Breaking News

ດວງປະຈໍາວັນທີ 26 ກໍລະກົດ 2016

ແບ່ງປັນ

ດວງປະຈໍາວັນທີ 26 ກໍລະກົດ 2016

  • ວັນຈັນ.

ການເງິນ: ຜູ້ຍິງທີ່ມີອາຍຸນ້ອຍກວ່າຈະນໍາໂຊກມາໃຫ້ ຫຼື ໃຫ້ຄວາມຊ່ວຍເຫຼືອດ້ານການເງິນ.

ວຽກງານ: ບໍ່ດີປານໃດ ໃຫ້ທ່ານລະວັງອາດຈະຖືກຫົວໜ້າຕໍາໜິໄດ້ ຄວນປັບປຸງການເຮັດວຽກງານຈຶ່ງຈະໄດ້ເຮັດວຽກຖືກໃຈຫົວໜ້າ.

ຄວາມຮັກ: ແຟນເອົາໃຈເປັນພິເສດ ເຮັດໃຫ້ແມ່ນວ່າຈະພົບບັນຫາຫຍັງມາກໍເຮັດໃຫ້ທ່ານຍິ້ມໄດ້.

  • ວັນອັງຄານ.

ການເງິນ: ເດັ່ນຫຼາຍ ອາດຈະໄດ້ເງິນກ້ອນໃຫຍ່, ໂຊກກ້ອນໃຫຍ່.

ວຽກງານ: ຫົວໜ້າຍອມຮັບໃນສີມືຂອງທ່ານ ອາດຈະຍົກຍ້ອງ ເພື່ອນຮ່ວມວຽກງານໃຫ້ຄວາມຮ່ວມມືດີ.

ຄວາມຮັກ: ຄົນທີ່ມີຄູ່ແລ້ວກໍມີແຕ່ຜິດຖຽງກັນຍ້ອນເລື່ອງທີ່ບໍ່ເປັນເລື່ອງ ສ່ວນຄົນໂສດກໍມີແວວວ່າຈະຜິດຫວັງ, ຮັກເຂົາຝ່າຍດຽວ ຄົນທີ່ເຮົາບໍ່ຮັກພັດມາຮັກເຮົາ.

  • ວັນພຸດ.

ການເງິນ: ຊ່ວງນີ້ການເງິນບໍ່ຄ່ອຍດີປານໃດ ລາຍຈ່າຍຫຼາຍກວ່າລາຍໄດ້ຮັບ.

ວຽກງານ: ຈະໄດ້ເຮັດວຽກງານກຸ່ມໃໝ່ໆຮ່ວມກັບຄົນອ້ອມຂ້າງໂດຍມີທ່ານເປັນກໍາລັງສໍາຄັນຂອງກຸ່ມເຮັດໃຫ້ທ່ານມີກໍາລັງໃຈເຮັດວຽກງານຫຼາຍຂຶ້ນ.

ຄວາມຮັກ: ລະວັງອາດຈະຜິດຖຽງກັບຄົນຮັກເພາະທ່ານມັກຂຸດຄົ້ນເລື່ອງເກົ່າໆຂຶ້ນມາ.

  • ວັນພະຫັດ.

ການເງິນ: ຄົນທີ່ການເງິນບໍ່ດີນັ້ນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຄົນອ້ອມຂ້າງ.

ວຽກງານ: ວຽກຫຼາຍ ແລະ ອາດຈະຖືກກົດດັນຈາກຄົນອ້ອມຂ້າງເຮັດໃຫ້ທ່ານຄຽດຈົນເຖິງຂັ້ນຊຶມເສົ້າ, ກິນບໍ່ໄດ້, ນອນບໍ່ຫຼັບ.

ຄວາມຮັກ: ອາດຈະຜິດຖຽງກັບແຟນຢ່າງຮຸນແຮງ ດັ່ງນັ້ນຄວນໃຈເຢັນໄວ້ຈະດີກວ່າ.

  • ວັນສຸກ.

ການເງິນ: ຈະດີຂຶ້ນ ທ່ານຈະໄດ້ຮັບຄວາມຊ່ວຍເຫຼືອດ້ານການເງິນຈາກຄົນອ້ອມຂ້າງ ແຕ່ໄດ້ເງິນມາກໍຕ້ອງຈ່າຍອອກໄປງ່າຍໆຄືກັນ.

ວຽກງານ: ຍັງຕ້ອງອິດເມື່ອຍກັບວຽກງານຫຼາຍ ທ່ານອາດຖືກຫົວໜ້າຄອຍຈັບຜິດທ່ານຢູ່.

ຄວາມຮັກ: ຄົນໂສດຄວາມຮັກມາແຮງ ເພາະຈະມີຄົນນໍາໃຫ້ທ່ານພົບຄົນທີ່ຖືກໃຈໂດຍອີກຝ່າຍກໍມີໄມຕີຕອບ.

  • ວັນເສົາ.

ການເງິນ: ຄົນທີ່ເດືອດຮ້ອນເລື່ອງເງິນນັ້ນຈະໄດ້ຮັັບຄວາມຊ່ວຍເຫຼືອຈາກຍາດພີ່ນ້ອງ ຫຼື ຄົນອ້ອມຂ້າງ.

ວຽກງານ: ໃຫ້ລະວັງການເຈລະຈາ ການເຮັດຂໍ້ຕົກລົງຫຍັງກໍຕາມໃຫ້ພິຈາລະນາໃຫ້ຮອບຄອບ ບໍ່ດັ່ງນັ້ນທ່ານອາດຈະເສຍປຽບໄດ້.

ຄວາມຮັກ: ທ່ານຍັງຕ້ອງຜິດຫວັງເສຍໃຈກັບຄວາມຮັກ ແລະ ຄົນຮັກທີ່ເອົາແຕ່ໃຈ ດັ່ງນັ້ນທ່ານຄວນເຂັ້ມແຂງແລ້ວເບິ່ງໄປທາງໜ້າຈະດີກວ່າ.

  • ວັນອາທິດ.

ການເງິນ: ມື້ນີ້ທ່ານອາດຈະໄດ້ຮັບໂຊກຈາກຜູ້ຍິງໄວກາງຄົນ.

ວຽກງານ: ທ່ານອາດຈະໄດ້ຮັບຂ່າວເລື່ອງວຽກງານໃໝ່ ຫຼື ມີຊ່ອງທາງໃນການຊອກຢູ່ຫາກິນໃໝ່ໆ.

ຄວາມຮັກ: ຍັງມີບັນຫາໃຫ້ຕ້ອງເປັນຫ່ວງ ແລະ ທຸກໃຈ ເພາະຄົນຮັກມັກເອົາແຕ່ໃຈຕົນເອງ.

ແບ່ງປັນ