Breaking News

Ms. Puii Puii

ດວງ 12 ລາສີ ປະຈຳອາທິດ ທີ່ 25-31 ກໍລະກົດ

ດວງ 12 ລາສີ ປະຈຳອາທິດ ທີ່ 25-31 ກໍລະກົດ ລາສີມັງກອນ: ຜູ້ທີ່ເກີດ 15 ມັງກອນ – 12 ກຸມພາ ການງານ: ຈະມີການຍ້າຍວຽກ ຫຼື ເດີນທາງໄກແບບກະທັນຫັນ ເຊິ່ງຍ້າຍໄປທຳອິດອາດບໍ່ລົງໂຕປານໃດ ແຕ່ຕໍ່ໄປຈະດີເອງ ການເງິນ: ຈະໄດ້ເງິນຈາກວຽກເກົ່າໆ ຫຼື ຈາກການຂາຍເຄື່ອງເກົ່າທີ່ມີຄ່າ ຄວາມຮັກ: ຄົນຮັກທີ່ມາເລັ່ງເອົາຄຳຕອບຈາກທ່ານ ແລະຖ້າທ່ານຍັງບໍ່ພ້ອມ ຢ່າໄປຕອບຕົກລົງ ເພາະອາດຈະມາຖຽງກັນພາຍຫຼັງ   ລາສີກຸມ: ຜູ້ທີ່ເກີດ 13 ກຸມພາ – 15 ມີນາ ການງານ: ທ່ານຈະມີຊື່ສຽງ ແລະ ໄດ້ຮັບຜົນຕອບແທນຈາກວຽກເກົ່າໆ ການເງິນ: ຈະໄດ້ເງິນກ້ອນໃຫຍ່ຈາກການຂາຍເຄື່ອງມີຄ່າ ເຊິ່ງຂາຍໃຫ້ແກ່ໝູ່ເກົ່າ ຄວາມຮັກ: ຄວາມຮັກຍັງບໍ່ທັນດີປານໃດ ຢ່າໄປຕອບຕົກລົງກັບໃຜໃນຊ່ວງນີ້ ເນື່ອງຈາກຍັງບໍ່ມີໃຜ ຈິງຈັງ ແລະ …

Read More »

ດວງປະຈໍາວັນທີ 26 ກໍລະກົດ 2016

ດວງປະຈໍາວັນທີ 26 ກໍລະກົດ 2016 ວັນຈັນ. ການເງິນ: ຜູ້ຍິງທີ່ມີອາຍຸນ້ອຍກວ່າຈະນໍາໂຊກມາໃຫ້ ຫຼື ໃຫ້ຄວາມຊ່ວຍເຫຼືອດ້ານການເງິນ. ວຽກງານ: ບໍ່ດີປານໃດ ໃຫ້ທ່ານລະວັງອາດຈະຖືກຫົວໜ້າຕໍາໜິໄດ້ ຄວນປັບປຸງການເຮັດວຽກງານຈຶ່ງຈະໄດ້ເຮັດວຽກຖືກໃຈຫົວໜ້າ. ຄວາມຮັກ: ແຟນເອົາໃຈເປັນພິເສດ ເຮັດໃຫ້ແມ່ນວ່າຈະພົບບັນຫາຫຍັງມາກໍເຮັດໃຫ້ທ່ານຍິ້ມໄດ້. ວັນອັງຄານ. ການເງິນ: ເດັ່ນຫຼາຍ ອາດຈະໄດ້ເງິນກ້ອນໃຫຍ່, ໂຊກກ້ອນໃຫຍ່. ວຽກງານ: ຫົວໜ້າຍອມຮັບໃນສີມືຂອງທ່ານ ອາດຈະຍົກຍ້ອງ ເພື່ອນຮ່ວມວຽກງານໃຫ້ຄວາມຮ່ວມມືດີ. ຄວາມຮັກ: ຄົນທີ່ມີຄູ່ແລ້ວກໍມີແຕ່ຜິດຖຽງກັນຍ້ອນເລື່ອງທີ່ບໍ່ເປັນເລື່ອງ ສ່ວນຄົນໂສດກໍມີແວວວ່າຈະຜິດຫວັງ, ຮັກເຂົາຝ່າຍດຽວ ຄົນທີ່ເຮົາບໍ່ຮັກພັດມາຮັກເຮົາ. ວັນພຸດ. ການເງິນ: ຊ່ວງນີ້ການເງິນບໍ່ຄ່ອຍດີປານໃດ ລາຍຈ່າຍຫຼາຍກວ່າລາຍໄດ້ຮັບ. ວຽກງານ: ຈະໄດ້ເຮັດວຽກງານກຸ່ມໃໝ່ໆຮ່ວມກັບຄົນອ້ອມຂ້າງໂດຍມີທ່ານເປັນກໍາລັງສໍາຄັນຂອງກຸ່ມເຮັດໃຫ້ທ່ານມີກໍາລັງໃຈເຮັດວຽກງານຫຼາຍຂຶ້ນ. ຄວາມຮັກ: ລະວັງອາດຈະຜິດຖຽງກັບຄົນຮັກເພາະທ່ານມັກຂຸດຄົ້ນເລື່ອງເກົ່າໆຂຶ້ນມາ. ວັນພະຫັດ. ການເງິນ: ຄົນທີ່ການເງິນບໍ່ດີນັ້ນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຄົນອ້ອມຂ້າງ. ວຽກງານ: ວຽກຫຼາຍ ແລະ ອາດຈະຖືກກົດດັນຈາກຄົນອ້ອມຂ້າງເຮັດໃຫ້ທ່ານຄຽດຈົນເຖິງຂັ້ນຊຶມເສົ້າ, ກິນບໍ່ໄດ້, ນອນບໍ່ຫຼັບ. ຄວາມຮັກ: ອາດຈະຜິດຖຽງກັບແຟນຢ່າງຮຸນແຮງ ດັ່ງນັ້ນຄວນໃຈເຢັນໄວ້ຈະດີກວ່າ. …

Read More »

ດວງປະຈໍາວັນທີ 21 ກໍລະກົດ 2016

ດວງປະຈໍາວັນທີ 21 ກໍລະກົດ 2016 ວັນຈັນ. ການເງິນ: ບໍ່ຄ່ອຍດີປານໃດ ອາດຈະຕ້ອງໄດ້ເສຍເງິນກ້ອນໃຫຍ່ເຊັ່ນ: ຄ່າສ້ອມແປງລົດ, ເສຍຄ່າປັບແນວໃດແນວໜຶ່ງ. ວຽກງານ: ບັນຫາທີ່ພົບໄດ້ຄໍາປຶກສາ ແລະ ຊ່ວຍເຫຼືອຈາກເພື່ອນເກົ່າ, ຄົນຮັກເກົ່າ, ຫົວໜ້າເກົ່າໃຫ້ຜ່ານພົ້ນໄປໄດ້ດ້ວຍດີ. ຄວາມຮັກ: ຄົນທີ່ມີຄູ່ແລ້ວຄວນຮູ້ຈັກຫັກຫ້າມໃຈໄວ້ແດ່ ເພາະອາດຈະແອບລັກຄິດນອກໃຈ ຫຼື ຮູ້ທັງຮູ້ວ່າເຂົາມີແຟນກໍຍັງຢາກຈະແຍ່ງ. ວັນອັງຄານ. ການເງິນ: ຍັງໝຸນເງິນບໍ່ທັນ ເກີດສະພາບລັງເລເນື່ອງຈາກຕ້ອງຕັດສິນໃຈເລືອ່ງການເອົາເງິນໄປລົງທຶນ. ວຽກງານ: ທ່ານອາດຈະໄດ້ຮັບຂ່າວວ່າທ່ານຈະຖືກຍ້າຍໜ້າທີ່ວຽກງານ ບໍ່ວ່າຈະຮັບຕໍາແໜ່ງສູງຂຶ້ນ ຫຼື ລົງ. ຄວາມຮັກ: ບໍ່ດີ ອາດຈະຕ້ອງໄດ້ເລີກກັບຄົນຮັກ ຫຼື ອາດຈະຜິດຖຽງກັນຢ່າງແຮງ ຮູ້ສຶກວ່າເຮັດດີແລ້ວບໍ່ໄດ້ດີ, ແຟນບໍ່ໃສ່ໃຈ. ວັນພຸດ. ການເງິນ: ມື້ນີ້ທ່ານອາດຈະເສຍເງິນເພື່ອເຮັດບຸນ ຫຼື ໃຊ້ຈ່າຍເພື່ອເດີນທາງໄປວັດ ລວມໄປເຖິງການບໍລິຈາກເງິນ, ບໍລິຈາກເລືອດ. ວຽກງານ:  ເງິນທີ່ຫວັງຈະບໍ່ໄດ້ດັ່ງໃຈຫວັງ. ຄວາມຮັກ: ຄົນທີ່ມີຄູ່ແລ້ວອາດຈະຜິດຖຽງກັນໃນເລື່ອງບໍ່ເປັນເລື່ອງ ສ່ວນຄົນໂສດກໍ່ມີແວວວ່າຈະຜິດຫວັງຍ້ອນຮັກເຂົາຂ້າງດຽວ. ວັນພະຫັັດ. …

Read More »

ເກີບເກ໋ໄກ໋ ໃສ່ແຂ່ງໜ້າຝົນ

ໃນລະດູຝົນແບບນີ້, ກ່ອນຈະອອກຈາກເຮືອນ ສາວໆຄົງຈະກັງວົນວ່າຝົນຈະຕົກລົງມາເຮັດໃຫ້ເກີບຄູ່ງາມຂອງເຮົາປຽກເປື້ອນ.. ມື້ນີ້ ຂວັນໃຈມີເກີບ ຮູບຊົງເກ໋ໄກ໋ ສາມາດໃສ່ແຂ່ງສາຍຝົນໄດ້ຢ່າງສະບາຍ ໃຫ້ຄວາມໝັ້ນໃຈ ຊະນະທຸກສາຍຕາທີ່ແນມເບິ່ງໂລດແຫຼະ !!

Read More »

ຖໍ້າ “​ຟິງກັດ” – Scotland

ຖໍ້າ “ຟິງກັດ” ປະເທດສະກ໊ອດແລນ ຖໍ້າຟິງກັດ (Fingal), ປະເທດສະກ໊ອດແລນ (Fingal’s Cave, Scotland) ມີຄວາມໜ້າອັດສະຈັນຂອງຖໍ້າທີ່ປະກອບດ້ວຍ ຫີນນ້ອຍໃຫຍ່ທີ່ລຽງກັນສະຫລັບສັບຊ້ອນເປັນບ໊ອກໆ ຄ້າຍຄືມີຊ່າງຜູ້ປານີດບັນຈົງນຳໄປເນລະມິດວາງໄວ້ໂດຍສີມືຂອງມະນຸດທີ່ຊຳນິຊຳນານ ແຕ່ໃນຄວາມຈິງແລ້ວ ມັນເກີດຈາກລາວາທີ່ແຂງຕົວ ເຊິ່ງມັນເປັນຈຸດທີ່ໜ້າສົນໃຈວ່າ ເປັນຫຍັງ ? ມັນຈຶ່ງມີຮູບຊົງງົດງາມແບບນີ້ ຫຼາຍໆຄົນອາດບໍ່ຢາກໄປສຳພັດກັບຖໍ້າເພາະວ່າຖໍ້ານີ້ຢູ່ໃນໃຈກາງຂອງທະເລ ແຕ່ວ່ານັກທ່ອງທ່ຽວບາງຄົນທີ່ມັກໃນການຜະຈົນໄພຄົງຈະຕ້ອງຖືກໃຈບໍ່ຫຼາຍກໍໜ້ອຍເລີຍ. ຈະເຫັນໄດ້ວ່າແຕ່ລະປະເທດບໍ່ພຽງແຕ່ມີສະຖານທີ່ດັງໆມີຊື່ສຽງທີ່ເຮົາຮູ້ຈັກເທົ່ານັ້ນ ເພາະຖ້າລອງສຶກສາຂໍ້ມູນເບິ່ງດີໆແລ້ວ ເຮົາຈະພົບວ່າ ຍັງມີບ່ອນທີ່ເຮົາຈະໄປທ່ອງທ່ຽວອີກຫຼາຍໆບ່ອນ ທີ່ລໍຖ້າໃຫ້ເຮົາໄດ້ໄປສຳພັດ ແລະ ສິ່ງສຳຄັນ ມັນຍັງເປັນສະຖານທີ່ທີ່ງົດງາມເໜືອຈິນຕະນາການທີ່ເຮັດໃຫ້ເຮົາຢາກໄປພົບ ແລະ ສຳພັດຢູ່ຕະຫຼອດ ສຳລັບຄົນໃດທີ່ໄດ້ໄປແລ້ວ ຄວາມງົດງາມເຫລົ່ານີ້ ກໍຍັງຕິດຕາຝັງໃຈຈົນເຮັດໃຫ້ເຮົາຢາກໄປອີກຢູ່ສະເໝີ ອີກຢ່າງໜຶ່ງຫຼາຍຄົນທີ່ໄດ້ໄປເຫັນກັບຕານັ້ນ ລ້ວນອອກປາກຊົມວ່າ ຖໍ້າ Fingal ມີບ່ອນທີ່ຄ້າຍຄືກັບສາກຫຼັງໃນຮູບເງົາທີ່ສ້າງຊື່ສຽງກ້ອງໂລກ “ແຮ່ຣີ່ ພອດເຕີ” ຕອນເຈົ້າຊາຍເລືອດປະສົມ ນັ້ນເອງ.        

Read More »