ໃນຄໍ່າຄືນຂອງວັນທີ 24 ສິງຫາ 2019 ທີ່ຜ່ານມາ, ເປັນມື້ທີຫຼາຍຄົນຄອງຄອຍ ແລະ ຕິດຕາມເຊຍສາວງາມ 30 ຄົນທີ່ເຂົ້າຮ່ວມປະກວດໃນເວທີ Miss Universe Laos 2019 ແລະ ຜົນຂອງການຕັດສິນ ກໍຄື ໝາຍເລກ MUL 29 ນາງສາວ ວິຈິດຕາ ພອນວິໄລ (ເມ) ອາຍຸ 23 ປີ ສູງ 176 ຊັງຕີແມັດ ສາວງາມທີ່ມີຄວາມໂດດເດັ່ນທັງຮູບຮ່າງ ໜ້າຕາອິນເຕີ້ໆແນ່ ແຕ່ເປັນລາວຮ້ອຍສ່ວນຮ້ອຍຄົນນີ້ເປັນຜູ້ທີ່ມີຄຸນສົມບັດຫຼາຍທີ່ສຸດ ບໍ່ວ່າຈະເປັນຄວາມຮູ້ຄວາມສາມາດ, ພິບໄຫວໃນການຕອບຄຳຖາມ ແລະ ເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ່ວ ໄດ້ຄອງມຸງກຸດ Miss Universe Laos ປະຈຳປີນີ້ໄປ ແລະ ເມ ຍັງເປັນໜຶ່ງໃນຜູ້ເຂົ້າປະກວດທີ່ໄດ້ຮັບແຮງເຊຍຈາກແຟນໆຫຼາຍຄົນທີ່ຕິດຕາມເປັນຈຳນວນຫຼາຍທີ່ຢາກໃຫ້ມົງລົງ ເຊິ່ງກໍເປັນໄປຕາມຄາດ. ສາວເມ ວິຈິດຕາ ພື້ນຖານພໍ່ແມ່ ແລະ ເກີດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ …
Read More »Kuanjaitaem Kuanjai page
ຄະແນນ 10/10 ໄປເລີຍ!!! ຄວາມງາມຂອງສາວ ຄຣິສຕີນ່າ ລາດສະສິມມາ Miss Laos 2012… ເບິ່ງຈັກເທື່ອ ມົງກໍຍັງລົງ!
ຖືວ່າເປັນນາງງາມອີກຄົນໜຶ່ງທີ່ເປັນດາວປະດັບວົງການບັນເທິງລາວມາດົນນາ່ນ ແລະ ບໍ່ເຄີຍມີຂ່າວເສຍຫາຍໃດໆເລີຍ ສໍາລັບສາວງາມຄົນນີ້ ຄຣິສຕີນ່າ ລາດສະສິມມາ Miss Laos 2012 ຈາກມື້ທີ່ໄດ້ຮັບຕໍາແໜ່ງມາຮອດປັດຈຸບັນນີ້ກໍເປັນເວລາ 7 ປີແລ້ວ ແຕ່ຄວາມງາມຂອງຄຣິສຕີນ່ານັ້ນ ນັບມື້ນັບເພີ່ມຂຶ້ນຄືກັບຄວາມສາມາດຂອງນາງເລີຍ… ນອກຈາກຄວາມສາມາດໃນການເຮັດວຽກໃນວົງການບັນເທີງແລ້ວ ວຽກງານຊ່ວຍເຫຼືອສັງຄົມ ນາງກໍມີສ່ວນຮ່ວມເກືອບຈະທຸກງານເລີຍແຫຼະ! ເພາະໄລຍະນີ້ທາງວາລະສານຂວັນໃຈກໍາລັງຈັດກິດຈະກໍາລົນນນະລົງຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເພື່ອຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງສາກົນ Run for Her ຄຣິສຕີນ່າ ກໍບໍ່ພາດທີ່ຈະເຂົ້າມາຮ່ວມເປັນສ່ວນໜຶ່ງ ແລະ້ໄດ້ມາລົງທະບຽນເປັນທີ່ຮຽບຮ້ອຍແລ້ວ ເພື່ອເປັນຕົວຢ່າງໃຫ້ກັບສັງຄົມ ແລະ ເຊີນຊວນໃຫ້ທຸກຄົນ ພ້ອມດ້ວຍແຟນຄຣັບ ມາຮ່ວມໃນງານດັ່ງກ່າວ. ເຊິ່ງງານດັ່ງກ່າວແມ່ນຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ນີ້ ແລະ ປັດຈຸບັນກໍເປີດໃຫ້ລົງທະບຽນທຸກມື້. ຕິດຕາມໄດ້ທາງເພຈ Run for Her. #ຢ່າລືມມາຮ່ວມນໍາກັນຫຼາຍໆເດີ່!!! ໂອ່ຍ!!! ທັງງາມ, ທັງເກັ່ງ ແລະ ໃຈດີຂະໜາດນີ້ ຖ້າໃຫ້ຄະແນນເຕັມ …
Read More »ສ່ອງ!!! ໜຸ່ມ ອາເລັກ ກຽງໄກ ຊວ້ານສວນດາວ Mister Global Laos ຄົນທຳອິດ
ກຽງໄກ ຊວ້ານສວນດາວ (ອາເລັກ) ອາຍຸ 19 ປີ ນັກສຶກສາ ປີ 2 ຄະນະສະຖາປັດຕະຍະກໍາສາດ ສາຂາ ວິທະຍາການອາຄານ, ມະຫາວິທະຍາໄລແຫ່ງຊາດລາວ. ເປັນຕົວແທນຊາຍໜຸ່ມລາວ ກໍຄືປະເທດລາວ ໄປປະກວດໃນເວທີໂລກ Mister Global Laos 2019 ທີກຸງເທບ ປະເທດໄທ ໃນລະຫວ່າງວັນທີ 13-26 ກັນຍາ 2019. ຝາກທຸກໆຄົນເປັນກຳລັງໃຈໃຫ້ໜຸ່ມລາວເຮົາຄົນນີ້ ໃນເວທີສາກົນອີກເວທີຫຶ່ງແດ່ເດີ ເພື່ອຈະໄດ້ລາງວັນໃດໜຶ່ງມາຄອງ ແລະ ເປັນການເຜີຍແພ່ຄວາມເປັນລາວເຮົາໃຫ້ສາກົນໄດ້ຮັບຮູ້ໃນອີກເວທີໜຶ່ງ. ສາວໆ ສາມາດໄປຕິດຕາມຜົນງານການເຄື່ອນໄຫວ ແລະ ໃຫ້ກຳລັງໃຈ ໜຸ່ມ ອາເລັກ ໄດ້ທີ່ເຟສບຸກສ່ວນຕົວ Kiengkai Xouansouandao ຫຼື ເພສ Mister Global Laos ມື້ນີ້ແອັດນຳເອົາຮູບໜຸ່ມອາເລັກ ມາໃຫ້ຊົມແບບເຕັມໆ ທັງແບບໜຸ່ມນັກສຶກສາ ແລະ ໜຸ່ມນາຍແບບ. ເວທີການປະກວດ Mister Global ແມ່ນເວທີການປະກວດຄວາມງາມຂອງຜູ້ຊາຍ ທີ່ມີຫຼາຍກວ່າ …
Read More »ສະແດງຄວາມຍິນດີກັບ ນ້ອງຫ່ານ! ຮີໂຣ່ນັກແລ່ນນ້ອງໃໝ່… ຄວ້າແຊ້ມງານ Buriram Duathlon ທີ່ປະເທດໄທ.
ຮູ້ຈັກກັບ! ຫ່ານ ຮີໂຣ່ນັກແລ່ນນ້ອງໃໝ່… ວົງການກິລາກໍາລັງມາແຮງໃນກຸ່ມຄົນຮັກສຸຂະພາບ ໂດຍສະເພາະກິລາແລ່ນ ເພາະເປັນກິລາທີ່ຫຼິ້ນໄດ້ງ່າຍບໍ່ຕ້ອງມີອຸປະກອນຫຍັງຫຼາຍ ນອກຈາຊຸດອອກກໍາລັງກາຍ ແລະ ເກີບທີ່ໃຊ້ສໍາລັບແລ່ນ, ເຮັດໃຫ້ຫຼາຍຄົນຫັນມາອອກກໍາລັງກາຍດ້ວຍການແລ່ນຫຼາຍຂຶ້ນ ແລະ ໃນໄລຍະຜ່ານມາກໍມີຫຼາຍງານທີ່ຈັດຂຶ້ນເພື່ອໃຫ້ນັກແລ່ນເຂົ້າຮ່ວມສະແດງຝີຕີນ ແຂ່ງຂັນຈົນໄດ້ລາງວັນຊະນະເລີດ… ມື້ນີ້ ຂວັນໃຈ ເລີຍຢາກມາແນະນໍາໃຫ້ຮູ້ຈັກກັບຮີໂຣ່ນັກແລ່ນນ້ອງໃໝ່ ທີ່ຫາກໍ່ຄວ້າແຊັມຈາກງານ Buriran Duathlon ໃນລຸ້ນອາຍຸ 18-29 ປີ ທີ່ປະເທດໄທ. ເຊິ່ງຮີໂຣ່ຄົນນັ້ນກໍຄື ນ້ອງຫ່ານ ຫຼື ທ້າວ ວຽງນະຄອນ ຫຼວງອາໄພ ອາຍຸ 18 ປີ ປັດຈຸບັນຮຽນຢູ່ ສະຖາບັນເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານ ປີ 1 ພ້ອມທັງ ເປັນນັກດົນຕຣີ ໃນຖານະມື Bass ໃຫ້ກັບ Sack Cells, Namfon Indee… ອີກດ້ວຍ. ວ້າວ… ຖືວ່າເປັນໄວໜຸ່ມທີ່ເກັ່ງຮອບດ້ານອີ່ຫຼີສໍາລັບໜຸ່ມຄົນນີ້. ສໍາລັບຜົນງານ ອັນດັບ …
Read More »ເປັນຫຍັງ? Nissan TERRA SUV ຈື່ງໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ມາຫາຄຳຕອບນຳກັນເລີຍ…
ນັບຕັ້ງແຕ່ເປີດໂຕລົດຄອບຄົວ Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບອ່ນນັ່ງ ໂດຍບໍລິສັດຕັນຈອງມໍເຕີລາວ ຈຳກັດ ພຽງຜູດຽວ, ຊື່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈອງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ Ep1: ປັດຈຸບັນໄດ້ເຮັດຍອດຂາຍໄດ້ສູງຫຼາຍ ແລະ ພວກເຮົາຈະພາມາເບີ່ງຈຸດ ຂາຍຂອງນິສສັນເທີລາ ທາງດ້ານໜ້າຂອງ Nissan Terra ສັນຍາລັກອັນໂດດເດັ່ນຂອງນິສສັນເຊິ່ງສະແດງອອກເປັນຮູບໂຕ V ຂະໜາດໃຫ່ຍ ໄຟໜ້າແບບ LED ແລະ ເປັນຫຼອດ PROJECTOR ແລະ ໄຟເຍືອງທາງຕອນກາງເວັນ ໄຟໜ້າແບບ LED ແລະເປັນຫຼອດ PROJECTOR ແຈ້ງດີ, ຮຸ່ງສີ ແລະ ເຖິງວ່າຈະແມ່ນຕອນຝົນຕົກ, ທ່ານກໍສາມາດເຫັນໄດ້ຢ່າງຊັດເຈນ, …
Read More »