Breaking News

Kuanjaitaem Kuanjai page

ຊົມເຊີຍ! ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ! ກັນຍາ ແກ້ວມະນີ ຢືນ 1 ໃນຕໍາແໜ່ງ ຮອງປະທານ ພັດທະນາບານເຕະຂອງ AFC….

“ບໍ່ມີສິ່ງໃດທີ່ແມ່ຍິງລາວເຮັດບໍ່ໄດ້” ແລະ ” ແມ່ຍິງລາວເກັ່ງບໍ່ແພ້ຊາດໃດໃນໂລກ” ເປັນຄໍາຍ້ອງຍໍຊົມເຊີຍສໍາລັບຜົນສໍາເລັດທີ່ຫຼາກຫຼາຍຂອງແມ່ຍິງລາວ ທີ່ຜ່ານມາມີແມ່ຍິງລາວຫຼາຍໆຄົນຈາກຫຼາກຫຼາຍສາຂາອາຊີບ ທີ່ມີຄວາມສາມາດໄປໂຊຄວາມສາມາດໃນເວທີ ແລະ ວົງການໃນລະດັບໂລກ. ຄືກັນກັບແມ່ຍິງລາວຄົນນີ້ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ທັງເປັນ ຄະນະບໍລິຫານງານ ສະຫະພັນບານເຕະອາຊີ ໄດ້ຖືກແຕ່ງຕັ້ງເປັນຮອງປະທານ ຄະນະກໍາມະການ ພັດທະນາບານເຕະ AFC  Development Committee ໃນລະຫວ່າງປີ 2019-2023.    ຈາກກອງປະຊຸມ ປຶກສາຫາລືກະກຽມເປີດສົກການແຂ່ງຂັນກິລາບານເຕະ ຢູ່ທີ່ ກົວລາ ລໍາເປີ, ປະເທດມາເລເຊຍ ວັນທີ 25 ກັນຍາ 2019 ນັ້ນ ເຫັນໄດ້ຊັດເຈນເລີຍວ່າ ແມ່ຍິງລາວຄົນນີ້ບໍທໍາມະດາ ແລະ ເປັນແມ່ຍິງພຽງຄົນດຽວໃນຄະນະປະທານ ແລະ ກໍາມະການທັງໝົດ 19 ທ່ານ. ໂດຍມີລາຍຊື່ດັ່ງນີ້: 1. ທ່ານ Salem Said Salem Al …

Read More »

ທີ່ມາຂອງຄໍາວ່າ “ນີ້ແຫຼະ! ຕົວແມ່” ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? (ມີຄໍາຕອບ)

ທີ່ມາຂອງຄໍາວ່າ “ນີ້ແຫຼະ! ຕົວແມ່” ແລະ ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? ມາເບິ່ງ! ນິໄສທີ່ບົ່ງບອກວ່າ ຜູ້ນີ້ແຫຼະ ສະຫຼາດຕົວແມ່ ເຮົາຮັກແມ່ຍິງຕົວແມ່ທຸກຄົນ ເປັນຫຍັງນັ້ນຫວາ? ກໍເພາະວ່ານາງ Powerful ຕົວແມ່ແນວໃດລະ ໄປໃສກັບນາງ ຊີວິດແສນຈະງ່າຍ ແລະ ອອກຈະໄດ້ຮັບສິດທິພິເສດຫຼາກຫຼາຍ ບອກເລີຍວ່າຖ້າເຈົ້າມີໝູ່, ນ້ອງ, ແຟນ, ຫົວໜ້າ ຫຼືຄົນໃນຄອບຄົວເຂົ້າຂ່າຍ 11 ນິໄສທີ່ ຂັວນໃຈ ຈະມານໍາສະເໜີຕໍ່ໄປນີ້ ຂໍໃຫ້ຮັກສາມິດຕະພາບກັບນາງໄວ້ໃຫ້ໝັ້ນ ຖ້າຂາດນາງໄປເຈົ້າຈະຂາດຊີວິດຊີວາໃນຊີວິດໄປເລີຍ ບໍ່ມີດອກທີ່ນາງຈະຈົກເງິນໃບ 5000 ກີບໃຫ້ Tip ພະນັກງານເສີບ: Concept ເລື່ອງໃຫ້ Tip ຂອງສາວຕົວແມ່ເລີຍຄື: Tip ໜັກ Tip ຂັ້ນເທບ ນາງຈະບໍ່ຄິດແຄ່ມື້ນີ້ ແຕ່ຄິດເຜື່ອໄວ້ເລີຍວ່າ ຖ້າມື້ນີ້ນາງໃຫ້ Tip ພະນັກງານເສີບໄປ 100.000 ກີບ ມື້ໜ້າຖ້ານາງມາບ່ອນນີ້ກັບໝູ່ອີກ …

Read More »

ງານວາງສະແດງຮູບພາບ ທຸກຄົນທີ່ໄປຊົມ ຕ້ອງມີຮູບງາມໆມາອວດໝູ່ເພື່ອນໂລດ!!!

ວິທະຍຸສາກົນ ແຫ່ງປະເທດຈີນ CRI ປະຈຳລາວ, ໄດ້ຈັດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ພະລັງແຫ່ງການກ້າວເດີນ” ເພື່ອເປັນການສະເຫຼີມສະຫຼອງ ວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີ ໃນວັນທີ 1 ຕຸລາ 2019 ທີ່ຈະມາເຖິງນີ້ (1949 ຫາ ປີ 2019) ແລະ ເພື່ອສ້າງບັນຍາກາດໃຫ້ກັບ ປີທ່ອງທ່ຽວລາວຈີນ ປີ 2019, ງານວາງສະແດງຮູບພາບ ແມ່ນໄດ້ຈັດຂຶ້ນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ແລະ ຈະມີຕັ້ງແຕ່ມື້ນີ້ຈົນຮອດວັນທີ 2 ເດືອນຕຸລາ, ເຊິ່ງເປີດໃຫ້ຊົມໂດຍບໍ່ເສຍຄ່າເລີຍ. ທຸກຄົນສາມາດໄປເຂົ້າຊົມໄດ້ ເພາະບໍ່ມີພຽງແຕ່ຮູບພາບເທົ່ານັ້ນທີ່ຈະໄດ້ໃຫ້ເຮົາຊົມແບບຕື່ນເຕັ້ນ, ຍັງມີຫ້ອງສາຍແສງໃຫ້ໄດ້ຖ່າຍຮູບງາມໆ, ຫ້ອງສາຍຮູບເງົາ ແລະ ອື່ນໆໆໆ ທີ່ຕ້ອງໄດ້ໄປຊົມເອງ. ບອກເລີຍວ່າງານນີ້ ໃຜໄດ້ໄປແມ່ນນອກຈາກຈະໄດ້ຊົມຮູບພາບ ຈາກຜົນງານຂອງຊ່າງພາບຈີນແລ້ວ, ຍັງມີຜົນງານຂອງຊ່າງພາບລາວທີ່ດີເດັ່ນອີກດ້ວຍ, ເຊິ່ງທັງໝົດຈະສ່ອງແສງໃຫ້ເຫັນເຖິງປະເທດລາວ ແລະ ປະເທດຈີນທີ່ສວຍງາມອະລັງການ, ແນ່ນອນໃຜໄດ້ໄປແມ່ນຕ້ອງມີຮູບງາມໆມາໂຊໝູ່ເພື່ອນ …

Read More »

ເຫັນແລ້ວປະທັບໃຈ! ທ່ານນາງ ນາລີ ສີສຸລິດ (ແມ່ຂອງປວງຊົນລາວ) ລົງຢ້ຽມຢາມໃຫ້ກໍາລັງໃຈຜູ້ປະສົບໄພນໍ້າຖ້ວມ “ຢາກເຫັນຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ”

ເຫັນແລ້ວປະທັບໃຈ! ທ່ານນາງ ນາລີ ສີສຸລິດ (ແມ່ຂອງປວງຊົນລາວ) ລົງຢ້ຽມຢາມໃຫ້ກໍາລັງໃຈຜູ້ປະສົບໄພນໍ້າຖ້ວມ “ຢາກເຫັນຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ” ເປັນພາບທີ່ເຫັນແລ້ວຍິ້ມຕາມກັນໄປເລີຍສໍາລັບ ຮູບພາບທີ່ແອັດຈະນໍາຕ້ອນໃນມື້ນີ້ ເພາະເປັນຮູບພາບທີ່ ທ່ານນາງ ນາລີ ສີສຸລິດ (ປ້າ ນາລີ ທີ່ປະຊາຊົນລາວເອີ້ນ) ພັນຍະຍາຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ທີ່ມີຄວາມເປັນຫ່ວງເປັນໄຍພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທາງພາກໃຕ້ຂອງລາວ ໂດຍຢາກເຫັນສະພາບການເປັນຢູ່ ແລະ ສະພາບຈິດໃຈຂອງທຸກຄົນດີຂຶ້ນ. ເຊິ່ງການໂອ້ລົມ ພົບປະພໍ່ແມ່ພີ່ນ້ອງກັນ ປ້ານາລີ ແມ່ນມີຄວາມເປັນກັນເອງ ຈົນໃຜເຫັນແລ້ວຕ້ອງຍິ້ມຕາມຢ່າງແນ່ນອນ… ພາບດັ່ງກ່າວໄດ້ຖືກເຜີຍແຜ່ອອກທາງສື່ມີເດຍ, ສັງຄົມອອນລາຍ ເຮັດປະຊາຊົນລາວຕ່າງຍົກຍ້ອງໃຫ້ ປ້ານາລີ ເປັນສະຕີໝາຍເລກ 1 ຂອງປະຊາຊົນລາວໄປແລ້ວ!!! #ເຮົາລອງມາເບິ່ງຮູບພາບດັ່ງກ່າວພ້ອມກັນເລີຍ!!!      ເປັນພາບທີ່ປະທັບໃຈແຮງແມ່ນບໍ່ທຸກຄົນ ແອັດລະຕື້ນຕັນໃຈແທນພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບຫຼາຍ ທີ່ ປ້ານາລີ ໃຫ້ຄວາມເອົາໃຈໃສ່, ເປັນຫ່ວງເປັນໄຍແບບເປັນກັນເອງຂະໜາດນີ້ ແນວໃດກໍຂໍໃຫ້ສະພາບຈິດໃຈ ແລະ …

Read More »

ເອລິກ ເຜີຍ! ຊຸດປະຈໍາຊາດລາວ ທີ່ຈະສວມໃສ່ໃນການປະກວດ Miss Asia Pacific International 2019…

ໄລຍະນີ້ແອັດຄິດວ່າຢາກຈະຕັ້ງໃຫ້ເປັນລະດູການນາງງາມຢູ່ໃດ໋ ບໍ່ຮູ້ຈະມີໃຜເຫັນດີນໍາແອັດບໍ່? (ຢອກເດີ່ 555) ເພາະບໍ່ວ່າຈະເປີດໂທລະພາບ, ມືຖື,​ ເບິ່ງຂ່າວ ນອກຈາກຂ່າວນໍ້າຖ້ວມພາກໃຕ້ທີ່ເລີ່ມໄດ້ຮັບການຊ່ວຍເຫຼືອໄປແລ້ວ ກໍມີຂ່າວນາງງາມນີ້ແຫຼະ ທີ່ພໍຈະຊ່ວຍໃຫ້ຫົວໃຈກັບມາຍິ້ມໄດ້ອີກຄັ້ງ, ເຫັນແລ້ວມັນເຮັດໃຫ້ຮູ້ສຶກວ່າ ແມ່ຍິງລາວເຮົາກໍທັງງາມ, ທັງເກັ່ງບໍ່ແພ້ຊາດໃດໃນໂລກ ເພາະແຕ່ລະເວທີໃຫຍ່ໆທີ່ຈັດຂຶ້ນໃນລະດັບສາກົນນັ້ນ ແມ່ຍິງລາວເຮົາກໍໄດ້ເຂົ້າຮ່ວມປະກວດເຊັ່ນກັນ ແລະ ຫຼາຍເວທີທີ່ແມ່ຍິງລາວເຮົາສາມາດຍາດລາງວັນກັບມາໃຫ້ຄົນລາວໄດ້ຊື່ນຊົມນໍາ… ຄືດັ່ງກັບກອງປະກວດ Miss Asia Pacific International 2019 ທີ່ຈະຈັດຂຶ້ນທີ່ປະເທດ ຟີລິບປິນ ໃນວັນທີ 26 ກັນຍາ ທີ່ໃກ້ຈະມາຮອດນີ້ ປະເທດລາວເຮົາກໍໄດ້ມີຕົວແທນຄື ນ້ອງ ເອລິກ ອາລິກສາຍາ ໄຊສົມພູ ສາວນ້ອຍຈາກເວທີ MISS VIENTIANE 2019 ທີ່ມີທັງຄວາມງາມ, ໜ້າຮັກ, ອາດີດນັກຮຽນເກັ່ງ ຟີຊິກ, ຜ່ານຄອສພາສາອັງກິດລະດັບປະເທດມາແລ້ວ ແລະ ເຊື່ອວ່າສາວນ້ອຍຄົນນີ້ຈະເປັນຕົວແທນ ເປັນໜ້າຕາໃຫ້ກັບປະເທດລາວໄດ້ເປັນຢ່າງດີ. ເນື່ອງຈາກວ່າຍັງອີກພຽງແຕ່ 2 ມື້ ກໍຈະຮອດງານປະກວດແລ້ວ ນ້ອງ ເອລິກ …

Read More »