Breaking News

Kuanjaitaem Kuanjai page

ຄົນມັນງາມໃສ່ຊຸດໃດກະເກີດ!!! ເມ ວິຈິດຕາ ໂດດເດັ່ນໃນງານ Lao Fashion Week 2019…

ບໍ່ວ່າຈະເຮັດຫຍັງກໍເປັນທີ່ຈັບຕາເບິ່ງຫຼາຍສໍາລັບສາວງາມຄົນນີ້ ເມ ວິຈິດຕາ ພອນວິໄລ Miss Universe Laos 2019 ທີ່ຫາກໍຮັບຕໍາແໜ່ງໄປເມື່ອເດືອນທີ່ຜ່ານມານີ້!!! ຫຼັງຈາກໄດ້ຮັບຕໍາແໜ່ງແລ້ວກໍສັງເກດເຫັນວ່າ ສາວເມ ຄ້ອນຂ້າງຈະມີວຽກເຂົ້າມາຕະຫຼອດ ທັງຖ່າຍແບບ, ເດີນແບບ, ເຂົ້າຮ່ວມງານການກຸສົນຕ່າງໆ ແລະ ຫຼ້າສຸດ ກໍໄດ້ເຫັນສາວເມໄປຮ່ວມງານເດີນແບບເທິງເວທີ Lao Fashion Week 2019 ທີ່ຈັດຂຶ້ນໃນວັນທີ 10-13 ກັນຍາ 2019 ທີ່ຜ່ານມານີ້. ເຊິ່ງແຕ່ລະຊຸດທີ່ນາງໃສ່ຂໍບອກໄດ້ເລີຍວ່າເລີດແຮງ, ເກີດທຸກຊຸດ ມື້ນີ້ແອັດກໍເລີຍຢາກເອົາມາໃຫ້ແຟນໆຂວັນໃຈເຮົາໄດ້ເບິ່ງນໍາກັນ ຈະເລີ໋ດສົມກັບແອັດເວົ້າບໍ່ນັ້ນເຮົາມາເບິ່ງ ແລະ ຕັດສິນໄປນໍາກັນເລີຍ…. ມື້ຮັບຕໍາແໜ່ງ Miss Universe Laos #ກຽມຕົວ #ສີແດງສົດງາມແຮງເດີ່! #ໂດດເດັ່ນໃນຊຸດຟ້າຕັດດໍາ #ຊຸດນີ້ເລີ໋ດແຮງເດີ່!   

Read More »

ມາຫາຄຳຕອບ ຕໍ່ຈາກ EP1 ວ່າເປັນຫຍັງ? Nissan TERRA SUV ຈຶ່ງໄດ້ຮັບຄວາມນິຍົມ

Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບອ່ນນັ່ງໂດຍບໍລິສັດຕັນຈົງມໍເຕີລາວຈຳກັດພຽງຜູດຽວ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈົງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ. ເຊິ່ງໃນ Ep1 ເຮົາໄດ້ຮູ້ໄປກຽ່ວກັບຄວາມສວຍງາມທາງດ້ານໜ້າຂອງ Terra, ອອບຊັ່ນດ້ານໃນທີ່ຫຼູຫຼາ ແລະ ເບາະໜັງທີ່ມາແບບສະຕາຍໂຮງໜັງເຮັດໃຫ້ຫຼຸດອາການເມົາໄດ້,  ມີຄວາມກວ້າງຂວາງສະດວກສະບາຍ  ແລະ ໃນ Ep2 ນີ້ເຮົາຈະມາຮູ້ກັນເລີຍວ່າມີຫຍັງແດ່?… Ep2: ເຮົາຈະມາຮູ້ຈັກກັນກຽ່ວກັບຈັກ, ລະບົບການຂັບເຂື່ອນ ແລະ ເລື່ອງຄວາມປອດໄພຂອງລົດນິສສັນເທີລາທີ່ເປັນຈຸດຂາຍຫຼັກ. ຈັກ ແລະ ລະບົບເກຍ 5 D Inter-Cooler Turbo Engine Power 190Ps & Torque 450Nm ລົດ Terra …

Read More »

“ດອກຈໍາປາບານ” ບານແລ້ວທຸກໂຮງຮູບເງົາທົ່ວປະເທດ!!! ໃຜທີ່ໄປເບິ່ງຢ່າລືມຊວນຄົນໄປນັ່ງຂ້າງເຊັດນໍ້າຕາຊ່ວຍແດ່ເດີ່!

ສິ້ນສຸດການລໍຄອຍແລ້ວ ສໍາລັບຮູບເງົາທີ່ໄດ້ຮັບຄວາມສົນໃຈແຫ່ງປີ “ດອກຈໍາປາບານ” ທີ່ບານແລ້ວທຸກໂຮງຮູບເງົາທົ່ວປະເທດລາວ. ໂດຍໄດ້ເລີ່ມເປີດສາຍໃນຮອບປະຖົມມະເລີກ ເປັນຮອບສື່ມວນຊົນໄປແລ້ວ ໃນວັນທີ 18/9 ທີ່ຜ່ານມານີ້ ພ້ອມທັງຈະເປີດສາຍໃນທຸກໂຮງຮູບເງົາທົ່ວປະເທດ ໃນວັນທີ 19/9/2019 ກໍຄືມື້ນີ້ນັ້ນເອງ… ໃຜທີ່ຕິດຕາມຢູ່ກໍຢ່າລືມໄປຊົມ, ໄປໃຫ້ກໍາລັງໃຈຜົນງານການສ້າງ ແລະ ການສະແດງຂອງຄົນລາວເຮົາແດ່ເດີ່!! ສໍາລັບແອັດມິ້ນເອງທີ່ໄດ້ໄປເບິ່ງມາແລ້ວ ຈະມາຣີວິວຄ່າວໆໄປຟັງຈັກໜ້ອຍໜຶ່ງເນາະ ສ່ວນທີ່ເຫຼືອກໍໃຫ້ໄປເບິ່ງກັນເອງເດີ່!!! ຮູບເງົາ “ດອກຈໍາປາບານ” ເປັນຮູບເງົາເລື່ອງທໍາອິດທີ່ຮ່ວມມືກັນສ້າງລະຫວ່າງ 2 ປະເທດຄື: ສປປ ລາວ ແລະ ສປ ຈີນ ໂດຍມີຈຸດປະສົງຄື ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຖານທຸກຈີນປະຈໍາລາວຄົບຮອບ 55 ປີ. ເລື່ອງລາວໄດ້ພັນລະນາເຖິງຄວາມຮັກ ແລະ ຄວາມຜູກພັນຂອງປະຊາຊົນລາວຈີນຕັ້ງແຕ່ສະໄໝທີ່ປະເທດລາວຖືກຮຸກຮານ, ການລໍຄອຍຄົນຮັກທີ່ພັດພາກຈາກກັນຕັ້ງແຕ່ສະໄໝສົງຄາມ, ພ້ອມທັງສະແດງໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດອັນງົດງາມຂອງປະເທດລາວເຮົາ… ຮ່ວມຖ່າຍທອດເລື່ອງລາວຂອງຮູບເງົາປະຫວັດສາດຄັ້ງນີ້ໂດຍ ໝໍແນ່ງ ຈັນດາລີ (ນາງເອກ) ຮ່ວມກັບນັກຈະແດງຊື່ດັງຈາກປະເທດຈີນຫຼາກຫຼາຍທ່ານ ເຮັດໃຫ້ຮູບເງົາເລື່ອງນີ້ ອອກມາໄດ້ຢ່າງສົມບູນພໍສົມຄວນ ໂດຍມີທັງສາກທີ່ເຮັດໃຫ້ຍິ້ມຕາມ, …

Read More »

ດີໃຈນໍາ!!! ນ້ອງ ເປເລ່ ສີວິໄລ ແລະ ທຸກຄົນທີ່ໄດ້ຮັບລາງວັນ Cover ເພງປະກອບຮູບເງົາ “ດອກຈໍາປາບານ”

ໃນທີ່ສຸດກໍໄດ້ແລ້ວສໍາລັບຜູ້ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງຂັນ ໂຄເວີ ( Cover) ເພງຮູບເງົາ “ດອກຈຳປາບານ” ເພງປະກອບຮູບເງົາແຫ່ງປີຄື ຮູບເງົາ “ດອກຈຳປາບານ” ທີ່ໄດ້ນັກສະແດງນໍາຄື ໝໍແໜ່ງ ຈັນດາລີ ສິດພະໄຊ ຮ່ວມກັບນັກສະແດງຊື່ດັງຂອງຈີນຫຼາຍທ່ານ, ເຊິ່ງຕົ້ນສະບັບຂອງເພງນີ້ ແມ່ນຂັບຮ້ອງໂດຍ: ອຈ ສົມໃຈ ລາວລີ (JackBrown) ສໍາລັບໂຄງການຈັດການປະກວດນີ້, ແມ່ນໄດ້ເລີ່ມເປີດການແຂ່ງຂັນຕັ້ງແຕ່ ວັນທີ 15 ສິງຫາ 2019 ແລະ ປິດຮັບວັນທີ  6 ກັນຍາ 2019 ເຊິ່ງໄດ້ມີຜູ້ເຂົ້າປະກວດທັງໝົດ  13 ຄົນແລະ ໄດ້ມີການປະກາດຜົນລາງວັນໃນວັນທີ 12 ກັນຍາ ລາງວັນຊະນະເລີດ ໄດ້ແກ່ ໝາຍເລກ  M 2 ທ້າວ ສີວິໄຊ (ເປເລ່) ໄດ້ຮັບເງິນລາງວັນມູນຄ່າ 1,000,000 ກີບ, ສະໜັບສະໜູນໂດຍ …

Read More »

ໜຸ່ມໆ Mister Global 2019 ຫຼາຍກວ່າ 20 ປະເທດເດີນທາງຮອດປະເທດໄທແລ້ວ!!!

ຖືວ່າເປັນອີກເວທີການປະກວດໜຶ່ງ ທີ່ຕື່ນຕາຕື່ນໃຈ ໃຫ້ກັບພີ່ນ້ອງຊາວລາວເຮົາ  Mister Global ແມ່ນເວທີການປະກວດຄວາມງາມຂອງຜູ້ຊາຍ ທີ່ມີ 40 ປະເທດທົ່ວໂລກ ເຂົ້າຮ່ວມປະກວດ ເຊິ່ງໄດ້ຈັດມາແລ້ວ 5 ປີ ແລະ ປີນີ້ ເປັນປີທີ 6 ແລະ ເປັນປີທຳອິດທີ່ ປະເທດລາວ ເຮົາໄດ້ຖືກເຊີນ ໃຫ້ສົ່ງຊາຍໜູ່ມທີ່ມີຄວາມພ້ອມທັງຄວາມງາມ ແລະ ຄວາມສາມາດ ສົ່ງເຂົ້າປະກວດ. ປັດຈຸບັນ, ມີຫຼາຍກວ່າ 20 ປະເທດແລ້ວ ທີ່ໄດ້ເດີນທາງຮອດ ກຸງເທບ ປະເທດໄທ ແລ້ວ  ລວມທັງປະເທດລາວ ແລະ ຈະທະຍ່ອຍກັນເດີນທາງມາຄົບຮອດ 40 ປະເທດ ໃນຄໍ່າຄືນຂອງມື້ນີ້ ເພື່ອເກັບຕົວ, ເຝິກຊ້ອມ ແລະ ເຮັດກິດຈະກຳຕ່າງໆ ຈົນຮອດມື້ ປະກວດຮອບສຸດທ້າຍແມ່ນຈະຈັດຂື້ນ ໃນວັນທີ 26 ກັນຍາ 2019 ນີ້ ທີ່ປະເທດໄທ. ຮ່ວມເຊຍຕົວປະເທດລາວ …

Read More »