Breaking News

kuanjai01

ເຄັດລັບສູ່ຄວາມສໍາເລັດກ່ອນອາຍຸ 30 ປີ!!

ສັງຄົມທຸກມື້ນີ້ແມ່ນມີການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ ການແຂ່ງຂັນໃນສັງຄົມກໍສູງ ນັ້ນສະແດງໃຫ້ເຫັນເຖິງສິ່ງທີ່ປ່ຽນແປງໃນກຸ່ມຄົນກໍາລັງເກີດຂຶ້ນ ທຸກຄົນລ້ວນແຕ່ມີແນວທາງ ແລະ ມີເປົ້າໝາຍເປັນຂອງຕົວເອງ ໂດຍສະເພາະໄວໜຸ່ມໄວສ້າງຕົວທັງຫຼາຍ ທີ່ກໍາລັງທີ່ກໍາລັງຄົ້ນຄືດຊອກຫາທຸກວິທີທາງເພື່ອໃຫ້ຕົວເອງປະສົບຜົນສໍາເລັດໃນໄວອາຍຸຍັງນ້ອຍ!!. ມື້ນີ້ ຂວັນໃຈຈະມາແນະນໍາ 5 ເຄັດລັບແນວທາງໃນການພິຊິດເປົ້າໝາຍໃຫ້ໄດ້ໄວ້ຂຶ້ນ ເຊິ່ງຈະມີອີ່ຫຍັງແດ່ນັ້ນໄປອ່ານນຳກັນເລີຍ!!!! ມີຄວາມຄືດສ້າງສັນ!! ຕ້ອງຕັ້ງຄໍາຖາມກັບຕົວເອງວ່າ ຈະເຮັດແນວໃດໃຫ້ສິ່ງທີ່ເຮົາເຮັດຢູ່ນັ້ນເປັນທີ່ໜ້າສົນໃຈ, ໂດດເດັ່ນ, ຈັບຕ້ອງໄດ້ ແລະ ມີ Style ທີ່ຊັດເຈນກວ່າຄົນອື່ນ. ຈັດການກັບສະຖານະການທຸກຮູບແບບໄດ້!! ຮຽນຮູ້ຮັບມື, ແກ້ໄຂບັນຫາທຸກເຫດການທີ່ເກີດຂຶ້ນກັບຊີວິດ ແລະ ໜ້າທີ່ວຽກງານ ຕ້ອງຄືດສະເຫມີວ່າ “ໃນວິກິດມັນມີໂອກາດ ໃນໂອກາດຈະມີຫົນທາງ ໃນຫົນທາງຈະມີຄວາມຝັນ ແລະ ໃນຄວາມຝັນຕ້ອງເປັນຄວາມຈິງ”. ມີຄວາມກ້າ ແລະ ໝັ້ນໃຈໃນສິ່ງທີ່ຕົວເອງເຮັດ!! ໝັ້ນໃຈວ່າສິ່ງທີ່ຕົວເອງເຮັດນັ້ນມັນຖືກຕ້ອງ ແລະ ກ້າທີ່ຈະລົງມືປະຕິບັດ ທີ່ສໍາຄັນຕ້ອງຄືດວ່າບໍ່ມີຫຍັງທີ່ເຮົາເຮັດບໍ່ໄດ້ ແຕ່ຄວາມໝັ້ນໃຈນັ້ນຕ້ອງເປັນສິ່ງທີ່ດີຕໍ່ເຮົາ ແລະ ຄົນອື່ນ ບໍ່ແມ່ນວ່າໝັ້ນໃຈໃນເລື່ອງບໍ່ດີ ແລ້ວມາບອກວ່າຕົວເອງມີຄວາມໝັ້ນໃຈອັນນັ້ນກໍບໍ່ເປັນຕາເອົາເດີ!! ບໍ່ຕ້ອງເຮັດໃນສິ່ງທີ່ຮັກ ແຕ່ຮັກໃນສິ່ງທີ່ເຮັດ ບໍ່ຕ້ອງໄປເສຍເວລາຊອກວຽກທີ່ເຮົາຮັກ ແຕ່ໃຫ້ຮັກວຽກທີ່ເຮົາເຮັດໃຫ້ຫຼາຍໆ ແລ້ວເຮົາຈະເຫັນສັກກາຍະພາບໃນຕົວເອງ …

Read More »

Wow! “ຕູນ-ກ້ອຍ” ໂຊບັດເຊີນ ພ້ອມເຜີຍຄອນເຊັບງານດອງ

ກ້ອຍ-ຕູນ ເຜີຍໂສມບັດເຊີນງານດອງແລ້ວ ເຊິ່ງອອກແບບໃຫ້ເປັນແຜ່ນສຽງສຸດຄຣາສິກ ແບບລຽບແຕ່ຫຼູອອກແນວຫວານລະມຸນ ຫຼາຍຄົນບອກວ່າເປັນບັດທີ່ມີຄວາມລົງຕົວ ແລະ ເຂົ້າກັບບັນຍາກາດຄອນເຊັບງານດອງເປັນຢ່າງດີ ໃກ້ເຂົ້າມາແລ້ວເດີ!! ສໍາຫລັບງານແຕ່ງຂອງຄູ່ຮັກດາຣານັກແລ່ນ ຕູນ ບໍດີສະແລມ-ກ້ອຍ ຣັຊວິນ ເຊິງເປັນອີກໜຶ່ງງານທີ່ບັນດາແຟນໆຕ່າງກໍໃຫ້ຄວາມສົນໃຈ ແລະ ຖ້າຕິດຕາມຫຼາຍທີ່ສຸດ ຫຼັງຈາກທີ່ທັງຄູ່ໄດ້ວາງແຜນງານດອງໄວ້ແຕ່ຕົ້ນປີທີ່ຜ່ານມາ ແຕ່ເນື່ອງຈາກວ່າຕິດສະຖານະການໂຄວິດ-19 ທີ່ແຜ່ລະບາດ ຈຶ່ງເຮັດໃຫ້ທຸກຢ່າງໄດ້ເລື່ອນອອກໄປ. ຈາກນັ້ນ ທັງຄູ່ກໍໄດ້ແຈ້ງຂ່າວເລື່ອນງານມຸງຄຸນມາເປັນວັນທີ 28 ພະຈິກ 2020 ແລະ ສາວກ້ອຍເອງກໍມີພາບລອງຊຸດເຈົ້າສາວອອກມາໃຫ້ເຫັນແວບໆ ເຖິງວ່າຈະມາພຽງຊຸດດຽວແຕ່ກໍສໍາຜັດໄດ້ເຖິງຄວາມອະລັງການງານສ້າງຂອງຊຸດວິວາບໍ່ແມ່ນນ້ອຍໆເລີຍເດີ!! ຫລ້າສຸດ ຕູນ-ກ້ອຍ ກໍໄດ້ໂພສໂຊບັດເຊີນທີ່ເຮັດແລ້ວເປັນທີ່ຮຽບຮ້ອຍ ເຊິງອອກແບບເປັນແຜ່ນສຽງ ພື້ນຫຼັງເປັນສີນໍ້າເງິນ ເອີ້ນໄດ້ວ່າເຂົ້າກັບLifestyleຂອງທັງຄູ່ທີ່ສຸດເລີຍກໍວ່າໄດ້. ສ່ວນຄອນເຊັບຂອງງານສາວກ້ອຍບອກວ່າ ອ້າຍຕູນຢາກໃຫ້ມີຄວາມສະໜຸກສະໜານ ແລະ ທີ່ວາງໄວ້ແມ່ນເປັນຄອນເຊັບສວນສະໜຸກ. ຂໍ້ມູນຈາກ: sanook.com

Read More »

6 ໝາກໄມ້ທີ່ມີວິຕາມິນບໍາລຸງຜິວໃຫ້ຂາວໃສ

ຜິວງາມໃຜໆກໍຢາກມີ ຜິວດີໃຜໆກໍຢາກໄດ້ ປັດຈຸບັນນີ້ການບໍາລຸງຜິວກໍມີຫຼາກຫຼາຍວິທີທີ່ແຕກຕ່າງກັນໄປ ມື້ນີ້ຂວັນໃຈຂໍເອົາໃຈສາວໆທີ່ມັກຂາວມັກງາມ ໂດຍການມາແນະນໍາອີກວິທີໜຶ່ງ ໃນການບໍາລຸງຜິວ ເຊິ່ງເປັນວິທີງ່າຍໆທີ່ສາວໆທຸກຄົນສາມາດເຮັດໄດ້ທຸກມື້ ແລະ ທຸກເວລາເລີຍກໍວ່າໄດ້ ນັ້ນກໍຄື….ການກິນໝາກໄມ້ທີ່ມີວິຕາມິນບໍາລຸງຜິວ ເຊິ່ງວິຕາມິນຕ່າງໆໃນໝາກໄມ້ນັ້ນແມ່ນສາມາດເຮັດໃຫ້ຜິວຂອງສາວໆນັ້ນຂາວໃສແບບທໍາມະຊາດ ແລະ ຜິວກໍຍັງແຂງແຮງອີກດ້ວຍ!! ເຊິ່ງຈະມີໝາກອີ່ຫຍັງແດ່ເຮົາໄປເບິ່ງກັນເລີຍ!! ໝາກແອບເປີ້ນ: ແອບເປີ້ນທຸກສາຍພັນແມ່ນປະກອບມີວິຕາມິນຊີເປັນຫຼັກ ເຊິ່ງຈະຊ່ວຍໃນເລື່ອງຂອງການຮັກສາການເຊື່ອມສະພາບຂອງ, ຊ່ວຍປົກປ້ອງຜິວຈາກແສງແດດ. ນອກຈາກວິຕາມິນຊີແລ້ວ ແອບເປີ້ນຍັງມີວິຕາມີນບີ 1 , ວິຕາມິນບີ 3, ແລະ ວິຕາມິນບີ 5 ທີ່ຊ່ວຍເພີ່ມພູມຕ້ານທາງໃຫ້ແກ່ຜິວເຮັດໃຫ້ຜິວອ່ອນກວ່າໄວ, ຊ່ວຍໃຫ້ຜິວນຽນໜຸມຊຸມຊື່ນ ແລະ ຂາວສົດໃສຂຶ້ນ ໝາກສົ້ມ: ເປັນໝາກໄມ້ທີ່ມີວິຕາມິນຊີສູງທີ່ສຸດ ເຊິ່ງແນ່ນອນວ່າວິຕາມິນຊີແມ່ນຈະຊ່ວຍໃນເລື່ອງຂອງການຫຼຸດ ແລະ ປົກປ້ອງການເກີດຮ່ອງຮອຍທີ່ໃບໜ້າໄດ້ດີທີ່ສຸດ ແຖມຍັງຊ່ວຍໃຫ້ໜ້າເປັ່ງປັ່ງຂຶ້ນອີກ ຍັງບໍ່ພໍ!! ໝາກສົ້ມຍັງມີຄຸນສົມບັດໃນການຊ່ວຍສ້າງຄໍລາເຈນ, ມີສານຕໍ່ຕ້ານອານຸມູນອິດສະຫຼະຢ່າງຫລວງຫຼາຍທີ່ຊ່ວຍເຮັດໃຫ້ໜ້າອ່ອນກວ່າໄວໄດ້ເປັນຢ່າງດີ ແລະ ສົ້ມຍັງມີວິຕາມິນບີເຊິ່ງໂດ່ດເດັ່ນໃນການສ້ອມແຊມເຊວຜິວ ແຖມຍັງປົກປ້ອງຄວາມມີນໍ້າມີນວນຂອງຜິວໄດ້ເປັນຢ່າງດີ ສະຕໍເບີຣີ: ເປັນອີກໜຶ່ງໃນໝາກໄມ້ທີ່ມີວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະຫຼະສູງ ຈຶ່ງຊ່ວຍໃນການຫຼຸດຮ່ອງຮອຍ ແລະ ກະຊັບຜິວໜ້າ …

Read More »

Gal Gadot ຈາກເວທີນາງງາມສູ່ສາວທະຫານ ຈົນກາຍເປັນ Wonder Woman!!

ໃນປັດຈຸບັນນີ້ແມ່ຍິງເຮົາແມ່ນມີຄວາມຮູ້-ຄວາມສາມາດທີ່ຫຼາກຫຼາຍ ແລະ ຮອບດ້ານທີ່ແຕກຕ່າງກັນໄປ ເຊິ່ງເຮົາຈະສັງເກດເຫັນໄດ້ຈາກຜົນງານ ຫຼືບົດບາດຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ມື້ນີ້ຂວັນໃຈຈະພາແຟນໆມາຮູ້ຈັກກັບແມ່ຍິງຄົນໜຶ່ງທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວາມສາມາດຮອບດ້ານນັ້ນກໍຄື Gal Gadot ດາລາ-ນັກສະແດງ, ນັກສະແດງສາວງາມຈາກ Israel ອາຍຸ 35 ປີ ນັກສະແດງຮູບເງົາເລື່ອງ Wonder Woman ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ ເຊື່ອຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາສາວງາມຄົນນີ້ ຈາກເລື່ອງ Fast & Furious ໃນຊ່ວງອາຍຸພຽງ  18 ປີ Gal Gadot  ສາມາດຍາດຕໍາແຫນ່ງນາງງາມ Israel 2004 ໄປຄອງ ແລະ ໄດ້ເຂົ້າປະກວດເວທີລະດັບໂລກ Miss Universe ປີ 2004 ທີ່ປະເທດເອກົວດໍ  ຫລັງຈາກທີ່ຈົບມັດທະຍົມຕອນປາຍ Gal Gadot ໄດ້ຮັບໃຊ້ຊາດໂດຍເປັນທະຫານ 2 ປີ ຢູ່ທີ່ Israel Defense Forces. …

Read More »