Breaking News

Ms. Puii Puii

4 ວິທີ ທີ່ຄູ່ຮັກຄວນຊອກຫາເພື່ອປັບປຸງ

ຕ່າງຄົນຕ່າງມີຄຸນຄ່າໃນຕົວເອງ ທ່ານຕ້ອງຊອກມັນໃຫ້ເຫັນ ຕ້ອງເລີ່ມຈາການປ່ຽນຄວາມຄິດຂອງຕົວທ່ານກ່ອນ ແຕ່ຖ້າບໍ່ຮູ້ຈະເລີ່ມບ່ອນໃດ ກໍລອງປຶກສາເພື່ອນສະນິດ ເພາະບາງຄັ້ງສາຍຕາຈາກຄົນທີ່ເບິ່ງເຮົາ ກໍອາດບົ່ງບອກໄດ້ດີກວ່າທີ່ເຮົາເບິ່ງຕົວເຮົາເອງ ຈົ່ງຍີ້ມຮັບກັບທຸກບັນຫາ ແລະ ສູ້ມັນຢ່າຍອມທໍ້ ເມື່ອຮອດມື້ ທີ່ທ່ານຜ່ານບັນຫາໃດໜຶ່ງໄດ້ແລ້ວ ທ່ານຈະພູມໃຈ ແລະ ໝັ້ນໃຈໃນຕົວເອງຫຼາຍຂຶ້ນຢ່າງແນ່ນອນ ແລະ ບັນຫາເຫຼົ່ານັ້ນຈະຊ່ວຍພັດທະນາທ່ານ ແລະ ເຮັດໃຫ້ທ່ານເປີດຄວາມຄິດໃຫ້ກວ້າງອອກ ແລະ ທ່ານຈະສາມາດເບິ່ງໂລກໃນມຸມມອງໃໝ່ໆທີ່ບໍ່ເຄີຍເຫັນມາກ່ອນ ລອງເຮັດສິ່ງໃໝ່ໆ ເພື່ອຄົ້ນຫາຕົວເອງໃຫ້ຫຼາຍຂຶ້ນ ເມື່ອທ່ານກ້າທີ່ຈະອອກໄປສຳພັດກັບສິ່ງໃໝ່ໆ ທີ່ທ່ານບໍ່ເຄີຍພົບມາກ່ອນ ຈົງເກັບຄວາມຍ້ານໄວ້ໃນບ່ອນທີ່ເໝາະສົມ ແລະ ຈົ່ງດຶງເອົາຄວາມກ້າອອກມາລອງເຮັດໃນສິ່ງທີ່ຕ້ອງການ ເພື່ອຄົ້ນພົບຕົວຕົນ ຂອງທ່ານໃຫ້ຫຼາຍຂຶ້ນ ແລ້ວທ່ານຈະພົບວ່າຕົວທ່ານຍັງສາມາດເຮັດໄດ້ອີກຫຼາຍໆຢ່າງ. ຈົ່ງໃຊ້ຊີວິດຢ່າງຄຸ້ມຄ່າທີ່ສຸດ ໂດຍການຮຽນຮູ້ຈາກສິ່ງທີ່ບໍ່ແມ່ນ ຈົນຊອກຫາສິ່ງທີ່ແມ່ນສຳລັບທ່ານ ແລ້ວມີຄວາມສຸກກັບມັນໃຫ້ເຖິງທີ່ສຸດ ຢ່າໃຫ້ຮອດຕອນທີ່ບໍ່ເຫຼືອເວລາແລ້ວທ່ານ ຈະຮູ້ສຶກເສຍໃຈໃນສິ່ງ ທີ່ຍັງບໍ່ໄດ້ລົງມືເຮັດຫຍັງເທື່ອ ທຸກຄົນລ້ວນມີທາງເລືອກສະເໝີ ຢູ່ທີ່ວ່າຈະເລືອກທາງເດີນທາງໃດເທົ່ານັ້ນເອງ.  

Read More »

7 ວິທີສັງເກດ ຄົນທີ່ເຮົາມັກ ລາວມີແຟນແລ້ວຫຼືຍັງ ??

ລອງເຂົ້າໄປຈອບເບິ່ງຢູ່ໃນ Facebook ຄົນໆນັ້ນກ່ອນ ຍຸກນີ້ກໍເປັນຍຸກໄອທີແລ້ວ ໃຜໆກໍມັກຫຼິ້ນ Facebook ມັນເປັນເປັນສິ່ງທີ່ດີຫຼາຍຖ້າເຮົາ ສາມາດໄປຮູ້ຊື່ Facebook ຂອງຄົນທີ່ເຮົາຫຼົງມັກ ແລ້ວເຂົ້າໄປຊ່ອງເບິ່ງວ່າ ລາວແມ່ນໃຜ ເປັນແນວໃດ ແລະ ໝູ່ໆລາວມີໃຜແດ່ ເພາະບາງເທື່ອເຮົາອາດຈະຮູ້ຂໍ້ມູນອື່ນໆຕື່ມອີກ. ຮູບທີ່ເຮົາເຫັນ ບໍ່ສາມາດບອກທຸກສິ່ງ ເຮົາບໍ່ສາມາດຮູ້ໄດ້ວ່າຮູບທີ່ເຮົາເຫັນ ບໍ່ວ່າໃນ Facebook ຫຼື ທີ່ຄົນໆນັ້ນສົ່ງມາໃຫ້ແມ່ນສິ່ງທີ່ລາວກຳລັງເຮັດຢູ່ ເພາະບາງຄັ້ງລາວອາດຈະຖ່າຍເອົາໄວ້ດົນແລ້ວກໍເປັນໄດ້, ສະນັ້ນ ໂທຫາລາວເລີຍຈະດີກວ່າ ພະຍາຍາມຮູ້ຈັກສັງຄົມ ຂອງຄົນໆນັ້ນຢູ່ ຢ່າງໃດກໍຕາມ ຖ້າວ່າໄດ້ລົມກັນແລ້ວ ເຮົາຈຳເປັນຕ້ອງໄດ້ຮູ້ຈັກສັງຄົມ ແລະ ຄົນອ້ອມຂ້າງລາວໃຫ້ໄດ້ ເພາະມັນອາດຈະມີບາງສິ່ງບາງຢ່າງສະກິດໃຈໃຫ້ເຮົາຮູ້ວ່າ ຄົນໆນັ້ນມີແຟນແລ້ວຫຼືຍັງ? ຢ່າເຊື່ອໃຈຈົນເກີນໄປ ຍ້ອນວ່າບາງຄົນ ຮັກໃຜຮັກແທ້ ແລະ ຈິງຈັງທີ່ສຸດ, ເພາະສະນັ້ນ ແບ່ງໃຈໄວ້ກ່ອນກໍດີ ເພື່ອບາງທີມັນບໍ່ໄດ້ເປັນແບບທີ່ເຮົາຄິດ ຈິ່ງຈະບໍ່ຕ້ອງມານັ່ງເສຍໃຈພາຍຫຼັງ ໂທຫາມັກບໍ່ຮັບສາຍ ຄົນບາງຄົນບໍ່ມັກຮັບສາຍຕອນກາງຄືນ ໃຫ້ລະວັງໄວ້ໃຫ້ດີ ເພາະບາງທີ ລາວອາດຈະຢູ່ນຳແຟນຕົວຈິງກໍອາດຈະເປັນໄດ້ ລະວັງຄຳຫວານໆ ທີ່ຄົນໆນັ້ນຢອດມາ ຖ້າວ່າເຈິຄົນປາກຫວານ …

Read More »

ຢ່າເບື່ອຄົນທີ່ຢູ່ຄຽງຂ້າງໃນມື້ທີ່ ທ່ານຖືກຈາກລາ

ຢ່າເບື່ອຄົນທີ່ຢູ່ຄຽງຂ້າງໃນມື້ທີ່ ທ່ານຖືກຈາກລາ ຄົນບາງຄົນເກີດມາ ເພື່ອມີພຽງແຕ່ຄູ່ຮັກ ແຕ່ບາງຄົນເກີດມາມັນກໍມີເພື່ອນ ຄວາມຮູ້ສຶກມັນຕ່າງກັນ ບາງຄົນເລືອກຄູ່ຮັກ ບາງຄົນເລືືອກເພື່ອນ ເຮົາວ່າ ບໍ່ຕ້ອງເລືອກດອກ ເພາະເພື່ອນທີ່ດີ ແລະ ຄົນຮັກທີ່ດີ ມັນຈະບໍ່ກົດດັນໃຫ້ເຮົາເລືອກ ພຽງແຕ່ຕ້ອງແບ່ງເວລາໃຫ້ດີ ເວລາຂອງຄົນຮັກ, ເພື່ອນ ແລະ ຄອບຄົວ ຍ່າມີເວລາໃຫ້ເພື່ອນພຽງແຕ່ຕອນຖືກຄົນຮັກຈາກລາ ເພາະໃນຍາມທີ່ເພື່ອນບໍ່ມີໃຜ ມັນກໍມີພຽງເຮົາເທົ່ານັ້ນ ຍ່າເຮັດຄືວ່າ ເຮົາມີເວລາໃຫ້ໝູ່ໃນເມື່ອຕອນ ທີ່ເຮົາບໍ່ມີຄົນຮັກເທົ່ານັ້ນ ແຕ່ສໍາລັບບາງຄົນ ເຖິງວ່າຈະມີຄົນຮັກ ຫຼື ບໍ່ມີຄົນຮັກ ມັນກໍຈະບໍ່ລືມເວລາຂອງເພື່ອນດອກ ຍ່າລໍາຄານຄົນທີ່ຢູ່ຂ້າງກາຍທ່ານໃນວັນທີ່ທ່ານບໍ່ມີໃຜ ບໍ່ວ່າຈະເປັນເພື່ອນຫຼື ຄອບຄົວກໍຕາມ.  

Read More »

ເລີ່ມຕົ້ນໃໝ່ ຫຼື ຈົມຢູ່ກັບອະດີດ ??

ການເລີ່ມຕົ້ນໃໝ່ ມັນອາດຈະຍາກ ແຕ່ການປ່ອຍຕົວເອງໃຫ້ຈົມຢູ່ກັບອະດີດມັກກໍຍາກເຊັນກັນ. ເມື່ອຈາກລາກັນໄປ ຕ່າງຝ່າຍກໍຕ່າງມີຊີວິດເປັນຂອງຕົນເອງ ບໍ່ຕ້ອງໄປຫາຄວາມຍຸດຕິທໍາໃນຄວາມສຳພັນວ່າລາວຈະຮູ້ສຶກເສີຍໃຈເທົ່າກັບເຮົາຮູ້ສຶກດອກ ບໍ່ຕ້ອງໄປຄອຍເບິ່ງຊີວິດລາວວ່າລາວຈະໄປຮັກກັບໃຜ, ຮັກກັນພຽງໃດ ຫາກວ່າເຮົາຮັບຮູ້ແລ້ວ ຕົວເຮົາເອງນີ້ລະທີ່ຈະຕ້ອງເສຍໃຈ ຄວາມຊົງຈຳຈະງົດງາມພຽງໃດກໍຕາມ ເຖິງວ່າໃນເມື່ອນັ້ນເຮົາອາດໄດ້ດຳເນີນຊີວິດກັບລາວກໍຕາມ ແຕ່ຢ່າລືມວ່າ ຄວາມຈິງໃນຕອນນີ້ຕ້ອງດຳເນີນຕໍ່ໄປພຽງຄົນດຽວ ການເລີ່ມຕົ້ນໃໝ່ກັບໃຜຈັກຄົນ ມັນອາດຈະເຮັດໃຫ້ເຮົາຮູ້ສຶກຢ້ານທີ່ສຸດ ແຕ່ການປ່ອຍໃຫ້ຕົນເອງຕ້ອງເຈັບຊໍ້ານໍ້າໃຈ ກໍເປັນເລື່ອງທີ່ໜ້າຢ້ານເຊັ່ນກັນ.  

Read More »

ເມື່ອເຮົາບໍ່ໃສ່ໃຈກັນ !!

ນອນນັບຖອຍຫຼັງສະເໝີ ເມື່ອເຮົາບໍ່ໃສ່ໃຈກັນ !! ໃນຍຸກທີ່ເຮົາສື່ສານກັນງ່າຍຂຶ້ນ ເຮົາອາດຈະໃຊ້ວິທີພິມຂໍ້ຄວາມເພື່ອລົມກັນເປັນສ່ວນຫຼາຍ ຈົນເຮັດໃຫ້ລືມເລື່ອງເກົ່າໆໄປ ຍ່າລືມໂທຫາຄົນທີ່ທ່ານຮັກ ເພາະເວລາເຮົາອ່ານຄຳວ່າສະບາຍດີ ເຮົາບໍ່ໄດ້ຍິນນໍ້າສຽງຂອງລາວວ່າເປັນແນວໃດ ຍ່າລືມແບ່ງເວລາພົບຄົນຮັກ ເພາະລາວອາດຈະມີເລື່ອງບໍ່ສະບາຍ ທີ່ບໍ່ຮູ້ຈະລົມກັບໃຜ ຫຼື ພິມອອກມາໄດ້ ແຕ່ການມີໃຜຈັກຄົນຢູ່ຂ້າງກາຍລາວ ສິ່ງນັ້ນອາດເຮັດໃຫ້ລາວຮູ້ສຶກດີຂຶ້ນ ການໃຫ້ເວລາກັບຄົນຮັກເຮົາຄິດວ່າເປັນສິ່ງສຳຄັນ ອີກຢ່າງໜຶ່ງເຖິງວ່າທັງສອງ ອາດຈະມີພາລະໜ້າທີ່ ແຕ່ເຮົາກໍຕ້ອງເຊື່ອວ່າ ຫາກເຮົາຈັດສັນເວລາດີໆ ເຮົາກໍສາມາດໃຫ້ເວລາກັບຄົນຮັກໄດ້ ເຖິງວ່າເວລານັ້ນອາດຈະບໍ່ຫຼາຍ ແຕ່ຢ່າງໜ້ອຍກໍຄວນມີໃຫ້ກັນ ເພາະການບໍ່ມີເວລາໃຫ້ຄົນຮັກນັ້ນ ມັນກໍເໝືອນລະເບີດເວລາຂອງຄວາມສຳພັນ ທີ່ຄອຍນັບຖອຍຫຼັງອອກຈາກກັນເມື່ອຍາມທີ່ເຮົາບໍ່ໄດ້ໃສ່ໃຈ  

Read More »