Breaking News

Kuanjaitaem Kuanjai page

ຕົ້ນສັງກັດ ຫວັງອີ້ປໍ ແຈ້ງຄວາມຜູ້ບໍຫວັງດີເຜີຍແພ່ຂ່າວລືດາລາໜຸ່ມເປັນຊາຍຂາຍບໍລິການ, ຊື່ບໍລິການ

ຕົ້ນສັງກັດ ຫວັງອີ້ປໍ ນັກສະແດງຊື່ດັງຂອງຈີນ ເຂົ້າແຈ້ງຄວາມກໍລະນີຜູ້ບໍຫວັງດີເຜີຍແພ່ຂ່າວລືດາລາໜຸ່ມເປັນຊາຍຂາຍບໍລິການ, ຊື່ບໍລິການຖ້າເວົ້າເຖິງນັກສະແດງຈີນ ຫວັງອີປໍຄືລະດັບ TOP 5 ໃນນັກສະແດງຈີນ ເຊິ່ງໃນຕອນເຊົ້າ 13 ກັນຍາ ວົງການບັນເທິງຈີນປັ່ນປວນເນື່ອງຈາກມີຜູ້ບໍ່ຫວັງດີຈາກຫຼາຍໆແຫຼ່ງຂ່າວໃນຈີນປ່ອຍຂ່າວລືພາດພິງວ່າ ຫວັງອີ້ປໍ ເປັນ Sex Worker (ຂາຍບໍລິການ) , ຊື້ບໍລິການ ແລະ ມີຄົນລ້ຽງ ໂດຍການເຊື່ອມໂຍງ ຫວັງອີ້ປໍ ກັບດາລາດັງ ຫລີ່ອີ້ເຟິງທີ່ລ່າສຸດຖືກແຈ້ງຂໍຫາຊື້ບໍລິກນທາງເພດ ເຊິ່ງສ້າງຄວາມເຊື່ອມເສຍໃຫ້ໃຫ້ດາໜຸ່ມເປັນຢ່າງສູງ ຕົ້ນສັງກັດໄດ້ແຈ້ງຈົດໝາຍຖະແຫຼ່ງການ ວ່າ ດາລາໜຸ່ມບໍ່ໄດ້ມີພຶດຕິກຳທີ່ຖືກກ່າວ ແລະບໍ່ໄດ້ຮູ້ຈັກກັບດາລາ ແຊຫລີ ທີ່ຖືກພາດພິງ ເຊິ່ງທາງບໍລິສັດກໍ່ຈະໄດ້ດຳນານການຕາມລະບຽບກົບໝາຍກັບຜູ້ບໍ່ຫວັງດີຢ່າງເດັດຂາດ ເພຶ່ອຮຽກຮ້ອງຄວາມເປັນທຳໃຫ້ແກ່ ຫວັງອີປໍ ອ້າງອີງ : 乐华娱乐

Read More »

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service)

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service) ໃນວັນສຸກທີ 1 ກໍລະກົດ 2022 ທີ່ຜ່ານມາ ທີ່ ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ. ໃນງານດັ່ງກ່າວແມ່ນມີການເປີດໂຕ ລະບົບບໍລິຫານ & ຄຸ້ມຄອງບຸກຄະລາກອນ (HR SYSTEMS) ແລະ ການເປີດໂຕແອັບພິເຄຊັ່ນ ຊີເນີຈີ (SYNERGY APPLICATION) ເປັນແອັບພິເຄຊັ່ນບໍລິຫານບຸກຄະລາກອນ (HR Management) ແອັບທຳອິດທີ່ເປັນຝີມືຂອງຄົນລາວ ແລະ ພັດທະນາໂດຍຄົນລາວທີ່ ເຂົ້າໃຈລະບົບ ພ້ອມ ປະສົບການ ຫລາຍກວ່າ 15 ປີ. ລະບົບດັ່ງກ່າວນີ້ ຈະຊ່ວຍໃຫ້ການບໍລິຫານ & ຄຸ້ມຄອງບຸກຄະລາກອນຂອງອົງກອນຕ່າງໆໃນລາວໄດ້ດີແລະມີປະສິດທິພາບຍິ່ງຂື້ນ ເຊິ່ງ ເໝາະສຳລັບທຸກໆປະເພດຂອງບໍລິສັດ/ອົງກອນ/ພາກລັດ/ເອກະຊົນ ບໍ່ວ່າຈະມີຂະຫນາດນ້ອຍ, ກາງ ຫຼືໃຫຍ່ກໍສາມາດຈັບຕ້ອງໄດ້. …

Read More »

ທຸລະກິດລາວ ຂັບເຄື່ອນຄວາມຫຼາກຫຼາຍ ແລະການມີສ່ວນຮ່ວມ ຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ

ຄວາມພາກພູມໃຈຂອງທຸລະກິດລາວ: ຂັບເຄື່ອນຄວາມຫຼາກຫຼາຍ ແລະການມີສ່ວນຮ່ວມ ຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ 30 ມີຖຸນາ 2022 ໃນທົດສະວັດທີ່ຜ່ານມາ, ຄວາມຫຼາກຫຼາຍ ແລະ ການມີິສ່ວນຮ່ວມເປັນຫົວຂໍ້ພົ້ນເດັ່ນໃນເວທີສາກົນ ເນື່ອງຈາກບົດຄົ້ນຄວ້າໄດ້ເຜີຍວ່າ ການທີ່ບໍລິສັດມີພື້ນທີ່ເຮັດວຽກທີ່ຕອບສະໜອງກັບຄວາມຫຼາກຫຼາຍຂອງພະນັກງານ ແມ່ນຈະບໍ່ພຽງແຕ່ສົ່ງຜົນດີຕໍ່ກັບສັງຄົມເທົ່ານັ້ນ ມັນຍັງຈະເປັນຜົນດີໃຫ້ແກ່ບໍລິສັດອີກດ້ວຍ. ນອກຈາກນັ້ນ, ບັນດາບໍລິສັດທີ່ຈ້າງເອົາບຸກຄົນທີ່ມາຈາກຫຼາຍພື້ນຖານ, ປະສົບການ ລວມທັງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ, ກຸ່ມຄົນທີ່ມີຄວາມພິການ ແລະ ກຸ່ມຄົນຊົນເຜົ່າ ແມ່ນຖືກພິສູດແລ້ວວ່າມີປະສິທິພາບໃນການແຂ່ງຂັນຫຼາຍກວ່າ ບໍລິສັດຄູ່ແຂ່ງ ຍ້ອນວ່າບໍລິສັດເຫຼົ່ານັ້ນສາມາດດຶງດູດເອົາຄົນທີ່ມີຄວາມສາມາດ ພ້ອມທັງຍັງກາຍເປັນບໍລິສັດທີ່ທັນສະໄໝ, ມີຊື່ສຽງ ພາຍໃນກຸ່ມລູກຄ້າ ແລະ ຜູ້ສະໜອງທີ່ເລີ່ມຫັນມາໃຫ້ຄວາມສົນໃຈກ່ຽວກັບຄວາມທ່ຽງທຳໃນສັງຄົມຫຼາຍຂຶ້ນ. ບົດຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ບໍລິສັດທີ່ມີຄວາມຫຼາກຫຼາຍ ແມ່ນມີໂອກາດສູງເຖິງ 70% ທີ່ຈະສາມາດເຈາະຕະຫຼາດໃໝ່ (bit.ly/UNDP-Pride-link1) ແລະ ໂອກາດທີ່ຈະມີລາຍຮັບເພີ່ມຂຶ້ນແມ່ນ 2.3 ເທົ່າ (prn.to/3I0QgA4) ເຊິ່ງຫຼາຍກວ່າບໍລິສັດທີ່ເລືອກບໍ່ຈ້າງງານກຸ່ມຄົນເຫຼົ່ານັ້ນ. ໃນປີ 2020, 91% ໃນ 500 ບໍລິສັດທີ່ສ້າງກຳໄລໄດ້ຫຼາຍທີ່ສຸດ (bit.ly/UNDP-Pride-link2) ແມ່ນໄດ້ລວມເອົາລົດສະນິຍົມ …

Read More »

ເຄີຍແຈກຫຼາຍແບບໃດ ກໍຍິ່ງແຈກຫຼາຍກວ່າເກົ່າ ກັບ M-150 ໃຫ້ໂຊກ2ຊັ້ນ

ເຄີຍແຈກຫຼາຍແບບໃດ ກໍຍິ່ງແຈກຫຼາຍກວ່າເກົ່າ ກັບ M-150 ໃຫ້ໂຊກ2ຊັ້ນ ເຊິ່ງຜ່ານມາບໍ່ດົນນີ້ມີຜູ້ໂຊກດີຈາກແຂວງສະຫວັນນະເຂດ ເປັນຄົນທຳອິດທີ່ໄດ້ຮັບລາງວັນລົດຈັກອີກດ້ວຍ ບອກເລີຍວ່າ ເຂົາບໍ່ໄດ້ແຈກພຽງແຕ່ຄັນດຽວເດີ້ ຢ່າຊ້າ ຮີບຟ້າວໄປຫາຊື້ມາດື່ມ ພິກເບິ່ງກ້ອງຝາ ພົບລາງວັນໃດ ຮັບເລີຍທັນທີ ແລະສົ່ງລະຫັດມາຮ່ວມໂຊກຊັ້ນສອງໄດ້ທີ່ www.m150.la ຜູ້ໂຊກດີຄົນຕໍ່ໄປ ອາດເປັນທ່ານ M150LAOS #ບໍ່ມີລີມິດດ້ວຍພະລັງM150 #M150ໃຫ້ໂຊກ2ຊັ້ນ #ແຕ້ມເອັມລາວ

Read More »

ເຮືອນຫຼັງນ້ອຍ ຮ້ອຍຄວາມສຸກ

ເຮືອນຫລັງນ້ອຍສີຂາວ ທີ່ສະດຸດຕາຕັ້ງແຕ່ໄດ້ເຫັນ ແອັດເລີຍຢາກເອົາມາແບ່ງປັນທຸກຄົນເພື່ອທີ່ຈະໄດ້ນໍາໄປເປັນໄອເດຍ ສໍາລັບຜູ້ທີ່ມັກເຮືອນສະໄຕລນີ້! ເປັນເຮືອນຫຼັງນ້ອຍໆກະທັດຮັດ ຕົບແຕ່ງສະໄຕລ Minimal ໃຫ້ຄວາມເປັນຄອບຄົວທີ່ອົບອຸ່ນ ພື້ນທີ່ໃນເຮືອນເຖິງຈະມີພື້ນທີ່ໃຊ້ສອຍໜ້ອຍ ແຕ່ບອກໄດ້ເລີຍວ່າມີຄົບທຸກຄວາມຕ້ອງການ ພື້ນທີ່ທາງນອກເຮືອນມີຊານພັກແບບມີຫຼັງຄາເຮັດໃຫ້ສາມາດອອກມານັ່ງພັກຜ່ອນຊິວໆ ອອກມານັ່ງສູດອາກາດອັນສົດຊື່ນຍາມເຊົ້າໄດ້ຟິວສຸດໆ ຫຼືຈະປ່ຽນບັນຍາກາດອອກມາຮັບປະທານອາຫານດ້ານນອກກໍຄັກ! ຮູບພາບ: husverket ຕິດຕາມ Kuanjai Magazine Online ເພີ່ມຕື່ມໄດ້ທີ່ Website:https://kuanjailao.com/wp-admin/ IG:kuanjai_magazine_

Read More »