Breaking News

Kuanjaitaem Kuanjai page

ເຄັດລັບສ້າງວິໄນໃຫ້ກັບຕົວເອງ ເພື່ອກ້າວໄປສູ່ຄວາມສໍາເລັດ!!!

ເຊື່ອວ່າຫຼາຍໆຄົນມີຄວາມຝັນ ແລະ ເປົ້າໝາຍທີ່ແຕກຕ່າງກັນ ແຕ່ສິ່ງທີ່ຈະກໍານົດເຮົາກ້າວໄປສູ່ຄວາມສໍາເລັດນັ້ນມັນແມ່ນຫຍັງກັນແທ້! ຫຼາຍຄົນອາດຢາກຈະຮູ້ກັນແມ່ນບໍ!!!! ສະນັ້ນ,  ມື້ນີ້ຂວັນໃຈມີເຄັດລັບດັ່ງກ່າວມາແນະນໍາ  ມີເປົ້າໝາຍ ສາວໆທ່ານໃດທີ່ມີຄວາມຕັ້ງໃຈໃນການທີ່ຈະບັນລຸເປົ້າໝາຍກໍຕ້ອງເຊື່ອໝັ້ນ ແລະ ສັນຍາໄວ້ກັບຕົນເອງຢ່າງຈິງຈັງ ວ່າຕ້ອງເຮັດໄດ້ ເພາະວິໄນທີ່ດີບໍ່ແມ່ນສິ່ງທີ່ຕິດຕົວມາ ແຕ່ເປັນສິ່ງທີ່ຕ້ອງສ້າງຂຶ້ນເອງ  ດັ່ງນັ້ນຕ້ອງມີວິໄນ ໃນທຸກໆເລື່ອງທີ່ເຮັດທັງເລື່ອງວຽກ ສຸຂະພາບ ການກິນ ການຮັບຜິດຊອບຕໍ່ໜ້າທີ່ ການຄວບຄຸມອາລົມ ການເວົ້າຈາ ແລະ ລວມເຖິງການເບິ່ງໂລກໃນແງ່ດີ ມີສະມາທິ ໃຫ້ທົບທວນເປົ້າໝາຍວ່າເຮົາມີເປົ້າໝາຍໄວ້ແນວໃດ? ເພື່ອຈະໄດ້ມີຄວາມຕັ້ງໃຈໃນສິ່ງທີ່ເຮົາຕ້ອງການເຮັດໃຫ້ສໍາເລັດ ຈົ່ງວາງແຜນວຽກໃນໄລຍະສັ້ນ ແລະ ຍາວ ມັນຈະຊ່ວຍໃຫ້ເຮົາຈັດລໍາດັບຄວາມສໍາຄັນຂອງສິ່ງທີ່ຕ້ອງເຮັດ ຫຼືຈໍາລອງຄິດພາບໃນເວລາທີ່ເຮົາກໍາລັງປະສົບຜົນສໍາເລັດໃນສິ່ງທີ່ເຮົາຕັ້ງໃຈ ກໍຈະຊ່ວຍເຮັດໃຫ້ເຮົາມີຄວາມຮູ້ສຶກ ມີກໍາລັງໃຈ ແລະ ບໍ່ຮູ້ສຶກເມື່ອຍ ຫຼືຖອຍ… ຈັດລໍາດັບຄວາມສໍາຄັນຂອງວຽກ ໝູ່ເພື່ອນທຸກຄົນຈົ່ງຟັງທາງນີ້ ໃຫ້ທຸກຄົນເລືອກໃນສິ່ງທີ່ໃຊ້ຄວາມພະຍາຍາມ ແລະ ວິໄນໃຫ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນແຮງກົດດັນ ເພາະຄວາມເຄັ່ງຕຶງ ຄວາມກົດດັນ ທີ່ຫຼຸດລົງຈະຊ່ວຍໃຫ້ວຽກທີ່ເຫຼືອໃນມື້ນັ້ນໆສາມາດເຮັດໄດ້ເຮັດໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ  ພັກຜ່ອນໃຫ້ພຽງພໍ ກະແຈດອກສໍາຄັນໃນການນໍາເຮົາໄປສູ່ຄວາມສໍາເລັດໃນການເຮັດວຽກກໍຄື ການກະກຽມຮ່າງກາຍ ໃຫ້ພ້ອມໃນແຕ່ລະມື້ ບໍ່ມີສິ່ງໃດ …

Read More »

ນາຍົກລັດຖະມົນຕີ “ປະເທດຟິນແລນ” ສະເໜີໃຫ້ເຮັດວຽກ 6 ຊົ່ວໂມງຕໍ່ມື້ 4 ມື້ຕໍ່ອາທິດ

ທ່ານນາງ Sana Marin ນາຍົກລັດຖະມົນຕີ ປະເທດຟິນແລນ ອາຍຸພຽງ (34 ປີ) ເປັນຜູ້ນໍາທີ່ອາຍຸນ້ອຍທີ່ສຸດອັນດັບສອງຂອງໂລກ ສະເໜີແນວຄິດໃຫ້ປະຊາຊົນ ປະເທດຟິນແລນ ເຮັດວຽກພຽງແຕ່ 6 ຊົ່ວໂມງຕໍ່ມື້ ແລະ ເຮັດວຽກພຽງ 4 ມື້ຕໍ່ອາທິດ. ຜູ້ນໍາຍິງຄົນໃໝ່ ນາຍົກຟິນແລນ ເຊື່ອໝັ້ນວ່າ ການຫຼຸດເວລາ ການເຮັດວຽກລົງ ແລະ ເພີ່ມປະສິດທິພາບ ການເຮັດວຽກ ຈະເຮັດໃຫ້ ປະຊາຊົນ ປະເທດຟິນແລນ ມີເວລາໃຫ້ກັບຄອບຄົວຫຼາຍຂຶ້ນ,  ຢູ່ກັບຄົນທີ່ຕົນເອງຮັກ, ເຮັດວຽກບ້ານການເຮືອນ, ເຮັດສິ່ງທີ່ຕົນເອງມັກ ແລະ ກິດຈະກໍາອື່ນໆໃນຊີວິດ ເຊັ່ນ “ວັດທະນະທໍາ ແລະ ສິ່ງແວດລ້ອມ”. ແນວຄວາມຄິດນີ້ ໄດ້ຖືກນໍາສະເໜີ ໃຫ້ພັກຝ່າຍຄ້ານ ຢູ່ປະເທດ ຟິນແລນ ໄດ້ຮັບຮູ້ ແລະ ມີທ່າທີວ່າ ທຸກໆພັກຝ່າຍຄ້ານ ກໍ່ມີຜູ້ຍິງ ໃນພັກ ເປັນຈໍານວນຫຼາຍ ແລະ …

Read More »

10 ນິໄສ ທີ່ຄວນເຊົາໄດ້ແລ້ວ ຖ້າບໍ່ຢາກຖືກຖິ້ມ

ສາວໆເຄີຍບໍ່!!!  ເວລາທີ່ຄາດຫວັງແລ້ວບໍ່ໄດ້ດັ່ງໃຈທຸກເທື່ຶອສາເຫດອາດມາຈາກຫຼາຍຢ່າງ ແຕ່ໜຶ່ງໃນນັ້ນກໍອາດຈະເກີດຈາກນິໄສເຮົານີ້ແຫຼະ!!!! ມາ Check ກັນດ່ວນວ່າ ເຮົາມີນິໄສໜ້າລໍາຄານທີ່ຜູ້ຊາຍຢາກຈະເທຖິ້ມບໍ່? ໄປເບິ່ງກັນເລີຍ ຖ້າໃຫ້ຜູ້ຊາຍເປັນຄົນທັກມາແຊັດກ່ອນ ຍ້ອນຄວາມໝັ້ນໜ້າ, ໝັ້ນໃຈເກີນໄປອາດຈະເຮັດໃຫ້ເຮົາເສຍຜູ້ຊາຍດີໆໄປກໍໄດ້ ຄາດຫວັງຈະໄດ້ແນວນັ້ນແນວນີ້ຈາກເຂົາທັ້ງທີ່ເຮົາບໍ່ເຄີຍເຮັດຫຍັງໃຫ້ເຂົາ ໃຫ້ເຂົາເປັນຝ່າຍບອກຮັກເຮົາກ່ອນ ສະໄໝນີ້ຄໍາວ່າຮັກມັນເວົ້າງ່າຍ ຖ້າເຮົາຈະເວົ້າກ່ອນກໍບໍ່ໄດ້ເສຍຫາຍຫຍັງ ແລະ ສິ່ງສໍາຄັນຄືໃຫ້ເບິ່ງທີ່ການກະທໍາ ໃຫ້ເຂົາເປັນຝ່າຍຂໍໂທດເຮົາກ່ອນ ສັກສີມັນມີ ແຕ່ໃນເລື່ອງຂອງຄວາມຮັກມັນກໍມີຂີດຈໍາກັດຂອງມັນ ຖ້າເຮົາຜິດກໍຄວນຈະຂໍໂທດຈະດີທີ່ສຸດ ຖືກທໍາຮ້າຍຈິດໃຈ ແຕ່ຊອກຂໍ້ແກ້ຕົວໃຫ້ເຂົາ ແບບນີ້ເຂົາເອີ້ນວ່າ ຮັກຈົນໜ້າມືດຕາມົວ ຍອມເຂົາໝົດທຸກຢ່າງ ຈົນສູນເສຍຄວາມເປັນຕົວເອງແບບບໍ່ມີເຫດຜົນ ມັນຈະເຮັດໃຫ້ເຮົາທົນບໍ່ໄດ້ດອກ ບໍໍ່ຊື່ສັດຕໍ່ໃຈຕົວເອງ ເຊື່ອວ່າແມ່ຍິງທຸກຄົນມີສັນຍານທີ່ບົ່ງບອກວ່າຕົນເອງເໝາະ ຫຼື ບໍ່ເໝາະກັບຫຍັງ ສະນັ້ນ ຢ່າຕົວະຕົວເອງຍ້ອນຄໍາວ່າຮັກ ຍອມຮັບໃນສິ່ງທີ່ບໍ່ຄວນໄດ້ຮັບ ແບບວ່າຍອມເປັນທຸກຢ່າງເພື່ອເຂົາ ຍອມເປັນຄົນຂັ້ນເວລາ ຈົນຕົວເອງໄຮ້ຄ່າ ບໍ່ຍອມຮັບຄວາມຈິງ ເຮັດຜິດຊໍ້າແລ້ວຊໍ້າອີກ ເມື່ອຖືກຈັບໄດ້ກໍບໍ່ຍອມຮັບຄວາມຈິງ ບໍ່ມີຜູ້ຊາຍດີໆຢູ່ໃສທົນໄດ້ດອກ ໝົດກໍາລັງໃຈ ຍຶດຕິດກັບອາດີດ ບໍ່ວ່າໃຜຈະມາປອບໃຈແນວໃດກໍບໍ່ສົນໃຈ (ລວມທັງແຟນ)

Read More »

“Selena Marie Gomez” ຄວັກເງິນ 5 ລ້ານໂດລາ ບໍລິຈາກເງິນຊ່ວຍວິກິດໄຟປ່າ “Australia”

ທ່າມກາງສະຖານະການໄຟປ່າ ທີ່“Australia” ກຳລັງເພີ່ມທະວີຄວາມຮຸນແຮງຂຶ້ນ ແລະ ຍັງບໍ່ເຫັນສະຖານະການທີ່ຈະດັບໄຟລົງໄດ້ແບບງ່າຍໆເລີຍຕອນນີ້  ເຊິ່ງໄດ້ສົ່ງຜົນໃຫ້ສັດປ່າຫຼາຍສາຍພັນຕ້ອງດັບຊີວິດໄປຢ່າງຫົດຫູ່ ໃນຂະນະທີ່ສັງຄົມອອນລາຍຕ່າງກໍພາກັນແຊຣ໌ພາບສະເທືອນໃຈທີ່ເກີດຂຶ້ນຈາກໄຟປ່າ ທັງທ້ອງຟ້າສີແດງປົກຄຸມໄປດ້ວຍຄວັນໄຟ ພາບນັກດັບເພີງ ທີ່ຕ້ອງປະເຊີນກັບແປວໄຟທີ່ອັນຕະລາຍ ພາບຊາກສັດທີ່ຖືກເຜົາໄປໃນແປວກອງໄຟປ່າໃນຄັ້ງນີ້ ໂດຍມີການຕິດແຮັດແທັກ  #PrayForAustralia  ເພື່ຶອຮ່ວມສົ່ງແຮງໃຈໃຫ້ສະຖານະການໃນຄັ້ງນີ້ຜ່ານໄປໄດ້ດ້ວຍດີ ແຕ່ທ່າມກາງເຫດການອັນໂຫດຮ້າຍນີ້ ກໍຍັງມີນໍ້າໃຈຈາກຄົນທົ່ວໂລກຫລັ່ງໄຫລເຂົ້າມາເຊັ່ນກັນ ຮວມໄປເຖິງນໍ້າໃຈຈາກບັນດາ ເຊເລັບຄົນດັງທີ່ຮ່ວມກັນບໍລິຈາກເງິນ ໂດຍລ່າສຸດ ວັນທີ 05 ມັງກອນ 2020 ທີ່ຜ່ານມາ World Music Awards  ໄດ້ເປີດເຜີຍວ່າ Selena Gomez ນັກຮ້ອງສາວຊຸບຕາ ໄດ້ບໍລິຈາກເງິນເພື່ອຊ່ວຍເຫລືອສະຖານະການໄຟປ່າໃນ “Australia” ໂດຍສາວ ເຊເລນ່າ ບໍລິຈາກເງິນເປັນຈໍານວນ 5 ລ້ານໂດລາ   ເວົ້າໄດ້ວ່າສາວ “Selena Marie Gomez”  ຄົນນີ້ທັງເກັ່ງ ທັງງາມ ຍັງໃຈບຸນນໍາອີກ!!!!

Read More »

ສົ່ງໃຈໄປທີ່ “Australia” ປະເຊີນກັບໄຟປ່າ ຮຸນແຮງທີ່ສຸດ ສັດປ່າເສີຍຊີວິດແລ້ວກວ່າ 500 ລ້ານໂຕ

ເວົ້າໄດ້ວ່າສະຖານະການນີ້ເປັນພາບທີ່ເຮັດໃຫ້ຫຼາຍໆຄົນທົ່ວໂລກສະເທືອນໃຈທີ່ສຸດ ຫຼັງເກີດໄຟປ່າຄັ້ງຮຸນແຮງທີ່ “Australia” ເຊິ່ງຮຸນແຮງລຸກລາມຈົນເຮັດໃຫ້ສັດປ່າຫຼາຍກວ່າ 500 ລ້ານໂຕ ເສຍຊີວິດ ເຊິ່ງໃນຂະນະນີ້ທົ່ວໂລກພະຍາຍາມເຂົ້າຊ່ວຍເຫຼືອທັນທີ ມະຫາກໍາ ໄຟປ່າກຳລັງລາມໄໝ້ຢ່າງໜັກໜ່ວງທີ່ປະເທດ  “Australia” ສົ່ງຜົນເສຍຫາຍເປັນຈໍານວນມະຫາສານຕໍ່ຄົນ ແລະ ສັດປ່າ ຈົນກາຍເປັນພາບທີ່ຫົດຫູ່ທີ່ສຸດທີ່ແຊຣ໌ລົງໃນໂລກ Social Media ບໍ່ເວັ້ນໃນແຕ່ລະມື້ Australia ກຳລັງປະເຊີນກັບວິກິດໄຟປ່າຄັ້ງໃຫຍ່ ເຊິ່ງມີອຸນຫະພູມສູງເປັນປະຫວັດສາດ ແລະ ໄພແຫ້ງແລ້ງທີ່ນໍາມາຕໍ່ເນື່ອງຫຼາຍເດືອນ ລັດ ນິວເຊົາທ໌ເວລສ໌ (New South Wales) ປະເຊີນກັບໄຟປ່າຄັ້ງຮຸນແຮງທີ່ສຸດໂດຍມີພື້ນທີ່ ຖືກທໍາຮ້າຍໄປ 4 ໝື່ນ ຕາລາງກິໂລຕາແມັດແລ້ວ ບ້ານເຮືອນຫຼາຍກວ່າ 1.3 ພັນຫຼັງ ເສຍຫາຍ ແລະ ຄົນຫຼາຍພັນຄົນຕ້ອງອົບພະຍົບອອກຈາກພື້ນທີ່ ທົ່ວປະເທດມີຜູ້ເສຍຊີວິດໄປ 20 ຄົນແລ້ວ ຮວມເຖິງນັກດັບເພີງ 3 ຄົນ ໂດຍສ່ວນໃຫຍ່ເຫດເກີດຢູ່ທີ່ ນິວເຊົາທ໌ເວລສ໌ (New South Wales) …

Read More »