Breaking News

kuanjai01

5 ສຸດຍອດອາຫານທີ່ຄວນກິນທຸກມື້

ໄຂ່ໄກ່ ໄຂ່ໄກ່ເປັນສຸດຍອດອາຫານທີ່ຫາໄດ້ງ່າຍ ແລະ ລາຄາຍັງຖືກອີກ ໄຂ່ໄກ່ນັ້ນເປັນແຫຼ່ງຂອງໂປຣຕິນທີ່ມີຄຸນນະພາບສູງ ທີ່ຈະເຮັດໃຫ້ທ່ານໄດ້ພະລັງງານແຕ່ບໍ່ຕຸ້ຍ ແລະ ຍັງມີປະໂຫຍດໃນການບຳລຸງສາຍຕາ, ຍັງມີລູທີນ(Lutein)ທີ່ຈະປ້ອງກັນຜິວຈາກການທຳລາຍຂອງແສງແດດອີກດ້ວຍ. 2. ຖົ່ວ ຖົ່ວເປັນແຫຼ່ງຂອງເຫຼັກ ເຊິ່ງເປັນສານອາຫານທີ່ຊ່ວຍໃນການສົ່ງຜ່ານ oxygen ຈາກປອດໄປຫາເຊວຕ່າງໆຂອງຮ່າງກາຍ ໃນຖົ່ວ 1 ຖ້ວຍ ຈະໃຫ້ທາດເຫຼັກປະມານ 16 ມິນລີກະກຼາມ ເຊິ່ງຖືວ່າເປັນປະລິມານທີ່ສູງ ນອກຈາກນີ້ຖົ່ວຍັງມີໄຟເບີຊ່ວຍໃຫ້ຮ່າງກາຍຂັບຖ່າຍໄດ້ງ່າຍອີກດ້ວຍ. 3. ໝາກກ້ຽງ ເປັນແຫຼ່ງວິຕາມິນ C ທີ່ມີປະໂຫຍດຕໍ່ການສ້າງເມັດເລືອດຂາວ, ຊ່ວຍສ້າງພູມຕ້ານທານພະຍາດ ແລະ ຍັງມີໄຟເບີສູງ ເປັນແຫຼ່ງຂອງແອນຕີ້ອ໋ອກຊີເດນ( anti oxidant )ທີ່ຈະຊ່ວຍປົກປ້ອງເຊວຜິວຈາກການຖືກທຳລາຍ ແລະ ເສີມສ້າງຄໍລາເຈນ(collagen)ໃນຜິວອີກດ້ວຍ. 4. ຊາ ແມ່ນວ່າຊາຈະເປັນເຄື່ອງດື່ມທີ່ບໍ່ໄດ້ໃຫ້ຜົນດີຕໍ່ສຸຂະພາບປານໃດແຕ່ຮູ້ບໍວ່າການດື່ມຊາໃນປະລິມານທີ່ພໍດີ ຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນຄວາຈຳເຊື່ອມ, ມະເຮັງ, ເຮັດໃຫ້ສຸຂະພາບແຂ້ວ ແລະ ກະດູກແຂງແຮງຂຶ້ນ ເພາະໃນຊານັ້ນມີສານແອນຕີ້ອ໋ອກຊີເດນ( anti oxidant )ທີ່ຮ້ອງວ່າ ຟຣາໂວນອຍ …

Read More »

5 ຂໍ້ຫ້າມເລື່ອງການເງິນທີ່ບໍ່ຄວນເຮັດໃນຊ່ວງເສດຖະກິດບໍ່ດີ

ຢ່າຄໍ້າປະກັນໃຫ້ໃຜ ຂໍ້ນີ້ສໍາຄັນຫຼາຍບໍ່ຄວນຄໍ້າປະກັນໃຫ້ໃຜແບບງ່າຍດາຍ ບໍ່ວ່າຈະຄົນຮັກແພງໃກ້ຊິດກັນກໍ່ຕາມ ເພາະຫຼາຍໆຄົນມັກເຈີປັນຫາກັບເລື່ອງແບບນີ້ມາຫຼາຍ ເພາະວ່າການຄໍ້າປະກັນໃຫ້ບຸກຄົນໃດໜຶ່ງຖ້າເຂົາບໍ່ຊໍາລະກໍຖືວ່າຜູ້ຄໍ້າປະກັນຕ້ອງທົດແທນລູກໜີ້ທີ່ບໍ່ຍອມຊໍາລະເງິນ ໃນຍາມວິກິດແບບນີ້ກໍ່ມີລູກໜີ້ຈໍານວນຫຼາຍທີ່ສວຍໂອກາດຫຼືກໜີໜິ້ນສິນ 2. ບໍ່ຄວນລົງທຶນເຮັດທຸລະກິດໃໝ່ ໃນເວລາທີ່ເສດຖະກິດບໍ່ດີແນ່ນອນ, ການຄ້າ, ການຂາຍ ຫລື ຜົນກຳໄລຈະຫຼຸດລົງຢ່າງແນ່ນອນ. ຜູ້ປະກອບການທັງຫຼາຍກໍກຳລັງຊອກຫາວິທີທາງເພື່ອເພີ່ມລາຍໄດ້ເພື່ອເຮັດໃຫ້ຍອດຂາຍ ແລະ ຜົນກຳໄລກັບມາ. ວິທີໜຶ່ງໃນການເພີ່ມກຳໄລແມ່ນການລົງທືນເພີ່ມເຕີມຈະເປີດສາຂາ ໃໝ່ເພື່ອເພີ່ມຍອດຂາຍ ຫຼື ຢ່າງອື່ນທີ່ຕ້ອງການເງິນຫຼາຍ, ຂໍບອກວ່າໃຫ້ຢຸດພັກກ່ອນເພາະມັນອາດຈະເປັນຄວາມສ່ຽງທີ່ເພີ່ມຂື້ນ. ນອກຈາກນັ້ນ, ຖ້າການລົງທືນເພີ່ມຕ້ອງໄດ້ຢືມໜີ້ຫຼາຍຂື້ນ. ຕ້ອງການເພີ່ມຄວາມລະມັດລະວັງເພາະວ່າໄລຍະເວລາການຄຸມທຶນ ແມ່ນແຕ່ເວລາທີ່ເສດຖະກິດບໍ່ດີຈະມີຫຼາຍ. ຖ້າຫາກຕ້ອງການເພື່ອເພີ່ມຍອດຂາຍໃຫ້ກັບມາ, ອາດຈະເລີ່ມຈາກການຫຼຸດຜ່ອນລາຍຈ່າຍ ຫຼື ຖ້າເປັນຄົນຄ້າຂາຍອາດຈະຕໍ່ ຫຼື ຂະຫຍາຍເວລາການເປີດ - ປິດອອກໄປ 3. ຢ່ານໍາເອົາເງິນເກັບມາໃຊ້ ບາງຄົນບໍ່ໄດ້ມີບັນຫາເລື່ອງການເງິນ ຫຼື ເສດຖະກິດ ຫຼື ອາດຈະຍັງບໍ່ຮູ້ສຶກວ່າຕົນໄດ້ຮັບຜົນກະທົບຈາກພາວະເສດຖະກິດ ເລີຍເຮັດໃຫ້ບໍ່ມີຄວາມບໍ່ກັງວົນ ຈຶ່ງນໍາເງິນທີ່ເກັບອອກມາໃຊ້ແບບບໍ່ຈໍາເປັນ ຈົນສຸດທ້າຍໃຍບາມເສດຖະກິດບໍ່ດີອາດແບບນີ້ເກີດເຫດສຸກເສີນເຮັດໃຫ້ບໍ່ມີເງິນມາຮອງຮັບໃນຍາມຈໍາເປັນໄດ້ ແລະ ການທີ່ນໍາເອົາເງິນມາໃຊ້ບໍ່ແມ່ນສິ່ງທີ່ຖືກຕ້ອງ ຄວນໃຊ້ໃຫ້ພໍໂຕຖຶວ່າດີ 4. ຫຼີກລ້ຽງການເປັນໜີ້ ແມ່ນຫຍັງທີ່ບໍ່ຈໍາເປັນຄວນພັກໄວ້ກ່ອນ ບໍ່ວ່າເຈົ້າຈະວາງແຜນຊື້ເຄື່ອງໃໝ່ …

Read More »

3 ຂໍ້ທີ່ສາວໆ ຄວນຮູ້ກ່ອນຄິດຈະມີຄວາມຮັກອີກຄັ້ງ!!!

ຕ້ອງຮູ້ຈັກຮັບຟັງຄົນຮັກແດ່ ຫລາຍຄົນທີ່ໃຊ້ຊີວິດຢູ່ ຕົວຄົນດຽວມາດົນ ຈົນອາດສົ່ງຜົນໃຫ້ກາຍເປັນຄົນບໍ່ຮັບຟັງໃຜນອກຈາກຕົວເອງແລະຕາມໃຈແຕ່ຕົວເອງຫຼາຍກວ່າທີ່ຈະຮັບຟັງຄວາມຄິດເຫັນຂອງຄົນອື່ນໆແດ່ ເຊິ່ງຟັງເບິ່ງແລ້ວກໍ່ບໍ່ຄ່ອຍດີເລີຍແມ່ນບໍ່ລະ ນີ້ຈຶ່ງເປັນສິ່ງທີ່ສາວໆ ບາງຄົນຄວນຕ້ອງປັບຕົວ ກ່ອນຄິດຈະເລີ່ມຕົ້ນຄວາມສຳພັນຄັ້ງໃຫ່ ເພາະເຮົາຈະຕ້ອງບໍ່ລືມວ່າ ຕໍ່ໄປໃນອະນາຄົດເຮົາອາດຈະບໍ່ໄດ້ໃຊ້ຊີວິດຢູ່ຕົວຄົນດຽວຄືເກົ່າແລ້ວ ການຫັດທຳຄວາມເຂົ້າໃຈໃນສິ່ງທີ່ຄົນຮັກຂອງເຮົາຕ້ອງການ ກໍ່ຖືເປັນອີກຫນຶ່ງວິທີທີ່ຈະຊ່ວຍຮັກສາ ຄວາມສຳພັນໃຫ້ຄົງຢູ່ໄດ້ຢ່າງຍາວນານ ແລະ ຍັງຖືເປັນການເອົາໃຈໃສ່ໃນຄວາມສຳພັນທີ່ບໍ່ໄດ້ປ່ອຍໃຫ້ອີກຝ່າຍຕ້ອພະຍາຍາມ ຢູ່ຄົນດຽວອີກດ້ວຍ. ຮູ້ຂໍ້ບົກພ່ອງຂອງຕົວເອງ ແລະ ແກ້ໄຂ ປະຕິເສດບໍ່ໄດ້ວ່າຄວາມຮັກ ຄັ້ງທີ່ຜ່ານໆມາ ໃຜຫລາຍຄົນເອງຕ່າງກໍ່ມີສ່ວນທີ່ເຮັດໃຫ້ເກີດຄວາມຜິດພາດຈົນບໍ່ສາມາດຍ່າງຫນ້າໄປຕໍ່ໄດ້ ເຊິ່ງສຸດທ້າຍແລ້ວ ຄວາມສຳພັນກໍ່ຕ້ອງປິດສາກລົງ ຫລາຍຕໍ່ຫລາຍຄັ້ງ ແລະ ກໍ່ໃຫ້ເກີດເປັນຄວາມເຈັບປວດທັ້ງຕໍ່ຕົວເຮົາເອງ ແລະ ອີກຝ່າຍ ຢ່າງຫລີກລ່ຽງບໍ່ໄດ້ຕາມມາ ເພາະສະນັ້ນການຮູ້ໃຫ້ທັນຂໍ້ບົກພ່ອງຂອງຕົວເອງແລະພະຍາຍາມຍັບຍັ້ງບໍ່ໃຫ້ມັນເກີດຂຶ້ນອີກ ກໍ່ເປັນສິ່ງທີ່ສາມາດຊ່ວຍປະຄັບປະຄອງຄວາມສຳພັນບໍ່ໃຫ້ຕ້ອງເກີດຈຸດຈົບຢ່າງທີ່ເຄີຍເປັນຂຶ້ນໄດ້ ຍອມຮັບວ່າທຸກສິ່ງປ່ຽນແປງໄດ້ສະເຫມີ ຄວາມປ່ຽນແປງ ເປັນເລື່ອງທີ່ສາມາດເກີດຂຶ້ນໄດ້ຕະຫລອດເວລາ ບໍ່ເວັ້ນແມ້ກະທັ້ງ ຄວາມຮັກ ທີ່ບໍ່ວ່າຈະປ່ຽນໄປໃນດ້ານຄວາມຮູ້ສຶກລຶກໆ ຫລື ພຶດຕິກຳ ຂອງຕົວບຸກຄົນເອງ ນັ້ນກໍ່ລ້ວນເປັນຄວາມປ່ຽນແປງດ້ວຍກັນທັ້ງສິ້ນ ການຍອມຮັບຄຳວ່າ ປ່ຽນ ໃຫ້ໄດ້ ຈຶ່ງຖືເປັນເລື່ອງ ຈຳເປັນສຳຫລັບທຸກໆ ເລື່ອງ ທີ່ຈະຊ່ວຍເຮັດໃຫ້ຫຍັງຕໍ່ຫຍັງຫລາຍໆຢ່າງງ່າຍດາຍຍິ່ງຂຶ້ນກວ່າເກົ່າໂດຍສະເພາະ ຖ້າຫາກມື້ໃດມື້ຫນຶ່ງ …

Read More »

ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງນະຄອນຫຼວງວຽງຈັນແລ້ວ

ຄະນະຜູ້ຊ່ຽວຊານການແພດຈີນພ້ອມອຸປະກອນການແພດໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ໃນຕອນບ່າຍວັນທີ 4 ພຶດສະພານີ້ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ. ໃນໂອກາດກ່າວຕ້ອນຮັບຄະນະຜູ້ຊ່ຽວຊານການແພດຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານມາ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຢ່າງສະເຫມີຕົ້ນສະເຫມີປາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ. ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ກ່າວວ່າ: …

Read More »

ທິມຊ່ຽວຊານແພດ ຫວຽດນາມ 35ຄົນ ພ້ອມອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາເຖິງ ສ ປປ ລາວ ແລ້ວ

ໃນຕອນເຊົ້າວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອຈາກພັກ, ລັດແລະປະຊາຊົນຫວຽດນາມໃຫ້ແກ່ພັກ, ລັດແລະປະຊາຊົນລາວເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລ, ໜ້າກາກອະນາໄມ …

Read More »