ເມືອງ ອຸຮັ່ນ ເປັນອີກໜື່ງສູນກາງການຄົມມະນາຄົມ ແລະ ເສດຖະກິດໃນພາກກາງຂອງຈີນ ກາຍເປັນແຫຼ່ງກຳເນີດ ແລະ ຕົ້ນຕໍຂອງການແຜ່ລະບາດຂອງເຊື້ອໄວຣັດ ໂຄໂຣນາ ສາຍພັນໃຫມ່ຕັ້ງແຕ່ເດືອນທັນວາປີທີ່ແລ້ວ ແລະ ມີຜູ້ເສຍຊີວິດຢ່າງຕໍ່ເນື່ອງມາໃນເດືອນນີ້ 17 ຄົນແລ້ວ ເປັນຄົນເມືອງ ອູ່ຮັ່ນທັງໝົດ ພ້ອມທັງມີອາການຜິດປົກກະຕິຢ່າງຮຸນແຮງກັບລະບົບທາງເດີນຫາຍໃຈ ແລະ ຜູ້ປ່ວຍຫຼາຍກວ່າ 500 ຄົນທົ່ວປະເທດ. ນອກຈາກນີ້, ຍັງມີຜູ້ຕິດເຊື້ອຢູ່ປະເທດອື່ນ ບໍ່ລວມຮົງກົງ ແລະ ມາເກົາ ຄື ປະເທດໄທ, ຍີ່ປຸ່ນ, ເກົາຫຼີໃຕ້, ໃຕ້ຫວັນ ແລະ ອາເມລິກາ ເມື່ອວັນທີ 23 ມັງກອນ 2020 ທີ່ຜ່ານມາ ສໍານັກຂ່າວຂອງ ຈີນລາຍງານວ່າ ນັບຕັ້ງແຕ່ເວລາ 10:00 ໂມງ ຕາມເວລາທ້ອງຖິ່ນຂອງ ສປຈີນ (ເຊິ່ງກົງກັບ 09:00 ໂມງຂອງເວລາ ສປປ ລາວ) …
Read More »Kuanjaitaem Kuanjai page
ວິທີຊ່ວຍໃຫ້ໄວໜຸ່ມທ້ອນເງິນ…
ການທ້ອນເງິນສຳລັບໄວໜຸ່ມ ສ່ວນຫຼາຍແລ້ວເປັນເລື່ອງທີ່ບໍ່ງ່າຍປານໃດ ໃນການມີເງິນສະສົມໄວ້ ຫຼື ມີ ກໍອາດຈະມີໜ້ອຍວາລະສານຂວັນໃຈ ສະບັບນີ້ ຂໍແນະນຳວິທີງ່າຍໆ ໃຫ້ກັບໄວໜຸ່ມຫຼາຍທ່ານລອງປະຕິບັດເພື່ອທ້ອນເງິນດັ່ງນີ້: ເປີດບັນຊີທະນາຄານໃຫ້ເໝາະສົມ; ວິທີນີ້ຊ່ວຍໃຫ້ນ້ອງໆທີ່ມາຈາກຕ່າງແຂວງທີ່ເຂົ້າມາຮຽນໃນນະຄອນຫຼວງ ຫຼື ໄປຮຽນຢູ່ບ່ອນອື່ນທີ່ບໍ່ແມ່ນບ້ານເກີດຂອງຕົນເອງ. ເຮັດບັນຊີລາຍຮັບ-ລາຍຈ່າຍ; ບໍ່ວ່າຈະເປັນຄ່າປຶ້ມ, ຄ່າສະບູ່, ຢາຖູແຂ້ວ ຈະຊື້ຫຍັງ ກໍຄວນຈົດບັນທຶກໄວ້ ແລະ ເຮົາຈະຮູ້ວ່າເຮົາໃຊ້ຈ່າຍໝົດໜ້ອຍຫລາຍປານໃດ. ຢູ່ຫ່າງຈາກໝູ່ເພື່ອນທີ່ໃຊ້ຈ່າຍເງິນຟູມເຟືອຍ; ວິທີນີ້ບໍ່ໄດ້ໝາຍຄວາມວ່າ ບໍ່ໃຫ້ມີໝູ່ເພື່ອນ ຫຼື ປະຕິເສດສັງຄົມແຕ່ປະການໃດ ແຕ່ຢາກໃຫ້ເລືອກກຸ່ມພົບປະສັງສັນ ເພາະຖ້າຢູ່ໃນກຸ່ມທີ່ໃຊ້ເງິນແບບບໍ່ຄິດ ພໍຮອດຕອນແລງຕ້ອງໄປສັງຄົມສ້າງສັນກິນນັ້ນກິນນີ້ທຸກມື້ ເງິນເດືອນທີ່ໄດ້ມາເທົ່າໃດກໍຄົງບໍ່ພໍ. ເລືອກໃຊ້ມືຖືໃຫ້ເໝາະສົມ; ຄ່າໃຊ້ຈ່າຍທີ່ຫຼາຍທີ່ສຸດຂອງໄວໜຸ່ມກໍຄືຄ່າໂທລະສັບມືຖື ໄວໜຸ່ມຫຼາຍຄົນຖື ຄະຕິທີ່ວ່າ “ ບໍ່ມີກິນບໍ່ວ່າ ຂໍມີເງິນຈ່າຍຄ່າໂທລະສັບມືຖືກໍພໍ ” ຮູ້ຈັກໃຊ້ໃຫ້ເໝາະສົມຈຶ່ງເປັນການດີ. ປະຢັດເງິນເປັນລາຍເດືອນ; ເຮົາຈະຕ້ອງແບ່ງ ເງິນເປັນສ່ວນໆ 5, 10, 15 ຫຼື 20% ຈາກເງິນເດືອນທີ່ໄດ້ມາ ແລ້ວແຕ່ຄວາມສາມາດຂອງແຕ່ລະຄົນ ເຂົ້າບັນຊີຝາກປະຈຳໄວ້ເລີຍ ແລະ ສິ່ງສຳຄັນຕ້ອງເຮັດທຸກເດືອນ ຄົບປີເຮົາຈະພູມອົກພູມໃຈກັບຍອດເງິນທີ່ເພິ່ມຂຶ້ນ ເຖິງຈະແບ່ງຝາກບໍ່ຫຼາຍກໍຢ່ານ້ອຍໃຈ ຢ່າງໜ້ອຍເຮົາກໍມີເງິນທ້ອນໄວ້ໃນຍາມສຸກເສີນ.
Read More »ສະແດງຄວາມຍິນດີນຳ! “demi leigh nel peters” Miss Universe 2017 ເຂົ້າປະຕູວິວາກັບແຟນໜຸ່ມນັກເຕະຊື່ດັງ…
ກ່ອນໜ້ານີ້ເຮັດໃຫ້ກອງເຊຍນາງງາມ ແລະ ທົ່ວໂລກລຸ້ນໄປຕາມໆກັນເລີຍກໍວ່າໄດ້ ເມື່ອ Miss Universe 2017 ຈາກອາຟຣິກາໃຕ້ຢ່າງ “demi leigh nel peters” ເດມີ ລີເນວ ປີເຕີ ຖືກແຟນໜຸ່ມຕານໍ້າຂ້າວ “Timtebow” ໜຸ່ມນັກເຕະຊື່ດັງສຸດຫລໍ່ ຈາກທີມ New York Mets ຈັດ Surprise ຄຸກເຂົ້າຂໍແຕ່ງງານ ລ່າສຸດວັນທີ 20 ມັງກອນ 2020 ທີ່ຜ່ານມາ ທັງຄູ່ກໍໄດ້ຈູງມືກັນເຂົ້າປະຕູວິວາ ຢູ່ທີ່ La Paris Estate ອາຟຣິກາໃຕ້ ທ່າມກາງຄວາມຍິນດີຂອງພໍ່ແມ່ພີ່ນ້ອງ, ໝູ່ເພື່ອນ ແລະ ໝູ່ເພື່ອນນາງງາມເຂົ້າມາສະແດງຄວາມຍິນດີເປັນຈໍານວນຫຼວງຫຼາຍ ງານນີ້ເອີ້ນໄດ້ວ່າເປັນງານແຕ່ງລະດັບຈັກກະວານ ທີ່ເຕັມໄປດ້ວຍຄວາມຫວານ ແລະ ຄວາມຟິນ ຈັງໃດທາງຂວັນໃຈກໍຂໍສະແດງຄວາມຍິນດີນໍາຄູ່ເຈົ້າບ່າວເຈົ້າສາວປ້າຍແດງ “demi leigh nel peters” Miss Universe …
Read More »ແຟນຄຣັບກຽມຕົວ!! ນັກດົນຕີໝຸ່ມສຸດຫລໍ່ “Maxime Zecchini” ນັກເປຍໂນຊາວຝຣັ່ງ ຈະມາສະແດງທີ່ປະເທດລາວ…
ນັກເປຍໂນໜຸ່ມນ້ອຍຊາວຝຣັ່ງ ທີ່ມີຊື່ສຽງໂດ່ງດັງ ມາກສ໌ຊິມ ເຊັກກີນີ ( Maxime Zecchini) ທີ່ໄດ້ຮັບລາງວັນຊະນະເລີດ ຈາກຫຼາຍສະຫະພັນ “ຈາກການແຂ່ງຂັນທັງໃນລະດັບຊາດ, ລະດັບໂລກ” ສິ່ງທີ່ເຮັດໃຫ້ຜູ້ຊົມຫຼົງໄຫຼໃນສີມືການຫຼິ້ນດົນຕີທີ່ໜ້າປະທັບໃຈທີ່ສຸດແມ່ນການຫຼິ້ນດ້ວຍມືຊ້າຍ ທີ່ຈະມາສ້າງຄວາມປະທັບໃຈໃນການສະແດງໃຫ້ກັບຄົນລາວໄດ້ຮັບຊົມນຊໍາກັນ ໃນວັນທີ 24 ມັງກອນ 2020 ທີ່ຫໍວັດທະນະທໍາແຫ່ງຊາດ. ມາກສ໌ຊິມ ເຊັກກີນີ ( Maxime Zecchini) ເປັນນັກເປຍໂນຊາວຝຣັ່ງ ຄົນທຳອິດທີ່ຮຽນຈົບຈາກໂຮງຮຽນ “ Incontri col Maestro” ທີ່ມີຊື່ສຽງຂອງ Imola ໃນປະເທດອິຕາລີ ໄດ້ຊະນະການແຂ່ງຂັນ Arcachon ລະດັບສາກົນໃນປີ 2000, ຊະນະເລີດຈາກມູນນິທິ Cziffra ໃນປີ 2002, ຊະນະການແຂ່ງຂັນ Ragusa-Ibla ທີ່ເມືອງ Sicily ໃນປີ 2002, ໃນປີ 2003 ກໍໄດ້ຮັບລາງວັນທີ 1 ຈາກລາງວັນເອກະພາບໃນການແຂ່ງຂັນລະດັບສາກົນຂອງ …
Read More »ມາທໍາຄວາມຮູ້ຈັກກັບ Coronavirus ຫລື ໄວຣັສອູ່ຮັ່ນ
ນາທີນີ້ໂລກລະບາດທີ່ກຳລັງມາແຮງທີ່ສຸດຄົງໜີບໍ່ພົ້ນກັບ ພະຍາດ ໄວຣັສ ອູ່ຮັ່ນ ທີ່ກຳລັງລະບາດອອກໄປພື້ນທີ່ຕ່າງໆຂອງໂລກເຊິ່ງສົ່ງຜົນໃຫ້ຄົນຕິດເຊື້ອເປັນຈໍານວນຫຼາຍນັບມື້ນັບເພີ່ມຂຶ້ນ ສະນັ້ນ ສິ່ງທີ່ຄວນຮູ້ກ່ຽວກັບ Coronavirus ຫຼື ໄວຣັສອູ່ຮັ່ນ (ໄວຣັສ )ມີດັ່ງນີ້ : – ໄວຣັດສສາຍພັນໃໝ່ ພົບເຫັນຄັ້ງທໍາອິດຢູ່ເມືອງອູ່ຮັ່ນປະເທດຈີນ – ຕິດຕໍ່ຜ່ານຄົນສູ່ຄົນໄດ້ – ເຮັດໃຫ້ປອດອັກເສບເຖິງຂັ້ນເສຍຊີວິດໄດ້ – ການໃສ່ໜ້າກາກອະນາໄມ N95 ອາດບໍ່ໄດ້ຊ່ວຍອີ່ຫຍັງຫຼາຍເພາະຂະໜາດຂອງໄວຣັດສມີຂະໜາດນ້ອຍຫຼາຍ ນ້ອຍກວ່າຮູກອງອີກ ໄວຣັດສມີຂະໜາດນ້ອຍປະມານ 0.06-0.22 micron ປັດຈຸບັນປະເທດທີ່ກວດພົບມີຄວນປ່ວຍເປັນໂລກນີ້ມີຄື: 1. ປະເທດຈີນ 219 ຄົນ ປະຈຸບັນອາດຫຼາຍກວ່ານີ້ແລ້ວ 2. ປະເທດໄທ 2 ຄົນ ປະຈຸບັນ ຫຼືຫຼາຍກວ່ານີ້ 3. ປະເທດໄຕ້ຫວັນ 1 ຄົນ 4. ປະເທດເກົາຫຼີໃຕ້ 1 ຄົນ 5. ປະເທດຍີ່ປຸ່ນ …
Read More »