Breaking News

Kuanjaitaem Kuanjai page

ເຮົາມາຮູ້ຈັກກັບ!! ຄວາມໝາຍທີ່ແທ້ຈິງຂອງຄໍາວ່າ “LGBT” ຫຼືຄວາມຫຼາກຫຼາຍທາງເພດ…

ສິດທິມະນຸດ ຄວາມເທົ່າທຽມ ການໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ ຖືວ່າເປັນເລື່ອງສໍາຄັນໃນສັງຄົມຂອງເຮົາໃນປັດຈຸບັນ ທຸກຄົນຕ່າງກໍຊອກຫາຄວາມເທົ່າທຽມກັນໃນສັງຄົມຕະຫລອດເວລາ ບໍ່ວ່າຈະເປັນຄວາມເທົ່າທຽມທາງດ້ານ ການເງິນ, ສັງຄົມ ທີ່ຢູ່ອາໄສ ແຕ່ເຈົ້າຮູ້ ຫຼືບໍວ່າຍັງມີອີກກຸ່ມຄົນໜື່ງທີ່ຍັງລໍຖ້າໃຫ້ສັງຄົມຍອມຮັບ ເຄົາລົບ ແລະ ເຂົ້າໃຈໃນສິ່ງທີ່ເຂົາເຈົ້າເປັນ ນັ້ນກໍຄື ກຸ່ມຂອງ LGBT ຫຼື ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ມື້ນີ້ຂັວນໃຈ ຈຶ່ງຢາກໃຫ້ທຸກຄົນມາຮູ້ຈັກ ແລະ ເຂົ້າໃຈກັບຄົນກຸ່ມນີ້ຫຼາຍຂຶ້ນ… LGBT ເປັນບຸກຄົນທີ່ມີອະໄວຍະວະສືບພັນທັງສອງເພດ (Intersex); ຫຼືເອີ້ນເປັນຄໍາສັບລວມແມ່ນ: ກຸ່ມຄົນຫຼາກຫຼາຍທາງເພດ (LGBT) ເຊິ່ງມາຈາກຕົວອັກສອນຂອງຄໍາຕ່າງໆດັ່ງນີ້: L – ຫຍໍ້ມາຈາກຄໍາວ່າ (Lesbian) : ຄືຄວາມຮັກຂອງເພດຍິງທີ່ມີໃຫ້ກັບເພດຍິງຢ່າງດຽວ ຫຼືໃນອີກແງ່ມຸມໜື່ງຄື ເພດຍິງທີ່ຮັກເພດດຽວກັນ  (ຍິງຮັກຍິງ) G – ຫຍໍ້ມາຈາກຄໍາວ່າ (Gay): ຄືຄວາມຮັກຂອງເພດຊາຍທີ່ມີໃຫ້ກັນນັ້ນເອງ  (ຊາຍຮັກຊາຍ) B – ຫຍໍ້ມາຈາກຄໍາວ່າ  (Bisexual):  ແມ່ນຄວາມຮັກລະຫວ່າງເພດຍິງ ຫຼືເພດຊາຍ ທີ່ໃຫ້ກັບເພດດຽວກັນ …

Read More »

ສາວໆຄວນຮູ້ !!! ວິທີເບິ່ງແຍງຜິວ ແຕ່ລະໝວດເລືອດ…

ໝວດເລືອດທີ່ແຕກຕ່າງກັນນັ້ນ ຍ່ອມເຮັດໃຫ້ຮ່າງກາຍຂອງເຮົາມີຄວາມແຕກຕ່າງກັນ ລວມເຖິງຜິວພັນຂອງເຮົາອີກດ້ວຍ ດັ່ງນັ້ນ, ການເບິ່ງແຍງຜິວພັນຈຶ່ງມີວິທີເບິ່ງແຍງທີ່ແຕກຕ່າງກັນໄປດັ່ງນີ້:     ສາວໝວດ AB: ສາວໆສ່ວນຫຼາຍມີຜິວພັນໄວຕໍ່ແດດ ແຕ່ເຖິງຈະຄໍ້າໄວແຕ່ກໍກັບມາຂາວໄວໄດ້ຄືກັນ ຄວນໃຊ້ຜະລິດຕະພັນປະເພດ Toner ແລະ ຜະລິດຕະພັກມາດສ໌ໜ້າຕ່າງໆ ຫຼືຈະພອກໜ້າດ້ວຍໄຂ່ຂາວ, ນໍ້າເຜິ້ງ ຊ່ວຍເຮັດຄວາມສະອາດ ແລະ ຊ່ວຍດູດຊັບສິ່ງທີ່ຕົກຄ້າງຢູ່ເທິ່ງຜິວພັນ.     ສາວໝວດ A: ເປັນຄົນທີ່ມີຮູຂຸມຂົນນ້ອຍ, ບໍ່ຄ່ອຍຈະມີເຫື່ອ, ມີຜິວພັນຄ່ອນຂ້າງແຫ້ງ ຄວນເພິ່ມຄວາມຊຸ່ມດ້ວຍການໃຊ້ moisturizer, ດື່ມນໍ້າໃຫ້ພຽງພໍ, ຮັບປະທານຜັກ ແລະ ໝາກໄມ້ຫຼາຍໆ ເລືອກໃຊ້ຮອງພື້ນແບບບາງເບົາ. ສາວໝວດ O: ສິ່ງທີ່ສໍາຄັນສໍາລັບສາວໝວດO ຄືການນອນຫຼັບພັກຜ່ອນໃຫ້ພຽງພໍ ໃຫ້ຜິວໜັງໄດ້ຟື້ນຟູຕົວເອງ, ເລືອກຜະລິດຕະພັນລ້າງໜ້າສູດທີ່ອ່ອນໂຍນເຂົ້າໄວ້ ແລະ ຫ້າມລືມທາຄີມກັນແດດເດັດຂາດ, ເນັ້ນດ້ານການຄວບຄຸມຄວາມມັນໃຫ້ຜິວເພິ່ມຄວາມຊຸ່ມ.     ສາວໝວດ B: ເປັນຜິວພັນທີ່ຄ່ອນຂ້າງບອບບາງແພ້ງ່າຍ, ມີຄວາມອ່ອນໄຫວຕໍ່ສານຕ່າງໆທີ່ເຂົ້າສູ່ຮ່າງກາຍ ເວລາເລືອກຜະລິດຕະພັນຄວນເລືອກແບບທີ່ບໍ່ປະສົມແອວກໍຮໍ, ບໍ່ປະສົມນໍ້າຫອມ ເພາະຈະເຮັດໃຫ້ຄັນຄາຍໄດ້ງ່າຍ, ບໍ່ຄວນສະຄັບຜິວພັນ, ຂັດຜິວພັນເລື່ອຍໆ ແລະ ຈະປ່ຽນຜະລິດຕະພັນເບິ່ງແຍງຜິວພັນຕ້ອງລະວັງໃຫ້ຫຼາຍ.

Read More »

ກະຊວງສາທາລະນະສຸກ! ແຈ້ງຫ້າມແຊຣ໌ຕໍ່ ຂໍ້ມູນກ່ຽວກັບ ພະຍາດ ໂຄໂຣນາ ຈາກແຫຼ່ງຂ່າວທີ່ບໍ່ມີຄວາມຈິງ ທາງສື່ສັງຄົມອອນລາຍ (Facebook)

ກະຊວງສາທາລະນະສຸກ ຂໍແຈ້ງມາຍັງທ່ານຊາບວ່າ: ປັດຈຸບັນ ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ທີ່ເມືອງອູ່ຮັ່ນ, ແຂວງຫູເປີ່ຍ, ສປ ຈີນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ເປັນຈຳນວນຫຼວງຫຼາຍ ໃນການຄວບຄຸມ ລວມທັງການໂຄສະນາ, ການອອກຂ່າວທາງສື່ມວນຊົນ ແລະ ສື່ສັງຄົມອອນລາຍ ເຊິ່ງບາງຂ່າວກໍມີຄວາມຈິງ ແລະ ຫຼາຍຂ່າວກໍບໍ່ຖືກຕ້ອງກັບຄວາມເປັນຈິງ. ສະນັ້ນ, ເພື່ອເຮັດໃຫ້ຂໍ້ມູນຂ່າວສານກ່ຽວກັບພະຍາດນີ້ ໄດ້ເຜີຍແຜ່ຖືກຕ້ອງຕາມຄວາມຈິງ ຈຶ່ງແຈ້ງໃຫ້ທ່ານຕິດຕາມ ແລະ ຮັບຂ່າວຕາມສື່ທາງການ (ໂທລະພາບ,​ວິທະຍຸ ໜັງສືພິມ ແລະ ຂໍ້ມູນຂ່າວສານຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາເຊິ່ງທ່ານສາມາດເຂົ້າຫາແຫຼ່ງຂ່າວຂອງສູນດັ່ງກ່າວທາງເພສເຟສບຸກ ຊື່ວ່າ: “ສູນຂ່າວສານການແພດສຸຂະສຶກສາ Centre of information and Education for Health ” ທ່ານ ຈະສາມາດຮັບຮູ້ຂ່າວສານທີ່ທາງສູນໄດ້ອັບເດດ. ນອກຈາກນີ້, ​ຍັງຫ້າມບໍ່ໃຫ້ພະນັກງານແພດ, ພະຍາບານ,​ ນັກສຶກສາ ເອົາຮູບການບໍລິການຂອງແພດຫມໍທີ່ກຳລັງປະຕິບັດໜ້າທີ່ລົງໃນເຟສບຸກຂອງຕົນເອງ, ເພື່ອໃຫ້ສັງຄົມມີຄວາມສະຫງົບ, ໄດ້ຮັບຂ່າວສານທີ່ຖືກຕ້ອງ, ສັງຄົມບໍ່ມີຄວາມແຕກຕື່ນໃນການຮັບຂ່າວສານ.

Read More »

10 ປະເທດ! ທີ່ນ່າທ່ອງທ່ຽວທີ່ສຸດໃນປີ 2020….ໃຜມີແຜນຈະໄປທ່ຽວປະເທດໃດແດ່ແລ້ວ?

ໃນປີ 2020 ນີ້ ບໍ່ຮູ້ວ່າມີໃຜໄດ້ວາງແຜນໄປທ່ຽວ ພັກຜ່ອນຢູ່ໃສແດ່  ມື້ນີ້ຂວັນໃຈຊິພາມາສ່ອງເບິ່ງ 10 ປະເທດທີ່ນ່າທ່ອງທ່ຽວ ທີ່ດີທີ່ສຸດໃນໂລກ ທີ່ຈັດໂດຍ  Lonely Planet Website ທ່ອງທ່ຽວຊື່ດັງຂອງໂລກ!!!  ເຮົານໍາມາເບິ່ງກັນເລີຍວ່າ 10 ແຫຼ່ງນັ້ນມີຫຍັງແດ່ ຮັບຮອງວ່າການທ່ອງທ່ຽວໃນປີນີ້ເຈົ້າຕ້ອງໄດ້ປະສົບການໃຫມ່ຢ່າງແນ່ນອນ 1. ປະເທດບູຖານ (Bhutan) ບູຖານເປັນປະເທດທີ່ນ້ອຍຢູ່ໃກ້ບໍລິເວນເຂົາຫິມະໄລ ທີ່ມີລະບົບຈໍາກັດຈໍານວນນັກທ່ອງທ່ຽວຢ່າງເຂັ້ມງວດ ເພາະວ່າຢ້ານຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງປະເທດ ບໍ່ແມ່ນປະເທດທີ່ມາຈະໄປທ່ຽວເບິ່ງໄຟແສງສີ ຫຼືຄວາມສະນຸກຕື່ນເຕັ້ນທົ່ວໄປຄືກັບປະເທດອື່ນ ແຕ່ເປັນການທ່ອງທ່ຽວທີ່ຈະປ່ຽນປະສບການທາງຈິດວິນຍານຂອງເຮົາໄປຕະຫຼອດການ ມີວິຖີແບບຄົນຖືສາສະໜາພຸດ ລວມໄປເຖິງການເຄົາລົບຕໍ່ທໍາມະຊາດ ທາງປະເທດຍັງຕັ້ງເປົ້າໝາຍໄວ້ວ່າ ຈະເປັນປະເທດທໍ່ອິດທີ່ທຸກຢ່າງຈະຕ້ອງເປັນອໍແກນນິກພາຍໃນປີ 2020 2. ປະເທດອັງກິດ  England ເປັນອີກໜື່ງປະເທດທີ່ມີຄວາມປອດໄພສູງ ນັກທ່ອງທ່ຽວມັກພາກັນມາຍ່າງຫຼີ້ນຢູ່ແຄມແມ່ນໍ້າ ພ້ອມກັບຊອກຫາຮ້ານອາຫານແບບ fish and chips ນັ່ງຫຼີ້ນ ຕອນນີ້ເຂົາກຳລັງນິຍົມກັນຂັບລົດຫຼີ້ນຕາມແຄມທະເລ ເຊິ່ງໃນປີ 2020 ນີ້ກໍຈະມການເປີດເສັ້ນທາງໃຫມ່  England Coast Path ແລະ ເປັນເສັ້ນທາງຂອງການທ່ອງທ່ຽວໃຫມ່ຂອງປະເທດ ສໍາຫຼັບໃຜທີ່ມັກ Road …

Read More »

ຊົມເຊີຍ! ໂຮງໝໍຢູ່ຈີນ ສາມາດປີ່ນປົວ ຜູ້ປ່ວຍ ພະຍາດ ໄວຣັສ ໂຄໂຣນ່າ ໃຫ້ເຊົາໄດ້ແລ້ວ…

ພະຍາດລະບາດ ໂຄໂຣນາ ກໍຖືໄດ້ວ່າມີການລະບາດ ມາໄດ້ໄລຍະໜື່ງແລ້ວ ເຊິ່ງ ລ່າສຸດ ໂຮງໝໍ ຢູ່ປະເທດຈີນ ກໍສາມາດປິ່ນປົວ ຜູ້ປ່ວຍ ທີ່ຕິດເຊື້ອ ໄວຣັສ ໂຄໂຣນາ ຈົນເຊົາໄດ້ ແລະ ໄດ້ໃຫ້ຄົນປ່ວຍ ທີ່ຮັກສາດີແລ້ວ ກັບເຮືອນ ຈໍານວນ 892 ຄົນ. ຜູ້ປ່ວຍ ທີ່ປົວຫາຍຂາດ ຈໍານວນ 262 ຄົນ (125 ຄົນ ຢູ່ແຂວງ ຫູເປີຍ) ໄດ້ອອກຈາກ ໂຮງໝໍ ໃນວັນອັງຄານ ວັນທີ 04/02/2020 ທີ່ຜ່ານມາ     ຂອບໃຈ Cr: xhne.ws/igwda

Read More »