Breaking News

Kuanjaitaem Kuanjai page

ຂ່າວດີ!! ລາວ ກວດຜູ່ສົງໄສ ຕິດເຊື້ອໄວຣັສໂຄໂຣນາ 11 ຄົນ. ຜົນອອກມາປອດເຊື້ອ!! ທຸກໜ່ວຍງານສຸມໃສຕິດຕາມສະພາບການຢ່າງໃກ້ຊິດ…

ລາຍງານຈາກ Lao National Radio ໃຫ້ຮູ້ວ່າ ປະຈຸບັນ ສປປ ລາວ ມີຄວາມພ້ອມໃນການປ້ອງກັນການລະບາດຂອງເຊື້ອພະຍາດອັກເສບປອດຢ່າງເຕັມທີ່. ດຣ ພອນປະດິດ ສັງໄຊຍະລາດ ຫົວຫນ້າສູນວິເຄາະ ແລະ ລະບາດວີທະຍາ ກະຊວງສາທາລະນະສຸກ ຢັ້ງຢືນວ່າ: ປະຈຸບັນ ສປປ ລາວເຮົາ ແມ່ນມີອຸປະກອນການແພດພຽງພໍໃນຂັ້ນພື້ນຖານ ແລະ ໄດ້ມາດຕະຖານສາກົນຕາມທີ່ອົງການອະນາໄມໂລກກຳນົດອອກເພື່ອກວດຫາເຊື້ອພະຍາດອັກເສບປອດ ເຊີ່ງເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄໂຣນາໄວຣັດ ທີ່ກຳລັງແຜ່ລະບາດໃນປະຈຸບັນ ຢູ່ສປ ຈີນ ແລະ ຫລາຍປະເທດໃນໂລກ. ພ້ອມກັນນີ້ ທ່ານຍັງໄດ້ກ່າວຮັບປະກັນວ່າ ທຸກຂັ້ນຕອນໃນການກວດຫາເຊື້ອພະຍາດດັ່ງກ່າວ ແມ່ນປະຕິບັດຕາມຫລັກການ ການແພດສາກົນທີ່ວາງອອກຢ່າງເຂັ້ມງວດ ແລະ ບໍ່ມີການປົກປິດຂໍ້ມູນຄວາມຈິງແຕ່ຢ່າງໃດທັງສິ້ນ. ໃນໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດຫາເຊື້ອພະຍາດອັກເສບປອດເຊີ່ງເກີດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄໂຣນາໄວຣັດຢ່ຫ້ອງປະຊຸມສູນວິເຄາະ ແລະ ລະບາດວີທະຍາ, ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 3 ກຸມພາ 2020 ດຣ ພອນປະດິດ …

Read More »

ວິທີແກ້ໄຂບັນຫາໃນການເບື່ອວຽກ ແລະ ເຮັດວຽກຢ່າງບໍ່ມີຄວາມສຸກ

ໃນປັດຈຸບັນ ເຊື່ອວ່າ ມີຄົນຈໍານວນບໍ່ໜ້ອຍທີ່ກຳລັງ ພົບພໍ້ກັບບັນຫາການເບື່ອ ຫຼືບໍ່ມີຄວາມສຸກຢູ່ທີ່ບ່ອນເຮັດວຽກ  ຫຼາຍໆຄົນທີ່ຕົກຢູ່ໃນສະພາວະນີ້ຈົນຕ້ອງລາອອກຈາກບ່ອນເຮັດວຽກ ແຕ່ສໍາລັບບາງຄົນ ຖ້າເຈົ້າມີແຜນທີ່ຈະລາອອກ ຫຼືມີວຽກບ່ອນໃຫມ່ລໍຖ້າຢູ່ກໍແລ້ວໄປ ແຕ່ຖ້າເຈົ້າຕ້ອງການລາອອກມາແລ້ວຕ້ອງເລີ່ມຊອກວຽກໃຫມ່ ເສັ້ນທາງຂອງເຈົ້າຍັງບໍ່ເຫັນແສງສະຫວ່າງບ່ອນໃດເລີຍ ຖ້າເປັນແບບນີ້ຢາກແນະນໍາໃຫ້ເຮັດວຽກບ່ອນເກົ່າຕໍ່ໄປ ເພາະວ່າຢ່າງໜ້ອຍເຈົ້າຈະມີບັນຫາດຽວຄືເລື່ອງວຽກ ແຕ່ເຈົ້າຈະບໍ່ມີບັນຫາເລື່ອງເງິນ ມື້ໃດທີ່ເຈົ້າລາອອກມາບັນຫາເລື່ອງເງິນອາດຈະເກີດຂຶ້ນແນ່ນອນ ມື້ນີ້ຂວັນໃຈມີວິທີແກ້ໄຂບັນຫາການເບື່ອ ແລະ ບໍ່ມີຄວາມສຸກໃນການເຮັດວຽກມາແນະນໍາ!!!   ຮັກວຽກທີ່ເຮັດ ເວົ້າງ່າຍແຕ່ເຮັດຍາກ ຫຼືບໍ ຄົນທີ່ກຳລັງເບື່ອວຽກຂະໜາດ ຈະຮັກວຽກທີ່ກຳລັງເຮັດແນວໃດ ຢ່າຟ້າວໝົດຫວັງ ການທີ່ເຮົາຮັກວຽກໄດ້ ກໍຕ້ອງຫາຂໍ້ດີໃນການເຮັດວຽກໃຫ້ໄດ້ກ່ອນບໍ່ວ່າຈະເປັນ:  ເປັນແຫຼ່ງທີ່ມາຂອງລາຍໄດ້: ວຽກນີ້ແມ່ນບໍທີ່ສາມາດລ້ຽງເຈົ້າ ຫຼືຄອບຄົວເຈົ້າໄດ້ ຖ້າຂາດວຽກນີ້ໄປແລ້ວເຈົ້າຈະເອົາເງິນມາແຕ່ໃສໃຊ້ຈ່າຍ ແລ້ວຄົນໃນຄອບຄົວເດຈະເປັນແນວໃດ ຄິດເບິ່ງດີໆຖ້າເຈົ້າລາອອກຈາກວຽກ ຈະຕ້ອງໃຊ້ເວລາດົນປານໃດ ມີໝູ່ຮ່ວມງານທີ່ເຮົາຮັກ: ແນ່ນອນວ່າວຽກຂອງເຈົ້າມີໝູ່ຮ່ວມງານຫຼາຍແນ່ນອນ ເຈົ້າບໍ່ຢາກເຫັນເຂົາທຸກມື້ບໍ ຮັກວຽກສາ!ໃນລະຫວ່າງເຈົ້າເຮັດວຽກກໍໄດ້ຢູ່ກັບຄົນທີ່ຮັກ.  ເປັນວຽກທີ່ຖືກກັບສາຍທີ່ເຈົ້າຮຽນມາ ເຫັນບໍ? ມີຄົນອີກຫຼາຍຄົນທີ່ບໍ່ໄດ້ເຮັດວຽກຕາມສາຍວິຊາທີ່ຮຽນມາ ເຈົ້າມີສິ່ງດີໆຢູ່ແລ້ວຈະໜີໃນສິ່ງທີ່ຮັກໄປໃສ ໃຫ້ເຫັນຄຸນຄ່າຂອງວຽກທີ່ເຮັດ ວຽກນີ້ບໍ່ແມ່ນຫວາທີ່ເຈົ້າຕ້ອງຍາດຊີງມາຈາກຜູ້ສະມັກຄົນອື່ນ ມັນເປັນວຽກທີ່ເຈົ້າຕ້ອງການເຮັດຫຼາຍ ເມື່ອຮຽນຈົບມາເຈົ້າກໍມຸ່ງມາຫາວຽກນີ້ ເມື່ອເຈົ້າໄດ້ເຮັດແລ້ວເປັນຫຍັງຈື່ງເບືີ່ອວຽກນັ້ນ ເປັນຫຍັງຈື່ງຢາກລາອອກ ເປັນຫຍັງເຈົ້າຄືບໍ່ຮັກວຽກນີ້ຕໍ່ໄປ ຕັ້ງໃຈເຮັດວຽກໃຫ້ດີທີ່ສຸດ ບໍ່ແນ່ມັນອາດຈະສົ່ງຜົນດີໆກັບມາກໍໄດ້ ເບິ່ງຄົນທີ່ດ້ອຍກວ່າ  …

Read More »

ງາມບໍ່ເຄີຍປ່ຽນ!! ສ່ອງ ຄຣິສ ຕີນ່າ Miss Laos 2012 ໃນຊຸດຣາຕຣີສີຂາວ… ງົດງາມ ລະມຸນ ປຽບດັ່ງເຈົ້າຍິງ!!

ເປັນນາງງາມລາວອີກຄົນໜຶ່ງທີ່ ຄົງຄວາມງາມ ແລະ ຄວາມໜ້າຮັກແບບສະເໝີຕົ້ນສະເໝີປາຍ ສໍາລັບສາວ ຄຣິສ ຕີນ່າ ລາດສະສິມມາ  Miss Laos 2012 ທີ່ບໍ່ວ່າເວລາຈະຜ່ານໄປດົນປານໃດ ແຕ່ນາງຍັງຄົງຄວາມເປັນນາງງາມ ແລະ ເພີ່ມຄວາມສາມາດຂຶ້ນນັບມື້… ເຊິ່ງທຸກເທື່ອທີ່ມີໂອກາດໄດ້ໄປສ່ອງ Facebook ຂອງນາງ ແອັດມິ້ນກໍຍັງຕົກຂຸມຮັກນາງບໍ່ເຄີຍປ່ຽນ ຄົນອີ່ຫຍັງເບິ່ງຈັ່ງໃດກະບໍ່ເບື່ອບໍ່ໜ່າຍຈັກເທື່ອ ແລະ ອີກພາບໜຶ່ງທີ່ເຮັດໃຫ້ຫຼົງຮັກນາງຂຶ້ນໄປອີກ ກັບເທື່ອຫຼ້າສຸດທີ່ໄດ້ໄປສ່ອງນາງ ກໍຄືພາບການຖ່າຍແບບໃນຊຸດຣາຕຣີສິຂາວ ທີ່ເບິ່ງແລ້ວເຮັດໃຫ້ຮູ້ສຶກວ່າ ກໍາລັງເບິ່ງເຈົ້າຍິງໃນນິຍາຍແນວໃດແນວນັ້ນເລີຍ… ເມື່ອເຫັນແລ້ວກໍບໍ່ຢາກຈະເກັບໄວ້ເບິ່ງຄົນດຽວ ຈຶ່ງນໍາເອົາມາຕ້ອນແຟນໆຂວັນໃຈໃຫ້ໄດ້ເບິ່ງນໍາ ແລະ ຊ່ວຍບອກແອັດມິ້ນແດ່ວ່າ ມີໃຜທີ່ເປັນແຟນຄຣັບຂອງສາວ ຄຣິສ ຕີ່ນ່າ ຢູ່ແລ້ວ ແລະ ໃຜທີ່ຫາກໍເຫັນແຕ່ຕ້ອງຕົກຂຸມຮັກນາງມາໃຫ້ກັນຮູ້ແດ່ເດີ້!! ຂອບໃຈຮູບພາບຈາກ: Christina Lasasimma

Read More »

ຍິນດີນໍາ!!! ຕົວແທນຈາກແຂວງໄຊສົມບູນ ເຈົ້າຂອງເມນູ”ຕົ້ມໄກ່ລາດດູກດຳ  ໃສ່ສະໝູນໄພເຜົ່າມົ້ງ” ຊະນະເລີດ ໃນງານເທສະການອາຫານລາວ ປະຈໍາປີ 2020

ສິ້ນສຸດການລໍຄອຍ ສໍາລັບອີກໜື່ງກິດຈະກຳທີ່ຫຼາຍຄົນໃຫ້ຄວາມສົນໃຈ ແລະ ລຸ້ນໄປຕາມໆກັນຕັ້ງແຕ່ມື້ເລີ່ມງານຈົນຮອດມື້ສຸດທ້າຍຂອງງານນັ້ນກໍຄື “ການປຸງແຕ່ງອາຫານ” ຂອງແຕ່ລະແຂວງທົ່ວປະເທດລາວ ໄດ້ສົ່ງອາຫານອັນເປັນເອກະລັກ ແລະ ເດັດທີ່ສຸດຂອງແຂວງຕົນເອງເຂົ້າແຂ່ງຂັນ ໃນເທສະການອາຫານລາວ ປະຈໍາປີ 2020 ທີ່ທາງສະມາຄົມນັກທຸລະກິດຍິງລາວ ແລະ ກະຊວງອຸດສາຫະກໍາ ຮ່ວມກັນຈັດຂຶ້ນມາເພື່ອເປັນການສົ່ງເສີມໃຫ້ຄົນລາວ ຫັນມາໃຫ້ຄວາມສໍາຄັນກັບຜະລິດຕະພັນລາວ, ສິນຄ້າຂອງຄົນລາວຫຼາຍຂຶ້ນ ໂດຍງານເທສະການອາຫານລາວ ປະຈໍາປີ 2020 ແມ່ນໄດ້ຈັດຂຶ້ນຢູ່ທີ່ ເດີ່ນສວນເຈົ້າອານຸວົງ ຕັ້ງແຕ່ມື້ນີ້ ວັນທີ 28 ມັງກອນ 2020   ຈົນມາຮອດ ວັນທີ 31 ມັງກອນ 2020 ແລະ ເມນູອາຫານຂອງຕົວແທນແຕ່ລະພາກ  ແຕ່ລະແຂວງມີແຕ່ເດັດໆທັ້ງນັ້ນ  ໃນທີ່ສຸດເຮົາກໍໄດ້ຜູ້ຊະນະເລີດໃນການແຂ່ງຂັນຄັ້ງນີ້ ນັ້ນກໍຄື ອາຫານພາກກາງ ທີ່ໄດ້ຕົວແທນຈາກແຂວງ ໄຊສົມບູນ ເຈົ້າຂອງເມນູ ເຈົ້າຂອງເມນູ “ຕົ້ມໄກ່ລາດດູກດຳ ໃສ່ສະໝູນໄພເຜົ່າມົ້ງ” ເປັນສູດພິເສດສໍາລັບແມ່ລູກອ່ອນ ເວົ້າເລີຍວ່າເປັນເມນູທີ່ບໍ່ທໍາມະດາອີຫຼີ !!!    

Read More »

ກະຊວງການຕ່າງປະເທດ ແຈ້ງການໂຈະ ການອອກວີຊ່າກັບດ່ານ ໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ…

ເນື່ອງຈາກ ການລະບາດຂອງເຊື້ອໄວຣັສ ໂຄໂຣນາ ທີ່ຢູ່ນະຄອນອູ່ຮັ້ນ, ແຂວງ ຫູເປີ່ຍ, ສປ ຈີນ ໃນປັດຈຸບັນໄດ້ແຜ່ຂະຫຍາຍເປັນວົງກວ້າງ ໃນ ສປ ຈີນ ແລະ ຕ່າງປະເທດ ຢ່າງວ່ອງໄວ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຕິດເຊື້ອ ເປັນຈໍານວນຫຼາຍ ສະນັ້ນ, ເພື່ອເປັນການປ້ອງກັນພະຍາດດັ່ງກ່າວ ທີ່ອາດຈະລະບາດມາຍັງ ສປປ ລາວ ກົມກົງສູນ ກະຊວງການຕ່າງປະເທດ ຈື່ງໄດ້ແຈ້ງໃຫ້ໜ່ວຍງານວີຊ່າກັບດ່ານ ປະຈໍາຢູ່ດ່ານສາກົນ ທີ່ມີຊາຍແດນຕິດກັບຈີນ ໂຈະການອອກວີຊ່າ ເຂົ້າ ສປປ ລາວ ປະເພດທ່ອງທ່ຽວ ຊົ່ວຄາວ ໃຫ້ແກ່ບັນດານັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ ນັບແຕ່ວັນທີ 2 ກຸມພາ 2020 ເປັນຕົ້ນໄປ ຈົນກວ່າຈະມີການຊີ້ນໍາປ່ຽນແປງ

Read More »