read More »

ເພງ: ແທງ ສິລະປິນ: ຕ່າຍ ອາກາດ ເພງໃໝ່ ໃນປີ 2016

ຄ້າຍເພງ ອິນດີ້ ເລັກຄອດ ໄດ້ຈັດສ້າງຜົນງານໃໝ່ໆຂອງ ສິລະປິນທາງຄ້າຍອອກມາເລື້ອຍໆ ເຊິ່ງຫຼ້າສຸດກໍໄດ້ອຳນວຍການສ້າງ ເພງ: ແທງ ຂອງສິລະປຶນ: ຕ່າຍ ອາກາດ ເປັນບົດເພງໃໝ່ ໃນປີ 2016 ຂອບໃຈຂໍ້ມູນຈາກ: Taiy Singer

Read More »

5 ວິທີມັດໃຈຄົນຮັກບໍ່ໃຫ້ນອກໃຈ

ບໍ່ຕ້ອງໂວຍວາຍ ບໍ່ຕ້ອງຫຶງ ບໍ່ຕ້ອງໃຈຮ້ອນທີ່ມັກໂວຍວາຍ ເພາະຈະເຮັດໃຫ້ເລື່ອງນ້ອຍກາຍເປັນເລື່ອງໃຫຍ່ ຄວນຄິດໃນແງ່ບວກໄວ້ແລ້ວຄ່ອຍໆແກ້ໄຂຈະດີກວ່າ. ບໍ່ຄວນໃຊ້ວິທີ່ຮຸນແຮງເດັດຂາດ ພະຍາຍາມເຮັດຕົວເປັນຄົນດີ ໃຈເຢັນຍີ້ມເຂົ້າໄວ້ ເພາະມັນຈະຊ່ວຍໃຫ້ສິ່ງຕ່າງໆດີຂຶ້ນ ແລ້ວສາມາດແກ້ໄຂບັນຫາທີ່ລຸກລາມໄດ້ ທ່ານຄືສິ່ງທີ່ດີທີ່ສຸດໃນຊີວິດ ທ່ານຕ້ອງສະແດງໃຫ້ເຂົາເຫັນວ່າ ເຮົາເປັນຜູ້ຍິງທີ່ມີຄຸນຄ່າ ແລະ ເໝາະສົມທີ່ຈະເປັນພັນລະຍາທີ່ດີທີ່ສຸດ ເພື່ອພິສູດວ່າທ່ານຮັບເຂົາໄດ້ທຸກເລື່ອງ ຢ່າມົວແຕ່ລະແວງການນອກໃຈ ທ່ານບໍ່ຄວນຊອກຈັບຜິດວ່າລາວໄປໃສ? ຢູ່ໃສ? ເພາະຈະເຮັດໃຫ້ເຂົາເບຶ່ອໜ່າຍ ພຽງແຕ່ສະແດງໃຫ້ເຂົາຮູ້ວ່າ ເຮົາປ່ອຍໃຫ້ເຂົາຮູ້ສຳນຶກເອງກໍພຽງພໍແລ້ວ ບໍ່ມີປະໂຫຍດ ຖ້າຍັງເວົ້າແຕ່ເລື່ອງເກົ່າໆ ຈື່ໄວ້ວ່າອີກຝ່າຍບໍ່ຢາກໃຫ້ຂຸດຄົ້ນເລື່ອງເກົ່າໆ ຈົນກາຍເປັນຂີ້ເຈຍຕໍ່ລຸກເປັນໄຟ ຂອງການຜິດກັນເຮັດໃຫ້ເກີດຄວາມສະແວງບໍ່ເຊື່ອໃຈ ແລະ ແຮງເຮັດໃຫ້ທ່ານຝັງໃຈກັບສິ່ງທີ່ເກີດຂຶ້ນນໍາອີກ  

Read More »