Breaking News

Ms. Air Air

ມາຮູ້ຈັກ Melania Trump ສຸພາບສະຕີໝາຍເລກ1

  ຜ່ານໄປເປັນທີ່ຮຽບຮ້ອຍແລ້ວ ກັບການເລືອກຕັ້ງ ປະທານາທິບໍດີສະຫະລັດອາຣິກາ ໂດຍ ໂດນັລດ໌ ທຣັມປ໌ Donald Trump ໄດ້ເປັນປະທານາທິບໍດີ ຄົນທີ່ 45 ສຳລັບມື້ນີ້ ຂັວນໃຈ ຈະພາທ່ານໄປຮູ້ຈັກກັບຜູ້ຍິງທີ່ດັງທີ່ສຸດໃນໂລກເວລານີ້ ເແມ່ນ ເມລາເນຍ ທຣັມປ໌ Melania Trump ຈາກສາວນ້ອຍ ສໂລວິເນຍ ກາຍມາເປັນ ສຸພາບສະຕີໝາຍເລກ 1 ແຫ່ງສະຫະລັດອາເມຣິກາ ຈະງາມ ແລະ ເກັ່ງພຽງໃດນັ້ນ ລອງອ່ານເບິ່ງແລ້ວທ່ານຈະຮູ້… ເມລາເນຍ ທຣັມປ໌ Melania Trump ເກີດວັນທີ 26 ເມສາ 1970 ທີ່ເມືອງ ສໂລວິເນຍພໍ່ຂອງລາວເປັນຕົວແທນຂາຍລົດ ແລະແມ່ຂອງລາວເຮັດວຽກໃນວົງການຕັດຍິບເຄື່ອງນຸ່ງເດັກນ້ອຍ ສາວງາມຄົນນີ້ ໄດ້ສຶກສາດ້ານການອອກແບບ ແລະ ສະຖາປັດຕະຍະກໍາທີ່ມະຫາວິທະຍາໄລ ໂລວິເນຍ ແລະ ເລີ່ມຕົ້ນໃນການເຮັດວຽກແຕ່ອາຍຸ 16 ປີ …

Read More »

90% ຂອງຄູ່ຮັກ ເລີກກັນຍ້ອນເລື່ອງເງິນ

ຮັກແທ້ແຕ່ຍັງຜິດກັນຍ້ອນເງິນ!! ເລື່ອງເງິນ-ຄໍາ ເຖິງວ່າມັນຈະບໍ່ສຳຄັນທີ່ສຸດໃນຊີວິດ ແຕ່ມັນກໍເປັນສິ່ງຈໍາເປັນທີ່ສຸດໃນຊີວິດ ຂອງທຸກຄົນ ເພາະສະນັ້ນ ຄວນຕົກລົງກັນ ກ່ອນຈະມີບັນຫາພາຍຫຼັງຕັດສິນໃຈໃຊ້ຊີວິດຮ່ວມກັນ. ສາວໆທີ່ກໍາລັງຈະຕັດສິນໃຈ ໃຊ້ຊີວິດຄູ່ ກະລຸນາ ຄິດໜ້ອຍໜຶ່ງກ່ອນເນາະ! ຢ່າເກງໃຈທີ່ຈະຖາມເຖິງການວາງແຜນເລື່ອງເງິນ ຂອງຄົນຮັກ ຖ້າບໍ່ຢາກຜິດກັນພາຍຫຼັງ ຄວນຖາມເຂົາກ່ຽວກັບການເງິນ ແລະ ຊ່ວຍກັນວາງແຜນຫຼືຕົກລົງເລື່ອງເງິນກ່ອນຕັດສິນໃຈໃຊ້ຊີວິດຄູ່ ຖ້າຫາກຕົກລົງກັນໃຫ້ເຂົ້າໃຈດີແລ້ວ ເຊື່ອໄດ້ວ່າເລື່ອງເງິນຈະບໍ່ມາເຮັດໃຫ້ຄວາມຮັກຂອງທ່ານມີບັນຫາແນ່ນອນ ໃຜຈະເປັນຄົນກໍາເງິນ?? ເປັນຄໍາຖາມທໍາອິດທີ່ຈະຕ້ອງລົມກັນໃຫ້ເຂົ້າໃຈທີ່ສຸດ ຖ້າຈະຕົກລົງແຕ່ງດອງກັນແລ້ວ ລາຍໄດ້ ແລະ ຊັບສິນຫຼັງຈາກແຕ່ງດອງ ຄວນຈະຕົກເປັນກອງກາງທັນທີ່ ການບໍລິຫານລາຍຮັບ-ລາຍຈ່າຍ ຄວນບໍລິຫານຮ່ວມກັນ ເພື່ອທັງສອງຈະໄດ້ມີສ່ວນຮັບຜິດຊອບຮ່ວມກັນ. ຕົກລົງກັນແລ້ວກໍຄວນມີຂໍ້ຈໍາກັດໃນການໃຊ້ເງິນ. ເພື່ອບໍ່ໃຫ້ມີບັນຫາກັນໃນໄລຍະຍາວ ທັງສອງຄວນລົມກັນເລື່ອງລາຍຈ່າຍໃນຊີວິດປະຈໍາວັນວ່າ ມີຫຍັງແດ່? ອັນໃດທີ່ຄວນເພີ່ມ-ຄວນຫຼຸດ ຫຼື ຄວນອອກກັນ ເພື່ອຄວາມສົມດຸນຂອງຊີວິດຄູ່. ເລື່ອງໜີ້ເປັນສິ່ງສຳຄັນທີ່ສຸດ!! ເລື່ອງໜີ້ ຫຼາຍຄົນເກືອບຕາຍຍ້ອນບໍ່ຮູ້ວ່າ ຄົນຮັກຂອງຕົນເປັນໜີ້ຫຼາຍປານໃດ ຖ້າຮັກກັນແທ້ ຄວນຍອມຮັບວ່າ ມີໜີ້ຫຍັງແດ່? ເທົ່າໃດ? ຍ້ອນຫຍັງຈິ່ງເປັນໜີ້? ຄວນບອກກັນໃຫ້ລະອຽດ ບໍ່ແມ່ນມາບອກຫຼັງແຕ່ງດອງ ເພາະຖ້າຮູ້ຫຼັງແຕ່ງດອງວ່າເປັນໜີ້ …

Read More »

ຮ້ານກາເຟທີ່ແຊບທີ່ຊຸດໃນນະຄອນຫຼວງ

ລະດູໜາວເລີ່ມເຂົ້າມາເຮັດໃຫ້ຮ່າງກາຍຂອງຫຼາຍຄົນຂາດຄວາມອົບອຸນ ຖ້າຫາກທ່ານຕ້ອງການຄວາມອົບອຸນໂດຍການດືື່ມນໍ້າກາເຟແຊບໆຮ້ອນໆຈັກຈອກ ເພື່ອບັນເທົາຄວາມໜາວເຢັນ ທ່ານຄິດວ່າຮ້ານໃດທີ່ເໝາະສົມລັບທ່ານ ຫຼື ຮ້ານໃດທີ່ທ່ານຄິດວ່າແຊບທີ່ສຸດສຳລັບທ່ານ ຈົ່ງບອກຄວາມຮູ້ສຶກຂອງທ່ານເພື່ອໃຫ້ຄົນອື່ນໄດ້ຮັບຮູ້ນໍາ

Read More »

ບຸບຜາມະນີ ຈຸນລະມະນີ “ເຮັດໃຫ້ດີທີ່ສຸດ” ​ເຖິງຜົນທີ່ອອກມາຈະເປັນແບບໃດກໍຕາມ

ປະຈຸບັນ ໃຜໆກໍມັກຈະໃຊ້ຄໍາວ່າ ສະສົມປະສົບການ ໃນການເຮັດວຽກຫຼາຍດ້ານ ຫຼື ເຮັດວຽກຫຼາຍບ່ອນ ທີ່ສົ່ງຜົນເຮັດໃຫ້ຄົນຜູ້ນັ້ນໄດ້ຮຽນຮູ້ປະສົບການໃນການເຮັດວຽກຫຼາຍຂຶ້ນ ໂດຍບໍ່ຈໍາເປັນຕ້ອງຮຽນຈົບຫຍັງ ຂໍພຽງແຕ່ໃຈມັກ ແລະ ຕັ້ງໃຈກັບວຽກນັ້ນ ຄືກັບ ນາງ ບຸບຜາມະນີ ຈຸນລະມະນີ ອາຍຸ 35 ປີ ຜູ້ຈັດການຝ່າຍການຕະຫຼາດ ແລະ ປະຊາສຳພັນ ທະນາຄານກຸງສີ ປະຈຳ ສປປ ລາວ. ບຸບຜາມະນີ ຮຽນຈົບດ້ານໄອທີ ລະບົບເວ໊ບໄຊ ຈາກອົດສຕາລີ ຫລັງຈາກນັ້ນ ກໍໄດ້ໄປສອນພາສາອັງກິດໃຫ້ກັບໂຮງຮຽນເດັກນ້ອຍ ຢູ່ປະເທດຢີ່ປຸ່ນ ເປັນເວລາ 5 ປີ ຈຶ່ງກັບມາເຮັດວຽກໃນບ້ານເກີດ ເລີ່ມທໍາອິດແມ່ນໄດ້ເປັນ ທີ່ປຶກສາ ຢູ່ໂຮງຮຽນອະນຸບານ ເມື່ອເຮັດໄປບໍ່ດົນ ກໍປ່ຽນມາເຮັດວຽກຢູ່ສູນການແພດ ປະຈຸບັນ ໄດ້ມາເຮັດວຽກຢູ່ທະນາຄານກຸງສີ ເປັນຜູ້ຈັດການຝ່າຍການຕະຫຼາດ ແລະ ປະຊາສຳພັນ. ຫາກທ່ານໃດສົນໃຈອ່ານຕໍ່ ສາມາດຕິດຕາມໄດ້ທີ່ ວາລະສານຂວັນໃຈສະບັບເດືອນ ຕຸລາ …

Read More »

ສິ່ງທີ່​ບໍ່​ຄວນ​ປະຕິບັດ​ ໃນເວລາຖືກສຳພາດ​ເຂົ້າເຮັດວຽກ

ຖ້າຫາກທ່ານຢາກໄດ້ວຽກທີ່ທ່ານມັກ ທ່ານຄວນຈະປະຕິບັດຕົວ ໃນເວລາຖືກສໍາພາດດັ່ງລຸ່ມນີ້: 1 ບໍ່ຄວນນັດສຳພາດຫຼາຍບໍລິສັດໃນມື້ດຽວກັນ ຄວນນັດຕອນເຊົ້າ 1 ບໍລິສັດ ແລະ ຕອນບ່າຍ 1 ບໍລິສັດກໍພຽງພໍແລ້ວ 2 ບໍ່ຄວນຍາດເວົ້າ ຫຼື ຖາມຄຳຖາມກັບຜູ້ສຳພາດຫຼາຍເກີນໄປ 3 ບໍ່ຄວນຖາມກ່ຽວກັບມື້ພັກ, ການມາວຽກສວາຍ ຫຼື ການກັບກ່ອນ ເພາະເປັນການສ້າງພາບ ວ່າທ່ານອາດຈະບໍ່ມັກເຮັດວຽກຫຼາຍ 4 ບໍ່ຄວນຕື່ນເຕັ້ນຈົນເກີນໄປ ຫຼື ເຂົ້າໄປຕັ້ງຫຼັກຢູ່ຫ້ອງນ້ຳກ່ອນອອກມາໃຫ້ສຳພາດ 5 ບໍ່ຄວນເວົ້າສິ່ງທີ່ບໍ່ແມ່ນຄວາມຈິງ ຖ້າສິ່ງໃດບໍ່ໝັ້ນໃຈກໍບໍ່ຄວນເວົ້າຕໍ່ ເພາະຈະເຮັດໃຫ້ຂາດຄວາມໜ້າເຊື່ອຖື 6 ບໍ່ຄວນເວົ້າວ່າ ບໍ່ຮູ້ ! ຖ້າໝົດຫົນທາງທີ່ຈະຕອບແທ້ໆ ຄວນຕອບວ່າແລ້ວນ້ອງຈະໄປສຶກສາໃຫ້ລະອຽດຕື່ມ 7 ບໍ່ຄວນຖາມເລື່ອງເງິນ ຈົນກວ່າຜູ້ສຳພາດຈະພໍໃຈໃນຕົວເຮົາ ໃຫ້ຜູ້ສຳພາດສະເໜີ ເງິນແຮງງານໃຫ້ເຮົາກ່ອນ ຫຼັງຈາກນັ້ນຈັ່ງຕົກລົງກັນ 8 ບໍ່ຄວນເວົ້າຂວັນເຈົ້ານາຍເກົ່າ  ເພາະເຈົ້ານາຍໃໝ່ກໍຈະບໍ່ເຊື່ອໝັ້ນທ່ານ ເພາະຄິດວ່າຕໍ່ໄປທ່ານກໍຈະເວົ້າຂວັນເຈົ້ານາຍໃໝ່ເຊັ່ນກັນ 9 ບໍ່ຄວນພາຄອບຄົວ ຫຼື …

Read More »