ນອນນັບຖອຍຫຼັງສະເໝີ ເມື່ອເຮົາບໍ່ໃສ່ໃຈກັນ !!
ໃນຍຸກທີ່ເຮົາສື່ສານກັນງ່າຍຂຶ້ນ ເຮົາອາດຈະໃຊ້ວິທີພິມຂໍ້ຄວາມເພື່ອລົມກັນເປັນສ່ວນຫຼາຍ ຈົນເຮັດໃຫ້ລືມເລື່ອງເກົ່າໆໄປ
ຍ່າລືມໂທຫາຄົນທີ່ທ່ານຮັກ ເພາະເວລາເຮົາອ່ານຄຳວ່າສະບາຍດີ ເຮົາບໍ່ໄດ້ຍິນນໍ້າສຽງຂອງລາວວ່າເປັນແນວໃດ
ຍ່າລືມແບ່ງເວລາພົບຄົນຮັກ ເພາະລາວອາດຈະມີເລື່ອງບໍ່ສະບາຍ ທີ່ບໍ່ຮູ້ຈະລົມກັບໃຜ ຫຼື ພິມອອກມາໄດ້ ແຕ່ການມີໃຜຈັກຄົນຢູ່ຂ້າງກາຍລາວ ສິ່ງນັ້ນອາດເຮັດໃຫ້ລາວຮູ້ສຶກດີຂຶ້ນ
ການໃຫ້ເວລາກັບຄົນຮັກເຮົາຄິດວ່າເປັນສິ່ງສຳຄັນ ອີກຢ່າງໜຶ່ງເຖິງວ່າທັງສອງ ອາດຈະມີພາລະໜ້າທີ່ ແຕ່ເຮົາກໍຕ້ອງເຊື່ອວ່າ ຫາກເຮົາຈັດສັນເວລາດີໆ ເຮົາກໍສາມາດໃຫ້ເວລາກັບຄົນຮັກໄດ້ ເຖິງວ່າເວລານັ້ນອາດຈະບໍ່ຫຼາຍ ແຕ່ຢ່າງໜ້ອຍກໍຄວນມີໃຫ້ກັນ ເພາະການບໍ່ມີເວລາໃຫ້ຄົນຮັກນັ້ນ ມັນກໍເໝືອນລະເບີດເວລາຂອງຄວາມສຳພັນ ທີ່ຄອຍນັບຖອຍຫຼັງອອກຈາກກັນເມື່ອຍາມທີ່ເຮົາບໍ່ໄດ້ໃສ່ໃຈ