ຮ່ວມສົ່ງກຳລັງໃຈ! ເຊຍນາງງາມລາວ ນິ້ງ ປາວີນາ ເດີນທາງໄປປະກວດ Miss Tourism International 2019 ທີ່ປະເທດ ມາເລເຊຍ.
ນິ້ງ ປາວິນາ ຍົງວົງສິດທິ Miss Tourism International Laos ໄດ້ອອກເດີນທາງ ໄປປະຕິບັດພາລະກິດ ຕາງໜ້າໃຫ້ແກ່ປະເທດລາວ ເພື່ອສົ່ງເສີມການທ່ອງທ່ຽວໃຫ້ກັບສາກົນໄດ້ຮັບຮູ້ ໃນເວທີປະກວດ Miss Tourism International 2019 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22 ຕຸລາ – 11 ພະຈິກ 2019 ທີ່ນະຄອນຫລວງກົວລາລໍາເປີດ ປະເທດມາເລເຊຍ… ສະນັ້ນ ຈຶ່ງຂໍແຮງເຊຍແຮງໃຈຈາກແຟນໆນາງງາມ ແລະ ແຟນໆຂວັນໃຈ ຮ່ວມສົ່ງກໍາລັງໃຈໃຫ້ກັບສາວ ນິ້ງ ຕົວແທນປະເທດລາວ ໃນເວທີສາກົນ ໃຫ້ປະຕິບັດໜ້າທີ່ຂອງຕົນເອງຢ່າງສຸດຄວາມສາມາດ ແລະ ຍາດໄດ້ລາງວັນກັບມາໃຫ້ຄົນລາວທັງປະເທດໄດ້ພູມໃຈ!!!
ປະຫວັດສ່ວນຕົວ: ຊື່: ນ. ປາວີນາ ຍົງວົງສິດທິ ຫຼື ນິ້ງ ອາຍຸ 21 ປີ ສ່ວນສູງ 1.68 Cm. ຜູ້ເຂົ້າປະກວດໝາຍເລກ 14 ໃນເວທີ Miss Universe Laos 2019 ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນ Miss Tourism International Laos 2019 ເພື່ອຕາງໜ້າຫໃຫ້ກັບປະເທດລາວໄປປະກວດເວທີ Miss Tourism International 2019 ທີ່ປະເທດ ມາເລເຊຍ.
ຂໍໃຫ້ເດີນທາງໄປຢ່າງປອດໄພ ແລະ ກັບມາພ້ອມກັບໄຊຊະນະເດີ້ ສາວນິ້ງ