Breaking News

Ms. Air Air

ນິດ​ໄສ​ເຫຼົ່ານີ້​ແຫຼະ! ທີ່​ເຮັດ​ໃຫ້​ທ່ານ​ທ້ອນ​ເງິນ​ບໍ່​ໄດ້​ຈັກ​ເທື່ອ.

ເຄີຍໄດ້ຍິນບໍ່ວ່າ ການທີ່ເຮົາຈະເປັນຄົນຮັ່ງໄດ້ ມັນບໍ່ໄດ້ຂຶ້ນກັບວ່າ ເຮົາຈະມີລາຍໄດ້ຫຼາຍ ຫຼື ໜ້ອຍ ແຕ່ມັນຂຶ້ນກັບ ນິດໄສການໃຊ້ຈ່າຍເງິນຂອງເຮົາ ແລະ ທ່ານເຄີຍສົງໄສບໍ່ວ່າ: ໃນແຕ່ລະເດືອນ ເຮົາຄືບໍ່ມີເງິນເຫຼືອໃນບັນຊີເລີຍ ? ທັ້ງໆທີ່ເຮົາເຮັດວຽກມາກໍຫຼາຍປີແລ້ວ ລອງມາສຳຫຼວດຕົນເອງຄືນເບິ່ງວ່າ ເຮົາມີພຶດຕິກຳ ໃນການໃຊ້ຈ່າຍເງິນດັ່ງລຸ່ມນີ້ຫຼືບໍ່ ເພາະມັນເປັນສາເຫດທີ່ເຮັດໃຫ້ເຮົາບໍ່ມີເງິນເຫຼືອໃນບັນຊີ ເງິນເດືອນຂຶ້ນກໍຈ່າຍຫຼາຍເທົ່າໆທີ່ໄດ້ມາ. ເງິນເດືອນຂຶ້ນທຸກປີ ແຕ່ທ່ານເອງກໍມີພຶດຕິກຳການໃຊ້ຈ່າຍເງິນຫຼາຍເທົ່າກັບຈຳນວນທີ່ໄດ້ມາ ເຮັດແບບນີ້ຈະເຫຼືອເງິນຢູ່ໃສມາທ້ອນເນາະ ! ສະນັ້ນ, ພະຍາຍາມບໍລິຫານການໃຊ້ຈ່າຍເງິນທີ່ໄດ້ມາໃຫ້ສົມດຸນກັບຄ່າໃຊ້ຈ່າຍທີ່ຈຳເປັນເທົ່ານັ້ນ. ໃຊ້ເງິນໂດຍບໍ່ຄຳນຶງເຖິງອະນາຄົດ. ການໃຊ້ຈ່າຍເງິນແບບຕາມໃຈໃນມື້ນີ້ ໂດຍບໍ່ສົນວ່າມື້ອື່ນຈະກິນຫຍັງ ແລະ ບໍ່ສົນວ່າຕົນເອງກໍບໍ່ໄດ້ຮັ່ງມີພໍສ່ຳໃດ ຄົນທີ່ມັກຈ່າຍເງິນແບບບໍ່ຄິດບໍ່ຫວ່ງ ວ່າຊີວິດຕໍ່ໜ້າຈະເປັນແນວໃດນັ້ນ ທ່ານບໍ່ຄິດແດ່ບໍ້ວ່າ: ພຶດຕິກຳແບບນີ້ມັນບໍ່ດີຕໍ່ຕົວທ່ານ ແລະ ຄົນອ້ອມຂ້າງ ທ່ານລອງປ່ຽນຄວາມຄິດເບິ່ງວ່າ ຖ້າທ່ານສາມາດແບ່ງລາຍຮັບພູດໜຶ່ງ ໃຊ້ຈ່າຍໃນຊີວິດປະຈໍາວັນ, ອີກພູດໜຶ່ງໃຊ້ຈ່າຍໃນເວລາສຸກເສີນ ແລະ ອີກພູດໜຶ່ງທ້ອນໄວ້ໃນບັນຊີເພື່ອໃຊ້ຈ່າຍໃນອະນາຄົດ ທ່ານຈະມີເງິນຫຼາຍປານໃດ. ຮອດຍາມທ້ອນຈຶ່ງຊິທ້ອນດອກ ! ສຳລັບໃຜທີ່ມັກໃຊ້ປະໂຫຍກນີ້ ໃນເວລາທີ່ຈະທ້ອນເງິນ ບອກເລີຍວ່າ ບໍ່ຄວນຄິດແບບນີ້ ເພາະເຮົາເຮັດວຽກຈົນໃຈຊິຂາດ …

Read More »

ຜູ້ຈັດການທີ່ສຸຂຸມ ຕ້ອງດຶງພະລັງຄວາມຄິດທີ່ສ້າງສັນຂອງຄົນອ້ອມຂ້າງ

  ຜູ້ຈັດການຍິງຍຸກໃໝ່ ທີ່ເອົາໃຈໃສ່ໃນທຸກເລື່ອງ ຮູ້ຈັກການບໍລິຫານຈັດການຕະຫຼອດເວລາ ທັງວຽກບໍລິສັດ ແລະ ວຽກຄອບຄົວ ກໍບໍ່ຫວັ່ນເຮັດໃຫ້ເກີດແນວຄິດສ້າງສັນໃໝ່ໆກັບຊີວິດຄົນເມືອງຫຼວງຂອງຍຸກດີຈີຕອນ ລວບລວມປະສົບການຈາກຫຼາຍບ່ອນ ໃຫ້ເປັນໜຶ່ງດຽວ ບໍ່ວ່າຈະເປັນປະສົບການດ້ານການ ບໍລິການ, ສື່ໂຄສະນາ ແລະ ການບໍລິຫານແລະວາງແຜນ ເພື່ອໃຫ້ກ້າວໄປເປັນຜູ້ບໍລິຫານທີ່ດີລະດັບມືອາຊີບ. ເຮັດວຽກເກັ່ງ ແລ້ວຍັງມີແນວຄິດທີ່ສ້າງສັນໃນແບບແຜນການບໍລິຫານທີ່ດີ ນາງ ວິໄລວັນ ຈັນເທລີ ຜູ້ຈັດການ ໄວ 33 ປີ ອາດຈະໄດ້ຄວາມເກັ່ງນັ້ນມາຈາກປະສົບການ ການເຮັດວຽກຈາກຫຼາຍບ່ອນ ລວມທັງໄດ້ປະສົບການ ການບໍລິຫານທຸລະກິດຄອບຄົວທີ່ຜ່ານມາ ເອີ້ນວ່າ ເປັນນັກວາງແຜນດ້ານການຕະຫຼາດ-ການຄ້າທີ່ດີຄົນຫນື່ງຈາກທັງວຽກອົງກອນ ແລະ ສ່ວນຕົວ ນາງເລີ່ມຈາກວຽກການບໍລິການ, ວຽກສື່ໂຄສະນາຕ່າງໆ ແລະ ເປັນຜູ້ຈັດການຝ່າຍຍີ່ຫໍ້ຜະລິດຕະພັນ ຈາກປະສົບການດັ່ງກ່າວ ສ້າງໃຫ້ ວິໄລວັນ ເປັນຄົນເກັ່ງຂຶ້ນເລື້ອຍໆ ຈຶ່ງບໍ່ແມ່ນເລື່ອງແປກທີ່ລາວໄດ້ຫັນບົດບາດຕົນເອງມາເປັນ ຜູ້ຈັດການຝ່າຍການຕະຫຼາດ-ການຄ້າ ທີ່ສາມາດ ຄິດວິເຄາະ ແລະ ວາງແຜນການຕະຫລາດໃຫມ່ໆອອກມາ ປະສົບການເຮັດວຽກທີ່ຜ່ານມາໄດ້ຫຍັງແດ່ ? “ປະສົບການທີ່ໄດ້ມາແມ່ນ …

Read More »

ເມື່ອຍແລ້ວ! ກັບການເລີ່ມຕົ້ນໃໝ່ອີກຄັ້ງ

ບໍ່ຢາກເລີ່ມຕົ້ນໃໝ່ກັບໃຜອີກແລ້ວ ປະໂຫຍກນີ້ດັງຢູ່ໃນໃຈຂອງໃຜຫຼາຍໆຄົນ ເພາະການເລີ່ມຕົ້ນໃໝ່ ຕ້ອງໄດ້ເລີ່ມຕົ້ນດ້ວຍການ ທັກທາຍ ຮູ້ຈັກຊື່, ຮຽນຮູ້ນິດໄສໃຈຄໍ ຕ້ອງໄດ້ເລີ່ມທໍາຄວາມເຂົ້າໃຈກັນໃໝ່ໝົດ ຕ້ອງສ້າງຄວາມເຊື່ອໃຈ ປັບຕົວໃຫ້ເຂົ້າກັນໃໝ່ ຕ້ອງເລີ່ມນັດພົບກັນຄັ້ງທຳອິດ, ຈູບກັນຄັ້ງທຳອິດ ຕ້ອງເລີ່ມງໍ້ກັນ, ຕ້ອງເລີ່ມຮຽນຮູ້ຂໍ້ດີ ແລະ ຍອມຮັບຂໍ້ບໍ່ດີກັນໃໝ່ອີກ ເປັນຕົວຂອງຕົວເອງໄດ້ບໍ່ເຕັມທີ ແລ້ວທຸກຢ່າງກໍເປັນເລື່ອງໃໝ່ ແລະສິ່ງທີ່ສຳຄັນທີ່ສຸດແມ່ນ ມັນຍາກບ່ອນທີ່ເຮົາບໍ່ສາມາດລົບລ້າງຄວາມຜູກພັນກັບຄົນເກົ່າໄດ້ ແລ້ວກໍຕ້ອງມານັ່ງຈົມປັກກັບຄວາມຮູ້ສຶກເກົ່າໆ ບໍ່ສາມາດເລີ່ມໃໝ່ກັບໃຜໄດ້ ພຽງແຕ່ຄິດຊໍານີ້ກໍເມື່ອຍແລ້ວ ທີ່ຈະຕ້ອງມາແບກຮັບສິ່ງເຫຼົ່ານີ້ ເພາະສະນັ້ນ ເຮົາຕ້ອງເບິ່ງແຍງດູແລກັນໃນມື້ນີ້ໃຫ້ດີທີ່ສຸດ ບໍ່ຖີ້ມກັນໃນເວລາທີ່ພົບກັບບັນຫາ ບັນຫາໃດທີ່ໜັກ-ເບົາ ກໍໃຫ້ອະໄພກັນ ຄົນທີ່ຈະເຂົ້າໃຈກັນນັ້ນ ພຽງແຕ່ເບິ່ງຕາກັນກໍຮູ້ສຶກໄດ້ເຖິງຄວາມຕ້ອງການຂອງອີກຝ່າຍ ວ່າຕ້ອງການຫຍັງ ແລະ ຄິດຫຍັງຢູ່ ມັນຊອກຍາກແທ້ໆຄົນແບບນີ້.

Read More »

ມື້ທຳອິດຂອງການເຮັດວຽກ ຄວນກຽມຕົວແນວໃດຈັ່ງດີ

ການເຮັດວຽກມື້ທຳອິດມີຄວາມສຳຄັນທັງຕໍ່ຜູ້ເຮັດວຽກ ແລະ ອົງກອນ ຖ້າວ່າມື້ທຳອິດຂອງການເຮັດວຽກພົບກັບສິ້ງທີ່ດີໆ ຫຼື ເລື່ອງທີ່ໜ້າປະທັບໃຈ ກໍຈະເຮັດໃຫ້ມີກຳລັງໃຈຫຼາຍຂຶ້ນໃນການເຮັດວຽກ ເຊິ່ງວາລະສານຂວັນໃຈກໍໄດ້ນຳເອົາສິ່ງໆໃນການກຽມພ້ອມກັບການເຮັດວຽກມື້ທຳອິດມາຝາກດັ່ງລຸ່ມນີ້: ກຽມເຄື່ອງນຸ່ງ ແຕ່ງກາຍໄປເຮັດວຽກ: ແຕ່ລະຄົນແຕ່ງຕົວບໍ່ຄືກັນ ແຕ່ມັນກໍຂຶ້ນຢູ່ກັບບ່ອນເຮັດວຽກ ແລະ ລັກສະນະຂອງວຽກທີ່ທ່ານນຸ່ງແລ້ວ ສະດວກກັບການເຮັດວຽກຕ້ອງເບິ່ງວ່າຄົນໃນຫ້ອງການນັ້ນແຕ່ງແນວໃດ ແລ້ວຕໍ່ໄປຈຶ່ງຄ່ອຍໆປັບຕົວ ຖ້າແຕ່ງຕົວເດັ່ນເກີນໄປອາດຈະຖືກຄົນໃນຫ້ອງການເວົ້າໃຫ້ ແຕ່ຖ້າແຕ່ງແບບເໝາະສົມກໍອາດຈະຖືກຍ້ອງແລ້ວກໍມັກເລີຍໄປເລີຍກໍໄດ້. ຮຽນຮູ້ວຽກທີ່ຈະເຮັດ: ເມື່ອໄດ້ເຂົ້າເຮັດວຽກຕ້ອງເບິ່ງວ່າທ່ານມີໜ້າທີ່ຮັບຜິດຊອບຫຍັງແດ່ ແຕ່ຖ້າບໍ່ເຂົ້າໃຈກໍໃຫ້ຖາມຫົວໜ້າ ແລະເມື່ອຮູ້ແລ້ວກໍຕ້ອງເຂົ້າໃຈວຽກໃຫ້ດີ, ລະອຽດ ແລະ ຈົດບັນທຶກໄວ້ເຕືອນຄວາມຈຳ. ສ້າງມິດຕະພາບທີ່ດີ: ການເຮັດວຽກ ຕ້ອງໄດ້ມີການປະສານງານກັບຜູ້ອື່ນ ຈຶ່ງຈະເຮັດໄດ້ສຳເລັດ ຫຼື ມີຄວາມສະດວກຫຼາຍຂຶ້ນ ບໍ່ວ່າຈະເປັນໃນແງ່ເພືອນຮ່ວມງານ ຫຼື ເພືອນສະນິດ ກໍຈະເຮັດໃຫ້ວຽກມີປະສິດທິພາບຫຼາຍຂຶ້ນ ທ່ານມັກຍີ້ມ ສະແດງຄວາມມີນ້ຳໃຈກັບເພືອນຮ່ວມງານ ມີຄວາມຮູ້ສຶກທີ່ດີຕໍ່ກັນ ຈຶ່ງເຮັດວຽກໄດ້ຢ່າງມີຄວາມສຸກ. ບັນທຶກການເຮັດວຽກ: ເພື່ອເປັນຂໍ້ມູນວ່າ ຕົວທ່ານມີຜົນງານຫຍັງແດ່ ໃນວຽກແຕ່ລະຢ່າງ ຫຼື ມີຂໍ້ຜິດພາດ ແລະຄວນແກ້ໄຂແນວໃດຕໍ່ໄປ ຄວາມກ້າວໜ້າຂອງຝີມືມີເພີ່ມຂຶ້ນແນວໃດ ທ່ານອາດໄດ້ຮັບຜົນດີຕອບແທບ ເຊັ່ນໄດ້ເລື່ອນຂັ້ນ ເງິນເດືອນຂຶ້ນ …

Read More »

ພ້ອມແລ້ວທີ່ຈະອອກເດີນທາງ ຕາມເສັ້ນທາງທີ່ຂ້ອຍເລືອກເອງ

ບໍ່ເຄີຍປ່ອຍໃຫ້ຄວາມຝັນ ເປັນພຽງແຕ່ຄວາມຝັນ .. ມື້ນີ້ ອາລິນ້າ ພ້ອມແລ້ວທີ່ຈະອອກ ເດີນທາງໄປສ້າງຝັນ ຕາມເສັ້ນທາງສາຍບັນເທີງ ສະບາຍດີ ແຟນໆຜູ້ອ່ານວາລະສານຂວັັນໃຈ !! ສະບັບນີ້ ເຮົາຈະພາທ່ານໄປພົບກັບສາວນ້ອຍໄວສົດໃສ ນາງແບບໜ້າໃຫມ່ໃນວົງການບັນເທີງບ້ານເຮົາ, ດ້ວຍຄວາມສົດໃສ ບວກກັບບຸກຄະລິກ, ຮູບຮ່າງ, ການແຕ່ງໂຕ ແລະ ຮອຍຍິ້ມທີ່ມີສະເໜ່ ເປັນໂຕຂອງໂຕເອງ ເຮັດໃຫ້ສາວຂວັນໃຈສະບັບນີ້ ໜ້າຄົ້ນຫາຍິ່ງຂຶ້ນ.. ມື້ນີ້ ທີມງານໄດ້ນຳເອົາຮູບພາບບັນຍາກາດການຖ່າຍປົກ ແລະ ຮູບພາບແຟຊັ່ນ set ນີ້ມາໃຫ້ເບິ່ງ, ຈະລໍຖ້າເຮັດຫຍັງ ມາທຳຄວາມຮູ້ຈັກ ກັບສາວນ້ອຍຄົນນີ້ ໄປພ້ອມໆກັນເລີຍ !! ເຄັດລັບໃນການຮັກສາຄວາມງາມ? ຜູ້ຊາຍແບບໃດ ທີ່ຢາກໄດ້ມາເປັນແຟນ ? ຈະເຮັດແນວໃດໃຫ້ຄົນທີ່ເຮົາສົນໃຈ ເຂົ້າມາລົມເຮົາ? ກຽມຊອກຫາຄໍາຕອບຂອງຄໍາຖາມທາງເທີ່ງເຫຼົ່ານັ້ນໄດ້ ໃນວາລະສານຂວັນໃຈ ສະບັບທີ່ 110 ເດືອນ ກັນຍາ 2016 ແລະ ອື່ນໆ ອີຫຼາຍຢ່າງກ່ຽວກັບສາວຄົນນີ້ແບບເຈາະເລີກໄດ້  

Read More »