Breaking News

Ms. Air Air

ໜຸ່ມເຈົ້າ​ຊູ້ ທີ່​ມີໜ້າ​ຕາ​ເປັນ​ເອກະ​ລັກ ມີຄວາມຮັກເປັນສິ່ງຜູກພັນ

ກິດຊະນະ ຈຸນລະມຸນຕີ (ບອຍ) ອາຍຸ 20 ປີ  ປັດຈຸບັນ, ກໍາລັງສຶກສາຢູ່ ວິທະຍາໄລຄອມເຊັນເຕີ ສາຂາບໍລິຫານທຸລະກິດ ປີທີ 3, ເຈົ້າຂອງຜົນງານເພງ Magic ຫຼື ເວດມົນ, ບອຍ ມີຜົນງານດ້ານການບັນເທີງຫຼາຍຢ່າງບໍ່ວ່າຈະເປັນການເດີນແບບ, ຖ່າຍແບບຂຶ້ນປົກວາລະສານ. ນອກຈາກນີ້, ຍັງເປັນນັກສະແດງຮູບເງົາເລື່ອງ The Anniversary “ວັນຄົບຮອບ” ຂອງ miracle film ເຊິ່ງໄດ້ຮັບບົດເປັນແຟນເກົ່າຂອງນາງເອກ ທີ່ກໍາລັງຈະສາຍພາຍໃນປີ 2016 ນີ້. ອະນາຄົດ ບອຍ ມີຄວາມໃຝ່ຝັນຢາກເຮັດຫຍັງ ? ຄວາມໃຝ່ຝັນໃນອະນາຄົດຂອງ ບອຍ  ມີຢູ່ 2 ຢ່າງຄື: ເລື່ອງວຽກງານດ້ານການບັນເທີງ ແລະ ວຽກງານດ້ານທຸລະກິດສ່ວນຕົວແມ່ນຢາກເຮັດອັນໃດອັນໜຶ່ງມີບໍລິສັດເປັນຂອງຕົນເອງໃຫ້ປະສົບຜົນສຳເລັດ, ມີຜະລິດຕະພັນ, ສິນຄ້າເປັນ ຍີ່ຫໍ້ຂອງຕົນເອງ. ວຽກງານການບັນເທິງອັນໃດທີ່ເຮັດໃຫ້ບອຍມີຄວາມປະທັບໃຈທີ່ສຸດ? ສິ່ງທີ່ປະທັບໃຈທີ່ສຸດແມ່ນການໄດ້ເປັນນັກສະແດງໃນຮູບເງົາ The Anniversary …

Read More »

ທອງພູນ ພະບໍລິບູນ ຫາກມີແຟນຢາກປົກປ້ອງ, ເບິ່ງແຍງໃຫ້ດີທີ່ສຸດ

ນິດໄສ, ການປະພຶດ ຄຸນລັກສະນະໃນຕົວ ຄືສະເໜ່ຂອງຜູ້ຍິງ ທອງພູນ ພະບໍລິບູນ ຫລື ຄຳ ອາຍຸ 25 ປີ ໜຸ່ມເຈົ້າສະເໜ ຈາກແຂວງຄຳມ່ວນ ທີ່ມີຄວາມສາມາດ ພິເສດເປັນ Bar trainer, ຈົບການສຶກສາຈາກວິທະຍາໄລວຽງຈັນ-ຮ່າໂນ້ຍ ປັດຈຸບັນ ເປັນພະນັກງານບໍລິສັດລ້ານຊ້າງມີເດຍ, ເປັນນັກເດີນແບບ, ຖ່າຍແບບ… ພ້ອມນີ້, ຜົນງານຫລ້າສຸດຄືການສະແດງຮູບເງົາສັ້ນເລື່ອງ ເອລະວັນ ຂອງຄ້າຍ 856 Media House ທີ່ສົ່ງເຂົ້າປະກວດໃນເທດສະການຮູບເງົາສັ້ນລະດັບສາກົນ ທີ່ປະເທດ ອາເມລິກາ ພ້ອມກັບ 80 ປະເທດທົ່ວໂລກ. ທອງພູນ ເຂົ້າມາຢູ່ໃນວົງການບັນເທີງຈາກເວທີລາວຊຸບເປີໂມເດວ 2015 ກັບຕໍາແໜ່ງຂວັນໃຈມະຫາຊົນ. ວຽກໃນປັດຈຸບັນ, ນອກຈາກເຮັດວຽກປະຈຳ, ເດີນແບບ, ຖ່າຍແບບ, ເຂົ້າປະກວດໃນເວທີຕ່າງໆ ເຊັ່ນ: ໂຄງການຂວັນໃຈສາວໆ 2016 ແລະ 30 ໜຸ່ມໂສດໃນລາວແລ້ວ. …

Read More »

ສິ່ງທີ່ຄວນປະຕິບັດ ກ່ອນຈະເປັນ “ເສດຖີ”.

ຫຼາຍຄົນອາດຄິດຄືກັນວ່າ ກ່ອນຈະ “ ຮັ່ງມີ ” ຕ້ອງມີເງິນມູນມາກ່ອນ ເຊິ່ງມັນກໍ່ບໍ່ແມ່ນເລື່ອງທີ່ຜິດ ແລະ ຄົນທີ່ຮັ່ງມີບາງຈຳນວນ ພວກເຂົາກໍບໍ່ໄດ້ເລິ່ມຈາກການມີເງິນ ແຕ່ພວກເຂົາໄດ້ເລີ່ມຈາກສອງມື ທຸ້ມເຫື່ອເທແຮງຊອກຫາດ້ວຍຕົວເອງ ແລະ ວາລະສານຂວັນໃຈສະບັບນີ້ ກໍມີວິທີມາແນະນຳ ເຊິ່ງວິທີເຫຼົ່ານີ້ກໍ່ເປັນວິທີງ່າຍໆທີ່ໃຜກໍ່ສາມາດ “ສ້າງ” ໃຫ້ເກີດກັບຕົວເອງໄດ້. ເຮັດໃຈໃຫ້ໃຫຍ່ໂດຍບໍ່ຕ້ອງໃຊ້ເງິນ ສິ່ງທໍາອິດທີ່ຄວນເຮັດ ແມ່ນເຮັດຕົວເອງໃຫ້ມີຄວາມສຸກຈາກພາຍໃນ ເຮັດໃຫ້ຕົວເອງມີຄວາມສຸກ ເພາະຕົວເຮົາເອງເປັນປັດໄຈ ບໍ່ຕ້ອງເອົາໄປຍຶດຕິດໄວ້ກັບສິ່ງຂອງ ຫຼື ການຕອບສະໜອງຂອງຄົນອື່ນ. ມີລະບຽບວິໄນຕໍ່ຕົນເອງ; ການມີລະບຽບວິໄນກັບຕົນເອງໃນເລື່ອງອື່ນໆ ຈະຊ່ວຍໃຫ້ເຮົາມີລະບຽບວິໄນເລື່ອງການເງິນເພິ່ມຂຶ້ນ ຖ້າເຮົາຮັກສາສັນຍາທີ່ໃຫ້ໄວ້ກັບຕົນເອງ ແລະ ຄົນອື່ນໄດ້ ບໍ່ວ່າຈະເປັນເລື່ອງນ້ອຍໆ ເຊັ່ນ: ຕື່ນເຊົ້າທຸກມື້, ໄປຕາມນັດໃຫ້ຖືກເວລາ ບໍ່ຊັກຊ້າ ກໍ່ມີຄວາມເປັນໄປໄດ້ສູງທີ່ເຮົາຈະມີລະບຽບ ວິໄນໃນເລື່ອງການເງິນເພາະເຮົາຊື່ສັດຕໍ່ຕົນເອງ. ຕັ້ງເປົ້າໝາຍ; ຄົນທີ່ທ້ອນເງິນໄດ້ຫຼາຍລ້ານ ຫລື ຄົນທີ່ມີທຸລະກິດເປັນຮ້ອຍລ້ານໃນຊ່ວງທີ່ອາຍຸຍັງນ້ອຍ ສ່ວນໃຫຍ່ທຸກຄົນມີ “ ເປົ້າໝາຍ ” ເພາະການຕັ້ງເປົ້າໝາຍຈະເຮັດໃຫ້ເຮົາສາມາດວາງແຜນອອກມາໄດ້ຢ່າງຈະແຈ້ງ. ບໍ່ມີ ບໍ່ຢືມ …

Read More »

ງານເດີນແບບ ລາວແຟຊັ້ນວີກ 2016 ໃນຮອບປະຖົມມະເລີກ

ງານສະແດງການເດີນແບບ ອາພອນ ຮອບປະຖົມມະເລີກ ຂອງ ລາວແຟຊັ້ນວີກ 2016 ໃນຄໍເລັກຊັ້ນພິເສດ ລະດູບານໃໝ່ ແລະ ລະດູຮ້ອນ ປີ 2017 ໂດຍ ຫ້ອງເສື້ອ ຄັ່ງ(ລາວ), ມິນິດສຕຣີ້ ອອຟ ຊິ້ວ(ລາວ), ວໍຣະວັດ ບາງກອກ(ໄທ) ແລະ ອາມາດ້າ ເອເຊຍ(ຟີລິບປິນ-ກໍາປູເຈຍ) ທີ່ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 13 ກັນຍາ 2016 ທີ່ໂຮງແຮມເສດຖາພລາເຣສ ໂດຍການສະແດງຜົນງານຈາກຮ້ານ ພາຍໃນງານຍັງມີການເປີດຕົວປຶ້ມລວດລາຍການຕໍ່າແຜ່ນແພລາວປະຍຸກ ໂດຍນັກອອກແບບ ທ່ານນາງ ວຽງຄໍາ ນັນທະວົງດວງສີ ຜູ້ສ້າງຕັ້ງຮ້ານ ແພໄໝ ແລະ ຄັ່ງ ເຊິ່ງບັນຍາກາດພາຍໃນງານແມ່ນຄຶກຄື້ນມ່ວນຊື່ນແຕ່ຕົ້ນຕະຫຼອດປາຍ. ງານດັ່ງກ່າວ ຈະໄດ້ຈັດຂຶ້ນເປັນໄລຍະເວລາ 3 ແຕ່ວັນທີ່ 14-16 ທີ່ໂຮງແຮງແລນມາກ

Read More »

ອົກຫັກມັນບໍ່ຕາຍດອກ ເລີ່ມຕົ້ນໃໝ່ໃຫ້ສົດໃສດີກວ່າ

ເມື່ອໃດທີ່ເຮົາສາມາດ ອອກຈາກເຮືອນໄດ້ ໂດຍອາລົມເບີກບານມ່ວນຊືື່ນແລ້ວ ສະແດງວ່າເຮົາພ້ອມທີ່ຈະເລີ່ມຕົ້ນຊີວິດໃໝ່ດ້ວຍຕົນເອງ ແລະ ເພື່ອບໍ່ຢາກໃຫ້ຕົນເອງ ຍັງມີຄວາມອາໄລອາວອນຢາກກັບໄປຫາແຟນເກົ່າ ເຮົາກໍຕ້ອງມີຄວາມຕັ້ງໃຈເຮັດໃຫ້ລື່ມດ້ວຍການ ອອກຈາກເຮືອນໄປພົບກັບຄົນທີ່ນິດໄສດີ, ພົບປະຄົນແປກໜ້າ, ສ້າງຄວາມຮູ້ຈັກກັບກຸ່ມຄົນໂສດ ໃຫ້ອາການດີຂຶ້ນມາຈັກໜ່ອຍ, ເມື່ອຮູ້ສຶກວ່າດີຂຶ້ນແລ້ວ ກໍລອງຄົບຫາຄົນໃໝ່ລອງເບິ່ງ. ແຕ່ຢ່າຄິດຊອກຫາຄົນມາຢາໃຈໃນລະຫວ່າງທີ່ກໍາລັງເຈັບຊໍ້າ ກັບຮັກທີ່ຫາກໍລົ້ມລະລາຍ ເພາະຊ່ວງນີ້ຄົນເຮົາຈະເບາະບາງຫຼາຍ ແລະ ມັກຈະຕັດສິນໃຈເຮັດສິ່ງທີ່ຜິດພາດ ເນື່ອງມາຈາກຄວາມຄຽດ ດັ່ງນັ້ນ ຄວນຮັກສາບາດແຜໃຈໃຫ້ຫາຍດີກ່ອນ ຈຶ່ງຈະເລີ່ມຕົ້ນໃໝ່ກັບຄົນອື່ນ ເພາະການຊອກຄົນອື່ນມາຢາໃຈຕົນເອງ ໃນຍາມເຈັບຢູ່ນີ້ ຜົນທີ່ອອກມາບໍ່ຄ່ອຍຈະດີປານໃດ.

Read More »