Breaking News

Ms. Puii Puii

ຈະເລືອກໃຜດີ ??

ລະຫວ່າງຄົນທີ່ເຮົາຮັກ ກັບຄົນທີ່ຮັກເຮົາ ເຮົາຄວນຈະເລືອກໃຜດີ ຄົນທີ່ເຮົາຮັກ ຄືຄົນທີ່ແມ່ນແລ້ວສຳລັບເຮົາ ແຕ່ບາງຄັ້ງ ເຮົາພັດຮູ້ສຶກວ່າລາວຄົນນັ້ນ ມັນບໍ່ແມ່ນ ຄົນທີ່ເຮົາຮັກ ຄຶຄົນທີ່ເຮົາຄິດວ່າເຮົາຮູ້ຈັກລາວດີ ແຕ່ຄວາມຈິງແລ້ວ ເຮົາພັດບໍ່ຮູ້ຈັກໃນຕົວຂອງລາວ ຄົນທີ່ເຮົາຮັກ ຄືຄົນທີ່ເຮົາພ້ອມຈະເປັນຜູ້ໃຫ້ ແຕ່ສິ່ງທີ່ເຮົາໃຫ້ ລາວພັດບໍ່ເຄີຍເບິ່ງເຫັນສິ່ງທີ່ເຮົາໃຫ້ໄປ ຄົນທີ່ເຮົາຮັກ ຄືຄົນທີ່ເຮົາຢູ່ນຳແລ້ວມີຄວາມສຸກ ແຕ່ເວລາເຮົາທຸກ ເຮົາພັດຊອກຫາລາວບໍ່ເຫັນ ຄົນທີ່ເຮົາຮັກ ຄືຄົນທີ່ເຮົາໃສ່ໃຈທຸກເວລາ ແຕ່ຕະຫຼອດເວລາທີ່ຜ່ານມາລາວບໍ່ໄດ້ຮັກເຮົາເລີຍ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາພຽງເບິ່ງຜ່ານໄປ ແຕ່ລາວພັດເບິ່ງເຮົາແບບໃສ່ໃຈ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ພະຍາຍາມໃຫ້ຄວາມຮູ້ຈັກ ແຕ່ລາວພັດພະຍາຍາມຢາກຮູ້ຈັກເຮົາ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ເຄີຍໃຫ້ຄວາມສຳຄັນ ແຕ່ລາວ ພັດໃຫ້ໃນສິ່ງທີ່ມີຄ່າມີຄວາມສຳຄັນກັບເຮົາ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ເຄີຍເຫັນໜ້າເວລາສຸກ ແຕ່ເວລາທຸກ ລາວພັດເປັນເໝືອນເງົາຄອຍເຝົ້າ ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ເຄີຍນຶກເຖິງ ແຕ່ມີສິ່ງໜຶ່ງບອກໃຫ້ຮູ້ວ່າ ລາວຄົນນັ້ນຮັກເຮົາສະເໝີ

Read More »

ດວງປະຈໍາວັນທີ 17 ສິງຫາ 2016

ວັນຈັນ. ການເງິນ: ມີຄວາມສຸກ ແລະ ຄວາມພໍໃຈກ່ຽວກັບການໃຊ້ເງິນໃນການລົງທຶນ ອາດຈະມີບັນຫາຢູ່ເລັກນ້ອຍແຕ່ກໍສາມາດບໍລິຫານຈັດການໃຫ້ຜ່ານໄປໄດ້ພາຍໃຕ້ຄວາມກົດດັນ. ວຽກງານ: ມີຄົນໃຫ້ຄວາມຊ່ວຍເຫຼືອໃນດ້ານວຽກງານໃຫ້ຜ່ານພົ້ນອຸປະສັກໄປໄດ້ ຖ້າຕ້ອງການພັດທະນາ ຫຼື ຕໍ່ຍອດໃນທຸລະກິດກໍຈະສາມາດເຮັດໄດ້. ຄວາມຮັກ: ຄົນມີຄູ່ ຍັງບໍ່ມີເວລາຫຼາຍປານໃດໃຫ້ກັບຄົນຮັກ ຫຼື ໃນຊ່ວງນີ້ເພາະມີເລື່ອງທີ່ເຮັດໃຫ້ຕ້ອງເດີນທາງເລື່ອຍໆ ສ່ວນຄົນໂສດ ຊ່ວງນີ້ຍັງບໍ່ມີວີ່ແວວຂອງຄວາມຮັກເລີຍ. ວັນອັງຄານ. ການເງິນ: ຈະຫາໄດ້ເຂົ້າມາຢ່າງຕໍ່ເນື່ອງເລື່ອຍໆ ຖ້າຫາກມີການລົງທຶນເພີ່ມກ່ຽວກັບເລື່ອງການເງິນ. ວຽກງານ: ມີອຸປະສັກໃນການຕິດຕໍ່ຕ່າງໆເກີດຂຶ້ນທີ່ຕ້ອງໄດ້ວາງແຜນ ແລະ ແກ້ໄຂ ແລະ ພະຍາຍາມເຮັດຕາມແຜນໃຫ້ດີທີ່ສຸດ. ຄວາມຮັກ: ຍັງຢູ່ໃນສະຖານະການຄວາມຮັກທີ່ບໍ່ເປີດເຜີຍໃນຊ່ວງນີ້ ຕ້ອງລະວັງໃນເລື່ອງຮັກຊ້ອນທີ່ຈະເຮັດໃຫ້ເກີດຄວາມທຸກໃຈ ສ່ວນຄົນໂສດ ອາດຈະພົບຮັກໂດຍແບບບັງເອີນ. ວັນພຸດ. ການເງິນ: ຈະດີຂຶ້ນ ແມ່ນວ່າຈະບໍ່ຫຼາຍແຕ່ກໍເຮັດໃຫ້ພໍໃຊ້ຈ່າຍ. ວຽກງານ: ໃຫ້ລະວັງອາດຈະຜິດຖຽງກັບເພື່ນຮ່ວມວຽກ ດັ່ງນັ້ນໃຫ້ລະວັງການເຈລະຈາໃຫ້ຫຼາຍ. ຄວາມຮັກ: ຄົນໂສດຄວາມຮັກຂອງທ່ານຍັງເປັນແບບຮັກເຂົາຝ່າຍດຽວ ແລະ ລະວັງຖືເຂົາຕວະເຮັດໃຫ້ເສຍໃຈອີກດ້ວຍ ສ່ວນຄົນມີຄູ່ ຊ່ວງນີ້ຄວາມຮັກບໍ່ຄ່ອຍຈະມີບັນຫາ ເພາະທ່ານສອງຄົນເຂົ້າໃຈກັນຫຼາຍຂຶ້ນ. ວັນພະຫັດ. ການເງິນ: ເດັ່ນຫຼາຍ …

Read More »

ດວງປະຈໍາວັນທີ 15 ສິງຫາ 2016

ວັນຈັນ. ການເງິນ: ຄົນທີ່ການເງິນບໍ່ຄ່ອຍດີມີແວວຍິ້ມອອກ ຈະເຫັນຊ່ອງທາງການຊອກຫາກິນ ຫຼື ຫາລາຍໄດ້ເຂົ້າມາເພີ່ມຫຼາຍຂຶ້ນ. ວຽກງານ: ທ່ານຕ້ອງຢູ່ສະພາບໃນການເລືອກວ່າຈະຍັງເຮັດວຽກງານບ່ອນເກົ່າ ຫຼື ຈະຍ້າຍໄປບ່ອນອື່ນດີ. ຄວາມຮັກ: ຍັງມີບັນຫາໃຫ້ເປັນຫ່ວງ ແລະ ທຸກໃຈ ເພາະຄົນຮັກອາດຈະປະພຶດຕົນໃຫ້ທ່ານບໍ່ໄວ້ໃຈ. ວັນອັງຄານ. ການເງິນ: ພໍ່ແມ່ພີ່ນ້ອງຈະຊ່ວຍເຫຼືອໃຫ້ທ່ານຜ່ານພົ້ນໄປໄດ້. ວຽກງານ: ໃຫ້ລະວັງການເຈລະຈາ, ການເຮັດຂໍ້ຕົກລົງຕ່າງໆຄວນພິຈາລະນາໃຫ້ຮອບດ້ານເພາະທ່ານມີໂອກາດເສຍປຽບຫຼາຍ. ຄວາມຮັກ: ຄົນມີຄູ່ຄວາມຮັກອາດຮູ້ສຶກໜ້າເບື່ອໜ່າຍ ແນະນໍາວ່າໃຫ້ທ່ານລອງເຕີມຮັກໃຫ້ຫວານດ້ວຍການບອກຮັກກັນແດ່ ສ່ວນຄົນໂສດເຖິງເວລາແລ້ວທີ່ທ່ານຈະເຮັດໃຫ້ເຂົາຮູ້ວ່າທ່ານມີໃຈກັບເຂົາ. ວັນພຸດ. ການເງິນ: ມີການເຈລະຈາ, ການເຮັດສັນຍາທີ່ສໍາຄັນໃຫ້ເຮັດຢ່າງຮອບຄອບຈຶ່ງຈະດີ. ວຽກງານ: ຈະພົບເລື່ອງເຈັບຫົວຂອງຄົນອ້ອມຂ້າງທີ່ຄອຍມາຫຍຸ້ງກ່ຽວວຽກງານຂອງທ່ານ. ຄວາມຮັກ: ຄົນມີຄູ່ແລ້ວ ຄົົນຮັກຈະແສນໂຣແມນຕິກເປັນພິເສດ ອາດຈະພາທ່ານໄປທ່ຽວໃນບ່ອນທີ່ມີບັນຍາກາດດີໆໂຣແມນຕິກ ສ່ວນຄົນໂສດທີ່ລັ່ງເລໃຈຄິດບໍ່ຕົກວ່າຈະເລືອກໃຜດີ ເພາະຊ່ວງນີ້ອາດຈະມີຄົນເຂົ້າມາຈີບທ່ານຫຼາຍ. ວັນພະຫັດ. ການເງິນ: ຍັງຕິດຂັດຫຼາຍ ລາຍໄດ້, ຄ່າຕອບແທນທີ່ຫວັງຈະຍັງຊັກຊ້າຕໍ່ໄປອີກ. ວຽກງານ: ວຽກງານຊ່ວງນີ້ທ່ານອາດຈະໄດ້ຮັບຜິດຊອບຫຼາຍກວ່າຄົນອື່ນ ຈົນທ່ານຮູ້ສຶກວ່າຕົນເອງຖືກເອົາປຽບ. ຄວາມຮັກ: ຄົນຮັກຈະເຮັດໃຫ້ຮູ້ສຶກບໍ່ດີ, ທ່ານອາດຈະຮູ້ສຶກບໍ່ໝັ້ນຄົງໃນຄວາມສໍາພັນນີ້ ສ່ວນຄົນໂສດຍັງຕ້ອງເຫງົາໝົດຫວັງຕໍ່ຄວາມຮັກອີກຕໍ່ໄປ. ວັນສຸກ. …

Read More »

ດວງປະຈໍາວັນທີ 10 ສິງຫາ 2016

ດວງປະຈໍາວັນທີ 10 ສິງຫາ 2016 ວັນຈັນ. ການເງິນ: ຜ່ານມາໃຊ້ຈ່າຍແບບຟຸ່ມເຟືອຍແລ້ວ ຕໍ່ໄປຄວນໃຊ້ຈ່າຍແບບປະຢັດເພາະຊ່ວງນີ້ການເງິນຂອງທ່ານບໍ່ຄ່ອຍດີປານໃດ. ວຽກງານ: ອາດຈະໄດ້ວຽກງານໃໝ່ທີ່ເຂົ້າທາງທ່ານເລີຍກ່ຽວກັບການສື່ສານ, ເອກະສານ ແລະ ຄໍາເວົ້າ. ຄວາມຮັກ: ເລີ່ມດີຂຶ້ນເຊິ່ງທ່ານກໍຄາດຫວັງວ່າຈະມີສິ່ງດີເຂົ້າມາທຸກມື້ ຈະເຮັດໄດ້ ຫຼື ບໍ່ນັ້ນຂຶ້ຢູ່ກັບຕົວທ່ານເອງ ຄົນໂສດຍັງຫາຈຸດຢືນຍັງບໍ່ໄດ້ວ່າຢາກມີແຟນ ຫຼື ຢາກເປັນໂສດດີ. ວັນອັງຄານ. ການເງິນ: ອາດຈະເສຍເງິນກັບການປ່ຽນເຄື່ອງມືເຮັດວຽກງານເຊັ່ນ: ໂນດບຸກໃໝ່, ໂທລະສັບໃໝ່. ວຽກງານ: ອຸປະສັກຫຼາຍຈົນທ່ານເລີ່ມຮູ້ສຶກເບື່ອໜ່າຍ, ຄິດຫຼາຍ ດັ່ງນັ້ນຄວນໃຈເຢັນໆເພາະເຮັດວຽກໃຫຍ່ບໍ່ສາມາດສໍາເລັດໄດ້ພຽງຄົນດຽວ ແລະ ພາຍໃນມື້ດຽວ. ຄວາມຮັກ: ຄົນຮັກຈະເອົາໃຈ ແລະ ຄອຍເປັນທີ່ປຶກສາໃຫ້ທ່ານໄດ້ເປັນຢ່າງດີ ສ່ວນຄົນໂສດອາດຈະພົບຮັກກັບຄົນທີ່ທ່ານຄິດໄວ້. ວັນພຸດ. ການເງິນ: ໃຫ້ທ່ານລະວັງອາດຈະຕ້ອງເສຍເງິນເພື່ອຈ່າຍຄ່າພາສີທາງສັງຄົມເຊັ່ນ: ຊື້ເຄື່ອງແຕ່ງກາຍເສື້ອຜ້າໃໝ່ຫຼືໄດ້ຊອງຜ້າປ່າງານບຸນ ວຽກງານ: ຄົນທີ່ມີບັນຫາດ້ານວຽກງານຈະໄດ້ຮັບຄວາມຊ່ວຍເຫຼືອຈາກເພື່ອນຮ່ວມວຽກງານ. ຄວາມຮັກ: ຖ້າຫາກຕ່າງຄົນຕ່າງຫຼຸດກຽດສັກສີລົງຄວາມວຸ່ນວາຍຕ່າງໆໃນຄອບຄົວກໍຈົບ ຄົນໂສດຢາກມີຄູ່ເຫຼືອເກີນ ດັ່ງນັ້ນຢ່າຫຼົງຮັກໃຜຕັ້ງແຕ່ເທື່ອທໍາອິດທີ່ໄດ້ພົບກັນ. ວັນພະຫັດ. ການເງິນ: ອາດຈະເສຍເງິນເພື່ອເບິ່ງແຍງສຸຂະພາບ …

Read More »

ດວງປະຈໍາວັນທີ 3 ສິງຫາ 2016

ດວງປະຈໍາວັນທີ 3 ສິງຫາ 2016 ວັນຈັນ. ການເງິນ: ເດັ່ນດີ ທ່ານຈະໄດ້ຮັບຄ່າຈ້າງ ຫຼື ຜົນຕອບແທນທີ່ໄດ້ຈາກວຽກງານທີ່ເຄີຍເຮັດຜ່ານມາ. ວຽກງານ: ທານຈະສາມາດແກ້ໄຂບັນຫາວຽກງານທີ່ພົບໃຫ້ຜ່ານໄປໄດ້ ວຽກງານມີຄວາມຄືບໜ້າ. ຄວາມຮັກ: ຄົນທີ່ຍັງໂສດມື້ນີ້ອາດຈະມີຜູ້ຊາຍເຂົ້າມາຈີບ ແຕ່ທ່ານຍັງກໍເສີຍໆຫຼິ້ນຕົວຢູ່ ເພາະຄິດວ່າງາມເລືອກໄດ້. ວັນອັງຄານ. ການເງິນ: ບໍ່ດີປານໃດ ທ່ານຈະຮູ້ສຶກວ່າຖືກເອົາປຽບດ້ານການເງິນ, ການເຮັດສັນຍາ ຫຼື ໄດ້ສ່ວນແບ່ງທີ່ບໍ່ຍຸດຕິທໍາ. ວຽກງານ: ມີທ່ານອາດຈະໄດ້ຮັບຂ່າວດີທີ່ບໍ່ຄາດຄິດກ່ຽວກັບວຽກງານ. ຄວາມຮັກ: ຍັງຕ້ອງຜິດຖຽງກັບຄົນຮັກຕໍ່ໄປອີກຍ້ອນເລື່ອງເກົ່າໆ ໂດຍສະເພາະເລື່ອງຫຶງຫວງ ສ່ວນຄົນທີ່ມີຄວາມລັບກັບແຟນໃຫ້ບອກຄວາມຈິງໄປກ່ອນທີ່ຄວາມລັບຈະແຕກ. ວັນພຸດ. ການເງິນ: ອາດຈະເສຍເງິນຍ້ອນການເຮັດບຸນ ຫຼື ໃຊ້ຈ່າຍເພື່ອເດີນທາງໄປວັດ, ໄປສະຖານສຶກສາ. ວຽກງານ: ເດັ່ນດີ ມີໂອກາດຈະໄດ້ຮັບການຍອມຮັບຈາກຫົວໜ້າ. ຄວາມຮັກ: ບໍ່ດີປານໃດ ອາດຈະຕ້ອງໄດ້ເລີກກັບຄົນຮັກ, ເຈັບກັບຄວາມຮັກອາດຈະຕ້ອງເຖິງຂັ້ນກິນບໍ່ໄດ້ນອນບໍ່ຫຼັບ. ວັນພະຫັດ. ການເງິນ: ອາດຈະໄດ້ຮັບຜົນຕອບແທນທີ່ດີຂຶ້ນ, ຫົວໜ້າຂຶ້ນເງິນເດືອນໃຫ້, ທຸລະກິດການຄ້າໄດ້ກໍາໄລຫຼາຍກວ່າປົກກະຕິ. ວຽກງານ: ໃຫ້ລະວັງການເຮັດວຽກທີ່ຜິດພາດ …

Read More »