ລາວ ໂຕໂຢຕ້າ ບໍລິການ ຈຳກັດ ເປັນໜຶ່ງໃນບໍລິສັດທີ່ຄຽງຄູ່ ກັບຄົນລາວມາຍາວນານ ຄຽງຂ້າງສັງຄົມລາວ,ໃຫ້ການບໍລິການດ້ວຍໃຈ,ໃຫ້ຄວາມສຳຄັນກັບລູກຄ້າມາເປັນອັນດັບຫນຶ່ງ ໂດຍມີຄຳຂວັນຂອງບໍລິສັດທີ່ວ່າ ຄວາມເພິ່ງພໍໃຈສູງສຸດຂອງລູກຄ້າຄືຄວາມບຸກບືນເຖິງທີ່ສຸດຂອງພວກເຮົາ ເນື່ອງໃນຄົບຮອບ 30ປີ ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ ກໍ່ໄດ້ຈັດງານເພິ່ອເປັນການສະເຫຼີມສະຫຼອງ ແລະ ຂອບໃຈມາຍັງແຂກ,ລູກຄ້າ ພ້ອມດ້ວຍພະນັກງານທຸກທ່ານທີ່ເຂົ້າຮ່ວມງານລ້ຽງດັ່ງກ່າວ ເພື່ອເປັນສັກຂີພະຍານໃນການຮ່ວມສະເຫລີມສະຫລອງ #30th years lao toyota service#ຄຽງຄູ່ສັງຄົມລາວ
Read More »Kuanjaitaem Kuanjai page
ຍິນດີນໍາ ນາງງາມລາວ ເມ ວິຈິດຕາ MUL 2019 ໄດ້ຮັບລາງວັນ Model Star Award ທີ່ປະເທດ ເກົາຫລີໃຕ້
ໂມເມັ້ນຮັບລາງວັນ ຂອງ ເມ Vichitta Phonevilay Miss universe Laos 2019 ທີ່ໄດ້ຮັບລາງວັນຂອງປີ 2022 ລາງວັນ Model StarAward ໃນງານ Asia Model Awards ຈາກ Asia Model Festival ທີ່ ເມືອງອຸຍຈ໋ອງບູ, ປະເທດ ເກົາຫລີໃຕ້, South Koreaຂອບໃຈ
Read More »ຊ່ອງ ພີເວດດິ້ງສຸດຫວານ! ຍິນດີນຳຕ່າຍອາກາດ ແລະ ສ້ຽວອີ້ກຽມຈັດງານມຸງຄຸນ
ຖືວ່າເປັນອີກຄູ່ທີ່ໜ້າຮັກຫຼາຍ ສຳລັບ ຕ່າຍອາກາດ ນັກຮ້ອງຊື່ດັງໃນລາວເຮົາ ກັບແຟນສາວສຽວອີ້ ເຊິ່ງແນນອນຄົນທີ່ໄດ້ເຫັນພີເວດດິ້ງຂອງທັງຄູ່ລ້ວນຕ້ອງບອກເປັນສຽງດຽວກັນວ່າເປັນຄູ່ທີ່ເໝາະສົມທີ່ສຸດ ເຈົ້າບ່າວກະຫຼໍ່ ເຈົ້າສາວກະງາມຕາແພງ ເຫັນແລ້ວເປັນຕ້ອງແຍ່ງທັງຄູ່ ໃນເຊັດພີເວດດິ້ງກໍ່ຈະມີທັງງຊຸດລາວ ຈີນ ແລະ ສາກົນ
Read More »ຄະດີສຸດແປກ! ໜຸ່ມອິນເດຍເຊື່ອງແຟນສາວໄວ້ໃນເຮືອນຍາວນານເຖິງເຖິງ 11 ປີ ພໍ່ແມ່ຢູ່ນຳກັນຍັງບໍ່ຮູ້
The Sun Tabloid ສື່ຊື່ດັງອັງກິດ ໄດ້ລາຍງານຂ່າວສຸດເຫຼືອເຊື້ອຂອງຫນຸ່ມອິນເດຍທີ່ໄດ້ເຊື່ອງແຟນສາວຂອງໂຕເອງໄວ້ພາຍໃນເຮືອນໂດຍໄດ້ມີການອາໄສຢູ່ຮ່ວມກັນກັບພໍ່ແມ່ ເປັນເວລາ 11 ປີ ໂດຍທີ່ບໍ່ມີໃຜໃນຄອບຄົວຮູ້ເລີຍ ໜຸ່ມຄົນດັ່ງກ່າວຊື້ລາມັນ ອາຍຸ 34 ປີ ກັບແຟນສາວຊື້ ສາຊິຕາ ອາຍຸ 28 ປີ ທັງຄູ່ເປັນຄົນອິນເດຍ ທັງຄູ່ເຄີຍໜີໄປນຳກັນໃນປີ2010 ເຫດຜົນຝ່າຍຊາຍຄິດຍ້ານວ່າຄອບຄົວຈະບໍ່ຍອມຮັບແຟນຂອງເຂົາເພາະນັບຖືຄົນລະສາດສະໜາກັນ ຫຼັງຈາກໜີໄປໄດ້ບໍ່ດົນກໍ່ໄດ້ພາແຟນສາວເຂົ້າມາຢູ່ໃນບ້ານຂອງຕົນ ໂດຍທີ່ບໍ່ໄດ້ບອກໃຫ້ພໍ່ແມ່ຮູ້ ໂດຍທັງຄູ່ໄດ້ອາໄສຢູ່ພາຍໃນຫ້ອງນອນຮ່ວມກັນເປັນເວລາ 11 ປີ ລາຍງານລບະບຸວ່າລາມັນ ຈະລັອກປະຕູຫ້ອງນອນໄວ້ທຸກຄັ້ງທີ່ເຂົາອອກຈາກບ້ານ ແລະ ຍັງໃຊ້ກະແສໄຟຟ້າປ້ອງກັນໄວ້ທີ່ປະຕູຢ່າງແໜ້ນໜາ ໃນເວລາທີ່ສາຈິຕາຈະອອກໄປທາງນອກແມ່ນໃຊ້ທາງ ປະຈູປ້ອງຢ້ຽມເທົ່ານັ້ນ ເລື່ອງລາວຖືກເປີດເຜີຍຂຶ້ນເນື່ອງຈາກພໍ່ແມ່ຝ່າຍຍິງໄດ້ແຈ້ງຄວມຄົນຫາຍໄວ້ໃນ11 ປີກ່ອນ ໂດຍຕຳຫຼວດໄດ້ສືບສວນມາຈົນຮູ້ຄວາມຈິ່ງ ແລະ ທັງຄູ່ກໍ່ໄດ້ຍອມຮັບໄດ້ລັກອາໄສຢູ່ຮ່ວມກັນ ສຸດທ້າຍສານກໍໄດ້ຕັດສິນໃຫ້ທັງຄູ່ຢູ່ຮ່ວມກັນໄດ້ຢ່າງມີຄວາມສຸກ
Read More »ຄູ່ໃດເປັນແດ່? ຄວາມສຳພັນແບບທັງຮັກທັງຊັງ ຮັກກັນແຕ່ກະຕີກັນ
ຂວັນໃຈຂໍແຊ ຄວາມສຳພັນທີ່ທັງຮັກທັງຊັງ ຫຼື Love-Hate Relationship ຄືຕອນຄັ້ງຮັກກໍ່ຮັກສຸດຫົວໃຈ ຕອນຜິດກັນກໍ່ບໍ່ສົນຫຍັງທັ້ງນັ້ນ ເຊິ່ງສະແດງອອກດ້ວຍຄຳເວົ້າທຳຮ້າຍຈິດໃຈອີກຝ່າຍແບບສຸດໆ, ປະສົດປະສັນ, ຖຽງເພຶ່ອເອົາຊະນະແບບສຸດໆ, ຂຸດຄົ້ນເລື່ອງເກົ່າມາເວົ້າແບບບໍ່ມີໃຜຍອມໃຜ ຈົນໄປເຖິງລຸກລ້ຳເລທ່ອງສ່ວນຕົວຂອງກັນ ແລະ ກັນ ແລະຄາດຫວັງໃນໂຕອີກຝ່າຍຫຼາຍເກີນໄປຈົນບາງຄັ້ງເຮັດໃຫ້ເຮົາຄາດຄວາມເປັນໂຕຂອງໂຕເອງ ເຊິ່ງຖ້າປ່ອຍໄວ້ດົນກໍ່ອາດຈະເຖິງຂັ້ນເລີກລາກັນໄດ້ ດັ່ງນັ້ນຄວນເປີດໃຈລົມ ຄ່ອຍເວົ້າຄ່ອຍວ່າກັນ ປັບປ່ຽນມຸມມອງຍອມຮັບຄວາມບໍ່ສົມບູນແບບຂອງກັນ ແລະ ກັນ ສົ່ງພະລັງບວກໃຫ້ກັນ ເພຶ່ອຄວາມສຳພັນຈະເຕີບໂຕໄປນຳກັນໄດ້
Read More »