Breaking News

Kuanjaitaem Kuanjai page

ຄວາມໝາຍທີ່ແທ້ຈິງຂອງ ມຸງກຸດ MISS TEEN LAOS 2019… “ດວງດາວແຫ່ງຍຸກສະໄໝ”

ຄວາມໝາຍທີ່ແທ້ຈິງຂອງ ມຸງກຸດ MISS TEEN LAOS 2019… ເຊື່ອວ່າຫຼາຍຄົນຄົງຈະຕິດຕາມ ລຸ້ນຢ່າງໃຈຈົດຈໍ່ ສໍາລັບການປະກວດ MISS TEEN LAOS 2019 ວ່າສາວງາມຄົນໃດຈະໄດ້ຮັບຕໍາແໜ່ງໄປໃນປີນີ້!!! ແຕ່ກ່ອນທີ່ຈະຮູ້ຜົນວ່າສາວງາມຄົນນັ້ນຈະແມ່ນໃຜນັ້ນ ຂວັນໃຈ ຢາກຈະນໍາສະເໜີໄຮໄລ້ຈັກເລັກໜ້ອຍໃຫ້ທຸກຄົນໄດ້ຮູ້ຈັກເຖິງ ຄວາມໝາຍຂອງມຸງກຸດອັນຊົງກຽດ ທີ່ສາວງາມຜູ້ໄດ້ຮັບຕໍາແໜ່ງ MISS TEEN LAOS ຈະໄດ້ຮັບໄປໃນປີນີ້ ວ່າຄວາມໝາຍທີ່ແທ້ຈິງແລ້ວມັນແມ່ນຫຍັງ? ເຊິ່ງກໍໄດ້ມີງານເປີດຕົວໄປເປັນທີ່ຮຽບຮ້ອຍແລ້ວສໍາລັບມຸງກຸດດັ່ງກ່າວ ພ້ອມກັບຄວາມໝາຍຂອງມຸງກຸດອັນຊົງກຽດໃນປີນີ້ແມ່ນ ມີຄວາມໝາຍວ່າ  “ດວງດາວແຫ່ງຍຸກສະໄໝ” ໂດຍມີມີຄວາມໝາຍລະອຽດດັ່ງນີ້: 1. ດວງດາວ ໝາຍເຖິງ: ທຸກຄົນທີ່ມີພາລະໜ້າທີ່ ແລະ ຕຳແໜ່ງ ຈະຕ້ອງມີການຕິດດາວ ຄືກັບພັກ-ລັດ ຂອງພວກເຮົາກໍມີການຕິດດາວ ປຽບດັ່ງຜູ້ຄອບຄອງມຸງກຸດທີ່ມີໜ້າທີ່ ທີ່ຕ້ອງປະຕິບັດ ນັ້ນກໍຄື “ດວງດາວແຫ່ງຍຸກສະໄໝ” ເຊິ່ງ Miss Teen Laos ມີໜ້າທີ່ກ່ຽວກັບການສຶກສາ, ກ່ຽວກັບເລື່ອງຂອງການຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເມື່ອໃດທີ່ສາວງາມໄດ້ສວມໃສ່ …

Read More »

ຊາຣ່າ ພິທີກອນສາຍຮາຊື່ດັງ ຈາກປະເທດເພື່ອນບ້ານ ເຊັກອິນທີ່ປະເທດລາວ!!!

ເມື່ອເວົ້າເຖິງພິທີກອນສາຍຮາຈາກປະເທດເພື່ອນບ້ານ (ໄທ) ຄົນນີ້!!! ຊາຣ່າ ນະລິນ ໂຮເລີ ຫຼາຍຄົນຄົງຈະຮູ້ຈັກກັນດີ ເພາະຊາຣ່ານັ້ນຖືວ່າເປັນຄົນດັງອີກຄົນໜຶ່ງຢູ່ທີ່ປະເທດເພື່ອນຂອງເຮົາ ດ້ວຍຫຼາກຫຼາຍບົດບາດເຊັ່ນ: ນັກຮ້ອງ, ນັກສະແດງ, ພິທີກອນ… ເຊິ່ງແຕ່ລະບົດບາດທີ່ນາງໄດ້ສະແດງອອກມານັ້ນ ກໍສາມາດສ້າງຄວາມບັນເທີງໃຫ້ແກ່ຜູ້ຊົມໄດ້ທຸກບົດບາດເລີຍ!! ດ້ວຍບຸກຄະລິກທີ່ມີຄວາມເຮຮາ, ມັກມ່ວນ ແລະ ມີມຸກຕະລົກຢູ່ຕະຫຼອດເວລາ ຊາຣ່າຈຶ່ງໄດ້ສາຍາເປັນ “ພິທີກອນສາຍຮາ” ທີ່ທຸກຄົນຮູ້ຈັກກັນດີທັງໃນ ແລະ ຕ່າງປະເທດ… ຜົນງານຂອງສາວຊາຣ່າທີ່ເຮົາໄດ້ເຫັນໃນປັດຈຸບັນສ່ວນຫຼາຍຈະເປັນພິທີກອນຫຼາກຫຼາຍລາຍການບໍ່ວ່າຈະເປັນ: ລາຍການ Davinci kind ເດັກຖອດລະຫັດ, ຫອມເລັກເປັກໂຊ… ນອກນັ້ຍັງເປັນກໍາມະການໃນລາຍການ The Mast Single ໜ້າກາກນັກຮ້ອງ, I can see you Vice… ເຊິ່ງແຕ່ລະລາຍການທີ່ນາງໄດ້ເຂົ້າຮ່ວມ ນາງກໍຈະສ້າງສີສັນໃຫ້ກັບລາຍໄດ້ເປັນຢ່າງດີ…   ນອກຈາກບຸກຄະລິກເປັນສາວສາຍຮາແລ້ວ ຊາຣ່າ ຍັງເປັນດາຣາຄົນໜຶ່ງທີ່ມັກຮັກໃນການທ່ອງທ່ຽວເປັນພິເສດ ເພາະຖ້າໃຜເປັນ FC ນາງຢູ່ກໍຈະເຫັນວ່າ ຖ້າວ່າງຈາກວຽກ ນາງກໍຈະຫາໂອກາດໄປທ່ອງທ່ຽວເພື່ອພັກຜ່ອນຢ່ອນໃຈຢູ່ສະເໝີ …

Read More »

ຮັກໃຜ? ມັກໃຜ? ໂຫວດເລີຍ 20 ນາງສາວຈຳປາລາວ 2019

VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨ ?1 ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ “ນາງງາມຂວັນໃຈມະຫາຊົນ” ໂດຍ ນ້ຳຫອມ MK & Darling Perfume Laos Miss Popular Vote ແລະ ຈະໄດ້ຜ່ານເຂົ້າຮອບ 11 ຄົນສຸດທ້າຍ ແບບອັດຕະໂນມັດ, ປິດໂຫວດ 10 ນາທີ ກ່ອນການປະກາດຜົນ 11 ຄົນສຸດທ້າຍໃນມື້ຕັດສິນ ໃນວັນອາທິດທີ 8 ກັນຍາ 2019 ເວລາ 15 ໂມງ ທີ່ສູນການຄ້າລາວໄອເຕັກ ຕຶກເກົ່າ? ໂດຍການກົດໄລ້ ແລະ ແຊ! ຕາມລິ້ງລຸ່ມນີ້ເລີຍ, ✨VOTE NOW! ຮັກໃຜເຊຍໃຜ ໂຫວດເລີຍຈະ!✨…….?1ສາວງາມເທົ່ານັ້ນ ທີ່ຈະໄດ້ເປັນ "ນາງງາມຂວັນໃຈມະຫາຊົນ" ໂດຍ ນ້ຳຫອມ MK & Darling… …

Read More »

ໂສມໜ້າ!!! 20 ນາງສາວ ເວທີ Miss World Laos 2019

ໂສມໜ້າຜູ້ເຂົ້າປະກວດ Miss World Laos 2019 ຮອບ 20 ຄົນສຸດທ້າຍ, ບອກໄດ້ເລີຍວ່າ ປີນີ້ ມີແຕ່ຜູ້ງາມໆ ທີ່ມີພ້ອມບຸກຄະລິກ ໜ້າຕາ ແລະ ຄວາມຮູ້ຄວາມສາມາດລ້ວນໆ. ປັດຈຸບັນ, ທັງ 20 ນາງສາວງາມ ແມ່ນໄດ້ເກັບຕົວ ແລະ ເຮັດກິດຈະກຳ ຢູ່ທີ່ວັງວຽງ ເພື່ອເກັບຄະແນນຕ່າງໆ ແລະ ເຝິກແອບທັກສະດ້ານການຄວາມພ້ອມຄວາມສາມາດ ເພື່ອຊິງມຸງກຸດ ອັນມີຄຸນຄ່າ ທີ່ສາວໆຫຼາຍຄົນໃນປະເທດລາວໃຝ່ຝັນຢາກເປັນເຈົ້າຂອງ, ມັກໃຜ ເຊຍໃຜ ຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ນ້ອງໆທັງ 20 ໝາຍເລກແດ່ເດີ, ແລະ ໃນຄໍ່າຄືນຂອງ ວັນທີ 19 ກັນຍາ ນີ້ ເຮົາກໍຈະຮູ້ໄປພ້ອມໆກັນວ່າ ສາວງາມໝາຍເລກໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ພ້ອມເປັນຕົວແທນຂອງສາວລາວໄປປະກວດຢູ່ໃນເວທີ Miss world 2019 ຢູ່ທີ ລອນດອນ …

Read More »

ມາຮຸ້ຈັກ!! ວິຈິດຕາ ພອນວິໄລ ສາວປາກຊັນ Miss Universe Laos 2019

ໃນຄໍ່າຄືນຂອງວັນທີ 24 ສິງຫາ 2019 ທີ່ຜ່ານມາ, ເປັນມື້ທີຫຼາຍຄົນຄອງຄອຍ ແລະ ຕິດຕາມເຊຍສາວງາມ 30 ຄົນທີ່ເຂົ້າຮ່ວມປະກວດໃນເວທີ Miss Universe Laos 2019 ແລະ ຜົນຂອງການຕັດສິນ ກໍຄື ໝາຍເລກ MUL 29 ນາງສາວ ວິຈິດຕາ ພອນວິໄລ (ເມ) ອາຍຸ 23 ປີ ສູງ 176 ຊັງຕີແມັດ ສາວງາມທີ່ມີຄວາມໂດດເດັ່ນທັງຮູບຮ່າງ ໜ້າຕາອິນເຕີ້ໆແນ່ ແຕ່ເປັນລາວຮ້ອຍສ່ວນຮ້ອຍຄົນນີ້ເປັນຜູ້ທີ່ມີຄຸນສົມບັດຫຼາຍທີ່ສຸດ ບໍ່ວ່າຈະເປັນຄວາມຮູ້ຄວາມສາມາດ, ພິບໄຫວໃນການຕອບຄຳຖາມ ແລະ ເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ່ວ  ໄດ້ຄອງມຸງກຸດ Miss Universe Laos ປະຈຳປີນີ້ໄປ ແລະ ເມ ຍັງເປັນໜຶ່ງໃນຜູ້ເຂົ້າປະກວດທີ່ໄດ້ຮັບແຮງເຊຍຈາກແຟນໆຫຼາຍຄົນທີ່ຕິດຕາມເປັນຈຳນວນຫຼາຍທີ່ຢາກໃຫ້ມົງລົງ ເຊິ່ງກໍເປັນໄປຕາມຄາດ. ສາວເມ ວິຈິດຕາ ພື້ນຖານພໍ່ແມ່ ແລະ ເກີດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ …

Read More »