ດວງປະຈໍາວັນທີ 21 ກໍລະກົດ 2016
- ວັນຈັນ.
ການເງິນ: ບໍ່ຄ່ອຍດີປານໃດ ອາດຈະຕ້ອງໄດ້ເສຍເງິນກ້ອນໃຫຍ່ເຊັ່ນ: ຄ່າສ້ອມແປງລົດ, ເສຍຄ່າປັບແນວໃດແນວໜຶ່ງ.
ວຽກງານ: ບັນຫາທີ່ພົບໄດ້ຄໍາປຶກສາ ແລະ ຊ່ວຍເຫຼືອຈາກເພື່ອນເກົ່າ, ຄົນຮັກເກົ່າ, ຫົວໜ້າເກົ່າໃຫ້ຜ່ານພົ້ນໄປໄດ້ດ້ວຍດີ.
ຄວາມຮັກ: ຄົນທີ່ມີຄູ່ແລ້ວຄວນຮູ້ຈັກຫັກຫ້າມໃຈໄວ້ແດ່ ເພາະອາດຈະແອບລັກຄິດນອກໃຈ ຫຼື ຮູ້ທັງຮູ້ວ່າເຂົາມີແຟນກໍຍັງຢາກຈະແຍ່ງ.
- ວັນອັງຄານ.
ການເງິນ: ຍັງໝຸນເງິນບໍ່ທັນ ເກີດສະພາບລັງເລເນື່ອງຈາກຕ້ອງຕັດສິນໃຈເລືອ່ງການເອົາເງິນໄປລົງທຶນ.
ວຽກງານ: ທ່ານອາດຈະໄດ້ຮັບຂ່າວວ່າທ່ານຈະຖືກຍ້າຍໜ້າທີ່ວຽກງານ ບໍ່ວ່າຈະຮັບຕໍາແໜ່ງສູງຂຶ້ນ ຫຼື ລົງ.
ຄວາມຮັກ: ບໍ່ດີ ອາດຈະຕ້ອງໄດ້ເລີກກັບຄົນຮັກ ຫຼື ອາດຈະຜິດຖຽງກັນຢ່າງແຮງ ຮູ້ສຶກວ່າເຮັດດີແລ້ວບໍ່ໄດ້ດີ, ແຟນບໍ່ໃສ່ໃຈ.
- ວັນພຸດ.
ການເງິນ: ມື້ນີ້ທ່ານອາດຈະເສຍເງິນເພື່ອເຮັດບຸນ ຫຼື ໃຊ້ຈ່າຍເພື່ອເດີນທາງໄປວັດ ລວມໄປເຖິງການບໍລິຈາກເງິນ, ບໍລິຈາກເລືອດ.
ວຽກງານ: ເງິນທີ່ຫວັງຈະບໍ່ໄດ້ດັ່ງໃຈຫວັງ.
ຄວາມຮັກ: ຄົນທີ່ມີຄູ່ແລ້ວອາດຈະຜິດຖຽງກັນໃນເລື່ອງບໍ່ເປັນເລື່ອງ ສ່ວນຄົນໂສດກໍ່ມີແວວວ່າຈະຜິດຫວັງຍ້ອນຮັກເຂົາຂ້າງດຽວ.
- ວັນພະຫັັດ.
ວຽກງານ: ບໍ່ດີປານໃດອາດຈະຖືກຫົວໜ້າຕໍານິເວົ້າໃຫ້ເສຍໃຈ ແລະ ບາງທີ່ຄົນຍັງອາດຈະຖືກເພື່ອນຮ່ວມວຽກງານຊໍ້າເຕີມອີກດ້ວຍ.
ການເງິນ: ທ່ານອາດຈະໄດ້ໂຊກລາບ, ອາດຈະໄດ້ເປັນເຈົ້າຂອງອະສັງຫາລີມະຊັບ.
ຄວາມຮັກ: ຄວນຫຼຸດຄວາມເຫັນແກ່ຕົວຂອງຕົນເອງ ແລະ ພິຈາລະນາຄວາມຕ້ອງການຂອງຄົນຮັກແດ່ຄວາມຮັກຈຶ່ງຈະສາມາດໄປຕໍ່ໄດ້ ສ່ວນຄົນໂສດອາຈະມີຄົນມາຂໍເປັນແຟນ ຫຼື ຂໍເບີໂທຕິດຕໍ່.
- ວັນສຸກ.
ການເງິນ: ບໍ່ຄ່ອຍຈະດີປານໃດ ເພາະລາຍຈ່າຍລາຍກວ່າລາຍຮັບ.
ວຽກງານ: ທ່ານອາດຈະໄດ້ຮັບຂ່າວດີ ຄົນທີ່ສະໝັກວຽກງານ, ສອບເສັງແຂ່ງຂັນຈະສົມຫວັງ.
ຄວາມຮັກ: ຄົນໂສດກໍາລັງຢູ່ໃນຊ່ວງໝົດຫວັງໃນຄວາມຮັກ, ບໍ່ເຊື່ອໃນຮັກແທ້ຄິດວ່າຕົນເອງເກີດມາໄຮ້ຄູ່ ແນະນໍາໃຫ້ໃຈອີກເຖິງເວລາຄູ່ກໍຈະມາເອງ.
- ວັນເສົາ.
ການເງິນ: ທ່ານອາດຈະລັງເລທີ່ຈະລົງນາມ ຫຼື ເຈລະຈາຕົກລົງເລື່ອງການເງິນຢ່າງໃດຢ່າງໜຶ່ງ.
ວຽກງານ: ລະວັງອາດຈະຖືກເພື່ອນຮ່ວມວຽກງານກັ່ນແກ້ງ.
ຄວາມຮັກ: ຄົນມີຄູ່ ຄົນຮັກຈະເຮັດໃຫ້ຫງຸດຫງິດໃຈ ຜິດຫວັງທີ່ເຂົາບໍ່ເປັນດັ່ງໃຈ ສ່ວນຄົນໂສດຈະມີຄົນທີ່ບໍ່ຖືກສະເປັກເຂົ້າມາຈີບ.
- ວັນອາທິດ.
ການເງິນ: ໃຫ້ລະວັງທ່ານອາດຈະຖືກຕວະ ຫຼື ບັນຫາທາງການເງິນ ທ່ານອາດຈະຜິດພາດ ແລະ ຖືກຄົນອື່ນເອົາປຽບໄດ້ງ່າຍໆ.
ວຽກງານ: ການເຈລະຈາຈະໄປໄດ້ດ້ວຍດີ ທ່ານອາດຈະໄດ້ຂໍ້ຕົກລົງທີ່ທ່ານພໍໃຈ ຫຼື ໄດ້ປຽບ.
ຄວາມຮັກ: ເມື່ອໃຈໄປກັບແຟນທີ່ເຮັດຜິດຊໍ້າແລ້ວຊໍ້າອີກ ບໍ່ຍອມປ່ຽນແປງຕົນເອງເລີຍ ຈົນເຮັດໃຫ້ທ່ານຄິດວ່າຈະຢູ່ ຫຼື ຈະໄປດີ.