Breaking News

Ms. Puii Puii

6 ຂັ້ນຕອນການເບິ່ງແຍງເລັບຂອງທ່ານ

6 ຂັ້ນຕອນການເບິ່ງແຍງເລັບຂອງທ່ານໃຫ້ຄົງຄວາມງາມ, ສະອາດສະດຸດຕາ ແຕ່ລະຂັ້ນຕອນໃນການເບິ່ງແຍງຮັກສາ: ເລືອກສີໃຫ້ເໝາະສົມກັບ style ຂອງທ່ານ ສີຂອງຢາທາເລັບມີໃຫ້ເລືອກຫຼາກຫຼາຍຈົນທ່ານສາມາດບໍ່ຖືກເລີຍ ດັ່ງນັ້ນຫຼັກການງ່າຍໆເລີຍກໍຄື ໃຫ້ທ່ານເລືອກສີແບບດ້ານ ຫຼື ມັນວາວທີ່ເຂົ້າກັບ style ການແຕ່ງໜ້າ ແລະ ເສື້ອຜ້າຂອງທ່ານອີກດ້ວຍ. ການຖູເລັບ ຢາທາເລັບສີເຂັ້ມຈະເບິ່ງເຂົ້າກັບເລັບທີ່ມີຄວາມສັ້ນຫຼາຍກວ່າ. ການບໍາລຸງ, ຕັດໜັງຂອງທ່ານໃຫ້ຮຽບຮ້ອຍ ແລະ ໝັ່ນບໍາລຸງເພິ່ມຄວາມຊຸ່ມຊື່ນດ້ວຍນໍ້າມັນ ຫຼື ຄີມບໍາລຸງ ບໍ່ຄວນປ່ອຍໃຫ້ມັນແຫ້ງເປັນໜັງແຂງໆ ຫຼື ລອກອອກເປັນຂຸຍ ເພາະນັ້ນຈະເຮັດໃຫ້ເລັບທີ່ທ່ານຕັ້ງໃຈແຕ້ມສີສັນລົງໄປແລ້ວບໍ່ເປັນຕາເບິ່ງເລີຍ. ການປົກປ້ອງເລັບໃຫ້ທ່ານໃຊ້ຄີມບໍາລຸງມືທີ່ມີຄຸນນະພາບສູງ ໂດຍສະເພາະໃນຊ່ວງໜ້າໜາວ ຫຼື ເມື່ອອາກາດເຢັນ ເພາະມືຂອງທ່ານຈະແຫ້ງ ແລະ ຫຍາບກະດ້າງໄດ້ງ່າຍ ດັ່ງນັ້ນທ່ານຈຶ່ງຄວນເລືອກໃຊ້ຄີມບໍາລຸງມືທີ່ມີສ່ວນປະສົມຂອງ SPF ຕະຫຼອດ ບໍ່ວ່າຈະເປັນຊ່ວງໜ້າໜາວ ຫຼື ໜ້າຮ້ອນກໍຕາມ. ຖູເລັບຂອງທ່ານໃຫ້ຮຽບຮ້ອຍ ທ່ານຈະຕ້ອງໃຊ້ຕົວຮອງພື້ນທີ່ຊ່ວຍໃຫ້ເລັບທີ່ເປັນຄື່ນນັ້ນລຽບນຽນຂຶ້ນ ຫຼື ຈະໃຊ້ຕະໄບຂັດເງົາເລັບກໍໄດ້ຄືກັນ ຖ້າຫາກເລັບຂອງທ່ານລຽບນຽນແລ້ວຈະເຮັດໃຫ້ການທາເລັບງ່າຍຂຶ້ນ ແລະ ຍັງເຮັດໃຫ້ເລັບໂດຍໃຊ້ສີແບບດ້ານ ແລະ Metallic …

Read More »

ເຄັດລັບຮັກສາມືໃຫ້ງາມ ແລະ ອ່ອນນຸ້ມ

ຢ່າງທີ່ຮູ້ກັນດີແລ້ວວ່າຮ່າງກາຍເຮົານັ້ນມີ ” ນໍ້າ ” ເປັນສ່ວນປະກອບທີ່ສໍາຄັນ ດັ່ງນັ້ນຖ້າຢາກເຮັດໃຫ້ມີສະພາບຜິວພັນເຮົາບໍລິເວນຕ່າງໆໃຫ້ມີຄວາມຊຸ່ມຊື່ນຈາກພາຍນັ້ນກໍ່ຕ້ອງດື່ມນໍ້າໃຫ້ຫຼາຍຂຶ້ນ ມື້ນີ້ຂັວນໃຈ ກໍ່ມີ ເຄັດລັບວິທີ່ໃນການບໍາລຸງຜິວພັນໃຫ້ມືອ່ອນນຸ່ມມາແນະນໍາ ດັ່ງນີ້: ເລືອກຜະລິຕະພັນເຮັດຄວາມສະອາດທີ່ມີນົມເປັນສ່ວນປະສົມ. ເພາະມືຂອງເຮົາຕ້ອງລ້າງຢູ່ຕະຫຼອດ ຜິວໜັງກໍ່ຈະແຫ້ງແຫ່ວງ່າຍຂຶ້ນ ເຮົາຈຶ່ງຄວນຫຼີກລ້ຽງສ່ວນປະສົມທີ່ເປັນສານເຄມີ ໃຫ້ເລືອກສານສະກັດຈາກທໍາມະຊາດ ຫຼື ມີສ່ວນປະສົມຂອງນໍ້ານົມ ເພື່ອຜິວພັນທີ່ສະອາດ ແລະ ບໍ່ມີສານເຄມີ. ລ້າງມືດ້ວຍນໍ້າທໍາມະດາ. ຄວນເລືອກລ້າງມືດ້ວຍນໍ້າທີ່ມີອຸນຫະພູມທໍາມະດາ ບໍ່ຮ້ອນຫຼາຍ ຫຼື ເຢັນຫຼາຍ ເພາະນໍ້າເຢັນຈະເຮັດໃຫ້ເສັ້ນເລືອຝອຍຫົດຕົວຈົນເກີດຮອຍແດງໆຂຶ້ນເທິ່ງຜິວພັນ ສ່ວນນໍ້າຮອນຈະເຮັດໃຫ້ຜິວໜັງແຫ້ງ ສະນັ້ນ ຄວນລ້າງມືດ້ວຍນໍ້າອຸ່ນທີ່ມີອຸນຫະພູມປົກກະຕິແທນ ບໍາລຸງທຸກຄັ້ງຫຼັງຈາກລ້າງເລັບ. ເພາະວ່ານໍ້າຢາລ້າງເລັບມີສ່ວນປະສົມຂອງແອວກໍຮໍຄ່ອນຂ້າງຫຼາຍ ແອວກໍຮໍເຫຼົ່ານີ້ມີສ່ວນເຮັດໃຫ້ຜິວໜັງມື ແລະ ເລັບຂອງເຮົາແຫ້ງ ດັ່ງນັ້ນຫຼັງຈາກທີ່ລ້າງສີເລັບອອກຮຽບຮ້ອຍແລ້ວ ກໍ່ຢ່າລືມບໍາລຸງມື ແລະ ເລັບດ້ວຍຄຣີມທາຜິວພັນຕື່ມອີກດ້ວຍ. ຄຣີມປ້ອງກັນແສງແດດກໍ່ສໍາຄັນ. ຜິວໜ້າ ແລະ ຜິວມືມີໂອກາດສຽ່ງທີ່ຈະແຫ້ງ ແລະ ມີຮິ້ວຮອຍໄດ້ເທົ່າໆກັນ ຖ້າຕ້ອງອອກໄປພົບກັບແສງແດດອີກດ້ວຍ ເຮົາຈື່ງຕ້ອງປ້ອງກັນແສງແດດ ແລະ UVໃຫ້ມື ແລະ ເລັບເຮົາດ້ວຍການໃຊ້ຄຣີມກັນແດດ …

Read More »

ຮ໋ອດສຸດໆ ເທຣນຊົງຜົມ 2016 ບໍ່ເຮັດບໍ່ໄດ້ແລ້ວ

    ຈາກສາວຜົມຍາວປ່ຽນລຸກມາເປັນສາວຜົມສັ້ນໃນແບບເທ່ໆ ຫຼື ຈາກສາວຜົມສັ້ນປ່ຽນໂສມໃຫ້ງາມກໍສາມາດເຮັດໄດ້ງ່າຍໆດ້ວຍຊົງຜົມ ແຕ່ຈະມີຊົງຜົມ ຊົງໃດແດ່ທີ່ເຮັດແລ້ວນອກຈະໄດ້ລຸກແບບເປັນສາວຫ້າວ ແລະ ສາວແບບຫວານໆ ມື້ນີ້ ວາລະສານຂັວນໃຈ ມີມາຝາກດັ່ງນີ້: ຊົງຜົມສັ້ນໃສໆ( ໄວລຸ່ນມັກ ) ຍັງຄົງຢູ່ໃນປີນີ້ບໍ່ວ່າໃຜຈະຕັດກໍຊ່ວຍຫຼຸດອາຍຸລົງໄດ້ທັນທີ.   ຜົມບ໋ອບສັ້ນ ດັດລອນໃຫຍ່ທົ່ວຫົວ ສໍາລັບສາວຜົມສັ້ນທີ່ເບື່ອຄວາມຊໍ້າຊາກ ເຮັດຊົງຜົມຊົງນີ້ດ່ວນເລີຍ ເພາະທ່ານຈະເບິ່ງເປັນສາວປ໋ອບ ຮອ໋ດມີສະຕາຍຂຶ້ນມາທັນທີ ຖ້າໃຜທີ່ຄິດຈະເຮັດຜົມຊົງນີ້ຢ່າລືມແຕ່ຕົວຫ້າວໆອີກດ້ວຍ ຫຼື ຖ້າບໍ່ດັ່ງນັ້ນອາດກາຍເປັນປ້າໂດຍບໍ່ຮູ້ສຶກຕົວ.   ດັງໂງະ ເຄິ່ງຫົວ ຄືບໍ່ໄດ້ຕັ້ງໃຈ ປົກກະຕິສາວໆກໍມັກກັນຢູ່ແລ້ວສໍາລັບການມ້ວນຜົມ ຫຼື ຊົງດັງໂງະ ແຕ່ໃຜທີ່ຢ້ານໜ້າບານຕ້ອງຊົງນີ້ເລີຍ ມາແຮງຫຼາຍເຮັດໃຫ້ທັງສາວຜົມຍາວ ແລະ ຜົມສັ້ນພຽງແຕ່ມັດຜົມເຄິ່ງຫົວມ້ວນປາຍໃຫ້ເປັນກ້ອນ ຈະປ່ອຍໄວ້ດ້ານຫຼັງ ຫຼື ມັດໄວ້ທາງໜ້າເລີຍກໍໄດ້ແຕ່ຖ້າຫາກຢາກໃຫ້ໜ້າຣຽວຍາວຂຶ້ນ ແນະນໍາໃຫ້ມັດສູງໄວ້ກ່ອນ, ມັດແບບຍຸ່ງໆຄືກັບວ່າບໍ່ໄດ້ຕັ້ງໃຈ.   ຜົມສັ້ນພຽງບ່າໄຫຼ່ ຄືຊົງຜົມທີ່ງາມແບບພໍດິບພໍດີບໍ່ສັ້ນເກີນໄປບໍ່ຍາວເກີນໄປ ແຕ່ຖ້າຈະໃຫ້ດີຕ້ອງເຮັດໃຫ້ຜົມຍາວຢູ່ໃນລະດັບດຽວກັນ ລອງແບ່ງຜົມມາຂ້າງໃດຂ້າງໜຶ່ງເໜັບຫູໄວ້ແລ້ວຈະອອກມາແບບຫວານໆ.   ຊົງຜົມ layers ເບິ່ງງາມມີ …

Read More »

ຮູຂຸມຂົນໃຫຍ່ເຮັດແນວໃດດີ ??

ຮູຂຸມຂົນໃຫຍ່ເຮັດແນວໃດດີ ??     ຜູ້ຍິງທຸກຄົນຢາກມີຜິວໜ້າໃສ, ສວຍງາມກັນທັງນັ້ນ ເພາະສະນັ້ນບັນຫາຮູ້ຂຸມຂົນໃຫຍ່ຈຶ່ງເປັນສິ່ງທີ່ໃຜຫຼາຍໆຄົນບໍ່ຢາກໃຫ້ເກີດຂຶ້ນເທິ່ງໃບໜ້າຂອງຕົນເອງໂດຍສະເພາະຜູ້ຍິາງທີ່ມີຜິວພັນໜ້າມັນທັງຫຼາຍ ແລະ ມື້ນີ້ ວາລະສານຂັວນໃຈມີເຄັດລັບດີໆທີ່ຈະເຮັດໃຫ້ຮູຂຸມຂົນຂອງທ່ານນ້ອຍລົງໄດ້ ຮູຂຸມຂົນໃຫຍ່: ຜິວພັນບໍ່ສະໝໍ່າສະເໝີເປັນຮູໆຢ່າງເຫັນໄດ້ແຈ້ງເຮັດໃຫ້ສິ່ງເປິະເປື້ອນຕົກຄ້າງ, ສະສົມ ແລະ ອູດຕັນໄດ້ງ່າຍ. ຮູຂຸມຂົນນ້ອຍ: ຜິວພັນລຽບນຽນບໍ່ເປັນຂຸມເປັນຮູສິ່ງເປິະເປື້ອນບໍ່ຕົກຄ້າງ. DIY : Do It Yourself ເຄັດລັບກະຊັບຮູຂຸມຂົນກຽມອຸປະກອນ. ນໍ້າກ້ອນກ້ອນໜຶ່ງຫຼືສອງກ້ອນ. ເຈ້ຍ tissue ທີ່ມີອ່ອນນຸ່ມ ຫຼື ຜ້າແພສະອາດ. ວິທີເຮັດ: ເຮັດຄວາມສະອາດຜິວພັນໜ້າໃຫ້ຮຽບຮ້ອຍ. ເອົານໍ້າກ້ອນທີ່ກຽມໄວ້ໄປຜ່ານນໍ້າປະມານ 1-2 ວິນາທີ ເພື່ອໃຫ້ນໍ້າກ້ອນສະອາດ ແລະ ລະລາຍເລັກນ້ອຍຈົນນໍ້າກ້ອນລຽບນຽນຂຶ້ນ. ເອົານໍ້າກ້ອນມາຫໍ້ດ້ວຍເຈ້ຍ tissue ປະມານ 3-4 ຊັ້ນ ຫຼື ຜ້າແພບາງໆປະມານ 2 ຊັ້ນເພື່ອບໍ່ໃຫ້ເຢັນໜ້າຈົນເກີນໄປ. ລໍຖ້າໃຫ້ນໍ້າກ້ອນລະລາຍພໍຊຸ່ມໆ ເພາະນໍ້າຈະຊ່ວຍຫຼໍ່ລ້ຽງ ແລະ ເພິ່ມຄວາມຊຸ່ມໃຫ້ຜິວພັນໄດ້ອີກດ້ວຍ. ນໍາມາຖູໃບໜ້າຄ່ອຍໆ …

Read More »

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ”

ໜ້າໃສ ບໍ່ມີສິວສ້ຽນ ເຮັດໃຫ້ງາມແບບງ່າຍໆດ້ວຍ “ ວາສະລິນ ” ສາວໆທ່ານໃດທີ່ມີບັນຫາເລື່ອງສິວສ້ຽນມາກວນໃຈ ມື້ນີ້ ວາລະສານຂັວນໃຈ ມີເຄັດລັບງ່າຍທີ່ສາວໆສາມາດເຮັດໄດ້ ໂດຍທີ່ບໍ່ຈໍາເປັນຕ້ອງເສຍເງິນຫຼາຍ ດ້ວຍການໃຊ້ວາສະລິນ ວິທີເຮັດກໍ່ງ່າຍໆດັ່ງນີ້: ອຸປະກອນທີ່ຕ້ອງກຽມມີ: ວາສະລິນ. ແຜນຢາງໃສ (ພາດສະຕິກ). ຜ້າແພຂົນໜູ. Tissue ຫຼື ສໍາລີ. ຂັ້ນຕອນໃນການລອກສິວສ້ຽນ. ກຽມສະພາບຜິວໜ້າໃຫ້ພ້ອມໂດຍການລ້າງໜ້າດ້ວຍນໍ້າອຸ່ນເພື່ອເປີດຮູຂຸມຂົນ ຈາກນັ້ນທາວາສະລິນເທິງດັງບໍລິເວນທີ່ມີສິວສ້ຽນ. ວາງແຜນຢາງໃສ (ພາດສະຕິກ) ລົງໃສ່ເທິ່ງບໍລິເວນທີ່ທາວາສະລິນ. ໃຊ້ຜ້າແພຂົນໜູອຸ່ນໆ ວາງທັບລົງແຜນຢາງໃສ ແລ້ວປະໄວ້ບຶດໜຶ່ງ. ດຶງຜ້າແພຂົນໜູ ແລະ ແຜນຢາງໃສອອກ ໃຊ້ Tissue ຫຼື ສໍາລີເນັນຂ້າງດັງ ໃຊ້ນິ້ວບີບສິວສ້ຽນອອກ. ເມື່ອສິວສ້ຽນອອກແລ້ວໃຫ້ທາໂລຊັ່ນ ເພື່ອກະຊັບຮູຂຸມຂົນ ແລະ ທາຄຣີມບໍາລຸງຕາມປົກກະຕິ. ພຽງແຕ່ສາວໆປະຕິບັດເທົ່ານີ້ສິວສ້ຽນກໍ່ຈະບໍ່ມາລົບກວນໃຈຂອງສາວໆອີກແລ້ວ.    

Read More »