ໄລຍະແຫ່ງເທສະການ “ງານແຕ່ງດອງ” ຄູ່ຮັກຫຼາຍໆຄູ່ກໍທະຍອຍພາກັນສະຫລະໂສດໄປຕາມໆກັນ ແລະ ເມື່ຶອເວົ້າເຖິງເລື່ອງງານແຕ່ງດອງແລ້ວ ວິນາທີນີ້ຄົງປະຕິເສດບໍ່ໄດ້ວ່າບໍ່ມີໃຜ ບໍ່ຮູ້ຈັກງານແຕ່ງດອງຂອງຄູ່ຮັກບ່າວສາວຄູ່ໃໝ່ຄູ່ນີ້ ທີີ່ກຳລັງເປັນທີ່ຮືຮາກັນຢູ່ Social ນັບວ່າເປັນອີກໜຶ່ງງານແຕ່ງທີ່ມີຄວາມອະລັງການ ເມື່ອລູກສາວຫລ້າເສດຖີແຖວຫນ້າຂອງແຂວງອຸດົມໄຊ ສະຫລະໂສດເຂົ້າປະຕູວິວາກັບແຟນຫນຸ່ມສຸດຫລໍ່ ທີ່ຮືຮາ ແລະ ໜ້າອິດສາໄປກວ່ານັ້ນ ແມ່ນເມື່ອພໍ່ແມ່ເຈົ້າສາວ ມອບເງິນສົດ 300.000 ໂດລາສະຫະລັດ ແກ່ຄູ່ບ່າວສາວ ເພື່ອເປັນຂອງຂວັນໃນງານແຕ່ງໃຫ້ລູກ ເຊິ່ງງານແຕ່ງໄດ້ຈັດຂຶ້ນຢູ່ທີ່ ແຂວງອຸດົມໄຊ ແນວໃດ! ທາງຂວັນໃຈ ກໍຂໍສະແດງຄວາມຍິນດີນໍາຄູ່ຮັກຄູ່ສົມຣົດໃໝ່ນໍາເດີ້ ຂໍໃຫ້ເປັນຜົວແກ້ວເມຍທິບ ຮັກກັນຈົນເຖົ້າຈົນແກ່!!!!
Read More »Kuanjaitaem Kuanjai page
ດົນໆຈະໄດ້ເຫັນ!!! ນຸ້ຍ ສຸພາພອນ Miss Universe Laos 2017 ໃນຊູດລອຍນນໍ້າ… ບອກເລີຍວ່າ ແຊ໋ບອີ່ຫຼີ!!!
ເປັນນາງງາມຈັກກະວານລາວອີກຄົນໜຶ່ງທີ່ກະແສແຮງບໍ່ເຄີຍຕົກ ສໍາລັບສາວ ນຸ້ຍ ສຸພາພອນ Miss Universe Laos 2017 ຕັ້ງແຕ່ຕອນທີ່ໄດ້ຕໍາແໜ່ງມາໃໝ່ໆ ຈົນຮອດປັດຈຸບັນທີ່ນີ້ ສາວນຸ້ຍ ກໍໄດ້ຜັນຕົວເອງມາຮັບຫຼາກຫຼາຍບົດບາດຂຶ້ນ ບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ສະແດງຮູບເງົາ, MV ເພງ ລວມໄປເຖິງການຖ່າຍໂຄສະນາຕ່າງໆ ທີ່ເປັນຜົນງານອອກມາໃຫ້ແຟນຄຣັບຕິດຕາມຢູ່ເປັນປະຈໍາ ແລະ ຜົນງານຕ່າງໆ ກໍຍັງໄດ້ກະແສຕອບຮັບເປັນຢ່າງດີ… ແລະເມື່ອບໍ່ດົນມານີ້ື ສາວນຸ້ຍ ກໍໄດ້ມີການໂພສຮູບພາບເບື້ອງຫຼັງການຖ່າຍໂຄສະນາໃຫ້ກັບ ໂຮງແຮມດັງແຫ່ງໜຶ່ງ ໂດຍຮູບພາບດັ່ງກ່າວ ແມ່ນສາວນຸ້ຍໄດ້ມີການໃສ່ຊຸດລອຍນໍ້າ ແລະ ໂພສທ່າເຊັກຊີ່ເລັກນ້ອຍ ແຕ່ບອກເລີຍວ່າ ຄວາມແຊ໋ບນັ້ນບໍ່ໄດ້ເລັກນ້ອຍເລີຍ!! ເພາະດົນໆຈະໄດ້ເຫັນສາວນຸ້ຍອອກມາໂພສຮູບແບບນີ້ ມື້ນີ້ແອັດມິ້ນກໍເລີຍນໍາເອົາມາອວດແຟນໆຂວັນໃຈເຮົານໍາ… ຢາກຮູ້ວ່າຈະແຊ໋ບ ຈະເຊັກຊີ່ ຂະໜາດໃດນັ້ນ ມາເບິ່ງນໍາກັນເລີຍ!!! Miss Universe Laos 2017 Sexy Girl ກາບ… ຫຸ່ນນາງ ເປະແຮງ… ແຊ໋ບບບ ຂອບໃຈຮູບພາບຈາກ: …
Read More »ຍິນດີນໍາ!!! ສາວງາມ ຈາກ ສປປ ລາວ ຄວ້າ 2 ຕໍາແໜ່ງ ຈາກເວທີ Miss Hmong international 2020 ຈາກ ປະເທດໄທ…
ປັດຈຸບັນນີ້ ແມ່ຍິງລາວ ຊົນເຜົ່າມົ້ງ ກໍໄດ້ສ້າງບົດບາດໃນສັງຄົມຫຼາຍຂຶ້ນ ແລະ ຫຼາຍພາກສ່ວນກໍໃຫ້ຄວາມສໍາຄັນ ໂດຍສະເພາະໃນເວທີ ນາງງາມ ທີ່ທຸກໆປີກໍໄດ້ມີການຈັດການປະກວດ Miss Hmong ໃນງານປະເພນີຂອງຊົນເຜົ່າມົ້ງ ນອກຈາກນັ້ນ ໃນເວທີນາງງາມຫຼາຍໆເວທີ ສາວມົ້ງເຮົາກໍໄດ້ເຂົ້າຮ່ວມປະກວດ ແລະ ໄດ້ຮັບລາງວັນໄປຫຼາຍຄົນ. ແລະ ເມື່ອບໍ່ດົນມານີ້ ນາງງາມສາວມົ້ງ ນາງ ປ່າຢອງ ເຮີ່ຫວ່າງຕົວ ສາວງາມຈາກແຂວງ ໄຊສົມບູນ ກໍໄດ້ເປັນຕົວແທນ ປະເທດລາວ ເພື່ອໄປປະກວດ ເວທີ Miss Hmong international 2020 ຢູ່ທີ່ ປະເທດໄທ ແລະ ສາມາດຄ້ວາລາງວັນ ຮອງອັນດັບທີ່ 1 Miss Hmong international ແລະ Miss Beauty Smile ມາຄອງ… ເຊິ່ງຖືວ່າເປັນອີກຂ່າວດີສໍາລັບວົງການນາງງາມລາວເຮົາ ທີ່ເປັນອີກບາດກ້າວໜຶ່ງໃນການສ້າງຊື່ສຽງ ແລະ …
Read More »ສັນຍານອັນຕະລາຍ!!!ບອກວ່າ… ເຮົາກຳລັງຕຶງຄຽດກັບວຽກງານຫຼາຍ
ຮູ້ສຶກວ່າເຮົາກຳລັງເບິ່ງໂລກໃນແງ່ຮ້າຍ ລອງກວດກາຕົວເອງເບິ່ງວ່າເຮົາເລີ່ມເບິ່ງທຸກໆເລື່ອງເປັນດ້ານລົບໝົດເຊັ່ນ: ຄິດວ່າຈະມີເພື່ອນຮ່ວມວຽກມາເອົາປຽບເຮົາຕະຫຼອດ ຄົນໃນຫ້ອງການຍື່ນມືເຂົ້າມາຊ່ວຍກໍຄິດວ່າເຂົາມີສິ່ງແອບແຝງ, ເພື່ອນຮ່ວມງານສະເໜີ Idea ຜ່ານ ກໍຄິດວ່າຫົວໜ້າລໍາອຽງ ແບບນີ້ສະແດງວ່າເຮົາມີຄວາມຕຶງຄຽດຈາກວຽກງານເຖິງ 99,9 % ດັ່ງນັ້ນ ຂໍແນະນໍາໃຫ້ສາວໆລອງດຶງສະຕິຂອງຕົນເອງກັບຄືນມາ ພາຕົນເອງມາພົບມຸມໃໝ່ໆໃນດ້ານບວກ ແລ້ວຈະເຮັດໃຫ້ຄວາມຕຶງຄຽດທີ່ມີໃນຕົວເຮົາເບົາບາງລົງ ແລະ ກໍຈະມີຄວາມສຸກກັບວຽກງານຫຼາຍຂຶ້ນ ຈົ່ມທຸກເລື່ອງໃນບ່ອນເຮັດວຽກລົງໃນ Social ເຫັນມາຫຼາຍແລ້ວສໍາລັບຄົນທີ່ມັກຈົ່ມທຸກຈົ່ມຍາກໃນ Social ເພື່ອຈະຮຽກຮ້ອງຄວາມສົນໃຈຈາກເພື່ອນຮ່ວມງານ ຫາກເຂົາເຂົ້າມາອ່ານ ຈໍາພວກລັກດ່າຫົວໜ້າຜ່ານສື່ ຈໍາພວກຈົ່ມວ່າວຽກຫຼາຍ… ແບບນີ້ໝັ້ນໃຈໄດ້ເລີຍເດີ້ວ່າ ເຮົາກໍາລັງຕຶງຄຽດກັບວຽກງານຢ່າງໜັກ ແບບນີ້ຈະເຮັດໃຫ້ສົ່ງຜົນເສຍທັງສຸຂະພາບ ແລະ ຈິດໃຈເຮົາເອງ ທີ່ສໍາຄັນແມ່ນສັງຄົມຈະເບິ່ງວ່າ ເຮົາບໍ່ເປັນມືອາຊີບ ຮູ້ສຶກເມື່ອຍຕະຫຼອດເວລາ ເຮັດວຽກໜັກ ລາພັກປະຈໍາປີແລ້ວ ກໍຍັງບໍ່ເຊົາເມື່ອຍ ບອກເລີຍວ່າສິ່ງທີ່ເຮົາເປັນແບບນີ້ກໍຍ້ອນວ່າເຮົາເມື່ອຍ ແລະ ຕຶງຄຽດຈາກການເຮັດວຽກຫຼາຍຈົນເກີນໄປ ທັງໆທີ່ນອນພັກຜ່ອນຢູ່ບ້ານ ກໍຍັງບໍ່ເວັ້ນທີ່ຈະຄິດຫ່ວງເລື່ອງວຽກງານ ຂໍແນະນໍາໃຫ້ລອງປ່ອຍວາງ ແລະ ລອງຫາກິດຈະກຳມ່ວນໆຫຼີ້ນ ເພື່ອຄາຍຄວາມຕຶງຄຽດອອກຈາກສະໝອງ ແລະ ຈິດໃຈ ວິຕົກກັງວົນກັບທຸກໆເລື່ອງ ລອງຄິດທົບທວນເບິ່ງວ່າ ເຮົາມີອາການແບບນີ້ …
Read More »ຍິນດີນໍາ!! ສີລະປິນລາວ ດອກຫຍ້າ ຖິ່ນລໍາພອນ (ເຈົ້າຂອງເພງດັງ 14 ກຸມພາ) ໄດ້ຮັບລາງວັນ International Music Festival ທີ່ປະເທດຫວຽດນາມ…
ໃນລະຫວ່າງວັນທີ 10-11 ມັງກອນ 2020 ທີ່ຜ່ານມານັ້ນ ຢູ່ທີ່ປະເທດຫວຽດນາມໄດ້ຈັດງານ Halong International Music Festival 2020 ຂຶ້ນ ໂດຍໄດ້ເຊີນເອົາສີລະປິນນັກຮ້ອງເຂົ້າຮ່ວມປະກວດທັງໝົດ 7 ປິເທດ ໃນນັ້ນກໍມີປະເທດລາວເຮົາທີ່ໄດ້ເຂົ້າຮ່ວມ ແລະ ສາມາດຄວ້າລາງວັນມາໄດ້ພ້ອມ… ເຊິ່ງຜູ້ໄດ້ຮັບລາງວັນຈາກເວທີດັ່ງກ່າວກໍຄື ສາວ ດອກຫຍ້າ ຖິ່ນລໍາພອນ ໄດ້ຮັບລາງວັນ International Music Festival. ໂດຍຫຼັງຈາກທີ່ໄດ້ຮັບລາງວັນນີ້ ສາວ ດອກຫຍ້າ ກໍໄດ້ໂພສຂໍ້ຄວາມຜ່ານ Facebook ສ່ວນຕົວ ເພື່ອຂໍຂອບໃຈອາຈານ ແລະ ກຳມະການທີ່ໃຫ້ໂອກາດຜູ້ນ້ອຍໄດ້ສະແດງຄວາມສາມາດໃນເວທີອັນຊົງກຽດແຫ່ງນີ້ ແລະ ຂອບໃຈຫມູ່ເພື່ອນທຸກຄົນທີ່ໃຫ້ກຳລັງຕະຫລອດມາ… ສໍາລັບ ສາວ ດອກຫຍ້າ ຖິ່ນລໍາພອນ ແມ່ນເປັນນັກຮ້ອງແນວເພງລູກທົ່ງ ສັງກັດໃນຄ້າຍເພງ ນາຄາມີເດຍ ເຈົ້າຂອງຜົນງານເພງ ຊິໄຫ້ນຳບໍ່, 14 ກຸມພາ, ໃຫ້ນ້ອງເຫົງາດີກວ່າເຂົາເຈັບ, ບະປູຊອກຫາແຟນ …
Read More »