Fashions ນັ້ນປ່ຽນແປງຢູ່ຕະຫຼອດເວລາ ຈົນເຮັດໃຫ້ສາວໆຄືເຮົາຕ້ອງແລ່ນນໍາມັນຈົນເມື່ອຍ ແຖມບາງເທື່ອກໍເປັນ Style ທີ່ແຕ່ງນໍາໄດ້ຍາກເຫຼືອເກີນ ມື້ນີ້ຂວັນໃຈເລີຍຂໍແນະນໍາ ໃຫ້ມາປ່ຽນເປັນ Basic Look ກັນເບິ່ງບໍ່? Look ພື້ນຖານທີ່ມີແຕ່ເສື້ອຢືດ ສົ້ງຢີນ ກັບເກີບຜ້າ ເທົ່ານີ້ກໍງາມໄດ້ ສາວໆລອງເປີດຕູ້ເຄື່ອງ ຊອກຫາສອງສາມຢ່າງນີ້ ເຊື່ອວ່າແຕ່ລະຄົນຕ້ອງມີຢູ່ແນ່ນອນ ແລ້ວໄປເບິ່ງກັນວ່າ Look ງ່າຍໆແບບນີ້ ຈະເຮັດໃຫ້ເຮົາໂດດເດັ່ນມີ Style ໄດ້ແນວໃດ? ໄປເບິ່ງກັນ! 1. Look Sport Girl ດ້ວຍເສື້ອແຂນຍາວກັບຢີນສີດໍາ 2. ເສື້ອແຂນຍາວສີສົດໄສກັບຢີນຊົງ Boy 3. ເສື້ອຢືດຕົວໃຫຍ່ກັບຢີນຂາມ້າ 4. ເສື້ອຢືດລາຍຂວາງກັບຢີນສີດໍາເຂັ້ມ 5. ເສື້ອຢືດແຂນສາມສີຂາວກັບຢີນສີດໍາໝົ່ນ 6. ເສື້ອຢືດລາຍຂວາງກັບຢີນສີຟ້າອ່ອນ 7. ເສື້ອຢືດສີຂາວຕົວໃຫຍ່ກັບຢີນຂາສັ້ນ 8. ເສື້ອຢືດສີຂາວກັບຢີນຊົງສະກິນນີ່ສີດໍາ 9. ເສື້ອຢືດແຂນຍາວກັບຢີນສີ Classic ແບບຂາດ …
Read More »Kuanjaitaem Kuanjai page
Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການ…
Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການບຸນປີໃໝ່ຂອງຊາວຈີນ ຊຸດກີ່ເພົ້າເປັນຊຸດປະຈໍາຊາດຂອງປະເທດຈີນ ແຕ່ໃນປະເທດເຮົາກໍນິຍົມກັນໃສ່ຫຼາຍໃນໄລຍະເທສະການບຸນປີໃໝ່ຂອງຊາວຈີນ (ກຸດຈີນ) ເພາະວ່າໃນປະເທດເຮົາກໍມີຄົນຈີນອາໄສຢູ່ບໍ່ໜ້ອຍກໍເລີຍເຮັດໃຫ້ປະເທດເຮົານິຍົມເອົາມາໃສ່ເພຶ່ອເປັນການສະເຫຼີມສະຫຼອງບຸນປີໃໝ່ຂອງປະເທດຈີນນີ້ ແລ້ວສາວໆແຟນຂວັນໃຈເດ້ມີຊຸດກີ່ເພົ້າທີ່ຕົນເອງມັກແລ້ວບໍ່? ຖ້າຍັງບໍ່ມີມື້ນີ້ ຂວັນໃຈ ໄດ້ນໍາເອົາ Fashion ແບບຊຸດກີ່ເພົ້າງາມໆມາຝາກ ຫຼື ສາວໆຄົນໃດທີ່ຍັງບໍ່ເຄີຍໃສ່ກໍສາມາດຊອກຊື້ມາໃສ່ກັນດ່ວນ ດຽວຊິຕົກເທຼນເດີ້!!! ຂອບໃຈເຈົ້າຂອງຮູບພາບ
Read More »ຍິນດີນໍາ!!! ເຈົ້າພໍ່ຜູ້ໄທ “ເທີ ຢູນາ” ສູ່ຂໍແຟນສາວແບບລຽບງ່າຍ ພ້ອມບອກວ່າ “ເພາະຄວາມຮັກບໍ່ໄດ້ວັດກັນທີ່ຄ່າດອງ”
ເມື່ອບໍ່ດົນມານີ້ຫຼາຍຄົນກໍໄດ້ເຫັນເຈົ້າພໍ່ຜູ້ໄທແຫ່ງແດນປາແດກດິບຢ່າງ “ເທີ ຢູນາ” ຂຶ້ນສະຖານະແຕ່ງງານກັນໄປແລ້ວໝາດໆເຊິ່ງໄດ້ສ້າງຄວາມຮືຮາຢູ່ໃນໂລກອອນລາຍວ່າແມ່ນແທ້ ຫຼືບໍ ແຕ່ຫຼ້າສຸດກໍໄດ້ເຫັນພາບຈັດງານໝັ້ນຂອງ “ເທີ ຢູນາ” ອອກມາ ຖືໄດ້ວ່າເປັນງານໝັ້ນທີ່ມີຄວາມລຽບງ່າຍ ແຕ່ເຕັມປ່ຽມໄປດ້ວຍຄວາມອົບອຸ່ນທ່າມກາງພໍ່ແມ່ພີ່ນ້ອງ ໝູ່ເພື່ອນມາຮ່ວມຍິນດີນໍາສູ່ສົມຣົດໃໝ່ ເຊິ່ງລຸງເທີກໍໄດ້ໂພສວ່າ: “ງ່າຍໆຕາມຮີດຄອງຜູ້ໄທແບບປູ່ຍ່າຕາຍາຍເຮົາແຕ່ງກັນ ທໍ່ຍາດຕິພີ່ນ້ອງລະແລ້ວໂລດ ບໍ່ໃຫ້ຫຍຸ້ງຍາກ ຂີ້ຄ້ານລຳໄລ ບໍ່ມີປາຕີ້ ບໍ່ມີງັນດອງລະບົບດຽວກັນກັບບັກຂີ້ມ້ຽງໃນໜັງສັ້ນນາຮັງນ້ອຍ “ເພາະຄວາມຮັກບໍ່ໄດ້ວັດກັນທີ່ຄ່າດອງ” ການຈັດງານດອງຍິ່ງໃຫຍ່ອາດຈະບໍ່ແມ່ນການເອົາໜ້າເອົາຕາໃຫ້ພີ່ນ້ອງຢ່າງແທ້ຈິງ ແຕ່ງກັນໄປແລ້ວພ້ອມກັນສ້າງພ້ອມກັນສາໃຫ້ຮັ່ງມີດີໄດ້ ຮັກກັນແພງກັນຈົນແກ່ເຖົ້າ ເປັນທີ່ເພິ່ງພາອາໄສຂອງພໍ່ແມ່ພີ່ນ້ອງແລະສັງຄົມໄດ້ ແບບນັ້ນຕ່າງຫາກຍາດຕິພີ່ນ້ອງຈຶ່ງມີໜ້າມີຕາຢ່າງແທ້ຈິງ ຈົບຂ່າວ”. ແນວໃດ ທາງຂວັນໃຈກໍຂໍສະດງຄວາມຍິນດີນໍາ ຄູ່ຂອງເຈົ້າພໍ່ຜູ້ໄທ “ເທີ ຢູນາ” ແລະ ແຟນສາວ ຂໍໃຫ້ເປັນຜົວແກ້ວເມຍທິບ ຜົວຄໍ້າເມຍຄູນ ມີລູກເຕັມບ້ານ ຫຼານເຕັມເມືອງ ຮັກກັນຕະຫຼອດໄປເດີ້!!!
Read More »11 ຂໍ້ຄວນຮູ້!!! ກ່ອນເຮັດປະກັນຊີວິດ ແລະ ປະກັນສຸຂະພາບ
ການເຮັດປະກັນໄພເປັນສິ່ງທີ່ດີ ເນື່ອງຈາກເປັນການວາງແຜນລ່ວງໜ້າ ແລະ ປ້ອງກັນຄວາມສ່ຽງທີ່ຈະເກີດຂຶ້ນ ທັງຕໍ່ຕົວທ່ານ ແລະ ຄົນທີ່ທ່ານຮັກ ທັງນີ້ ເນື່ອງຈາກປະກັນຊີວິດ ມີເນື້ອໃນທີ່ຫຼາກຫຼາຍ ເຊິ່ງບາງເທື່ອຜູ້ທີ່ຊື້ປະກັນໄພອາດຈະບໍ່ໄດ້ຮັບຂໍ້ມູນທີ່ຄົບຖ້ວນ, ໄດ້ຮັບຂໍ້ມູນຫຼາຍເກີນຄວາມຈິງ ຫຼື ບໍ່ເຂົ້າໃຈລາຍລະອຽດໃນຂໍ້ມູນບາງຢ່າງ ດັ່ງນັ້ນ,ວາລະສານທາເກັດສະບັບນີ້ຈຶ່ງຢາກຈະມານໍາສະເໜີທ່ານກ່ຽວກັບ 11 ຂໍ້ຄວນຮູ້ ກ່ອນຕັດສິນໃຈຊື້ປະກັນໄພ. 1. ຊໍາລະເບ້ຍປະກັນເພີ່ມ (ຂຶ້ຄົນທີ່ຈະຊື້ປະກັນຊີວິດ ຕ້ອງມີສຸຂະພາບແຂງແຮງ, ສົມບູນ, ນໍ້າໜັກ ແລະ ລວງສູງໃນເກນທີ່ກໍານົດໄວ້. ການໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງຂອງລູກຄ້າ ມີຜົນເຮັດໃຫ້ສັນຍາຖືກລົບລ້າງໄດ້ ບາງພະຍາດບໍ່ຮ້າຍແຮງ ບໍລິສັດອາດຈະຮັບເຮັດປະກັນໃຫ້ ແຕ່ອາດມີການນຢູ່ກັບທັງສອງຝ່າຍຕົກລົງກັນ) 2. ພະຍາດຮ້າຍແຮງ ບາງສັນຍາບໍ່ໄດ້ຈ່າຍເງິນກໍລະນີເສຍຊີວິດທຸກກໍລະນີ ສະນັ້ນ ເພື່ອບໍ່ໃຫ້ເຂົ້າໃຈຜິດ ລູກຄ້າຄວນສຶກສາໃຫ້ແນ່ໃຈວ່າ ແບບແຜນປະກັນທີ່ລູກຄ້າຊື້ຈະໄດ້ຮັບເງິນໃນກໍລະນີໃດແດ່? 3. ຄ່າຜ່າຕັດ ຄ່າກວດພະຍາດ ຄວາມຄຸ້ມຄອງເປັນຄວາມຄຸ້ມຄອງສູງສຸດ ທັງນີ້ ການຈ່າຍເງິນຈະຈ່າຍຕາມຕາຕະລາງອັດຕາຄ່າທໍານຽມການຜ່າຕັດ (ເປີເຊັນທີ່ຈ່າຍຂຶ້ນຢູ່ກັບພະຍາດທີ່ເປັນ). 4. ສັນຍາເພີ່ມບາງປະເພດເຊັ່ນ: ຄຸ້ມຄອງຜູ້ພິການຢ່າງຖາວອນ, ການຍົກເວັ້ນຊໍາລະຄ່າເບ້ຍປະກັນເນື່ອງຈາກຜູ້ພິການ ຍົກເວັ້ນການຊໍາລະເບ້ຍ …
Read More »ຊົມເຊີຍ!! ນາງງາມໃຈບຸນ ຢຸ້ຍ ສັນທະນີ Miss Supranational Laos 2018 ກຽມຈັດແຟຊັນໂຊ ການກຸສົນຄັ້ງທໍາອິດທີ່ ນະຄອນປາກເຊ…
ຖ້າເວົ້າເຖິງວົງການບັນເທິງລາວ ຄົງຈະບໍ່ມີໃຜຈະບໍ່ຮູ້ຈັກຜູ້ຍິງຄົນນີ້ “ຢຸ້ຍ ສັນທະນີ” Miss Supranational Laos 2018 ເພາະວ່ານາງເປັນນາງງາມ ແລະ ນາງແບບ ທີ່ໜ້າຈັບຕາເບິ່ງອີກຄົນໜຶ່ງເລີຍກໍວ່າໄດ້. ແລະຫຼ້າສຸດ ສາວ ຢຸ້ຍ ກໍໄດ້ກຽມຈະຈັດງານ Fashion show “Pakse Fashion Week” ຂຶ້ນເປັນຄັ້ງທໍາອິດ ຢູ່ທີ່ ນະຄອນປາກເຊ ແຂວງ ຈໍາປາສັກ ໃນວັນທີ 4 ເມສາ 2020. ເຊິ່ງງານແຟຊັນໂຊຄັ້ງນີ້ ແມ່ນເປັນງານເດີນແບບເພື່ອການກຸສົນ ໂດຍການລວມເອົາບັນດາ ນາງແບບ, ນາຍແບບ, ສິນລະປິນ-ນັກຮ້ອງ ແລະ ເນັດໄອດອລຄົນດັງຂອງລາວມາຮ່ວມ ເພື່ອລະດົມທຶນໄປຊ່ວຍເຫລືອຜູ້ທີ່ຮັບຜົນກະທົບຈາກ ໄພນໍ້າຖ້ວມ. ຫຼັງຈາກທີ່ຫ່າງຫາຍໄປຈາກວົງການໄລຍະໜຶ່ງ ເພື່ອຫັນໜ້າເຂົ້າສູ່ການປະຕິບັດທໍາບວດຂາວ ຢູ່ທີ່ວັດແຫ່ງໜຶ່ງຂອງປະເທດໄທ . ນີ້ຖືໄດ້ວ່າ ເປັນການຫວນຄືນເຂົ້າສູ່ວົງການບັນເທິງອີກຄັ້ງຂອງ “ຢຸ້ຍ” ພ້ອມປັບລຸກໂສມໃໝ່ທີ່ໝັ້ນໃຈກວ່າເກົ່າ ພ້ອມທັງຜັນຕົວເອງມາເຮັດໂຄງການເພື່ອຊ່ວຍເຫຼືອສັງຄົມ “ຢຸ້ຍ” ໄດ້ກ່າວໃນວີດີໂອວ່າ ການເຮັດວຽກຊ່ວຍເຫຼືອສັງຄົມໃນການຈັດງານຄັ້ງນີ້ ເພື່ອລະດົມທຶນໄປຊ່ວຍເຫຼືອໂຮງຮຽນໃນເຂດ …
Read More »