Breaking News

Kuanjaitaem Kuanjai page

ສະຖານທູດໄທ ມອບເຮືອນຄົວ 219 ລ້ານກີບ ໃຫ້ໂຮງຮຽນ ສຶກສາພິເສດ

ມື່ອວັນທີ 15 ສິງຫາ 2019 ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດ ທີ່ນະຄອນຫຼວງວຽງຈັນ ແລະ ພັນລະຍາ ພ້ອມດ້ວຍຂ້າລາຊະການສະຖານເອກອັກຄະຣາຊະທູດ, ຂ້າລາຊະການທີມປະເທດໄທ ປະຈຳ ສປປ ລາວ ແລະ ປະຊາຊົນຊາວໄທໃນ ສປປ ລາວ ຈັດກິດຈະກຳຈິດອາສາ “ເຮົາທຳຄວາມ ດີ ດ້ວຍຫົວໃຈ” ພິທີມອບເຮືອນຄົວ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໂດຍເອກອັກຄະຣາຊະທູດ ໄດ້ມີພິທີສົ່ງມອບເຮືອນຄົວ ຫຼັງຄາອາຄານອາເນກປະສົງ ແລະ ປ້າຍຊື່ໂຮງຮຽນ ສະຖານເອກອັກຄະຣາຊະທູດ ສະໜັບສະໜູນງົບປະມານໃນການກໍ່ສ້າງລວມປະມານ 750.000 ບາດ ຫຼື ປະມານ 219.000.000 ກີບ ໃຫ້ແກ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເປັນຜູ້ແທນລັດຖະບານ …

Read More »

ສ່ອງ!!! 20 ໜຸ່ມ ຜູ້ເຂົ້າປະກວດເວທີ Mister International Laos 2019

ໃນວັນທີ 10 ສິງຫາ 2019 ທີ່ຜ່ານມາ ໄດ້ເປີດຕົວຜູ້ເຂົ້າຮອບ 20 ສຸດທ້າຍຂອງໂຄງການປະກວດ Mister International Laos 2019 ທີ່ສູນການຄ້າ ວຽງຈັນເຊັນເຕີ. ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງຊາດລາວ ທັງເປັນປະທານ ແລະ ທີ່ປຶກສາກອງປະກວດMister International Laos 2019, ທ່ານ ນວນທອງ ສຸວັນວິໄຊ ເລຂາທິການ ເລາຂາໜ່ວຍພັກຫ້ອງການ; ຫົວໜ້າຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາຜູ້ສະໜັບສະໜູນ ແລະຜູ້ເຂົ້າປະກວດ 20 ຄົນສຸດທ້າຍ. ສຳລັບການປະກວດຮອບສຸດທ້າຍຈະໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2019 , ໄລຍະນີ້ ໜຸ່ມໆທັງ 20 ຄົນກໍຈະໄດ້ເກັບຕົວ ແລະ ເຝິກຊ້ອມທັກສະຕ່່າງໆເພື່ອແຂ່ງຂັນກັນໃນມື້ Final , ເຮົາມາເບິ່ງໂຊມໜ້າແບບເຕັມໆ ພ້ອມກັບສາມາດກົດເຂົ້າໄປເບິ່ງ ແລະ …

Read More »

Sack Cell ນັກຮ້ອງສາຍບຸນ!!! ງານເພື່ອສັງຄົມຢູ່ໃສບໍ່ເຄີຍພາດ….

ເມື່ອເວົ້າເຖິງ Sack Cell  ເຊື່ອວ່າຫຼາຍໆຄົນຄົງຮູ້ຈັກກັນດີ ເພາະຊື່ສຽງຂອງອ້າຍເພິ່ນນັ້ນ ໂດ່ງດັງຕັ້ງແຕ່ອາດີດ ຈົນເຖິງປັດຈຸບັນ ໃນຖານະນັກຮ້ອງນໍາວົງເຊວ ທີ່ເປັນທີ່ກຣີດກຣາດຂອງສາວໆຍຸກກ່ອນ (ຕອນທີ່ອ້າຍເພິ່ນັຍງໂສດ) ແລະ ປັດຈຸບັນເຖິງວ່າຈະບໍ່ຄ່ອຍໄດ້ເຫັນຜົນງານຂອງວົງເຊວອອກມາໃຫ້ແຟນໆໄດ້ຮັບຊົມແລ້ວ ແຕ່ອ້າຍສັກກໍຍັງຄົງຢູ່ໃນແວດວົງບັນເທິງບໍ່ໜີໄປໃສ, ເຊິ່ງເຮົາຈະເຫັນໄດ້ວ່າ ອ້າຍເພິ່ນຍັງໄປຮ່ວມແຕ່ງເພງ, ຮ້ອງເພງກັບນັກຮ້ອງດັງຄົນອື່ນໆຢູ່ເປັນປະຈໍາ ແລະ ຫຼ້າສຸດກໍມີຜົນງານຮ່ວມໃນເພງ ມ7 ຂອງອ້າຍຕີ໋ ອຸດາໄລ ນໍາອີກໃດ໋!!! ນອກຈາກນັ້ນກໍຍັງພົບເຫັນອ້າຍເພິ່ນເປັນປະຈໍາໃນວົງການຮູບເງົາ, ງານພົບປະຄົນບັນເທິງຕ່າງໆ ແລະ ທີ່ສໍາຄັນອ້າຍສັກເພິ່ນຍັງມີສາຍາເປັນນັກຮ້ອງສາຍບຸນ ຊ່ວຍເຫຼືອສັງຄົມອີກດ້ວຍ! ຖ້າເປັນງານທີ່ກ່ຽວຂ້ອງກັບການຊ່ວຍເຫຼືອສັງຄົມແລ້ວ ຕ້ອງເຫັນໜ້າອ້າຍເພິ່ນຢ່າງແນ່ນອນ… ແລະ ຫຼ້າສຸດກໍພົບອ້າຍເພິ່ນທີ່ບູ໊ດລົງທະບຽນງານ Run for Her ທີ່ທາງວາລະສານຂວັນໃຈ ຮ່ວມກັບມາຄົມນັກທຸລະກິດແມ່ຍິງລາວ ແລະ ສະມາຄົມແລ່ນ-ລານແຫ່ງຊາດລາວ ຮ່ວມກັນຈັດຂຶ້ນ ເພື່ອລົນນະລົງຕໍ່ຕ້ານໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ພ້ອມທັງເປັນການແລ່ນເພື່ອສະເຫຼີມສະຫຼອງ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ ທີ່ຈະຈັດຂຶ້ນໃນວັນທີ 10 ຕຸລາ 2019 ນີ້. ກໍບໍ່ລໍຊ້າທີ່ຈະໄປສອບຖາມລາຍລະອຽດ ແລະ …

Read More »

ເອັມວີເພງ ມ 7 ອ້າຍ ຕີ໋ ອຸດາໄລ ໄດ້ຮັບຜົນຕອບຮັບດີທີ່ສຸດ ທະລຸ 2 ແສນກວ່າວິວ

ເພງໃໝ່ “ມ 7 ” ຂອງອ້າຍຕີ ອຸດາໄລ ໄດ້ປ່ອຍອອກອາກາດ ທາງວິທະຍຸ ແລະ ຢູທູບ ໃນໄລຍະໜຶ່ງ ຕອນທີ່ນ້ອງໆ ມ 7  ເສັງຈົບ ແຕ່ບໍ່ຮອດເດືອນ ອ້າຍຕີ ເພິ່ນກໍໄດ້ປ່ອຍ ເອັມວີເພງ ແບບນ່າຮັກໆ  ມາແບບເຕັມໆໃຫ້ເຮົາທຸກໆຄົນໄດ້ເບິ່ງ ແລະ ຕິດຕາມ,  ແອັດຟັງແລ້ວ ກໍຈົນຮູ້ສຶກຄິດຮອດຕົນເອງຕອນ ມ 7 ເລີຍ 555 (ເວົ້າປານເຄີຍຮຽນ ມ 7  )  ແລະ ເຊື່ອວ່າຫຼາຍຄົນທີ່ໄດ້ຟັງ ແລະ ເບິ່ງກໍຄືຈະເປັນຄືກັບແອດ ແມ່ນບໍ່? ຟັງໄປຍິ້ມໄປ ຂົນໜາວລຸກໄປນຳ ແລະ ກໍຄິດຮອດຕົນເອງຕອນຢູ່ ຮຽນຢູ່ ມັດທະຍົມ ແມ່ນບໍ່. ແລະມາຮອດມື້ນີ້ ວັນທີ 12 ສິງຫາ 2019, …

Read More »

ແຟນ Note ຫ້າມພາດ!!! Samsung Galaxy Note 10/10+ ເປີດໃຫ້ຈອງໃນລາວແລ້ວ!

ແຟນ Note ຫ້າມພາດ!!! Samsung Galaxy Note 10/10+ ເປີດໃຫ້ຈອງໃນລາວແລ້ວ!!! Samsung Galaxy Note 10|10+ ໄດ້ເປີດຕົວຢ່າງເປັນທາງໃນລາວແລ້ວ ໂດຍເລີ່ມຕັ້ງແຕ່ ວັນທີ 8-21 ສິງຫາ 2019 (ມີພຽງ 14 ມື້ເທົ່ານັ້ນທີ່ໃຫ້ເປີດຈອງ ແລະ ມີຈຳນວນຈຳກັດໃນການຈັດຈຳໜ່າຍ) ສຳລັບການສັ່ງຈອງໄລຍະນີ້, Galaxy Note10+ ຈະໄດ້ຮັບເຄື່ອງອັບເກຣດຈາກຄວາມຈຳ 256GB ເປັນເຄື່ອງ 512GB ໄປເລີຍ ແລະ ລຸ້ນ Galaxy Note10 ຈະໄດ້ຮັບ Galaxy Buds ລວມມູນຄ່າ 1,125,000 ກີບ “ຟຣີ” ທັນທີ. ສ່ວນ ສີທີ່ວາງຈຳໜ່າຍໃນລາວ Galaxy Note10+: Aura glow, Aura …

Read More »