Breaking News

Kuanjaitaem Kuanjai page

ແຟນຄຣັບຟີນນນ!!! ເມື່ອ kim heechul Super Junior ແລະ Momo Twice  ອອກມາເປີດຕົວແລ້ວວ່າ ກໍາລັງຄົບຫາກັນຢູ່…

ສະແດງຄວາມຍິນດີນໍາ!!! ກັບຄູ່ຮັກຄູ່ໃໝ່ຂອງວົງການບັນເທິງເກົາຫລີ kim heechul Super Junior ແລະ Momo Twice  ຄູ່ທໍາອິດຂອງປີ 2020… ວ້າວໆໆໆໆ ເປັນເລື່ອງໜ້າຍິນດີຫຼາຍ ເມື່ອຕົ້ນ​ສັງ​ກັດອອກມາ​ຍືນຍັນກ່ຽວກັບຂ່າວຂອງ kim heechul Super Junior ແລະ Momo Twice ວ່າທັງສອງໄດ້ເປີດຕົວຄົບຫາດູໃຈກັນຢູ່… ເຊິ່ງຕາມການລາຍງານຂອງສໍານັກຂ່າວ Market News  ໄດ້ມີການຍືນຍັນຢ່າງເປັນທາງການແລ້ວວ່າ ໄອດອລໜຸ່ມ​  ຄິມຮີຊອ​ລ ວົງ Super Junior ແລະ ໄອດອລສາວ ໂມໂມະ ວົງ Twice ກຳລັງຄົບຫາດູໃຈກັນຢູ່ ແລະ ເບື້ອງຕົ້ນທັງສອງໄດ້ຮູ້ຈັກກັນຫຼັງຈາກທີ່ໄດ້ອອກລາຍການວາໄລຕີ້ນໍາກັນ ເມື່ອຊ່ວງປີ 2017 ທີ່ຜ່ານມາ. ຫຼ້າສຸດໃນຊ່ວງຕອນເຊົ້າຂອງວັນທີ 2 ມັງກອນ 2020 ຕົ້ນສັງກັດຂອງ kim heechul Label …

Read More »

ຜູ້ງາມກະດໍ້ສາວມົ້ງກະໂປງລາຍ!!! ພາສ່ອງ… ບັນດາສາວມົ້ງໃນງານ ປະເພນີບຸນກິນຈຽງ.

ສະບາຍດີມື້ທໍາອິດຂອງການເຮັດວຽກປະຈໍາປີ 2020 ເດີ້ແຟນເພຈ ຂວັນໃຈ ທຸກຄົນ!!! ຂໍໃຫ້ເປັນປີເຮັງ, ປີທອງຂອງທຸກໆຄົນ… ປີໃໝ່ແລ້ວ ແຕ່ແອັດມິ້ນກໍຍັງເປັນຄົນເກົ່າຄົນເດີມ ທີ່ຍັງຈະຄອຍເພີ່ມເຕິມຄວາມບັນເທີງ ແລະ ສາລະໜ້າຮູ້ຕ່າງໆໃຫ້ກັບສາວໆໃຫ້ຫຼາຍຂຶ້ນກວ່າເກົ່າ. ແລະ ເພື່ອເປັນການຕ້ອນຮັບປີໃໝ່ສາກົນທີ່ຫາກໍຜ່ານມາໃໝ່ໆມາດໆນີ້ ມື້ນີ້ເລີຍຈະມາເອົາໃຈໜຸ່ມໆເປັນພິເສດ ໂດຍການພາໄປສ່ອງບັນດາສາວມົ້ງກະໂປງລາຍ ໃນງານປະເພນີຂອງຊົນເຜົ່າມົ້ງ ຫຼື “ບຸນກິນຈຽງ” ທີ່ໄລຍະນີ້ກໍາລັງຄຶກຄື້ນກັນຢູ່!!! ເຊິ່ງວ່າບັນຍາກາດຈະເປັນແນວໃດ? ສາວໆເຜົ່າມົ້ງເຮົາຈະງາມຂະໜາດໃດນັ້ນ ນໍາມາເບິ່ງພ້ອມກັນເລີຍ… ຂໍອະນຸຍາດເຈົ້າຂອງຮູບ

Read More »

ສະແດງຄວາມຍິນດີນໍາ!!! ຜູ້ໂຊກດີໄດ້ຮັບລາງວັນລົດຈັກ Wave 110i ທັງ 12 ຄົນ, ລາງວັນໃຫຍ່ລົດ Fort Everest ແລະ ລາງວັນພິເສດ Iphone 11 Pro…

ເປັນອີກໜຶ່ງກິດຈະກໍາດີໆ ທີ່ເປັນການຄືນກໍາໄລໃຫ່ແກ່ຜູ້ບໍລິໂພກ ຈາກນໍາດຶ່ມຫົວເສືອ ກັບໂຄງການ “ຊື່ນໃຈທ້າຍປີ ໂຊກສອງຊັ້ນກັບນໍ້າດຶ່ມຫົວເສືອ” ທີ່ໄດ້ທໍາການຈັບສະຫຼາກ ຄັ້ງທີ 2 ເມື່ອວັນທີ 31 ທັນວາ 2019 ທີ່ຜ່ານມານີ້… ເຊິ່ງທຸກຄົນຕ່າງກໍລຸ້ນແບບກົ້ນບໍ່ຕິດຕັ່ງກັນເລີຍ ໂດຍສະເພາະແອັດມິ້ນເອງ ທີ່ເຖິງວ່າຈະບໍ່ມີຊື່ໃນໃບສະຫຼາກຈັກໃບແຕ່ກໍຍັງລຸ້ນໄປນໍາເພິ່ນ 555 ເພາະລາງວັນທີ່ນໍາມາແຈກແຕ່ລະຢ່າງນັ້ນບໍ່ທໍາມະດາອີ່ຫຼີ ບໍ່ວ່າຈະເປັນ ລົດຈັກ Wave 110i ທັງໝົດຈໍານວນ 12 ຄັນ ຫຼືລາງວັນໃຫຍ່ຄືລົດ Fort Everest ຫຼືຈະເປັນລາງວັນພິເສດ ໂທລະສັບມືຖື Iphone 11 Pro ໂອ່ຍຍຍຍ ໃຜແດ່ບໍ່ຢາກໄດ້ເນາະ! ແຕ່ຂອງແບບນີ້ມັນກໍຂຶ້ນກັບໂຊກຂອງແຕ່ລະຄົນແດ່ວ່າບໍ່??? ແລະ ຜູ້ໂຊກດີທີ່ໄດ້ຮັບລາງວັນໃຫຍ່ ຄືລົດ Fort Everest ນັ້ນກໍໄດ້ແກ່ ທ່ານ ຄໍາເພັດ ສະເຫຼີມສຸກ ຜູ້ໂຊກດີຈາກ ນະຄອນຫຼວງ ວຽງຈັນນີ້ເອງ ແລະ ຜູ້ທີ່ໄດ້ຮັບລາງວັນພິເສດ ໂທລະສັບມືຖື Iphone 11 …

Read More »

ເຊີນຊວນຄົນລາວ!! ຮ່ວມສົ່ງເສີມແມ່ຍິງລາວ ແລະ ສະໜັບສະໜູນຄວາມເປັນລາວ ໃນງານເທສະການອາຫານລາວ ຄັ້ງທີ 15 ປີ 2020

ຖືວ່າເປັນຄວາມສໍາເລັດຂອງແມ່ຍິງລາວ ແລະ ຄົນລາວອີກຢ່າງໜຶ່ງສໍາລັບງານເທສະການອາຫານລາວ ທີ່ຈັດໂດຍ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍກິດຈະກໍານີ້ແມ່ນປະສົບຜົນສໍາເລັດມາແລ້ວ 14 ຄັ້ງ ແລະ ໃນວັນທີ 28-31 ມັງກອນ 2020 ແມ່ນຈະໄດ້ຈັດເປັນຄັ້ງທີ 15 ທີ່ຈະຍິ່ງໃຫຍ່ ແລະ ພິເສດກວ່າທຸກໆປີທີ່ຜ່ານມາ. ສະຖານທີ່ ຢູ່ທີ່ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ, ເລີ່ມແຕ່ເວລາ 9:00 ໂມງ- 20:00 ໂມງ. ໂດຍງານຖະແຫຼງຂ່າວ ງານເທດສະການອາຫານລາວ 2020 (Lao Food Festival 2020) ໄດ້ຈັດຂຶ້ນຢ່າງເປັນທາງການແລ້ວ ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ນາງ ສິລິກິດ ບຸບຜາ …

Read More »

ລັດຖະບານຝາກເຕືອນນັກສຶກສາລາວ!! ລະວັງຖືກຕວົະເລື່ອງຕົວເລກທືນໄປຮຽນຕໍ່ຕ່າງປະເທດ…

ລັດຖະບານຝາກເຕືອນນັກສຶກສາລາວ!! ລະວັງຖືກຕວົະເລື່ອງຕົວເລກທືນໄປຮຽນຕໍ່ຕ່າງປະເທດ… ໄລຍະນີ້ມີຂ່າວເລື່ອງທຶນໄປຮຽນຕໍ່ຕ່າງປະເທດຫຼາຍ ທັງທຶນຊ່ວຍເຫຼືອຈາກລັດຖະບານທີ່ບອກວ່າຟຣີບໍ່ເສຍຄ່າໃຊ້ຈ່າຍ ຫຼືທຶນຊ່ວຍເຫຼືອຈາກບັນດາໜ່ວຍງານຕ່າງໆສໍາລັບນັກສຶກສາລາວທີ່ສົນໃຈ ມັນມີຫຼາຍຈົນເຮັດໃຫ້ຫຼາຍຄົນບໍ່ຮູ້ວ່າ ອາດຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງທີ່ ສວຍໃຊ້ໂອກາດນີ້ເພື່ອຊອກຫາຜົນປະໂຫຍດເຂົ້າຕົນເອງ ໂດຍການກ່າວອ້າງເລື່ອງທຶນໄປຮຽນຕໍ່ ເພື່ອຕົວະຍົວະເອົາເງິນຈາກຜູ້ທີ່ສົນໃຈ… ສະນັ້ນ ທາງກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ອອກແຈ້ງການ ເຖິງບັນດາຜູ້ປົກຄອງນັກຮຽນ ນັກສຶກສາ ແລະ ປະຊາຊົນທົ່ວປະເທດ ເລື່ອງ ການໂຄສະນາເອົານັກຮຽນ ນັກສຶກສາ ໄປຮຽນຕໍ່ ຕ່າງປະເທດ ຂອງບໍລິສັດ ກຸ່ມຄົນ ແລະ ອົງການຈັດຕັ້ງຕ່າງໆ​ທີ່ບໍ່ເປັນທາງການ ໂດຍສະເພາະ ສປ ຈີນ ໂດຍອ້າງວ່າ ເປັນທຶນຂອງລັດຖະບານ. ໂດຍມີລາຍລະອຽດຂ້າງລຸ່ມນີ:

Read More »