Breaking News

Kuanjaitaem Kuanjai page

ຍ້ອນພຶດຕິກໍາການໃຊ້-ຈ່າຍເງິນທີ່ແຕກຕ່າງກັນ ບາງຄົນມີເງິນທ້ອນແຕ່ຍັງນ້ອຍ ແຕ່ບາງຄົນທ້ອນເງິນໄດ້ໜ້ອຍ ຫຼືບໍ່ໄດ້ເລີຍ…

ຍ້ອນພຶດຕິກໍາການໃຊ້-ຈ່າຍເງິນທີ່ແຕກຕ່າງກັນ ບາງຄົນມີເງິນທ້ອນແຕ່ຍັງນ້ອຍ ແຕ່ບາງຄົນທ້ອນເງິນໄດ້ໜ້ອຍ ຫຼືບໍ່ໄດ້ເລີຍ… ສາວໆບາງຄົນເຮັດວຽກຫາລາຍໄດ້ ຕັ້ງໃຈທ້ອນເງິນໃຫ້ໄດ້ຫຼາຍໆຕັ້ງແຕ່ອາຍຸຍັງນ້ອຍ ໃນຂະນະທີ່ຫຼາຍຄົນທ້ອນເງິນໄດ້ໜ້ອຍ ຫຼື ບໍ່ໄດ້ເລີຍ ຍ້ອນຄວາມແຕກຕ່າງທີ່ເກີດຂຶ້ນມາຈາກພຶດຕິກຳການໃຊ້ເງິນຂອງແຕ່ລະຄົນທີ່ບໍ່ຄືກັນ ເຊິ່ງພຶດຕິກຳບາງຢ່າງເປັນພຶດຕິກຳທີ່ເຮັດໄປໂດຍຮູ້ເທົ່າບໍ່ເຖິງການ ແລະ ສົ່ງຜົນກະທົບຕໍ່ສະພາບເສດຖະກິດລາຍຮັບ-ລາຍຈ່າຍ ຫລື ເງິນທີ່ທ້ອນຢູ່… ມາເບິ່ງ 3 ພຶດຕິກໍາທີ່ເຮັດໃຫ້ສາວໆບໍ່ມີເງິນທ້ອນ!!! ຖ້າໃຜເປັນຢຸ່ກໍຮີບປ່ຽນດ່ວນເດີ້… ບໍ່ວາງແຜນການໃຊ້ເງິນ: ຫຼາຍຄົນບໍ່ເຄີຍວາງແຜນການໃຊ້ເງິນໃນແຕ່ລະເດືອນ ແລະ ບໍ່ເຫັນຄວາມຈຳເປັນທີ່ຕ້ອງວາງແຜນ ເມື່ອມີລາຍໄດ້ຈາກການເຮັດວຽກ ຫຼື ໄດ້ຮັບເງິນຈາກພໍ່ແມ່ມາເທົ່າໃດກໍໃຊ້ຈ່າຍໄປຕາມທີ່ຕ້ອງການ ເມື່ອຮູ້ຕົວກໍຕອນທ້າຍເດືອນເຊິ່ງເງິນເລີ່ມບໍ່ພໍຈ່າຍ, ຈຶ່ງຫາທາງປະຢັດຄ່າໃຊ້ຈ່າຍ ຫຼື ຂໍເງິນພໍ່ແມ່ຕື່ມ. ຖ້າເຮົາຮູ້ຈັກວາງແຜນການໃຊ້ເງິນຕັ້ງແຕ່ຕົ້ນເດືອນ ໂດຍເລີ່ມຈາກການປະຢັດໃຊ້ຢ່າງໜ້ອຍ 20% ຂອງລາຍໄດ້ ສ່ວນເງິນທີ່ເຫຼືອກໍໃຫ້ຄຳນວນອອກມາວ່າ ຈະຕ້ອງໃຊ້ອາທິດລະເທົ່າໃດ ຖ້າໄລ່ເປັນມື້ຄວນໃຊ້ມື້ລະເທົ່າໃດຈຶ່ງຈະພຽງພໍຕໍ່ການໃຊ້ໃນ 1 ເດືອນ. ວິທີນີ້ ນອກຈາກຈະຊ່ວຍໃຫ້ມີເງິນໃຊ້ພຽງພໍ ແລ້ວຍັງຊ່ວຍໃຫ້ເຮົາມີເງິນທ້ອນທຸກເດືອນນຳອີກ. 2. ໃຊ້ຈ່າຍເງິນເກີນຄວາມສາມາດ: ຫຼາຍຄົນໃຊ້ເງິນເກີນລາຍຮັບທີ່ເຂົ້າມາເຊັ່ນ: ຊື້ໂທລະສັບມືຖື ຫລື ສະມາດໂຟນລຸ້ນໃໝ່, ຊື້ເຄື່ອງໃຊ້ຍີ່ຫໍ້ດັງ ຫລື …

Read More »

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ…

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ… ຖ້າຫາກສາວໆຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກໃໝ່ ຖືເປັນສິ່ງທີ່ຍາກ ແລະ ທ້າທາຍຫຼາຍ ເພາະຕອຫຼອດເວລາ 10 ກວ່າປີ ສາວໆຈະໃຊ້ຊີວິດໃນການເປັນ ນັກຮຽນ-ນັກສຶກສາ ມາໂດຍຕະຫຼອດ. ການທີ່ຈະມາເລີ່ມຕົ້ນເຮັດວຽກໃໝ່ແມ່ນແນ່ນອນວ່າ ຈະເຮັດໃຫ້ສາວໆເກີດຄວາມກັງວົນໃຈ, ຢ້ານວ່າຈະເຮັດບໍ່ໄດ້ດີ, ເຮັດວຽກບໍ່ລອດ ແລະ ອື່ນໆ ແຕ່ບັນຫາເຫຼົ່ານີ້ຈະໝົດໄປ ເພາະເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍສາວໆໃຫ້ເຮັດວຽກໄດ້ດ້ວຍຄວາມໝັ້ນໃຈ ແລະ ກາຍເປັນ Working Women ໃນອະນາຄົດໄດ້ອີກດ້ວຍ!!! ປ່ຽນແປງຕົນເອງ: ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ. ກຽມຕົວໃຫ້ພ້ອມສະເໝີ: ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ. ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ: …

Read More »

ໜ້າຍິນດີຫຼາຍ! ໜຸ່ມລາວຄວ້າ 2 ລາງວັນ ແລະ ເຂົ້າຮອບ 10 ຄົນສຸດທ້າຍໃນເວທີ Mr. Working Men International 2019

ໜ້າຍິນດີຫຼາຍ! ໜຸ່ມລາວຄວ້າ 2 ລາງວັນ ແລະ ເຂົ້າຮອບ 10 ຄົນສຸດທ້າຍໃນເວທີ Mr. Working Men International 2019 ເປັນຂ່າວທີ່ໜ້າຍິນດີຫຼາຍ ກັບການຕ້ອນຮັບການກັບມາຂອງໜຸ່ມ ຕ້າ ພິມມະສອນ ຫຼື ພິມມະສອນ ສິງສະຫວັນ ອາຍຸ 21 ປີ ໜຸ່ມນ້ອຍຜູ້ເຂົ້າປະກວດ Mr. Working Men International Laos 2019 ທີ່ເດີນທາງມາຈາກປາກເຊ ເຈົ້າຂອງສ່ວນສູງ 1.82 Cm ຜູ້ຄວ້າຕໍາແໜ່ງອັນດັບໜຶ່ງໃນເວທີການປະກວດຄັ້ງນີ້ ແລະ ໄດ້ເປັນຕົວແທນປະເທດລາວເດີນທາງໄປປະກວດ  Mr. Working Men International 2019 ຢູ່ທີ່ປະເທດໄທ. ທີ່ຈັດຂຶ້ນໃນຄໍ່າຄືນຂອງ ວັນທີ 21 ຕຸລາ 2019 ທີ່ຜ່ານມາ ແລະ ຕັດສິນໃນຄໍ່າຄືນຂອງມື້ນັ້ນເລີຍ. …

Read More »

ແອັບເປິ່ນ-ຟຣຸກ ໂຊຫວານ!!! ເກັບພາບຄວາມຊົງຈໍາດີໆ ກ່ອນຮອດກໍານົດເກີດລູກສາວ…

ແອັບເປິ່ນ-ຟຣຸກ ໂຊຫວານ!!! ເກັບພາບຄວາມຊົງຈໍາດີໆ ກ່ອນຮອດກໍານົດເກີດລູກສາວ… ໂອ໊ຍ… ເຫັນແຕ່ຮູບກະຍັງອິດສາຕາຮ້ອນແລ້ວ ກັບຄວາມຫວານຂອງວ່າທີພໍ່-ແມ່ ມືໃໝ່ ສາວແອັບເປິ່ນ ແລະ ໜຸ່ມຟຣຸກ ຈີຣະ ຄອບຄົວສຸກສັນ ທີ່ກໍາລັງນັບຖອຍຫຼັງ ຄອງຄອຍເບິ່ງໜ້າລູກສາວສຸດທີ່ຮັກ ຫຼັງຈາກທີ່ຄອງຄອຍມາໄດ້ 35 ອາທິດແລ້ວ… ໃນໂອກາດນີ້ ວ່າທີ່ແມ່ສຸດແຊ໋ບ ກັບວ່າທີ່ພໍ່ສຸດຫລໍ່ ຈຶ່ງໄດ້ມີການຖ່າຍແບບເພື່ອເກັບພາບຄວາມຊົງຈໍາ ກ່ອນລູກສາວໂຕນ້ອຍຈະອອກມາມືນຕາເບິ່ງໂລກໃນອີກບໍ່ດົນ!!! ເຊິ່ງເປັນພາບທີ່ໃຜໆເຫັນແລ້ວກໍຕ້ອງອິດສາກັນໄປຕາມໆກັນຢ່າງແນ່ນອນ… ລອງມາເບິ່ງຮູບພາບດັ່ງກ່າວພ້ອມກັນເລີຍ!!!  

Read More »

ຮ່ວມສົ່ງກຳລັງໃຈ! ເຊຍນາງງາມລາວ ນິ້ງ ປາວີນາ ເດີນທາງໄປປະກວດ Miss Tourism International 2019 ທີ່ປະເທດ ມາເລເຊຍ.

ຮ່ວມສົ່ງກຳລັງໃຈ! ເຊຍນາງງາມລາວ ນິ້ງ ປາວີນາ ເດີນທາງໄປປະກວດ Miss Tourism International 2019 ທີ່ປະເທດ ມາເລເຊຍ. ນິ້ງ ປາວິນາ ຍົງວົງສິດທິ Miss Tourism International Laos ໄດ້ອອກເດີນທາງ ໄປປະຕິບັດພາລະກິດ ຕາງໜ້າໃຫ້ແກ່ປະເທດລາວ ເພື່ອສົ່ງເສີມການທ່ອງທ່ຽວໃຫ້ກັບສາກົນໄດ້ຮັບຮູ້ ໃນເວທີປະກວດ  Miss Tourism International 2019 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22 ຕຸລາ – 11 ພະຈິກ 2019 ທີ່ນະຄອນຫລວງກົວລາລໍາເປີດ ປະເທດມາເລເຊຍ… ສະນັ້ນ ຈຶ່ງຂໍແຮງເຊຍແຮງໃຈຈາກແຟນໆນາງງາມ ແລະ ແຟນໆຂວັນໃຈ ຮ່ວມສົ່ງກໍາລັງໃຈໃຫ້ກັບສາວ ນິ້ງ ຕົວແທນປະເທດລາວ ໃນເວທີສາກົນ ໃຫ້ປະຕິບັດໜ້າທີ່ຂອງຕົນເອງຢ່າງສຸດຄວາມສາມາດ ແລະ ຍາດໄດ້ລາງວັນກັບມາໃຫ້ຄົນລາວທັງປະເທດໄດ້ພູມໃຈ!!! ປະຫວັດສ່ວນຕົວ: ຊື່: ນ. ປາວີນາ ຍົງວົງສິດທິ ຫຼື ນິ້ງ …

Read More »