Breaking News

Kuanjaitaem Kuanjai page

ສາວໆຄວນອ່ານ!!! ອອມເງິນແນວໃດ? ໃຫ້ໄດ້ລົດເປັນຂອງຕົນເອງ…

“ຢາກມີລົດເປັນຂອງຕົນເອງ” ເຊື່ອວ່າຫຼາຍໆຄົນເຄຍມີຄວາມຄິດນີ້ຂຶ້ນມາໃນໃຈຢູ່ແລ້ວ ແນ່ນອນວ່າມັນບໍ່ແມ່ນເລື່ອງທີ່ງ່າຍເລີຍ ດ້ວຍລາຄາຄ່າງວດຂອງລົດ ແລະ ພາລະໜ້າທີ່ ທີ່ຕ້ອງຮັບຜິດຊອບ ການອອມເງິນຈື່ງເປັນປັດໄຈທີ່ສໍາຄັນເພື່ອຊື້ລົດ ແຕ່ຈະອອມເງິນແນວໃດເພື່ອໃຫ້ໄດ້ມາຊື້ລົດທີ່ຕົນເອງຕ້ອງການ!!!  ຂວັນໃຈ ຈະມາແນະນໍາສິ່ງທີ່ຄວນຮູ້ ລວມໄປເຖິງວິທີການອອມເງິນທີ່ມີປະສິດທິພາບທີ່ສຸດ ເພື່ອໃຫ້ໄດ້ລົດເຂົ້າມາເຕີມເຕັມຊີວິດຂອງເຮົາ ລົດທີ່ເປັນເປົ້າໝາຍໃນການອອມເງິນ ສິ່ງທີ່ຕ້ອງສົນໃຈກ່ອນເລີ່ມຕົ້ນອອມເງິນຄື ເປົ້າໝາຍໃນການອອມເງິນນັ້ນເປັນແບບໃດ ໄລຍະສັ້ນ ຫຼືໄລຍະຍາວ ຕ້ອງເກັບເງິນກ້ອນໃຫຍ່ ຫຼືກ້ອນນ້ອຍ ເຊິ່ງສາມາດພິຈາລະນາໄດ້ຈາກປັດໄຈຕ່າງໆ ດັ່ງນີ້: ລົດທີ່ຢາກໄດ້ ເປັນລົດແບບໃດ? ລາຄາເທົ່າໃດ? ການພິຈາລະນາລົດທີ່ຢາກໄດ້ຄວນເບິ່ງຈາກການໃຊ້ງານຂອງລົດເປັນຫຼັກ ເມື່ອຊື້ລົດຄັນດັ່ງກ່າວມາແລ້ວຈະໃຊ້ເຮັດຫຍັງ ແລະ ຕໍ່ຍອດໄປດ້ານໃດ ຄຸ້ມຄ່າໜ້ອຍ-ຫຼາຍຊໍ່າໃດ ຮອງລົງມາຄືຄວາມມັກໃນລົດຄັນນັ້ນໆ ເພາເປັນລົດທີ່ຖືກໃຈຈະເຮັດໃຫ້ເຮົາສາມາດໃຊ້ງານລົດຄັນນັ້ນໆໄດ້ຫຼາຍຂຶ້ນ ແລະ ສະດວກໃຈຫຼາຍຂຶ້ນ ເລືອກການຊໍາລະແບບໃດ ຊື້ສົດ – ຈ່າຍເປັນເງິນກ້ອນໃຫຍ່ກ້ອນດຽວອາດເປັນຫຼັກຮ້ອຍລ້ານ ຫຼືຕາມແຕ່ລົດທີ່ຢາກໄດ້ ແລກກັບການຫຼຸດພາລະໃນການຈ່າຍເງິນໄລຍະຍາວ ຜ່ອນ – ຈ່າຍເງິນເປັນກ້ອນນ້ອຍໆ ໃນແຕ່ລະເດືອນຕາມທີ່ມີການຕົກລົງກັນໄວ້ຈາກການຊື້ຂາຍ ວ່າແຕ່ລະງວດຈະຈ່າຍເງິນເທົ່າໃດເພື່ອຜ່ອນລົດຄັນດັ່ງກ່າວ ອາດມີດອກເບ້ຍເພີ່ມເຕີມຕາມມາເລັກນ້ອຍ ແລກກັບການບໍ່ໄດ້ຈ່າຍເງິນກ້ອນໃຫຍ່ເທື່ອດຽວ   ອອມເງິນແນວໃດ ເມື່ອຮູ້ແລ້ວວ່າຕ້ອງການລົດແບບໃດ …

Read More »

ຄືມາຄັກແທ້!!! ຝາກເງິນກັບສະຖາບັນການເງິນເອກພັດທະນາ ແຖມປະກັນຊີວິດຈາກ ບໍລິສັດ ອາລີອັນສ໌…

ເພື່ອສະໜອງປະກັນຊີວິດເງິນຝາກໃຫ້ກັບລູກຄ້າທີ່ມາຝາກເງິນກັບສະຖາບັນ  ທາງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ ໄດ້ຮ່ວມມືກັບ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ກຸ່ມບໍລິສັດ ອາລິອັນສ໌ ປະເທດ ເຢຍລະມັນ ລົງນາມເຊັນສັນຍາຮ່ວມກັນ ໃນວັນທີ 16 ມັງກອນ 2020 ທີ່ບໍລິສັດ ອາລິອັນສ໌ ປະກັນໄພລາວ ນະຄອນຫຼວງວຽງຈັນ. ເຊິ່ງລົງນາມໂດຍທ່ານ ກີ ອາໂປວີ ຜູ້ອໍານວຍການໃຫຍ່ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ທ່ານ ສົມພອນ ສີແສງລັດ ຜູ້ອໍານວຍການໃຫຍ່ ສະຖາບັນການເງິນຈຸລະພາກເອກພັດທະນາ. ການຄົ້ນຄິດ ແລະ ພັດທະນາຜະລິດຕະພັນປະກັນຊີວິດເງິນຝາກນີ້ແມ່ນ ເພື່ອພັດທະນາການບໍລິການຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາໃຫ້ມີຄວາມຫຼາກຫຼາຍ ພ້ອມທັງຕອບສະໜອງຄວາມຕ້ອງການຂອງລູກຄ້າ ປະກັນຊີວິດເງິນຝາກນີ້ ແມ່ນປະກັນໄພທີ່ໃຫ້ຄຸ້ມຄອງ ແລະ ທົດແທນຄືນໃນກໍລະນີຜູ້ເອົາປະກັນໄພເສຍຊີວິດຈາກການເຈັບປ່ວຍ ຫຼືເສຍຊີວິດຈາກອຸບັດຕິເຫດ ສັນຍາປະກັນໄພຊີວິດເງິນຝາກນີ້ແມ່ນຈະຖືກຄັດຕິດເຂົ້າກັບທຸກບັນຊີເງິນຝາກທີ່ມີກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ. ຖືໄດ້ວ່າເປັນອີກໜື່ງຜົນປະໂຫຍດທີ່ທາງສະຖາບັນໄດ້ມອບໃຫ້ກັບລູກຄ້າ ໂດຍບໍ່ມີຄ່າໃຊ້ຈ່າຍຫຍັງ ສໍາລັບເງື່ອນໄຂ ທີ່ສະໝັກມີດັ່ງນີ້: ມີບັນຊີເງິນຝາກປະຢັດກັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ …

Read More »

ສາວໆຄວນຮູ້ !!! ວິທີເກັບອອມເງິນໃນແບບຂອງສາວ Office ຍຸກໃໝ່

ການເກັບອອມເງິນຂອງມະນຸດເງິນແບບເຮົານັ້ນ ບໍ່ໄດ້ງ່າຍເລີຍ ແຕ່ກໍບໍ່ແມ່ນເລື່ອງທີ່ຍາກເກີນໄປ ເພາະວ່າ ທີ່ຈິງແລ້ວຖ້າວ່າເຮົາມີການວາງແຜນການເງິນທີ່ດີ ເຮົາຈະສາມາດເກັບອອມໄດ້ຢ່າງງ່າຍດາຍ ເພາະເຮົາມີລາຍໄດ້ທີ່ແນ່ນອນນັ້ນເອງ ດັ່ງນັ້ນ, ສາວໆທັງຫຼາຍ ເຮົາມາປ່ຽນພຶດຕິກໍາການໃຊ້ເງິນ ແລະ ມີວິໄນໃນການປະຢັດເງິນກັນດີບໍ! ມື້ນີ້ ທາງຂວັນໃຈມີຄໍາແນະນໍາດີໆໃນການເກັບອອມເງິນມາຝາກສາວໆ ຮັບຮອງວ່າເທື່ອນີ້ ເຮົາຈະຫ່າງໄກຈາກຄໍາວ່າເງິນເດືອນຊົນເດືອນກັນເລີຍ ເກັບກ່ອນ ເຫຼືອເທົ່າໃດແລ້ວຈຶ່ງຄ່ອຍໃຊ້ ຫຼາຍຄົນຍັງມັກທີ່ຈະໃຊ້ເງິນກ່ອນ ເຫຼືອເທົ່າໃດຈຶ່ງຄ່ອຍອອມ ແລ້ວສຸດທ້າຍເປັນແນວໃດ ບໍ່ເຫຼືອໃຫ້ເກັບເລີຍ ເຮົາຄວນແຍກເງິນອອກເປັນສ່ວນໆ ເຮົາອາດຈະເລີ່ມຈາກການເກັບອອມລາຍໄດ້ 10-15% ຂອງທຸກເດືອນ ທີ່ເຫຼືອໃຫ້ແບ່ງອອກເປັນສ່ວນໆໃນຄ່າໃຊ້ຈ່າຍຕ່າງໆ ແຕ່ທີ່ຂາດບໍ່ໄດ້ ຄວນມີເງິນເກັບສຸກເສີນໄວ້ ເມື່ອເກີດເລື່ອງບໍ່ຂາດຄິດເຮົາຈຶ່ງຈະໝົດກັງວົນເອງ ເຊິ່ງວິທີນີ້ຈະເຮັດໃຫ້ເຮົາຈັດສັນເງິນເກັບຂອງເຮົາໄດ້ດີຂຶ້ນ ຫຼຸດຄວາມຢາກ ແລະ ຕັ້ງເປົ້າໝາຍ ຫຼຸດການສອດສ່ອງສາຍຕາເບິ່ງຫາປ້າຍຂອງ Sale ຫຼືສ່ອງສິນຄ້າອອນລາຍ ເພາະມັນເປັນສັດຕູອັນໂຫດຮ້າຍຂອງການເກັບເງິນຂອງເຮົາ ດັ່ງນັ້ນ ຈົ່ງຢຸດ… ພຶດຕິກໍານັ້ນສາ!!!  ຫັນມາຕັ້ງເປົ້າງ່າຍໆ ເພື່ອການເກັບອອມເງິນ ເຊັ່ນ ຕັ້ງເປົ້າວ່າ ເກັບເງິນຄັ້ງນີ້ໄວ້ເພື່ອຫຍັງ ແລະ ທ້າທາຍຕົນເອງດ້ວຍເປົ້າໝາຍໄລຍະສັ້ນ ແລະ ໄລຍະຍາວຕາມລໍາດັບ …

Read More »

ສະແດງຄວາມຍິນດີນໍາ!!! ອ້າຍບ່າວທະຫານສຸດເຮັງຖືກເລກ ຕ້ອນຮັບວັນສ້າງຕັ້ງກອງທັບ 250 ລ້ານກີບ…

ເນື່ອງໃນວັນສ້າງຕັ້ງ ກອງທັບປະຊາຊົນລາວ ວັນທີ 20 ມັງກອນ 2020 ທີ່ໃກ້ຈະມາຮອດນີ້ ອ້າຍນ້ອງທະຫານເຮົາເພິ່ນກໍໄດ້ຈັດໃຫ້ມີການອອກຫວຍ ເພື່ອເປັນການຊຸກຍຸ້ງານດັ່ງກ່າວ ໝາຍຄວາມວ່າ ທະຫານທຸກຄົນຕ້ອງໄດ້ຊື້ເລກຂອງກອງທັບ ແຕ່ໃນການຊື້ນັ້ນກໍບໍ່ແມ່ນໃຫ້ຊື້ລ້າໆ ເພາະຍັງໄດ້ມີການຈັບສະຫຼາກລຸ້ນຮັບລາງວັນທີ 1 ລາງວັນເລກ 5 ໂຕ ແມ່ນມີມູນຄ່າຫຼາຍເຖິງ 250 ລ້ານກີບນັ້ນເອງ… ແລະ ຄືນວານນີ້ກໍເປັນມື້ຈັບສະຫຼາກຫວຍກອງທັບ ເຊິ່ງຜົນຫວຍກໍໄດ້ອອກມາເປັນທີ່ຮຽບຮ້ອຍແລ້ວ ແລະ ຜູ້ໂຊກດີທີ່ຖືກເລກລາງວັນທີ 1 ນັ້ນ ກໍຄື ຊັ້ນ1 ພິນທອງ ສິງຂາວເພັດ ເປັນທະຫານ ປະຈໍາຢູ່ກົມກອງທາງ ແຂວງສາລະວັນ ພຸ້ນ!!! ແນວໃດແອັດມິ້ນກໍຂໍສະແດງຄວາມຍິນດີນໍາຄວາມເຮັງຂອງອ້າຍບ່າວຫຼາຍໆເດີ້…  

Read More »

ອາລັງການງານສ້າງ!!! ເສດຖີອຸດົມໄຊ ໃຫ້ເງິນລູກສາວຫລ້າເປັນຂອງຂວັນໃນມື້ແຕ່ງດອງ 300.000 ໂດລາ…

ໄລຍະແຫ່ງເທສະການ “ງານແຕ່ງດອງ” ຄູ່ຮັກຫຼາຍໆຄູ່ກໍທະຍອຍພາກັນສະຫລະໂສດໄປຕາມໆກັນ ແລະ  ເມື່ຶອເວົ້າເຖິງເລື່ອງງານແຕ່ງດອງແລ້ວ ວິນາທີນີ້ຄົງປະຕິເສດບໍ່ໄດ້ວ່າບໍ່ມີໃຜ ບໍ່ຮູ້ຈັກງານແຕ່ງດອງຂອງຄູ່ຮັກບ່າວສາວຄູ່ໃໝ່ຄູ່ນີ້ ທີີ່ກຳລັງເປັນທີ່ຮືຮາກັນຢູ່  Social   ນັບວ່າເປັນອີກໜຶ່ງງານແຕ່ງທີ່ມີຄວາມອະລັງການ ເມື່ອລູກສາວຫລ້າເສດຖີແຖວຫນ້າຂອງແຂວງອຸດົມໄຊ ສະຫລະໂສດເຂົ້າປະຕູວິວາກັບແຟນຫນຸ່ມສຸດຫລໍ່ ທີ່ຮືຮາ ແລະ ໜ້າອິດສາໄປກວ່ານັ້ນ ແມ່ນເມື່ອພໍ່ແມ່ເຈົ້າສາວ ມອບເງິນສົດ 300.000 ໂດລາສະຫະລັດ ແກ່ຄູ່ບ່າວສາວ ເພື່ອເປັນຂອງຂວັນໃນງານແຕ່ງໃຫ້ລູກ ເຊິ່ງງານແຕ່ງໄດ້ຈັດຂຶ້ນຢູ່ທີ່ ແຂວງອຸດົມໄຊ ແນວໃດ! ທາງຂວັນໃຈ  ກໍຂໍສະແດງຄວາມຍິນດີນໍາຄູ່ຮັກຄູ່ສົມຣົດໃໝ່ນໍາເດີ້ ຂໍໃຫ້ເປັນຜົວແກ້ວເມຍທິບ ຮັກກັນຈົນເຖົ້າຈົນແກ່!!!!

Read More »