Breaking News

Kuanjaitaem Kuanjai page

ຊົມເຊີຍ!!! ເດັກນ້ອຍລາວ ຄວ້າອັນດັບ 1 ຈາກງານປະກວດຮູບແຕ້ມທີ່ປະເທດຍີ່ປຸ່ນ…

ຊົມເຊີຍ!!! ເດັກນ້ອຍລາວ ຄວ້າອັນດັບ 1 ຈາກງານປະກວດຮູບແຕ້ມທີ່ປະເທດຍີ່ປຸ່ນ… ເປັນຄວາມພາກພູມໃຈຂອງຄົນລາວອີກຄັ້ງກັບການຄ້ວາລາງວັນອັນຊົງກຽດນີ້ມາໄດ້… ຮ່ວມສະແດງຄວາມຍິນດີກັບ ນາງ ນ່ານ່າ ບັນຊາພົງ ອາຍຸ 15 ປີ ເປັນນັກຮຽນຢູ່ ໂຮງຮຽນ ມ.ສ ເພຍວັດ ນະຄອນຫຼວງວຽງຈັນ ເປັນຕົວແທນນັກຮຽນລາວໄປແຂ່ງຂັນ ໃນງານປະກວດຮູບແຕ້ມເພື່ອຮ່ວມງານມະຫະກໍາສິລະປະ ຂອງນັກຮຽນມັດທະຍົມຕອນປາຍ ຢູ່ທີ່ປະເທດຍີ່ປຸ່ນ. ຜົນງານທີ່ນ້ອງສົ່ງເຂົ້າປະກວດແມ່ນ “ຮູບແຕ້ມທົ່ງໄຫຫີນ” ເຊິ່ງໄດ້ແຮງບັນດານໃຈມາຈາກທີີ່ “ທົ່ງໄຫຫີນຊຽງຂວາງ” ທີ່ຖືກຮອງຮັບເປັນມໍລະດົກໂລກແຫ່ງທີ່ 3 ຂອງລາວ ໃນປີ 2019 ນີ້; ຈຶ່ງຢາກຈະນໍາສະເໜີຄວາມເປັນເອກະລັກຂອງມໍລະດົກໂລກຂອງລາວ ໃຫ້ກັບຄົນຕ່າງຊາດໄດ້ຮັບຮູ້  ຈົນເຮັດໃຫ້ຜົນງານຂອງນ້ອງນ່ານ່າ ເປັນທີ່ໜ້າສົນໃຈ ແລະ ສາມາດຄວ້າລາງວັນອັນດັບ 1 ມາໃຫ້ຄົນລາວໄດ້ຊື່ນຊົມນໍາ… ໃນໂອກາດນີ້ ຂວັນໃຈ ກໍຂໍຕົບມືລົວໆ ໃຫ້ກັບຄວາມເກັ່ງຂອງນ້ອງນ່ານ່າ ແລະ ຂໍໃຫ້ນ້ອງຮັກສາຄວາມສາມາດນີ້ໄວ້ ພ້ອມກັບພັດທະນາຕົວເອງຂຶ້ນເລື້ອຍໆ ເພື່ອໄປສະແດງໃນເວທີລະດັບໂລກ ເອກອ້າງຄວາມເປັນລາວໃຫ້ຊາວໂລກຮັບຮູ້ວ່າຄົນລາວບໍ່ໄດ້ດ້ອຍໄປກວ່າຊາດໃດໃນໂລກ!!! ຂອບໃຈທີ່ມາ: …

Read More »

ໄກ່ Overdance ປ່ອຍເພງໃໝ່ “ສາຍນໍ້າຕາ” ສະທ້ອນຄວາມສູນເສຍຈາກໄພພິບັດ

ໄກ່ ໂອເວີແດນ (Overdance) ປ່ອຍເພງໃໝ່ “ສາຍນໍ້າຕາ” ລົງໃນຊ່ອງຢູທູບທາງການ Kai Overdance ໃນວັນທີ 6 ສິງຫາ 2019 ທີ່ຜ່ານມາ.  ເຊິ່ງມີເນື້ອໃນທີ່ສຸດເສົ້າ ສະທ້ອນຄວາມສູນເສຍຄົນໃນຄອບຄົວຈາກເຫດການທີ່ບໍ່ຄາດຄິດ ພ້ອມທັງເປັນກຳລັງໃຈໃຫ້ກັບຜູ້ທີ່ປະສົບໄພພິບັດນໍ້າຖ້ວມ ແລະ ດິນເຈື່ອນຖະລົ້ມທັບເຮືອນ. ເພງນີ້ ແຕ່ງໂດຍ ໄກ່ ໂອເວີແດນ ເຊິ່ງເບິ່ງຄວາມໝາຍຈາກເນື້ອເພງແລ້ວ ເຫັນໄດ້ວ່າຕ້ອງການສື່ເຖິງຄວາມສູນເສຍບຸກຄົນອັນເປັນທີ່ຮັກໃນຄອບຄົວໄປ ຍ້ອນໄພພິບັດ ໂດຍບໍ່ມີວັນທີ່ຈະຫວນຄືນກັບມາໄດ້ ເຫຼືອໄວ້ພຽງແຕ່ຄວາມຊົງຈຳ ຂະນະທີ່ປະເທດລາວກຳລັງປະສົບກັບໄພນໍ້າຖ້ວມ ແລະ ດິນເຈື່ອນໃນຫຼາຍເຂດຂອງແຂວງພາກເໜືອ ທີ່ກະທົບຕໍ່ຊີວິດ ແລະ ຊັບສິນຂອງຄົນໃນພື້ນທີ່ “ສາຍນໍ້າຕາ”ເປັນຜົນງານເພງ ແລະ ເອັມວີຫຼ້າສຸດຖັດຈາກ “ນາງພະຍາ” ທີ່ໄດ້ຮັບການຕອບຮັບຈາກຜູ້ຟັງເປັນຈຳນວນຫຼາຍ ແລະ ຍັງມີຂ່າວອອກມາອີກວ່າ ຈະມີການສ້າງເພງຕໍ່ຂອງ ນາງພະຍາ ອອກມາອີກດ້ວຍ.  ??ລອງສຳພັດຄວາມເສົ້າແບບລຶກຊຶ້ງເຖິງໃຈໄດ້ທີ່ເພງນີ້ ຂອບໃຈຂໍ້ມູນ ແລະ ຮູບພາບ: KaiOverdance Fanpage

Read More »

ສ່ອງ!!! ຄວາມງາມ 30 ນາງສາວ Miss Universe Laos 2019

ໃນວັນທີ 3 ສິງຫາ 2019, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດງານຖະແຫຼງຂ່າວ ເປີດຕົວໂສມໜ້ານາງສາວຜູ້ເຂົ້າຮອບ 30 ຄົນສຸດທ້າຍ ໃນເວທີ Miss Universe Laos 2019. ຈາກການເປີດຮັບສະໝັກຕັ້ງແຕ່ເດືອນມິຖຸນາ ແລະ ມີການຄັດເລືອກຜູ້ເຂົ້າຮອບ 30 ຄົນສຸດທ້າຍໃວັນທີ 29-30 ກໍລະກົດ 2019 ທີ່ຜ່ານມາ. ຫ​ຈາກ​ນີ້​ສາວ​ງາມ​ 30 ຄົນຈະ​ໄດ້ເກັບໂຕ​ເຝິກຝົນຮຽນ​ຮູ້​ທັກສະຕ່າງໆ​ເພື່ອ​ເພີ່ມ​ຄວາມໝັ້ນໃຈ ເອົາສິ່ງທີ່ຕົນເອງມີອອກສະແດງໃຫ້ຄະນະກຳມະການໄດ້ຮູ້ໄດ້ເຫັນ ແລະ ເປັນນາງງາມກໍຕ້ອງໃຫ້ງາມ ແລະ ເກັ່ງ​ຮອບ​ດ້ານ​ທີ່​ນາງ​ງາມ​ຍຸກ​ນີ້​ຕ້ອງ​ມີ. ເຊິ່ງທັງ 30 ນາງສາວ ຈະໄດ້ເຂົ້າ​ຮ່ວມ​ກິດຈະກຳ​ເກັບ​ຕົວ​ກັບ​ກອງ​ປະ​ກວດຈົນຮອດວັນທີ 17 ສິງຫາ 2019 ນີ້,  ກ່ອນທີ່ຈະປະກວດຮອບ​ຕັດ​ສິນ (Final) ເຊິ່ງ​ຈະ​ມີ​ຂຶ້ນ​ໃນ​ຄ່ຳ​ຄືນ​ວັນທີ 24 ສິງຫາ 2019 ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ. ມາຊົມຄວາມງາມທັງ 30 …

Read More »

ລຸກໃໝ່໋໋໋!!!! ນັກແລ່ນສາວລາວ ງາມແຮງຈົນຈື່ບໍ່ໄດ້.

ຈື່ໄດ້ບໍ່ ສາວນັກແລ່ນຊື່ດັງທີ່ສາມາດຄວ້າລາງວັນການແຂ່ງຂັນໃນຫຼາຍໆລາຍການທັງໃນປະເທດລາວເຮົາເອງ ແລະ ອາຊຽນ ພ້ອມຍັງເປັນສາວທີ່ມັກແລ່ນ ແລະ ເຮັດກິດຈະກຳເພື່ອສັງຄົມ, ເພື່ອການກຸສົນເລື້ອຍໆ. ສາວງາມຄົນນີ້ກໍຄື ສາວລົດແກ້ວ ອິນທະກຸມມານ ນັກແລ່ນສາວລາວທີ່ຄວ້າຫຼຽນ ແລະ ລາງວັນມາໄດ້ຫຼາຍລາຍການ ທັງສາມາດສ້າງສື່ສຽງໃຫ້ກັບຄົນລາວ ແລະ ເປັນທີ່ຮູ້ຈັກກັນດີແລ້ວ ເພາະຈະເຫັນຂ່າວເພິ່ນເລື້ອຍໆ ເທື່ອນີ້ເພິ່ນຖືກເນລະມິດຈາກສ່າງແຕ່ງໜ້າ ຊື່ດັງ  Saykeo Make  ແປກໃຈແມ່ນບໍ່? ເພາະປົກກະຕິເຮົາຈະເຫັນແຕ່ ສາວຄົນນີ້ ລົດແກ້ວ ໃນຮູບແບບ ຊຸດກິລາ, ຮູບແລ່ນ  ຍືນຮັບລາງວັນຢູ່ເວທີການແຂ່ງຂັນເລື້ອຍໆ ແຕ່ມາບາດນີ້… ຈັດເຕັມ…ງາມແຮງຈົນແອັດຈື່ບໍ່ໄດ້ ເພິ່ນແຕ່ງນຸ່ງຊຸດງາມໆແບບນີ້ເພື່ອງານຫຍັງນໍ້… ຂໍອຸບໄວ້ກ່ອນ ແລະ ທຸກຄົນສາມາດໄປຕິດຕາມການເຄື່ອນໄຫວ ທາງເຟສບຸກສ່ວນຕົວເພິ່ນໄດ້ Lodkeo Inthakoumman         “ລົດແກ້ວ” ກວາດ 4 ຫຼຽນ ຈາກການແຂ່ງຂັນມະຫະກຳກີລາມະຫາວິທະຍາໄລທົ່ວປະເທດໄທ ຄັ້ງທີ 46 ຂອບໃຈຮູບພາບຈາກເຟສບຸກ: Saykeo Make ແລະ Lodkeo …

Read More »