Breaking News

Kuanjaitaem Kuanjai page

ກະຊວງການຕ່າງປະເທດ ແຈ້ງການໂຈະ ການອອກວີຊ່າກັບດ່ານ ໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ…

ເນື່ອງຈາກ ການລະບາດຂອງເຊື້ອໄວຣັສ ໂຄໂຣນາ ທີ່ຢູ່ນະຄອນອູ່ຮັ້ນ, ແຂວງ ຫູເປີ່ຍ, ສປ ຈີນ ໃນປັດຈຸບັນໄດ້ແຜ່ຂະຫຍາຍເປັນວົງກວ້າງ ໃນ ສປ ຈີນ ແລະ ຕ່າງປະເທດ ຢ່າງວ່ອງໄວ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຕິດເຊື້ອ ເປັນຈໍານວນຫຼາຍ ສະນັ້ນ, ເພື່ອເປັນການປ້ອງກັນພະຍາດດັ່ງກ່າວ ທີ່ອາດຈະລະບາດມາຍັງ ສປປ ລາວ ກົມກົງສູນ ກະຊວງການຕ່າງປະເທດ ຈື່ງໄດ້ແຈ້ງໃຫ້ໜ່ວຍງານວີຊ່າກັບດ່ານ ປະຈໍາຢູ່ດ່ານສາກົນ ທີ່ມີຊາຍແດນຕິດກັບຈີນ ໂຈະການອອກວີຊ່າ ເຂົ້າ ສປປ ລາວ ປະເພດທ່ອງທ່ຽວ ຊົ່ວຄາວ ໃຫ້ແກ່ບັນດານັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ ນັບແຕ່ວັນທີ 2 ກຸມພາ 2020 ເປັນຕົ້ນໄປ ຈົນກວ່າຈະມີການຊີ້ນໍາປ່ຽນແປງ

Read More »

ກະຊວງການຕ່າງປະເທດ ແຈ້ງການໂຈະ ການອອກວີຊ່າກັບດ່ານ ໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ…

ກະຊວງການຕ່າງປະເທດ ແຈ້ງການໂຈະ ການອອກວີຊ່າກັບດ່ານ ໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ… ເນື່ອງຈາກ ການລະບາດຂອງເຊື້ອໄວຣັສ ໂຄໂຣນາ ທີ່ຢູ່ນະຄອນອູ່ຮັ້ນ, ແຂວງ ຫູເປີ່ຍ, ສປ ຈີນ ໃນປັດຈຸບັນໄດ້ແຜ່ຂະຫຍາຍເປັນວົງກວ້າງ ໃນ ສປ ຈີນ ແລະ ຕ່າງປະເທດ ຢ່າງວ່ອງໄວ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຕິດເຊື້ອ ເປັນຈໍານວນຫຼາຍ ສະນັ້ນ, ເພື່ອເປັນການປ້ອງກັນພະຍາດດັ່ງກ່າວ ທີ່ອາດຈະລະບາດມາຍັງ ສປປ ລາວ ກົມກົງສູນ ກະຊວງການຕ່າງປະເທດ ຈື່ງໄດ້ແຈ້ງໃຫ້ໜ່ວຍງານວີຊ່າກັບດ່ານ ປະຈໍາຢູ່ດ່ານສາກົນ ທີ່ມີຊາຍແດນຕິດກັບຈີນ ໂຈະການອອກວີຊ່າ ເຂົ້າ ສປປ ລາວ ປະເພດທ່ອງທ່ຽວ ຊົ່ວຄາວ ໃຫ້ແກ່ບັນດານັກທ່ອງທ່ຽວທີ່ເດີນທາງມາຈາກ ສປ ຈີນ ນັບແຕ່ວັນທີ 2 ກຸມພາ 2020 ເປັນຕົ້ນໄປ ຈົນກວ່າຈະມີການຊີ້ນໍາປ່ຽນແປງ

Read More »

ຄົນຮັກເຫັນຄວາມສຳຄັນເຈົ້າພຽງໃດ? ບໍ່ເປັນຫຍັງບອກ​ຕົນ​ເອງ​ໂລດ​ວ່າ “ເຮົາ​ເຮັດ​ດີ​ທີ່​ສຸດ​ແລ້ວ”

ບາງ​ຄັ້ງ​ເຮົາ​ອາດ​ຄິດ​ວ່າ: “ເຮົາ​ສຸດຍອດ​ແລ້ວໄດ໋” ກັບ​ຄົນ​ຮັກ​ຄົນ​ນີ້ ​ເພາະມີ​ຫລາຍ​ຢ່າງ​ທີ່​ເຮົາ​ເຮັດ​ໄດ້​ດີ​ ແລະ ດີ​ທີ່​ສຸດໃນ​ເລື່ອງ​ຂອງຄວາມ​ຮັກ ຈະ​ແມ່ນ​ດ້ວຍຄວາມ​ດີ​ຄວາມ​​ງາມ, ​ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຫົວ​ໃຈ ແລະ ເສຍ​ສ​ະຫລະ​ທຸກ​ສິ່ງ​ຢ່າງ​ເພື່ອ​ເຮັດ​ໃຫ້​ຄົນ​ທີ່​ເຮົາ​ຮັກ​ໄດ້​ສົມ​ຫວັງ ​ເຖິງວ່າ​ມີ​ບາງ​ສະ​ຖາ​ນະ​ການ ຄາ​ລົມ​ຄົມ​ຄາຍອາດ​ຈະ​ບໍ່​ຫວານ, ພອນ​ສະ​ຫວັນໃນ​ເລື່ອງ​ຂອງ​ຄວາມ​ຮັກອາດ​ຈະ​ບໍ່​ກິນ​ໃຈ ​ທັງບໍ່​ສາ​ມາດສ້າງ​ສັນ​ຮອຍຍິ້ມ​ໃຫ້​ກັບ​ຄົນ​ຮັກ ໃນ​ແບບ​ທີ່​ລາວ​ຢາກ​ໄດ້ ເຮົາ​ເຄີຍ​ທຸ່ມ​ເທ​ສ້າງ​ຄຸນ​ງາມ​ຄວາມ​ດີ ເພື່ອ​ໃຫ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ໄດ້​ມີ​ຄວາມ​ສຸກ ແຕ່​ພໍ​ເວ​ລາ​ມີ​ໃຜ​ຄົນ​ໃດ​ຄົນ​ໜຶ່ງທີ່​ວິ​ເສດກວ່າ ເຂົ້າ​ມາ​ໃນ​ຊີ​ວິດ ຊ້ຳ​ພັດ​ເຮັດ​ໃຫ້​ທິດ​ທາງ ແລະ ວິ​ຖີ​ຊີ​ວິດ​ທັງ​ໝົດປ່ຽນ​ແປງ​ໄປ ຈາກ​ທີ່​ທຸ່ມ​ເທ​ໃຫ້​ກັບຄົນ​ຄົນ​ນີ້ ເຮົາ​ພັດ​ຕ້ອງ​ໄດ້​ສຸມ​ໃສ່​ໜ້າ​ທີ່​ວຽກ​ງານ ເຮົາ​ຈຳ​ເປັນ​ຕ້ອງ​ບິ​ແບ່ງ​ເວ​ລາ ແບ່ງ​ຄວາມ​ຄິດ, ບິ​ແບ່ງ​ເປົ້າ​ໝາຍ​ໃນ​ຊີ​ວິດ ແລ້ວ​ມຸ່ງ​​ຄວາມ​ສຳ​ຄັນ​ມາ​ທີ່​ເຂົາ​ຄົນ​ນັ້ນ​ເພີ່ມ​ຂຶ້ນ ​ເພາະ​ເຂົາໄດ້​ມີ​ສ່ວນຮ່ວມ​ເຂົ້າ​ມາ​ໃນ​ຊີ​ວິດ​ດ້ວຍ​ຄວາມ​ຜູກ​ພັນ​ໂດຍ​ທີ່ບໍ່​ໄດ້​ຄາດ​ຄິດ. ເລີ່ມ​ຕົ້ນ​ທີ່​ເຂົາ​ເຂົ້າ​ມາ ເຂົາ​ກໍ​ຍັງ​ໃຫ້​ກຽດ, ມີ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ສະ​ແດງ​ບົດ​ບາດ​ພຽງ​ເລັກ​ນ້ອຍ​ໃຫ້​ເຮົາ​ເຫັນ​ພໍ​ຫອມ​ປາກ​ຫອມ​ຄໍ ແລ້ວ​ກໍ​ຄ່ອຍ​ໆ​ມີ​ບົດ​ບາດ​ຫລາຍ​ຂຶ້ນໆ​ໃນ​ເວ​ລາ​ຕໍ່​ມາ ຈົນ​ບາງ​ຄັ້ງ​ເຮົາ​ເອງ​ກໍ​ເກືອບ​ຈະ​ບໍ່​ຮູ້​ໂຕ​ເລີຍ​ວ່າ “ຊີ​ວິດ​ຂອງ​ເຮົາ​ລ້ວນ​ແຕ່​ກ້ຽວວຽນ​ຢູ່​ກັບ​ເຂົາ, ດຳ​ເນີນ​ຊີ​ວິດ​ຮ່ວມ​ກັບ​ເຂົາ ແລະ ຢູ່​ໃນ​ໂລກ​ແຫ່ງ​ຄວາມ​ຮັກ​ຂອງ​ເຂົາ ໝາຍ​ວ່າ​ລົມ​ຫາຍ​ໃຈ​ເຂົ້າ​ອອກ​ ລ້ວນ​ແຕ່​ມີ​ເຂົາ​ເຂົ້າ​ມາ​ກ່ຽວ​ຂ້ອງ​. ໃນ​ຍາມ​ທີ່​ເລີ່ມ​ຮັກ​ກັນ​ໃໝ່ ຄວາມ​ຫວານ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໄດ້​ໃນ​ທຸກໆ​ມື້ ແຕ່​ພໍ​ການ​ເວ​ລາ​​​ເດີນຜ່ານ​ໄປ ຄວາມ​ຮັກ​ທີ່​ເຄີຍ​ສົດ​ຊື່ນ​ແຈ່ມ​ໃສ ກໍ​​ຄ່ອຍໆ​ມີ​ບັນ​ຍາ​ກາດ​ຂອງ​ຄວາມ​ສະ​ຫລັບ​ສັບ​ຊ້ອນ, ​ໃສ່​ໃຈ​ໜ້ອຍ​ລົງ ແລະ ​ຈືດ​ຈາງ​ຫ່າງ​ເຫີນ …

Read More »

ແຈ້ງການ! ຕໍ່ໃບອະນຸຍາດວາລະສານ ເລີ່ມແຕ່ເດືອນກຸມພາເປັນຕົ້ນໄປ…

ໂດຍອີງຕາມ ແຈ້ງການ ຂອງຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 46/ຫກ ລົງວັນທີ 30 ມັງກອນ 2020 ເລື່ອງການຕໍ່ໃບອະນຸຍາດວາລະສານ  ອີງຕາມ ກົດໝາຍ ສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ ລົງວັນທີ 4 ພະຈິກ 2016, ອີງຕາມແຈ້ງການຂອງຫ້ອງ ຖວທ ສະບັບເລກທີ 159/ຫກ ລົງວັນທີ 20 ເມສາ 2018 ກ່ຽວການຕໍ່ໃບອະນຸຍາດວາລະສານ. ອີງຕາມພາລະບົດບາດຂອງກົມສື່ ມ່ວນຊົນ ໃນການຄຸ້ມຄອງຜະລິດຕະພັນສື່ມວນຊົນ. ຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂໍແຈ້ງມາຍັງທ່ານ ຫົວໜ້າບັນນາທິການວາລະສານ ທີ່ຍັງບໍ່ທັນມາຕໍ່ໃບອະນຸຍາດການເຄື່ອນໄຫວວາລະສານຂອງຕົນ ໃຫ້ມາພົວພັນຂໍຕໍ່ໃບອະນຸຍາດນຳກົມສື່ມວນຊົນ ຕາມໂມງລັດຖະການ ເລີ່ມແຕ່ວັນທີ 1 ກຸມ ຫາ …

Read More »

ເຊີນທ່ຽວຊົມ!!! ງານວາງສະແດງສິນຄ້າ Japan Product Exhibition 2020 ພ້ອມທັງ ພົບປະໂອ້ລົມກ່ຽວກັບທຸລະກິດຂອງທ່ານ…

Japan Product Exhibition 2020 Showcase for Quality of Life from Japan! ຂໍເຊີນຊວນທຸກຄົນມາຮ່ວມສຳພັດກັບຄຸນນະພາບຊີວິດຈາກຍີ່ປຸ່ນ ໃນງານວາງສະແດງສິນຄ້າຍີ່ປຸ່ນປີ 2020 ທີ່ຈະຈັດຂຶ້ນໃນວັນທີ 6 – 8 ກຸມພາ 2020  ທີ່ ສູນການຄ້າວຽງຈັນເຊັນເຕີຊັ້ນ 1  ຈັດງານໂດຍອົງການສົ່ງເສີມການຄ້າຍີ່ປຸ່ນ Japan External Trade Organization (JETRO) ເລີ່ມແຕ່ເວລາ 13:00 ~ 18:00 ນາທີ , ສະເພາະວັນທີ 8 ກຸມພາ ເວລາ 13:00 ~ 18:30 ນາທີ. ພາຍໃນງານຈະມີຫລາກຫຼາຍສິນຄ້າຈາກບໍລິສັດຂະໜາດນ້ອຍ ແລະ ກາງ ຈາກປະເທດຍີ່ປຸ່ນ ທີ່ຈະມາວາງສະແດງສິນຄ້າ ເຊັ່ນ: ເຄື່ອງບໍລິໂພກ, …

Read More »