Breaking News

ຈະເລືອກໃຜດີ ??

ແບ່ງປັນ

KuanjaI FaceB 004-01

ລະຫວ່າງຄົນທີ່ເຮົາຮັກ ກັບຄົນທີ່ຮັກເຮົາ ເຮົາຄວນຈະເລືອກໃຜດີ

ຄົນທີ່ເຮົາຮັກ ຄືຄົນທີ່ແມ່ນແລ້ວສຳລັບເຮົາ ແຕ່ບາງຄັ້ງ ເຮົາພັດຮູ້ສຶກວ່າລາວຄົນນັ້ນ ມັນບໍ່ແມ່ນ

ຄົນທີ່ເຮົາຮັກ ຄຶຄົນທີ່ເຮົາຄິດວ່າເຮົາຮູ້ຈັກລາວດີ ແຕ່ຄວາມຈິງແລ້ວ ເຮົາພັດບໍ່ຮູ້ຈັກໃນຕົວຂອງລາວ

ຄົນທີ່ເຮົາຮັກ ຄືຄົນທີ່ເຮົາພ້ອມຈະເປັນຜູ້ໃຫ້ ແຕ່ສິ່ງທີ່ເຮົາໃຫ້ ລາວພັດບໍ່ເຄີຍເບິ່ງເຫັນສິ່ງທີ່ເຮົາໃຫ້ໄປ

ຄົນທີ່ເຮົາຮັກ ຄືຄົນທີ່ເຮົາຢູ່ນຳແລ້ວມີຄວາມສຸກ ແຕ່ເວລາເຮົາທຸກ ເຮົາພັດຊອກຫາລາວບໍ່ເຫັນ

ຄົນທີ່ເຮົາຮັກ ຄືຄົນທີ່ເຮົາໃສ່ໃຈທຸກເວລາ ແຕ່ຕະຫຼອດເວລາທີ່ຜ່ານມາລາວບໍ່ໄດ້ຮັກເຮົາເລີຍ

ຄົນທີ່ຮັກເຮົາ ຄືຄົນທີ່ເຮົາພຽງເບິ່ງຜ່ານໄປ ແຕ່ລາວພັດເບິ່ງເຮົາແບບໃສ່ໃຈ

ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ພະຍາຍາມໃຫ້ຄວາມຮູ້ຈັກ ແຕ່ລາວພັດພະຍາຍາມຢາກຮູ້ຈັກເຮົາ

ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ເຄີຍໃຫ້ຄວາມສຳຄັນ ແຕ່ລາວ ພັດໃຫ້ໃນສິ່ງທີ່ມີຄ່າມີຄວາມສຳຄັນກັບເຮົາ

ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ເຄີຍເຫັນໜ້າເວລາສຸກ ແຕ່ເວລາທຸກ ລາວພັດເປັນເໝືອນເງົາຄອຍເຝົ້າ

ຄົນທີ່ຮັກເຮົາ ຄືຄົນທີ່ເຮົາບໍ່ເຄີຍນຶກເຖິງ ແຕ່ມີສິ່ງໜຶ່ງບອກໃຫ້ຮູ້ວ່າ ລາວຄົນນັ້ນຮັກເຮົາສະເໝີ

ແບ່ງປັນ