ນາທີນີ້ໂລກລະບາດທີ່ກຳລັງມາແຮງທີ່ສຸດຄົງໜີບໍ່ພົ້ນກັບ ພະຍາດ ໄວຣັສ ອູ່ຮັ່ນ ທີ່ກຳລັງລະບາດອອກໄປພື້ນທີ່ຕ່າງໆຂອງໂລກເຊິ່ງສົ່ງຜົນໃຫ້ຄົນຕິດເຊື້ອເປັນຈໍານວນຫຼາຍນັບມື້ນັບເພີ່ມຂຶ້ນ ສະນັ້ນ ສິ່ງທີ່ຄວນຮູ້ກ່ຽວກັບ Coronavirus ຫຼື ໄວຣັສອູ່ຮັ່ນ (ໄວຣັສ )ມີດັ່ງນີ້ : – ໄວຣັດສສາຍພັນໃໝ່ ພົບເຫັນຄັ້ງທໍາອິດຢູ່ເມືອງອູ່ຮັ່ນປະເທດຈີນ – ຕິດຕໍ່ຜ່ານຄົນສູ່ຄົນໄດ້ – ເຮັດໃຫ້ປອດອັກເສບເຖິງຂັ້ນເສຍຊີວິດໄດ້ – ການໃສ່ໜ້າກາກອະນາໄມ N95 ອາດບໍ່ໄດ້ຊ່ວຍອີ່ຫຍັງຫຼາຍເພາະຂະໜາດຂອງໄວຣັດສມີຂະໜາດນ້ອຍຫຼາຍ ນ້ອຍກວ່າຮູກອງອີກ ໄວຣັດສມີຂະໜາດນ້ອຍປະມານ 0.06-0.22 micron ປັດຈຸບັນປະເທດທີ່ກວດພົບມີຄວນປ່ວຍເປັນໂລກນີ້ມີຄື: 1. ປະເທດຈີນ 219 ຄົນ ປະຈຸບັນອາດຫຼາຍກວ່ານີ້ແລ້ວ 2. ປະເທດໄທ 2 ຄົນ ປະຈຸບັນ ຫຼືຫຼາຍກວ່ານີ້ 3. ປະເທດໄຕ້ຫວັນ 1 ຄົນ 4. ປະເທດເກົາຫຼີໃຕ້ 1 ຄົນ 5. ປະເທດຍີ່ປຸ່ນ …
Read More »Kuanjaitaem Kuanjai page
ຄົນທີ່ຈະເປັນ Freelance ຄວນຮູ້!! 6 ຂໍ້ດີ ແລະ 6 ຂໍ້ເສຍຂອງການເປັນ Freelance…
ຕ້ອງຍອມຮັບວ່າ ໃນປັດຈຸບັນມີຄົນທີ່ມີຄວາມສາມາດຫລາຍຂຶ້ນທຸກມື້ ຄົນໜຶ່ງຄົນສາມາດເຮັດວຽກໄດ້ຫຼາຍກວ່າ 1 ວຽກ ປະກອບກັບໂລກເຮົາໄດ້ມີການພັດທະນາຂຶ້ນ ແລະ ກ້າວສູ່ຄວາມເປັນທຶນນິຍົມຢ່າງເຕັມຕົວແລ້ວ ຄົນໄວເຮັດວຽກສ່ວນຫຼາຍຈື່ງມີຄວາມຕ້ອງການ Make Money ຫາເງິນ ສ້າງລາຍໄດ້ໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ບາງຄົນຕ້ອງການເຮັດວຽກເປັນ “Freelance” ເພື່ອເຕີມເຕັມຄວາມຮູ້ສຶກບາງຢ່າງທີ່ຂາດຫາຍໄປຈາກວຽກປະຈໍາ ຫຼືການຝຶກທັກສະ ແຕ່ບໍ່ແມ່ນໄດ້ໃຊ້ກັບວຽກປະຈໍາຕະຫຼອດ ແຕ່ອາຊີບ “Freelance” ນັ້ນ ຕ້ອງມີທັງຂໍ້ດີ ແລະ ຂໍ້ເສຍຢູ່ໃນຕົວຂອງມັນເອງຢູ່ແລ້ວ ສະນັ້ນ, ມື້ນີ້ຂວັນໃຈຈະຂໍນໍາສະເໜີ ຂໍ້ດີ ແລະ ຂໍ້ເສຍ ຂອງການເຮັດວຽກເປັນ “Freelance” ເພື່ອຕ້ອງການໃຫ້ຜູ້ທີ່ກຳລັງຫາໂອກາດສ້າງລາຍໄດ້ຈາກອາຊີບນີ້ລວມໄປເຖິງຄົນທີ່ກຳລັງເຮັດ “Freelance” ນໍາຂໍ້ມູນໄປປັບໃຊ້ໃຫ້ເກີດປະໂຫຍດ ເຮົາມາເບິ່ງນໍາກັນເລີຍ!!! ຂໍ້ດີຂອງການເຮັດອາຊີບ “Freelance” 1. ມີເວລາ ສາມາດເລືອກໄດ້ວ່າຈະເຮັດວຽກໃນເວລາໃດ ເປີດ-ປິດຮ້ານຂອງຕົນເອເວລາໃດ ບໍ່ມີໃຜບັງຄັບ ຖ້າຮູ້ສຶກບໍ່ສະບາຍກໍສາມາດພັດຜ່ອນໄດ້ ຕ່າງຈາກມະນຸດເງິນເດືອນ ທີ່ຄ່ອນຂ້າງເຄັ່ງຄັດກັບເວລາເຂົ້າວຽກ-ເລິກວຽກ ທັງນີ້ຍັງຕ້ອງມີເຫດຜົນທີ່ພຽງພໍຕໍ່ການຂໍພັກວຽກນໍາອີກ 2. ປ່ຽນບັນຍາກາດຂອງການເຮັດວຽກໄດ້ຕາມໃຈມັກ ຈະເຮັດວຽກຢູ່ສະຖານທີ່ໃດກໍໄດ້ ອາຊີບ “Freelance” ມີສິດກຳນົດສະຖານທີ່ເອງ ເພື່ອໃຫ້ຕົນເອງເຮັດວຽກໄດ້ຢ່າງສະບາຍໃຈ ຕ່າງຈາກມະນຸດເງິນເດືອນທີ່ຢູ່ແຕ່ບ່ອນເກົ່າ …
Read More »ກໍາລັງຮິດ!!! ຊ່າງສັກລາຍທີ່ງານສັກດີ່ດີໆໆໆ ຈົນເຮັດໃຫ້ສາວແທ້ສາວທຽມພາກັນຖາມຫາ… ຮ້ານຢູ່ໃສ???
ຄັ້ນເວົ້າເຖິງການ “ສັກລາຍ” ສາວໆຫຼາຍຄົນກໍອາດຈະຄິດຢ້ານ ແລະ ບໍ່ຄິດຈະສັກຢູ່ແລ້ວແມ່ນບໍ່? ເພາະຂະໜາດບໍ່ສະບາຍໄປໂຮງໝໍ ໝໍສັກຢາໃຫ້ເຂັມນ້ອຍໆຍັງຮ້ອງຊິເປັນຊິຕາຍແລ້ວ ແລ້ວຊິຜີບ້າໄປສັກລາຍເຮັດຫຍັງ ເຂັມກະບັກໃຫຍ່ໆ ບໍ່ມີຄວາມຈໍາເປັນຫຍັງຕ້ອງໄປເຮັດໃຫ້ຕົວເອງເຈັບເລີຍແມ່ນບໍ່ທຸກຄົນ??? ແອັດມິ້ນກະຄິດແບບນັ້ນແຫຼະ! ແຕ່ມື້ນີ້ບໍ່ຮູ້ເປັນຫຍັງຢູ່ໆກະຢາກສັກລາຍຂຶ້ນມາທັນທີ ຮູ້ວ່າເຈັບແຕ່ຢາກສັກ ແລະ ບ່ອນອື່ນກະບໍ່ຢາກໄປສັກໃດ໋ ຢາກຈະສັກແຕ່ກັບຊ່າງຄົນນີ້ ຄົນດຽວ… ເພາະເບິ່ງຈາກຊົງ ແລະ ລີລາການສັກແລ້ວ ແອັດມິ້ນເຊື່ອວ່າເຈັບສໍ່າໃດກະທົນໄດ້ 555+ ຖ້າບໍ່ເຊື່ອແອັດມິ້ນກະລອງມາເບິ່ງນໍາກັນກະໄດ້ ວ່າຊ່າງສັກຄົນນີ້ງານດີຂະໜາດໃດ? ແຕ່ບອກໄວ້ກ່ອນວ່າ ເຫັນແລ້ວຢ່າມາຖາມເດີ້ ວ່າຮ້ານຢູ່ໃສ??? ເພາະແອັດມິ້ນກະບໍ່ຮູ້ຄືກັນ ຮູ້ແຕ່ Facebook ສ່ວນຕົວຊື່ ອ້າຍແຟ້ງ ດີ-ແມັກ ນີ້ແຫຼະ… ລອງເຂົ້າໄປສ່ອງເບິ່ງກະໄດ້! ແຕ່ກ່ອນຈະໄປສ່ອງ Facebook ເພິ່ນ ກະມາເບິ່ງຕົວຢ່າງທີ່ແອັດມິ້ນໄປສ່ອງມາກ່ອນເນາະ!!! ຂອບໃຈຮູບພາບຈາກ Facebook: ອ້າຍແຟ້ງ ດີ-ແມັກ
Read More »ສ່ອງ! Fashion ຊຸດກີ່ເພົ້າ ຂອງຄົນດັງວົງການບັນເທິງລາວ ຕ້ອນຮັບວັນກຸດຈີນ…
“ຊິນເຈຍຢູອີ່ ຊິນນີ່ຮົ່ວໄຊ” ໄລຍະນີ້ກໍໃກ້ຈະຮອດເທສະການກຸດຈີນ ກັນແລ້ວ ເຊິ່ງເປັນເທສະການໜຶ່ງທີ່ສໍາຄັນທີ່ສຸດຂອງຄົນຈີນເພາະຖືໄດ້ວ່າເປັນວັນຂຶ້ນປີໃໝ່ຂອງຈີນ. ສໍາລັບຄົນລາວທີ່ເປັນເຊື້ອສາຍຈີນ ຫລືຄົນຈີນທີ່ອາໄສຢູ່ລາວກໍກຽມພາກັນສະເຫຼີມສະຫຼອງກຸດຈີນຢ່າງຄຶກຄື້ນບໍ່ໜ້ອຍໜ້າກວ່າປະເທດອື່ນແນ່ນອນ. ເວົ້າຮອດກຸດຈີນກັນແລ້ວ ເລື່ອງ ຄອສສະຕູມ ເສື້ອຜ້າໜ້າຜົມກໍເປັນອີກໜຶ່ງຈຸດເດັ່ນທີ່ຈະໄດ້ເຫັນການໃນເທສະການນີ້ ງາມລໍ້ານໍາເທຣນ Fashion ຕ້ອງຍົກໃຫ້ຄົນດັງວົງການບັນເທິງລາວເລີຍໂດຍສະເພາະບັນດາ ນາງງາມ, ນາງແບບ, ດາລາ, ເນັດໄອດໍຄົນດັງ ທີ່ພາກັນ ນຸ່ງຊຸດກີ່ເພົ້າຖ່າຍແບບ ເອີ້ນໄດ້ວ່າເປະປັງຕ້ອນຮັບປີໃໝ່ກຸດຈີນກັນເລີຍ ງານນີ້ຈະໝວຍ ຫຼືບໍ່ໝວຍນັ້ນ ຂວັນໃຈຊິພາໄປສ່ອງເບິ່ງນໍາກັນ!!! ເລີ່ມຈາກ ນາງເອກເບີ 1 ຂອງລາວ ລູກນໍ້າ ທິດາລັດ ນາງແບບສຸດໝັ້ນແຫ່ງວົງການ… ຕຸກ The Wow ນາງແບບ – ເນັດໄອດໍຄົນດັງ ແກ້ວຕາ ພອນປະເສີດ ເມ ເນລະມິດ Miss World LAOS 2019 …
Read More »ເຕືອນ!!! ໃຫ້ລະວັງ ຝຸ່ນ PM 2.5 ຢູ່ນະຄອນຫຼວງ ວຽງຈັນ ເກີນຄ່າມາດຕະຖານ ທີ່ 50 US AQI.
ປັດຈຸບັນ ບັນຫາຝຸ່ນລະອອງເປັນພິດ ຫຼືທີ່ເອີ້ນກັນວ່າ “ຝຸ່ນ PM 2.5” ທົ່ວພື້ນທີ່ນະຄອນຫຼວງວຽງຈັນ ກາຍເປັນອີກໜື່ງບັນຫາທີ່ຫຼີກລ່ຽງໄດ້ຍາກ ແຕ່ກໍຍັງມີອີກຫຼາຍຄົນທີ່ເຂົ້າໃຈຜິດວ່າ ທ້ອງຟ້າທີ່ເຫັນໃນຕອນເຊົ້າເກີດຈາກຄວັນ ທັງໆ ທີ່ຄວາມຈິງແລ້ວ ສິ່ງນັ້ນຄືການຮວມຕົວກັນຂອງມົນລະພິດທາງອາກາດທີ່ເກີນສູງກວ່າຄ່າມາດຕະຖານ ແລະ ຍັງເປັນອັນຕະລາຍຕໍ່ສຸຂະພາບອີກດ້ວຍ ຄໍາວ່າ PM ຫຍໍ້ມາຈາກ Particulate Matters ເປັນຄໍາທີ່ເອີ້ນວ່າມາດຕະຖານຂອງຝຸ່ນລະອອງຂະໜາດນ້ອຍທີ່ເປັນອັນຕະລາຍຕໍ່ສຸຂະພາບ ຝຸ່ນ PM 2.5 ເປັນມົນລະພິດຕໍ່ສຸຂະພາບຂອງມະນຸດຕາມທີ່ອົງການອະນາໄມໂລກໃຫ້ຄວາມສໍາຄັນ ແລະ ອອກມາແຈ້ງເຕືອນ ເພາະເປັນຝຸ່ນລະອອງມີຂະໜາດນ້ອຍ (ນ້ອຍກວ່າເສັ້ນຜົນ 20 ເທົ່າ) ເມື່ອຫາຍໃຈເຂົ້າໄປແລ້ວ ສາມາດເຂົ້າໄປຫາປອດ ແລະ ຫຼອດເລືອດໄດ້ງ່າຍ ຈົນສົ່ງຜົນຕໍ່ຮ່າງກາຍໄລຍະຍາວ ຈາກຄ່າວັດ ລະດັບຄວາມເຂັ້ມຂຸ່ນ ຂອງຝຸ່ນລະອອງ ຂະຫນາດນ້ອຍ ຫຼື PM 2.5 ຢູ່ນະຄອນຫຼວງວຽງຈັນ ຕອນບ່າຍເວລາ 13:00 ຂອງວັນທີ 22/01/2020 ແລະ ອີກຫຼາຍແຂວງ ໂດຍໃຊ້ AirVisual ແລະ …
Read More »